ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ

05 Nov 2026 | ຫ້ອງການກະຊວງ |

ໃນລະຫວ່າງວັນທີ 5-7 ພະຈິກ 2026 ທີ່ ນະຄອນຫຼວງມະນີລາ, ປະເທດຟີລິບປິນ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຄຳຂວັນ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ” ໂດຍການເປັນປະທານຂອງ ທ່ານ Rex Gatchalian ລັດຖະມົນຕີກະຊວງສະຫວັດດີການສັງຄົມ ແລະ ການພັດທະນາ ແຫ່ງ ຟິລິບປິນ ເຊິ່ງມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຜູ້ຕາງໜ້າຈາກກະຊວງຮັບຜິດຊອບເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ (ASCC) ແລະ ທ່ານຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບວຽກງານເສົາຄ້ຳ ASCC ພ້ອມດ້ວຍຄະນະຜູ້ແທນຂອງຕົນເຂົ້າຮ່ວມ.
#ກອງປະຊຸມໄດ້ລາຍງານ ແລະ ຮັບຮູ້ເຖິງຄວາມຄືບໜ້າໃນການກະກຽມວຽກຈຸດສຸມ ແລະ ແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າ ASCC ຊຶ່ງປະກອບມີ 4 ຂົງເຂດວຽກງານ ຄື: ການສ້າງຄອບຄົວໃຫ້ເຂັ້ມແຂງ, ການພັດທະນາແບບກວມລວມ, ຊາວໜຸ່ມ ແລະ ນະວັດຕະກຳ ແລະ ຄວາມປອດໄພທາງດ້ານອາຫານ ແລະ ການເປັນມິດຕໍ່ສິ່ງແວດລ້ອມໃນອະນາຄົດ. ກອງປະຊຸມຍັງໄດ້ເຫັນດີເປັນເອກະພາບຮັບຮອງເອົາເອກະສານພາຍໃຕ້ເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຈຳນວນ 59 ສະບັບ ເພື່ອນໍາສະເໜີໃຫ້ຜູ້ນໍາອາຊຽນ ພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ຊຶ່ງຈະຈັດຂຶ້ນໃນກາງເດືອນພະຈິກນີ້. ໃນນີ້, ມີເອກະສານເພື່ອສະເໜີຜູ້ນຳອາຊຽນຮັບຮອງ ຈໍານວນ 11 ສະບັບ ແລະ ເພື່ອຮັບຊາບ ຈໍານວນ 48 ສະບັບ.
#ໃນກອງປະຊຸມຄັ້ງນີ້ ທ່ານ ລັດຖະມົນຕີ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນແລກປ່ຽນ ແລະ ຂໍ້ສະເໜີໃນການຈັດຕັ້ງປະຕິບັດວຽກງານຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໃນຕໍ່ໜ້າ ໂດຍເນັ້ນໃສ່ບາງວຽກຈຸດສຸມ ເປັນຕົ້ນແມ່ນການພັດ ທະນາຊັບພະຍາກອນມະນຸດ, ການລຶບລ້າງຄວາມທຸກຍາກ, ການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ການປົກປ້ອງສິດທິທາງສັງຄົມ ແລະ ການພັດທະນາທີ່ທົ່ວເຖິງ ແລະ ຍືນຍົງ ດັ່ງນີ້:
1)ສືບຕໍ່ລົງທຶນໃສ່ການສຶກສາ, ການພັດທະນາທັກສະວິຊາຊີບ ແລະ ຖ່າຍທອດຄວາມຮູ້ດ້ານດິຈິຕອນໃຫ້ປະຊາຊົນອາຊຽນ ໂດຍສະເພາະແມ່ນຊາວໜຸ່ມ. ພ້ອມດຽວກັນນັ້ນ, ຄວນເສີມສ້າງລະບົບການປົກປ້ອງທາງສັງຄົມ ແລະ ຮັບປະກັນໃຫ້ກຸ່ມຄົນທີ່ດ້ອຍໂອກາດສາມາດເຂົ້າເຖິງການບໍລິການຂັ້ນພື້ນຖານທີ່ຈຳເປັນ.
2) ເສີມສ້າງການຮ່ວມມື ເພື່ອລຶບລ້າງຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບທາງສັງຄົມ ໂດຍສະເພາະຄວາມແຕກໂຕນດ້ານການພັດທະນາລະຫວ່າງເຂດຕົວເມືອງ ແລະ ເຂດຊົນນະບົດທີ່ຫ່າງໄກສອກຫຼີກ. ພ້ອມທັງ, ຮັບປະກັນໃຫ້ປະຊາຊົນທຸກຄົນ ເປັນຕົ້ນແມ່ນກຸ່ມຄົນທີ່ດ້ອຍໂອກາດ ໃຫ້ໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງທົ່ວເຖິງ.
3) ອະນຸລັກຮັກສາ ແລະ ສົ່ງເສີມມໍລະດົກວັດທະນະທຳ, ພູມ ປັນຍາທ້ອງຖິ່ນ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳ. ພ້ອມກັນນີ້, ຄວນນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອອະນຸລັກມໍລະດົກວັດທະນະທຳເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືບທອດຢ່າງຍືນຍົງ.
4) ການເຊື່ອມສານລະຫວ່າງວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະ ອຸດສາຫະກຳທີ່ສ້າງສັນ ເພື່ອເສີມສ້າງການຈ້າງງານ ແລະ ການສ້າງອາຊີບໃຫ້ຫຼາຍຂຶ້ນເລື່ອຍໆ, ສະ ໜັບສະໜູນຊຸມຊົນທ້ອງຖິ່ນ ແລະ ສົ່ງເສີມການເຕີບໂຕທາງເສດຖະກິດຢ່າງທົ່ວເຖິງ.
5) ເພີ່ມທະວີການຮ່ວມມືເພື່ອກຽມຮັບມືກັບໄພພິບັດທີ່ອາດ ຈະເກີດຂຶ້ນ ໂດຍການປັບຕົວໃຫ້ທວງທັນຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ເພື່ອທັງສືບຕໍ່ສົ່ງເສີມ ແລະ ຊຸກຍູ້ໃຫ້ຊຸມຊົນທີ່ມີຄວາມພ້ອມໃນການຮັບມືກັບຄວາມສ່ຽງຢູ່ແລ້ວໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຍີ່ງຂຶ້ນ. ແລະ ສຸດທ້າຍ ຮັບປະກັນການຈັດຕັ້ງປະຕິບັດແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໃຫ້ເກີດຜົນຢ່າງແທ້ຈິງຕາມຄາດໝາຍທີກຳນົດໄວ້ ໂດຍການເພີ່ມທະວີການປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງຂອງອາຊຽນ, ເຊື່ອມໂຍງກັບແຜນງານລະດັບພາກພື້ນໃຫ້ສອດຄ່ອງກັບບັນດາແຜນພັດທະນາແຫ່ງຊາດ,ກຳນົດຕົວຊີ້ວັດໃຫ້ລະອຽດຊັດເຈນ. ພ້ອມທັງ, ຕ້ອງໄດ້ເອົາໃຈໃສ່ໃນການຕິດຕາມຄວາມຄືບໜ້າຂອງແຕ່ລະວຽກງານຢ່າງເປັນປົກກະຕິ ເພື່ອຈະສາມາດນຳມາປະເມີນ ແລະ ທົບທວນເຖິງຜົນທີ່ໄດ້ຮັບ ເພື່ອນໍາມາພິຈາລະນາ ແລະ ປັບປຸງແຜນງານໃຫ້ດີຂຶ້ນເທື່ອລະກ້າວ

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເປີດກອງປະຊຸມວຽກງານຈັດຕັ້ງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)

  • 04 Nov 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 04 ພະຈິກ 2026...

ອ່ານເພີ່ມ

ວຽກງານເສນາ

ທ່ານ ລັດຖະມົນຕີ ລາວ ແລະ ກຳປູເຈຍ ເປີດງານພົບປະເຄືອຂ່າຍພາກລັດ-ພາກທຸລະກິດການທ່ອງທ່ຽວ ທີ່ ຈຳປາສັກ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ

  • 21 Oct 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 21 ຕຸລາ 2026...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 “The XII ST. Petersburg International United Cultures Forum”

  • 24 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ