ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ລັດຖະມົນຕີ ລາວ ແລະ ກຳປູເຈຍ ເປີດງານພົບປະເຄືອຂ່າຍພາກລັດ-ພາກທຸລະກິດການທ່ອງທ່ຽວ ທີ່ ຈຳປາສັກ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ

ທ່ານ ລັດຖະມົນຕີ ລາວ ແລະ ກຳປູເຈຍ ເປີດງານພົບປະເຄືອຂ່າຍພາກລັດ-ພາກທຸລະກິດການທ່ອງທ່ຽວ ທີ່ ຈຳປາສັກ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ

21 Oct 2026 | ຫ້ອງການກະຊວງ |

ຕອນເຊົ້າວັນທີ 21 ຕຸລາ 2026 ຢູ່ທີ່ໂຮງແຮມຈຳປາສັກແກຼນ ນະຄອນປາກເຊ ແຂວງຈຳປາສັກ ໄດ້ມີພິທີເປີດ ງານພົບປະເຄືອຂ່າຍ ພາກລັດ-ພາກທຸລະກິດ ໃນຂະແໜງການທ່ອງທ່ຽວ ຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທ່ຽວ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໂດຍມີ ທ່ານ ຊາ ໂສພຸຕາ ເຈົ້າແຂວງຊຽງແຕງ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າກົງສູນ ປະຈຳແຂວງຊຽງແຕງ ແລະ ແຂວງຈຳປາສັກ ພ້ອມດ້ວຍຜູ້ຕາງໜ້າພາກລັດ ແລະ ພາກທຸລະກິດການທ່ອງທ່ຽວສອງຝ່າຍເຂົ້າຮ່ວມຢ່າງ.
#ງານພົບປະຄັ້ງນີ້ ຈັດຂຶ້ນພາຍໃຕ້ບັນຍາກາດແຫ່ງການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ–ກຳປູເຈຍ ຄົບຮອບ 70 ປີ ແລະ ເປັນການສືບຕໍ່ຜົນສຳເລັດຈາກການເຄື່ອນໄຫວຮ່ວມກັນ ຢູ່ແຂວງຊຽງແຕງ ໃນລະຫວ່າງວັນທີ 18-20 ຕຸລາ ຜ່ານມາ. ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນເຖິງທິດທາງຍຸດທະສາດ ຄື: ປັບປຸງພື້ນຖານໂຄງລ່າງເພື່ອການເດີນທາງທີ່ສະດວກ-ປອດໄພ, ສ້າງລາຍການທ່ອງທ່ຽວຮ່ວມກັນ (Combine Tour Packages) ໃຫ້ຫຼາກຫຼາຍ, ອຳນວຍຄວາມສະດວກການທ່ອງທ່ຽວຂ້າມຊາຍແດນໃຫ້ວ່ອງໄວ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ. ພ້ອມທັງສົ່ງເສີມການລົງທຶນສີຂຽວທີ່ປະຊາຊົນມີສ່ວນຮ່ວມ. ພ້ອມດຽວກັນນັ້ນ, ສອງລັດຖະມົນຕີ ຍັງໄດ້ເຫັນດີມອບໝາຍໃຫ້ ພະແນກ ວທ ແຂວງຈຳປາສັກ ແລະ ພະແນກທ່ອງທ່ຽວແຂວງຊຽງແຕງ ເປັນເຈົ້າການຮ່ວມກັນຊຸກຍູ້ການທ່ອງທ່ຽວຂ້າມຊາຍແດນ ພາຍໃຕ້ວິໄສທັດ ສອງປະເທດ ໜຶ່ງຈຸດໝາຍປາຍທາງ ໃຫ້ປະກົດຜົນເປັນຈິງ.
#ງານພົບປະໃນຄັ້ງນີ້ປຽບເໝືອນການເປີດປະຕູແຫ່ງໂອກາດໃໝ່ ໃຫ້ແກ່ພາກທຸລະກິດທ່ອງທ່ຽວຂອງທັງສອງຊາດ, ທັງເປັນການຢ້ຳຄືນເຖິງເຈດຈຳນົງອັນແຮງກ້າ ທີ່ຈະຫັນເອົາທ່າແຮງທາງທຳມະຊາດ ແລະ ມໍລະດົກໂລກອັນລ້ຳຄ່າ ມາສ້າງເປັນພະລັງຂັບເຄື່ອນເສດຖະກິດຮ່ວມກັນ ຕາມທິດທາງ “ສອງປະເທດ ໜຶ່ງຈຸດໝາຍປາຍທາງ” ຢ່າງຍືນຍົງ ແລະ ໝັ້ນຄົງຂະໜົງແກ່ນ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ

  • 05 Nov 2026
  • ຫ້ອງການກະຊວງ

ໃນລະຫວ່າງວັນທີ 5-7 ພະຈິກ 2026 ທີ່...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເປີດກອງປະຊຸມວຽກງານຈັດຕັ້ງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)

  • 04 Nov 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 04 ພະຈິກ 2026...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 “The XII ST. Petersburg International United Cultures Forum”

  • 24 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ