ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 “The XII ST. Petersburg International United Cultures Forum”
24 Sep 2026 | ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ |
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 “The XII ST. Petersburg International United Cultures Forum” ທີ່ ນະຄອນ ຊານປີເຕີສະເບີກ ສະຫະພັນລັດເຊຍ.
......
ໃນລະຫວ່າງວັນທີ 24-26 ກັນຍາ 2026 ທີ່ ນະຄອນ ຊານປີເຕີສະເບີກ, ສະຫະພັນລັດເຊຍ ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ ຈັດຂື້ນໂດຍລັດຖະບານແຫ່ງ ສະຫະພັນລັດເຊຍ, ກະຊວງວັດທະນະທຳ ຮ່ວມກັບ ອົງການປົກຄອງນະຄອນຊານປີເຕີສະເບີກ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມຫຼາຍກວ່າ 2.000 ທ່ານ ທີ່ມາຈາກ 74 ປະເທດໃນທົ່ວໂລກ.
#ສປປລາວ ນັບແຕ່ປີ 2012 ເປັນຕົ້ນມາ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວຢ່າງຕໍ່ເນື່ອງ ກອງປະຊຸມໃນປີ 2026 ນີ້ ໄດ້ເຕົ້າໂຮມເອົາບັນດາການນໍາຂັ້ນສູງຂົງເຂດວັດທະນະທຳຈາກບັນດາປະເທດໃນພາກພື້ນ ແລະ ສາກົນ, ບັນດານັກຊ່ຽວຊານ, ນັກຄົ້ນຄວ້າ, ນັກສິລະປິນ, ນັກປະພັນ, ນັກປະດິດສ້າງ, ບັນດາຂະແໜງການທີ່ກ່ຽວຂ້ອງທາງດ້ານວັດທະນະທຳ ທັງພາກລັດ ແລະ ທຸລະກິດເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບົດບາດຄວາມສໍາຄັນຂອງວັດທະນະທໍາ ໃນໄລຍະໃໝ່ ພາຍໃຕ້ຫົວຂໍ້ “United Culture Common Value” ແນໃສ່ການຮ່ວມກັນຍົກສູງຄຸນຄ່າທາງວັດທະນະທຳ, ແລກປ່ຽນຂໍ້ມູນຂ່າວສານ, ແນວທາງການຮ່ວມມືທາງດ້ານວັດທະນະທຳ ລວມທັງບັນດາຜະລິດຕະພັນວັດທະນະທຳຕ່າງໆ, ບົດບາດຄວາມສຳຄັນຂອງວຽກງານວັດທະນະທຳ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ການສ້າງຄວາມ ເຂັ້ມແຂງ, ການມີສ່ວນຮ່ວມ ແລະ ການພັດທະນາແບບຍືນຍົງ ກໍຄຶການຍົກລະດັບຂອບການຮ່ວມມືລະຫວ່າງລັດຖະບານ, ແລກປ່ຽນຄວາມຄິດເຫັນກ່ຽວກັບນະໂຍບາຍການຮ່ວມມືທາງດ້ານວັດທະນະທຳ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ລັດເຊຍ ກັບ ບັນດາປະເທດຄູ່ຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂື້ນ.
#ພິເສດໃນງານດັ່ງກ່າວ ທ່ານ ວະລາດີເມຍ ວະລາດີມີໂຣວິຊ ປູປູຕິນ(Vladimir Vladimirovich Putin) ປະທານາທິບໍດີ ແຫ່ງ ສະຫະພັນລັດເຊຍ ໄດ້ໃຫ້ກຽດຂຶ້ນມີຄຳເຫັນ ຕໍ່ກອງປະຊຸມ ຊຶ່ງໄດ້ເນັ້ນບາງຕອນສໍາຄັນວ່າ: ກອງປະຊຸມຄັ້ງນີ້ເປັນງານມະຫາກຳວັດທະນະທໍາສາກົນ ທີ່ເປັນຂີດໝາຍສໍາຄັນ ພາຍໃຕ້ຫົວຂໍ້ " United Culture Common Value" ໂດຍໄດ້ນໍາພານັກປະພັນ, ນັກສິລະປິນ, ຜູ້ສ້າງສັນ ແລະ ຜູ້ຊໍານານຈາກທົ່ວໂລກມາຮ່ວມກັນ ເພື່ອເພີ່ມທະວີການເຊື່ອມໂຍງເຊື່ອມຈອດທາງດ້ານວັດທະນະທຳເຂົ້າກັນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ຜ່ານກົນໄກການຮ່ວມມືໃນການປົກປັກຮັກສາ, ສົ່ງເສີມມໍລະດົກວັດທະນະທຳ ແລະ ເຄົາລົບວັດທະນະທຳຮີດຄອງປະເພນີທີ່ຫຼາກຫຼາຍຂອງແຕ່ລະປະເທດຮ່ວມກັນ ເພື່ອການພັດທະນາແບບຍືນຍົງ ແລະຄວາມສີວິໄລຂອງແຕ່ລະປະເທດ.
#ສປປລາວ ໄດ້ຖືເອົານະໂຍບາຍຂອງພັກ-ລັດຖະບານຕໍ່ວຽກງານອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ດີງາມຂອງຊາດ ໃຫ້ມີຄວາມຍືນຍົງ, ເສີມຂະຫຍາຍວັດທະນະທຳໃຫ້ມີລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ. ນອກນັ້ນ, ຍັງໄດ້ເນັ້ນເຖິງການເພີ່ມທະວີການຮ່ວມມື ແລະ ການແລກປ່ຽນວັດທະນະທຳກັບບັນດາປະເທດໃນພາກພື້ນ ແລະ ສາກົນ ຜ່ານເວທີຕ່າງໆ ເພື່ອຜົນປະໂຫຍດຮ່ວມກັນ. ຄຽງຄູ່ກັນນັ້ນ, ວັດທະນະທຳ ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນຊຸກຍູ້ ແລະ ສ້າງໂອກາດໃຫ້ປະຊາຊົນທ້ອງຖິ່ນມີວຽກເຮັດງານທໍາ, ມີລາຍຮັບທີ່ໝັ້ນຄົງ ຕິດພັນກັບການສົ່ງເສີມຫົວຄິດປະດິດສ້າງ ແລະ ພູມປັນຍາທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ. ຕໍ່ກັບເນື້ອໃນຫົວຂໍ້ກອງປະຊຸມ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ບູລິມະສິດໃນການປົກປັກຮັກສາ ແລະ ສົ່ງເສີມຄວາມຫຼາກຫຼາຍທາງວັດທະນະທຳ ຮີດຄອງປະເພນີ ໃຫ້ຄຽງຄູ່ກັບປະຊາຊົນລາວ. ມາເຖິງປັດຈຸບັນ ມໍລະດົກວັດທະນະທຳ ຂອງ ສປປ ລາວ ໄດ້ຖືກຮັບຮອງ ແລະ ຂຶ້ນທະບຽນເປັນມໍລະດົກໂລກ ໂດຍອົງການອຸຍແນສໂກ ເປັນຕົ້ນ ຮັບຮອງເມືອງມໍລະດົກໂລກຫຼວງພະບາງ ໃນປີ 1995, ວັດພູຈໍາປາສັກ ປີ 2001, ທົ່ງໄຫຫີນ ຊຽງຂວາງ 2019, ສຽງແຄນຄົນເຊື້ອຊາດລາວ ໃນປີ 2017, ພູມປັນຍາຕໍ່າຜ້າລາຍນາກ ໃນປີ 2023, ຟ້ອນລໍາວົງລາວ ໃນປີ 2024 ແລະ ໃນປີ 2026 ນີ້ ຈະສູ້ຊົນນຳສະເໜີພິຂໍການ ຮັບຮອງ ລາຍການປະເພດອາຫານພື້ນເມືອງ “ລາບ” ຂຶ້ນທະ ບຽນເປັນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດ.
#ໃນຕອນເຊົ້າຂອງວັນດຽວກັນ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ທັດຍານາ ໂກລິໂຄວາ ຮອງນາຍົກລັດຖະມົນຕີ ແຫ່ງ ສະຫະພັນລັດເຊຍ ມີບັນດາການນຳຂັ້ນສູງຈາກບັນດາປະເທດຜັດປ່ຽນກັນຂື້ນມີຄຳເຫັນ. ນອກຈາກນັ້ນ, ກອງປະຊຸມລະດັບວິຊາການ ຫຼື ເວທີສົນທະນາຫຼາຍກວ່າ 66 ຫົວຂໍ້ ໂດຍມີຜູ້ຊ່ຽວຊານ ຈາກ ສະຫະພັນລັດເຊຍ ແລະ ຕາງໜ້າຈາກບັນດາປະເທດຜູ້ເຂົ້າຮ່ວມ ຫຼາຍກວ່າ 454 ຄົນ ຂື້ນຮ່ວມບັນຍາຍ ຊຶ່ງໄດ້ແບ່ງອອກເປັນ 10 ຫົວຂໍ້ສົນທະນາ ຄື: ວັດທະນະທຳສາດ, ມໍລະດົກວັດທະນະທໍາ, ຮູບເງົາ, ລະຄອນ, ພິພິດທະພັນ, ວັດທະນະທໍາດົນຕີ ແລະ ສື່ມວນຊົນ, ຄວາມສີວິໄລ, ການສຶກສາ, ສິລະປະກາຍະສິນ, AI ໃນດົນຕີ, ວັດທະນະທຳ ກັບ ເຕັກໂນໂລຢີໃຫມ່ໆ. ພ້ອມນັ້ນ, ໄດ້ສົນທະນາກ່ຽວກັບແຜນພັດທະນາພິພິດທະພັນຈົນເຖິງປີ 2030, ອະນາຄົດຂອງ ດົນຕີສຶກສາລັດເຊຍ, ເຕັກໂນໂລຢີໃໝ່ ແລະ AI ກໍາລັງສົງຜົນຕໍ່ວັດທະນະທໍາ ແລະ ສິລະປະ, ການຮ່ວມມືລະຫວ່າງລະຄອນ, ຮູບເງົາສາກົນ ແລະ ການຟື້ນຟູອະນຸລັກມໍລະດົກໃນພາກພື້ນ ແລະ ໃນທົ່ວໂລກ ໂດຍຖືເອົາປີ 2026 ເປັນວາລະ ສຳຄັນ ຂອງ ນະຄອນຊານປີເຕີສະເບີກ ກໍຄື ປີແຫ່ງວັດທະນະທຳ ແລະ ປີແຫ່ງຄວາມສາມັກຄີ ຂອງປະຊາຊົນລັດເຊຍ ອີກດ້ວຍ.
Share: