ຂໍ້ມູນແຫຼ່ງທ່ອງທ່ຽວ
ໜ້າຫຼັກ / ລາຍການຂໍ້ມູນ / ຂໍ້ມູນແຫຼ່ງທ່ອງທ່ຽວ
ນະຄອນຫຼວງວຽງຈັນ
ພຣະທາດຫຼວງວຽງຈັນ
ພຣະທາດຫຼວງວຽງຈັນ ປະກາຍສີທອງຄຳອັນຮຸ່ງເຮືອງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ, ເມືອງໄຊເສດຖາ, ເປັນປູຊະນິຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ, ເປັນພຣະທາດໂລກະຈຸນລະມະນີ ທີ່ບັນຈຸພຣະສາລິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ. ພຣະທາດຫຼວງວຽງຈັນ ຖືກສ້າງຂື້ນເທື່ອທຳອິດເມື່ອປີ ພສ 236 ໂດຍການນຳພາຂອງເຈົ້າເມືອງວຽງຈັນ ຈັນທະບູລີ ປະສິດທິສັກ ຫຼື ບຸລິຈັນ ແລະ ຖືກຕໍ່ເຕີມສ້າງຕື່ມອີກໃນປີ ຄສ 1556 ໂດຍເຈົ້າໄຊຍະເສດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນ ເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ. ມາຮອດປີຄສ 1957, ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖຳຂອງ ເຈົ້າສີສະຫວ່າງວົງ ກໍ່ໄດ້ນຳພາປະຊາຊົນປັ້ນ ພະບໍລົມມະຮູບຂອງ ເຈົ້າໄຊຍະເສດຖາທິຣາຊ ປະດິດສະຖານໄວ້ ຢູ່ໜ້າທາງເຂົ້າພະທາດດ້ານຕາເວັນຕົກ ເພື່ອເປັນອະນຸສາວະລີທີ່ພະອົງໄດ້ສ້າງພະທາດຫຼວງ ຂື້ນມາເປັນທີ່ສັກກະລະບູຊາຈົນຮອດປະຈຸບັນ. ພຣະທາດຫຼວງສູງ 45 ແມັດມີໃບສິມມາອອ້ມ 228 ໃບ, ມີ ບໍລິວານ (ທາດນ້ອຍ) ອ້ອມຮອບ 30 ອົງເອີ້ນວ່າປະລະມິສານສິບທັດ, ຕີນພຣະທາດແຕ່ດ້ານຕາເວັນອອກ ຫາດ້ານຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອຫາໃຕ້ຍາວ 68 ແມັດ ແລະ ມີກົມມະລຽນດ້ານນອກອອ້ມພຣະທາດຫຼວງ ແຕ່ລະດ້ານຍາວ 91,75 ແມັດ. ໃນວັນເພັງເດືອນສິບສອງຂອງທຸກໆປີ (ໄລຍະເດືອນ ຕຸລາ - ເດືອນພະຈິກ) ປະຊົນລາວຈາກທຸກສາລະທິດ ຈະພາກັນເດີນທາງມາສະເຫຼີມສະຫຼອງບຸນນະມັດສະການພຣະທາດຫຼວງ ເຊິ່ງເປັນບຸນມະໂຫລານທີ່ໃຫຍ່ທີ່ສຸດໃນປະເທດລາວ ຖືກຈັດຂື້ນເປັນເວລາ 7 ມື້ 7 ຄືນ ພ້ອມການສະແດງມະໂຫລີ, ສິລະປະ-ວັນນະຄະດີ ແລະ ງານວາງສະແດງສິນຄ້າ ຈາກຫຼາກຫຼາຍຫ້າງຮ້ານ. ບຸນພະທາດຫຼວງສະແດງໃຫ້ເຫັນເຖິງວັດທະນະທຳ ແລະ ຮີດຄອງປະເພນີ ອັນດີງາມຂອງຊາວພຸດ ກໍ່ຄືຊາວລາວທັງຊາດ ໂດຍມີພິທີສຳຄັນທາງສາດສະໜາເຊັ່ນ: ພິທີແຫ່ຜາສາດເຜີ້ງ, ວຽນທຽນ ແລະ ຕັກບາດຖວາຍທານ ເຊິ່ງມີພະສົງຈາກທົ່ວທຸກແຂວງໃນປະເທດລາວ ເດີນທາງມາຮ່ວມ ແລະ ພາຍຫລັງພິທີຕັກບາດ ກໍ່ມີການແຂ່ງຂັນຕິຄີ ເຊິ່ງເປັນກິລາພື້ນເມືອງ ທີ່ຈັດຂື້ນໃນທຸກໆປີໄລຍະບຸນດັ່ງກ່າວ.
ຕົກມາປີ 2016 -2017 ພັກ ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕົກລົງປະຕິສັງຂອນ ແລະ ຍົກຍອດຄຳຂຶ້ນສູ່ຈອມພະທາດຫລວງ ແລະ ພະທາດປາລະມີ 32 ທາດ ສຳເລັດ, ເຮັດໃຫ້ພະທາດຫລວງ ເບັງປາລາມີ ແລະ ຄວາມສວຍງາມຍິງຂຶ້ນ.
https://mict.gov.la/
ຫໍທຳມະສະພາ
ຫໍທຳມະສະພາ ຕັ້ງຢູ່ບໍລິເວນວັດທາດຫຼວງເໜືອ ເຊິ່ງຢູ່ທາງທິດເໜືອຂອງພຣະທາດຫຼວງວຽງຈັນ. ຫໍທຳມະສະພາ ຖືກສ້າງຕັ້ງຂຶ້ນ ດ້ວຍສະຖາປັດຕະຍະກຳອັນງົດງາມແບບສິນລະປະລາຍລາວ ເຊິ່ງມີຂະໜາດໃຫຍ່ ແລະ ກວ້າງຂວາງຖືກໃຊ້ເປັນສະຖານທີ່ປະກອບພິທີກຳຕ່າງໆທາງສາດສະໜາຂອງພຣະສົງ.
https://mict.gov.la/
ປະຕູໄຊ
ປະຕູໄຊ ຫລື ຊື່ເດີມເອີ້ນວ່າ “ອະນຸສາວະລີໄຊຊະນະ” ມັກຖືກປຽບທຽບໂດຍນັກທ່ອງທ່ຽວວ່າເປັນ “ອາກເດີ ທຣີອົມ” (ຢູ່ນະຄອນປາຣີ ປະເທດຟຣັ່ງ) ຂອງລາວເພາະວ່າ ມີລັກສະນະໂດດເດັ່ນຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນ ບໍລິເວນຕອນກາງຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນວ່າ ຊອງ ເອລິເຊ້ ເປັນຖະໜົນຢູ່ໃນປາຣີເຊັ່ນກັນ). ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄສ 1957-1962 ເພື່ອເປັນອານຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກປົກຄອງຂອງລ່າເມືອງຂຶ້ນຟຣັ່ງ ໂດຍສ້າງຕາມສັດສ່ວນເລກຕຳລາອັນສຳຄັນຂອງຊາວພຸດ ຄື: 3-7-9. ຮູບຊົງດ້ານເທິງຂອງປະຕູໄຊ ແມ່ນມີລັກສະນະຄ້າຍຄືກັບຜາສາດ ທັດສ໌ມາຮານ ທີ່ຢູ່ປະເທດອິນເດຍ ແລະ ດ້ານໃນ ຖືກປະດັບປະດາດ້ວຍສິນລະປະລວດລາຍອັນເປັນເອກະລັກຂອງລາວ ທີ່ມີສີສັນງົດງາມ ລວມທັງຮູບປັ້ນນາງກິນນາລີ. ປະຕູໄຊມີຄວາມສູງ 49 ແມັດ ດັ່ງນັ້ນ ນັກທ່ອງທ່ຽວທີ່ມາທ່ຽວຊົມຈຶ່ງສາມາດຂຶ້ນໄປສູ່ສຸດ ເພື່ອຊົມທິວທັດອັນສວຍງາມຂອງຕົວເມືອງໃນ ນະຄອນຫລວງວຽງຈັນ. ຢູ່ບໍລິເວນດ້ານລຸ່ມ ກໍເປັນເດີນກວ້າງ ປະກອບໄປດ້ວຍອ່າງນ້ຳພຸ, ດອກໄຟສີ ແລະ ດອກໄມ້ຫລາຍສະນິດ-ຫລາຍແນວພັນ ທີ່ສົ່ງກິ່ນອັນຫອມຫວນ ແລະ ສີສັນສົດໃສຕະການຕາ. ດ້ອຍເຫດນີ້ ປະຕູໄຊ ຈຶ່ງເປັນອີກສະຖານທີ່ທ່ອງທ່ຽວໜຶ່ງ ທີ່ລືຊື່ໃນນະຄອນຫລວງວຽງຈັນ ກໍຄືໃນປະເທດລາວເຮົາ ເຊິ່ງສາມາດດຶງດູດນັກທ່ອງທ່ຽວເປັນຈຳນວນຫລວງຫລາຍໃຫ້ເຂົ້າມາທ່ຽວຊົມ ແລະ ຖ່າຍຮູບເກັບພາບໄວ້ເປັນທີ່ລະນຶກ ເພື່ອສະແດງໃຫ້ຮູ້ວ່າໄດ້ເດີນທາງມາຮອດ ນະຄອນຫລວງວຽງຈັນແລ້ວ. (ທ່ານສາມາດຂຶ້ນໄປຊົມດ້ານເທິງຂອງປະຕູໄຊໄດ້ທຸກມື້ເວລາ 8:00 - 16:00 ໂມງ).
https://mict.gov.la/
ໂຮງກາຍະສິນ
ໂຮງກາຍະສິນ ຖືກສ້າງຂຶ້ນໃນປີ 1986 ຢູ່ທີ່ຖະໜົນເຈົ້າອານຸວົງ, ບ້ານສະຫວ່າງ, ເມືອງຈັນທະບູລີ. ສະຖານທີແຫ່ງນີ້ ມີຊື່ສຽງຫລາຍ ແລະ ເປັນທີ່ນິຍົມສຳລັບຈັດການສະແດງ ທາງດ້ານກາຍະສິນຍັງຖືກໃຊ້ເຂົ້າໃນການສະແດງສິນລະປະ-ວັນນະຄະນະດີຕ່າງໆ (ຮອງເພັງ, ຂັບ-ລຳ ແລະ ຟ້ອນ), ລະຄອນ, ການແຂ່ງຂັນສົກມວຍ ແລະ ກິດຈະກຳອື່ນໆ ເນື່ອງໃນວັນສຳຄັນຂອງຊາດ, ເຊິ່ງຈະມີການໂຄສະນາ-ປະຊາສຳພັນໃຫ້ທ່ານຮັບຊາບລ່ວງໜ້າກ່ຽວກັບວັນ, ເວລາ ແລະ ລາຍການສະແດງຜ່ານທາງໂທລະພາບ, ວິທະຍຸ ຫລື ໜັງສືພິມ.
https://mict.gov.la/
ວັດສີເມືອງ
ວັດສີເມືອງ ເປັນບ່ອນຕັ້ງຂອງເສົາຫລັກເມືອງ ຢູ່ເຂດບ້ານສີເມືອງ, ເມືອງ ຈັນທະບູລີ ເຊິ່ງມີປະຫວັດອັນເກົ່າແກ່ ທີ່ເລົ່າຂານສືບຕໍ່ກັນມາວ່າ ໃນສະໄໝກ່ອນ ຕອນທີ່ຊາວເມືອງພວມເຮັດພິທີປັກຫລັກເມືອງຢູ່ນັ້ນ ມີແມ່ຍິງຄົນໜຶ່ງຊື່ວ່າ ນາງ ສີ ເຊິ່ງກຳລັງຖືພາໄດ້ສະຫລະຊີບໂດດລົງໄປໃນຂຸມນັ້ນ, ນາງໄດ້ຖືກຝັງໄປພ້ອມຫລັກເມືອງ ແລະ ກາຍເປັນຜີຫລັກເມືອງ ຈຶ່ງເປັນທີ່ມາຂອງຊືວັດສີເມືອງແຫ່ງນີ້. ຍ້ອນວ່າວັດສີເມືອງເປັນສະຖານທີ່ສັກສິດ ຈຶ່ງໄດ້ກາຍເປັນທີ່ເພິ່ງທາງໃຈໃຫ້ແກ່ຊາວລາວ ແລະ ເປັນສະຖານທີ່ ທີ່ຊາວຕ່າງຊາດໃຫ້ຄວາມສົນໃຈເຂົ້າມາສຶກສາ ແລະ ທ່ຽວຊົມເປັນຈຳນວນຫຼວງຫຼາຍ. ປັດຈຸບັນ, ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ພາກັນເຂົ້າມາສັກກະລະບູຊາ-ກາບໄຫວ້ວັດສີເມືອງທຸກໆມື້ ໂດຍສະເພາະວັນອັງຄານ ແລະ ວັນສິນ ຄົນສ່ວນໃຫຍ່ ແມ່ນມັກມາຂໍພອນ, ເສຍເຄາະ ບູຊາໂຊກ, ມາບະ-ມາບົນນຳເຈົ້າແມ່ສີເມືອງ ໃນສິ່ງທີ່ຕົນປາດຖະໜາ ແລະ ເມື່ອສົມຫວັງແລ້ວກໍມາແກ່ບະຢູ່ທີ່ນີ້ ຕາມຄວາມເຊື່ອຂອງແຕ່ລະຄົນ. ທຸກໆປີໃນມື້ຂຶ້ນ 15 ຄ່ຳເດືອນ 12 ຂອງລາວ ເຊິ່ງກົງກັບມື້ບຸນນະມັດສະການພະທາດຫລວງ ຈະມີພິທີແຫ່ປະສານເຜິງ ເຊິ່ງເລີມຕົ້ນແຮ່ຈາກວັດສີເມືອງແຫ່ງນີ້ໄປຫາ ພຣະທາດຫລວງວຽງຈັນ. ວັດສີເມືອງເປີດໃຫ້ຄົນເຂົ້າທ່ຽວຊົມ ແລະ ກາບໄຫວ້ບູຊາທຸກມື້ ຕັ້ງແຕ່ຕອນເຊົ້າມືດຈົນເຖິງຄ່ຳ.
https://mict.gov.la/
ຫໍຫລັກເມືອງ
ຫໍຫລັກເມືອງ ກົງກັນຂ້າມກັບວັດສີເມືອງ ແມ່ນຫໍຫລັກເມືອງ ເຊິ່ງເປັນບ່ອນປົກປັກຮັກສາຮ່ອງຮອຍມໍຣະດົກທາງປະຫວັດສາດທີ່ຖືກຄົ້ນພົບຢູ່ສະຖານທີ່ແຫ່ງນີ້ ໂດຍນັກບູຮານະຄະດີໄດ້ທຳການຄົ້ນຄວ້າວິໃຈແລ້ວພົບວ່າ ວັດຖຸບູຮານນີ້ແມ່ນເປັນວັດຖຸທີ່ປະກອບເຂົ້າໃນພິທີການກໍ່ສ້າງເສົາຫລັກເມືອງວຽງຈັນໃນສະໄໝກ່ອນ ໂດຍໄດ້ພົບຫີນຫລັກເມືອງຈຳນວນ473 ຫລັກ ສ່ວນໃຫຍ່ຟອກດ້ວຍຄຳປິວ ແລະ ແກະສະຫລັກເປັນລວດລາຍງົດງາມ. ສິ່ງທີ່ສຳຄັນທີ່ສຸດແມ່ນເພິ່ນໄດ້ຄົ້ນພົບສີລາຈາລຶກ ໜຶ່ງແຜ່ນທີ່ໄດ້ລະບຸເລີກຍາມກົງກັບມື້ວັນຈັນ, ແຮມ 10 ຄ່ຳເດືອນ 3, ຈສ 901 ປີກຸນ ປີກັດໃຄ້ ເຊິ່ງກົງກັບວັນທີ 16 ກຸມພາ ຄສ 1540 ຣາຊະການຂອງພະເຈົ້າໂພທິຊະຣາຊ ເຊິ່ງເປັນບິດາຂອງເຈົ້າໄຊຍະເຊດຖາທິຣາຊ. ກຸ່ມຫີນຫລັກເມືອງດັ່ງກ່າວຖືກຈັດວາງໄວ້ເປັນ 3 ກຸ່ມຫ່າງກັນປະມານ 1,5 ແມັດ ແລະ ຫໍຫລັກເມືອງທີ່ຫາກໍ່ສ້າງຂຶ້ນມາໃໝ່ນີ້ແມ່ນກວມເອົາຫິນເສມາທັງ 3 ກຸ່ມ ແລະ ຕັ້ງຢູ່ບ່ອນເກົ່າແຕ່ເດີມເພື່ອເປັນການຮັກສາຄວາມໝາຍອັນສັກສິດທີ່ບັນພະບູລຸດໄດ້ກຳນົດໄວ້ ແລະ ປະຕິບັດຕາມຮີດເກົ່າຄອງເດີມທີ່ມີມາແຕ່ບູຮານ.
https://mict.gov.la/
ຫໍພະແກ້ວ
ຫໍພະແກ້ວ ຕັ້ງຢູ່ເຂດ ບ້ານຊຽງຍືນ, ເມືອງຈັນທະບູລີ, ກົງກັນຂ້າມກັບ ວັດສີສະເກດ ແລະ ໄກ້ກັບພະຣາຊະວັງເກົ່າ (ຫໍຄຳ) ເຊິ່ງປະຈຸບັນເປັນສຳນັກງານປະທານປະເທດ. ສະໄໝກ່ອນ ຫໍພຣະແກ້ວ ຕັ້ງຢູ່ພາຍໃນວັດເກົ່າແກ່ໃນເຂດພຣະຣາຊະວັງ ຖືກສ້າງຂຶ້ນໂດຍພະເຈົ້າໄຊຍະເຊດຖາທິລາຊ ໃນລະຫວ່າງປີ ຄສ 1565-1779 ເຊິ່ງເປັນບ່ອນປະດິດສະຖານຂອງ “ພຣະແກ້ວມໍຣະກົດ” ເຖິງແມ່ນວ່າໃນປະຈຸບັນຈະບໍ່ມີພະແກ້ວມໍຣະກົດແລ້ວ ອັນເນື່ອງມາຈາກເຫດການທາງປະຫວັດສາດທີ່ຜ່ານມາ, ແຕ່ຫໍພະແກ້ວກໍຍັງຄົງເປັນທີສັກກະລະບູຊາຂອງຊາວລາວ ຍ້ອນເປັນແຫລ່ງຮວບຮວມວັດຖຸບູຮານອັນສຳຄັນ ແລະ ລ້ຳຄ່າເປັນຕົ້ນແມ່ນ ພະພຸດທະຮູບປາງຕ່າງໆ ທີ່ຫລໍ່ຈາກທອງແດງ, ສີລາຈາກລຶກ ແລະ ອື່ນໆເມື່ອຍ່າງເລາະຊົມບໍລິເວນພາຍໃນສະຖາປັດຕະຍະກຳອັນສວຍງາມນີ້ ທ່ານຈະຮູ້ສຶກໄດ້ເຖິງຄວາມສະຫງົບຮົ່ມເຢັນທີ່ແຕກຕ່າງຈາກບ່ອນອື່ນໆ. ຫໍພຣະແກ້ວເປີດໃຫ້ເຂົ້າທ່ຽວຊົມທຸກມື້ ເວລາ 8:00-17:00 ໂມງ.
https://mict.gov.la/
ວັດສີສະເກດ
ວັດສີສະເກດ ເປັນວັດທີ່ມີຄວາມສຳຄັນທາງປະຫວັດສາດ ເພາະວ່າເປັນວັດດຽວ ທີ່ລອດພົ້ນຈາກການຈູດເຜົາທຳລາຍຂອງສັກດີນາຕ່າງດ້າວ ທີ່ມາຮຸກຮານລາວ ໃນລະຫວ່າງປີ ຄສ 1827-1828. ວັດສີສະເກດໄດ້ຖືກສ້າງຂຶ້ນໃນປີ ຄສ 1818 ໂດຍການນຳພາຂອງເຈົ້າອານຸວົງ, ກະສັດອົງສຸດທ້າຍ ຂອງຣາຊະວົງວຽງຈັນ ແລະ ມີຄວາມພິເສດທີ່ສຸດ ເນື່ອງຈາກວ່າ ເປັນວັດທີ່ບັນຈຸຫໍໄຕປີດົກ, ກຸດຕິຂອງເຈົ້າເພັດຊະຣາຊ ແລະ ຢູ່ຕາມຝາດ້ານໃນຂອງສິມ ກໍ່ມີຮູບແຕ້ມລວດລາຍງົດງາມ. ບໍລິເວນວັດ ມີກົມມະລຽນອ້ອມສີ່ດ້ານ, ແຕ່ລະດ້ານ ມີພຣະພຸດທະຮູບນ້ອຍທີ່ເຮັດດ້ວຍປະທາຍເພັດ ລວມມີ 120 ອົງ. ສ່ວນຢູ່ຂ້າງອຸໂບສົດມີພຣະພຸດທະຮູບປະທານອົງໃຫຍ່ອັນສັກສິດ, ຢູ່ຂ້າງກ້ຳຊ້າຍ ແລະ ຂວາຂອງພຣະປະທານ ກໍມີພຣະພຸດທະຮູບທອງຫລໍ່ ປາງຫ້າມຍາດ 2 ອົງ ເຊິ່ງເຈົ້າອານຸວົງ ໄດ້ສ້າງໄວ້ເທົ່າກັບເລົ່າຄີງຂອງເພິ່ນເອງ. ນອກນັ້ນ ຢູ່ຕາມຊ່ອງຝາດ້ານໃນສິມ ກໍຍັງມີພຣະພຸດທະຮູບອົງນ້ອຍໆ ລວມທັງໝົດ 2052 ອົງ ເຊິ່ງໃນນັ້ນເຮັດດ້ວຍເງິນບຸ 276 ອົງ. (ເວລາເປີດໃຫ້ເຂົ້າທ່ຽວຊົມແມ່ນເລີ່ມແຕ່ 8:00-17:00 ໂມງ ຂອງທຸກໆມື້)
https://mict.gov.la/
ແຂວງ ຜົ້ງສາລີ
ແຫຼ່ງທ່ອງທ່ຽວທໍາມະຊາດອ່າງເກັບນ້ຳເຂື່ອນໄຟຟ້ານໍ້າອູ 6.
ອ່າງເກັບນ້ຳ ໄຟຟ້ານໍ້າອູ 6 ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອຂອງ ແຂວງຜົ້ງສາລີ ຫ່າງຈາກເທດສະບານແຂວງປະມານ 35 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດແຫ່ງໜຶ່ງທີ່ມີຄວາມສວຍງາມທາງທິວທັດທຳມະຊາດ, ຄວາມອຸດົມສົມບູນຂອງສັດນາໆພັນໃນພື້ນນໍ້າ ແລະ ມີໝູ່ບ້ານປະຊາຊົນບັນດາເຜົ່າທີ່ອາໄສຕາມໜ້າອ່າງ; ດັ່ງນັ້ນທາງພະແນກ ຖວທ ແຂວງ ແລະ ຫ້ອງການ ຖວທ ເມືອງຜົ້ງສາລີ ໄດ້ວາງແຜນເພື່ອພັດທະນາ ການທ່ອງທ່ຽວໃນຂົງເຂດນີ້ໂດຍອີງໃສ່ 6 ທາງອອກຂອງແຂວງຜົ້ງສາລີ ແລະ ໃນນັ້ນກໍ່ປະຕິບັດຕາມທາງອອກທີ່ 5 ຫັນການທ່ອງທ່ຽວເປັນອຸດສາຫະກຳ ໃນນີ້ກໍ່ເພື່ອສ້າງກິດຈະກໍາໃຫ້ພາກສ່ວນຜູ້ປະກອບການ ບໍລິການຮ້ານອາຫານ, ການປະມົງ, ການບໍລິການຂີ່ເຮືອຊົມພາບທິວທັດ ໜ້າເຂື່ອນ ແລະ ສ້າງບ້ານໃກ້ຄຽງໃຫ້ເປັນບ້ານໂຮມສະເຕ (Home stay) ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະໄປທ່ຽວຊົມ ແລະ ພັກແຮມ, ໃນນີ້ ກໍ່ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ເສີມໃຫ້ແກ່ຊຸມຊົນໂດຍກົງ. ຂະນະດຽວກັນນີ້, ກໍໄດ້ກໍ່ສ້າງພື້ນຖານໂຄງລ່າງ ເພື່ອສ້າງສິ່ງອຳນວຍຄວາມສະດວກດ້ານການບໍລິການຕິດພັນກັບຄວາມອຸດົມສົມບຸນທາງດ້ານຊັບພະຍາກອນທຳມະຊາດ ແລະ ວັດທະນະທຳ ອັນດີງາມຂອງປະຊາຊົນບັນດາເຜົ່າ ອັນໄດ້ເຮັດໃຫ້ວຽກງານການທ່ອງທ່ຽວ ນັບມື້ມີທ່າຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ ເປັນທີ່ດຶງດູດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວອ່າງເກັບນ້ຳໄຟຟ້ານໍ້າອູ 6 ນັບມື້ນັບຫຼາຍຂຶ້ນ, ໃນນີ້ ໜ້າເຂື່ອນມີຮ້ານອາຫານ ແລະ ຮ້ານກິນດື່ມ 3 ແຫ່ງ ພ້ອມທັງມີເຮືອບໍລິການຂົນສົ່ງນຳພ້ອມ, ບັນດາທຸລະກິດເຫລົ່ານີ້ ແມ່ນທຸລະກິດແບບຄອບຄົວ ບໍລິການແບບປະຖົມປະຖານ ເຊິ່ງສາມາດຮັບຮອງນັກທ່ອງທ່ຽວໄດ້ໂດຍພື້ນຖານ.
https://mict.gov.la/
ສວນຊາຫຼັກ 4 (ບ້ານ ສາຍລົມ).
ສວນຊາສາຍລົມ (ຫຼັກ 4) ມີທີ່ຕັ້ງຢູ່ທິດເໜືອຂອງເທດສະບານເມືອງຜົ້ງສາລີ ຕັ້ງຢູ່ບ້ານສາຍລົມ ຫ່າງຈາກເທດສະບານປະມານ 4 ກິໂລແມັດ ເປັນສວນຊາສະນິດນ້ອຍ, ເຊິ່ງເປັນສວນຊາທີມີຄວາມສວຍງາມດ້ວຍການຕັດຕົກແຕ່ງເປັນຖັນແຖວສວຍງາມເປັນໜ້າທ່ຽວຊົມ, ສວນຊາມີເນື້ອທີ່ທັງໝົດ 22 ເຮັກຕາ, ມີຕົ້ນຊາປະມານ 8,800 ຕົ້ນ, ມີອາຍຸ 15-16 ປີ.
https://mict.gov.la/
ຕົວເມືອງເກົ່າຜົ້ງສາລີ (ບ້ານຜົ້ງສາລີ ແລະ ບ້ານຕະຫຼາດວິໄລ).
ເມືອງຜົ້ງສາລີ ຕັ້ງຢູ່ໃຈກາງເທດສະບານຂອງແຂວງ ເຊິ່ງເປັນໜຶ່ງໃນ 7 ເມືອງ ຂອງແຂວງຜົ້ງສາລີ. ແຂວງຜົ້ງສາລີເວົ້າລວມເວົ້າສະເພາະ ເທດສະບານເມືອງຜົ້ງສາລີ ມີທ່າແຮງທາງດ້ານທີ່ຕັ້ງພູມສາດ ເປັນທາງຜ່ານ ເຂົ້າ-ອອກ ປະເທດ ສສ ຫວຽດນາມ, ສປ ຈີນ ແລະ ອອກສູ່ແຂວງອຸດົມໄຊ ເຖິງນະຄອນຫຼວງວຽງຈັນ. ນອກນັ້ນ ຍັງມີວັດທະນະທໍາ ຮີດຄອງປະເພນີອັນຫຼາກຫຼາຍຂອງບັນດາເຜົ່າ ເຊິ່ງເປັນເອກະລັກອັນສະເພາະຂອງຕົນ, ມີທັດສະນິຍະພາບທີ່ສວຍງາມ, ມີພູຜາປ່າດົງທີ່ຕຶບໜາ, ມີພູສູງທີ່ສາມາດແນມເຫັນທີວທັດທໍາມະຊາດ, ຕົວເມືອງ ແລະ ໝູ່ບ້ານນ້ອຍໃຫຍ່ ທີ່ຢັ່ງຍາຍຢູ່ຕາມເປີ້ນພູ ແລະ ຮ່ອມພູ, ມີອາກາດທີ່ສົດຊື່ນ, ມີວັດຖຸບູຮານ, ປູສະນິຍະຖານທີ່ເກົ່າແກ່ເຊັ່ນ: ພູຟ້າ, ສວນຊາ 400 ປີ, ສວນຊາສາຍລົມ, ໝູ່ບ້ານຊົນເຜົ່າ ແລະ ອື່ນໆ... ສິ່ງເຫຼົ່ານັ້ນແມ່ນໄດ້ສ້າງແຮງດຶງດູດ ແລະ ຈູງໃຈ ເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເມືອງຜົ້ງສາລີ ນັບມື້ຫຼາຍຂຶ້ນ.
https://mict.gov.la/
ແຫຼ່ງທ່ອງທ່ຽວພູຟ້າ.
ພູຟ້າ ແມ່ນມິ່ງຂວັນເມືອງ ຂອງຊາວເມືອງຜົ້ງສາລີ, ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອຂອງຕົວເມືອງຜົ້ງສາລີ, ມີຄວາມສູງຈາກລະດັບນໍ້າທະເລ 1,625 ແມັດ, ມີຂັ້ນໄດຍ່າງແຕ່ຕີນພູຫາຈອມພູ 863 ຂັ້ນ ເຊິ່ງຢູ່ເທິງຈອມພູ ເປັນຈຸດຊົມວິວຂອງເທດສະບານເມືອງຜົ້ງສາລີ, ຊົມຕາເວັນຕົກ ແລະ ທະເລໝອກໃນຍາມເຊົ້າ, ພູຟ້າມີເນື້ອທີ່ທັງໝົດ 200 ເຮັກຕາ, ເປັນພູທີ່ອຸດົມສົມບູນໄປດ້ວຍປ່າໄມ້ດົກໜາ ແລະ ພືດພັນຫຼາຍສິ່ງຫຼາຍຢ່າງ ທັງເປັນພື້ນທີ່ອາໄສຂອງສັດປ່ານາໆສະນິດ, ໃນຂົງເຂດພູຟ້າມີເສັ້ນທາງສັນຈອນສະດວກດ້ວຍທາງເປຕົງ ແລະ ມີສະຖານທີ່ພັກຜ່ອນກວ້າງຂວາງ ເໝາະສົມແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທີ່ຈະມາສໍາພັດ ແລະ ທ່ຽວຊົມ ເພື່ອພັກຜ່ອນຍ່ອນອາລົມ ແລະ ສູບເອົາອາກາດບໍລິສຸດ.
https://mict.gov.la/
ສວນຊາ 400 ປີ.
ບ້ານກໍແມນ (ບ້ານລຸງຈິ້ງ) ເປັນບ້ານໜຶ່ງທີ່ຂື້ນກັບເມືອງຜົ້ງສາລີ, ມີໄລຍະທາງຈາກເທດສະບານເມືອງ 15 ກມ ເປັນບ້ານທີ່ມີປະຫວັດການປູກຊາລ້ຽງຊີບມາແຕ່ດຶກດໍາບັນ, ຕາມການເລົ່າຂອງຄົນເຖົ້າແກ່ອາວຸໂສຂອງບ້ານໃຫ້ຮູ້ວ່າ: ບ້ານກໍແມນນັບແຕ່ສ້າງຕັ້ງບ້ານແມ່ນມີອາຍຸປະມານ 400 ກວ່າປີ ແລ້ວ ແລະ ຕົ້ນຊາ ຊາວບ້ານກໍ່ໄດ້ປູກຕັ້ງແຕ່ເລີ່ມຕັ້ງບ້ານ ສະນັ້ນຊາວບ້ານຈຶ່ງເອີ້ນຊານີ້ວ່າ ຊາ 400 ປີ, ປະຈຸບັນຊາວບ້ານໄດ້ຖືການປູກຊາ ແລະ ຂາຍຊາເປັນອາຊີບຫຼັກ, ພາຍໃນບ້ານມີເນື້ອທີ່ສວນຊາ 32.25 ເຮັກຕາ, ມີກົກຊາທັງໝົດ 48,373 ກົກ ແລະ ເປັນຊາປູກທີ່ມີອາຍຸແກ່ທີ່ສຸດໃນ ສປປ ລາວ.
https://mict.gov.la/
ແຂວງ ຫຼວງນ້ຳທາ
ປ່າສະຫງວນແຫ່ງຊາດນໍ້າຫ້າ.
ປ່າສະຫງວນແຫ່ງຊາດນ້ຳຫ້າ, ມໍລະດົກອາຊຽນ, ມີສັດລ້ຽງລູກດ້ວຍນ້ຳນົມ 38 ຊະນິດ ແລະ ມີສັດປ່າທີ່ຫາຍາກ ຈຳນວນ 22 ຊະນິດ. ປ່າສະຫງວນແຫ່ງຊາດນໍ້າຫ້າ ເປັນປ່າໄມ້ເຂດຮ້ອນ, ມີຄວາມຕຶບໜາ. ຄາດວ່າປະມານ 30% ຂອງເນື້ອທີ່ປ່າສະຫງວນ ຍັງເປັນປ່າດົງດິບ ແລະ 60% ເຄີຍຖືກຖາງ. ແຕ່ປະຈຸບັນ ໄດ້ກາຍມາ ເປັນປ່າໄມ້ທຳມະຊາດ ທີ່ເຕັມໄປດ້ວຍໄມ້ຫຼາຍຊະນິດ. 10 % ຂອງເນື້ອທີ່ ໄດ້ປ່ຽນເປັນດິນກະສິກຳ. ປ່າສະຫງວນແຫ່ງຊາດນ້ຳຫ້າ ຖືກແບ່ງເປັນ 3 ເຂດຄື: ເຂດຫວງຫ້າມເດັດຂາດ, ເຂດນຳໃຊ້ ເພື່ອການເກັບກູ້ເຄື່ອງປ່າຂອງດົງ ແລະ ເຂດເຮັດການກະສິກຳສຳລັບຊາວບ້ານ ຈຳນວນ 104 ບ້ານ ທີ່ດຳລົງຊີວິດ ຢູ່ໃນບໍລິເວນປ່າສະຫງວນ. ສັດປ່າທຸກຊະນິດມີການຫລຸດລົງ ຍ້ອນມີການລ່າເນື້ອ ແລະ ການຄ້າຂາຍສັດປ່າ. ຕົກມາໃນປີ 1999 ອົງການທ່ອງທ່ຽວແຫ່ງຊາດ ໄດ້ສົມທົບກັບຫ້ອງການທ່ອງທ່ຽວແຂວງຫລວງນ້ຳທາ ໂດຍໄດ້ຮັບການສະໜັບສະໜູນ ທຶນຊ່ວຍເຫຼືອລ້າ ຈາກປະເທດນິວຊີແລນ ໄດ້ເຂົ້າມາພັດທະນາການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມ ໃນນາມໂຄງການທ່ອງທ່ຽວອະນຸລັກນ້ຳຫ້າ, ໂດຍຜ່ານໄລຍະເວລາການພັດທະນາເປັນ 3 ປີ, ຈົນສ້າງຊື່ສຽງ ແລະ ກາຍເປັນຕົວແບບຂອງການພັດທະນາການທ່ອງທ່ຽວຢູ່ປະເທດລາວ ຈົນມາຮອດທຸກມື້ນີ້.
https://mict.gov.la/
ແຫຼ່ງທ່ອງທ່ຽວບ້ານນ້ຳດີ, ເມືອງຫຼວງນ້ຳທາ.
ບ້ານນ້ຳດີ ຫ່າງຈາກເທດສະບານແຂວງ ພຽງ 7 ກິໂລແມັດ, ຕາດນີ້ ຊາວບ້ານໄດ້ຄົ້ນພົບປີ 1995, ຈາກນັ້ນ ບ້ານກໍ່ພາກັນອະນາໄມອ້ອມສະຖານທີ່ ແລະ ຕັ້ງກຸ່ມບໍລິການນັກທ່ອງທ່ຽວທີ່ເຂົ້າຊົມຕາດນ້ຳດີ ໄດ້ຈ່າຍຄ່າຜ່ານປະຕູເລັກນ້ອຍ ເພື່ອເຂົ້າທ່ຽວຊົມນ້ຳຕົກຕາດ.
ນອກນັ້ນ ຍັງມີຄ່າຝາກລົດຈັກ, ລົດຖີບ ແລະ ລົດໃຫຍ່. ເສັ້ນທາງເຂົ້າເຖິງນ້ຳຕົກຕາດ ມີຄວາມສະດວກສະບາຍ, ໃນແຕ່ລະວັນ ກໍ່ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽວຊົມ. ທາງເຂົ້າຫານ້ຳຕົກ ມີ 2 ເສັ້ນ, ຢູ່ເບື້ອງລຸ່ມຂອງນ້ຳຕົກຕາດ ມີສາລາພັກຜ່ອນ. ນັກທ່ອງທ່ຽວ ສາມາດອາບນ້ຳຢູ່ກ້ອງນ້ຳຕົກຕາດໄດ້. ມີຮ້ານຂາຍເຄື່ອງດື່ມ ແລະ ເຄື່ອງຫັດຖະກຳ ຢູ່ຈຸດບໍລິການເຂົ້າຊົມ. ການເຂົ້າຫາແຫຼ່ງທ່ອງທ່ຽວນີ້ ແມ່ນເຂົ້າໄດ້ທຸກລະດູການ.
https://mict.gov.la/
ນ້ຳຕົກຕາດບ້ານນ້ຳທຸງ.
ນ້ຳຕົກຕາດນ້ອຍນ້ຳທຸງ ຢູ່ເຂດບ້ານນ້ຳແດງ ໄປຕາມເສັ້ນທາງ ແລວເສດຖະກິດເໜືອ-ໃຕ້ ຫ່າງຈາກເທດສະບານແຂວງ ປະມານ 18 ກິໂລແມັດ. ເສັ້ນທາງຫລວງແຫ່ງຊາດນ້ຳທາ - ນາເຕີຍ, ອອກຈາກເສັ້ນທາງໃຫຍ່ ຍ່າງໄປປະມານ 1 ກິໂລແມັດ (ເປັນນ້ຳຕົກຕາດນ້ອຍ ທີ່ຢູ່ໃນຂອບເຂດດິນສວນໄມ້ສັກ, ຕົ້ນຢາງພາລາຂອງປະຊາຊົນ ໃນແຫຼ່ງນີ້ ບໍ່ທັນໄດ້ຮັບການພັດທະນາ ແລະ ຍັງບໍ່ມີສິ່ງອຳນວຍຄວາມສະດວກ).
https://mict.gov.la/
ພະທາດປູມປຸກ.
ພະທາດປູມປຸກ ແມ່ນພະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນ້ຳທາ, ສ້າງຂຶ້ນໃນປີ ຄສ 1628 ເພື່ອເປັນ ສັນຍາລັກ ແຫ່ງມິດຕະພາບ ລະຫວ່າງ ເມືອງຫົວທາ ແລະ ເມືອງຊຽງແສນ. ພະທາດດວງເກົ່າ ໄດ້ຖືກຍົນອາເມລິກາ ຖິ້ມລະເບີດທຳລາຍ ໃນປີ 1966. ປະຈຸບັນ ຍັງມີຮ່ອງຮອຍເສດເຫຼືອຢູ່ຂ້າງພະທາດດວງໃໝ່. ພະທາດປູມປຸກ ຕັ້ງຢູ່ຫ່າງຈາກເທດສະບານແຂວງຫຼວງນ້ຳທາປະມານ 7 ກິໂລແມັດ. ທ່ານສາມາດຂີ່ລົດໂດຍສານ ຫຼື ລົດຖີບໄປເຖິງສະຖານທີ່ດັ່ງກ່າວໄດ້. ປະຈຸບັນ ຍັງບໍ່ທັນມີປ້າຍອະທິບາຍປະຫວັດຄວາມເປັນມາ ຂອງທາດດັ່ງກ່າວ. ບຸນພະທາດປູມປຸກ ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ.
ອິງຕາມປະຫວັດສາດ ເມືອງຫຼວງຫົວທາ ບັນທຶກໄວ້ວ່າ: ມາເຖິງເດືອນ 6 ອອກໃໝ່ 13 ຄ່ຳ ປີ ເປິກສີ ຈສ 990 ຄສ 1628 ກົງກັບປີ ພສ 2171 ແມ່ນພະຍານາແລຕາໄຟ ທີ່ປົກຄອງເມືອງຊ້າຍ ຈັນທະບູລີ ແລະ ພະຍາ ສີສຸໂທທະນະ ທຳມີກະລາຊາ ແຫ່ງເມືອງຊຽງແສນ ໄດ້ຕົກລົງເຫັນດີນຳກັນໄດ້ນຳ ເອົາໄພ່ພົນທັງສອງ ເມືອງມາເມືອງ ຫຼວງຫົວທາ ເພື່ອກໍ່ສ້າງພະທາດຜູກໄມຕີກັນຂຶ້ນ 2 ດວງຄື: ດວງທີ 1 ສ້າງຂຶ້ນຢູ່ເທິງພູ ທາງທິດຕາເວັນຕົກສຽງເໜືອ ຂອງເມືອງຫຼວງຫົວທາ; ພະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພະຍາສີສຸໂທທະນະ ທຳມີກະລາຊາ ເຈົ້າຜູ້ປົກຄອງເມືອງ ຊຽງແສນ ແລະ ຕັ້ງນາມພະທາດດວງນີ້ວ່າ "ພະທາດພູກຸກ ຫຼື ພະທາດພູປຸກ" ແຕ່ມາໃນໄລຍະຕໍ່ມາ ເອີ້ນວ່າ "ພະທາດ ປູມປຸກ ອິນທະລົງກາຣາຊາທະນີ" ມາຈົນເຖິງປະຈຸບັນ. ດວງທີ 2 ແມ່ນສ້າງຂຶ້ນຢູ່ເທີງພູ ທີ່ມີຊື່ວ່າ "ພູຜາສາດ" ຕັ້ງຢູ່ ທາງທິດຕາເວັນອອກສ່ຽງເໜືອ ຂອງເມືອງຫຼວງຫົວທາ, ປະຈຸບັນບໍ່ລິເວນດັງກ່າວ ແມ່ນຫ່າງຈາກບ້ານນ້ຳທຸງ 2 ກິໂລ ແມັດ ພະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພະຍານາແລຕາໄຟ ຜູ້ປົກຄອງເມືອງຊ້າຍຈັນທະບຸລີແຫ່ງອານາຈັກລ້ານຊ້າງ.
https://mict.gov.la/
ວັດຫຼວງຂອນ.
ວັດຫຼວງຂອນ ແມ່ນຕັ້ງຢູ່ໃນບ້ານຫຼວງ, ເມືອງນ້ຳທາ, ແຂວງ ຫຼວງນ້ຳທາ. ຕັ້ງຢູ່ຕິດກັບເສັ້ນທາງຫຼວງ ຈາກເທດສະບານແຂວງ 6 ກິໂລແມັດ. ວັດຫຼວງຂອນ ແມ່ນວັດເກົ່າແກ່ວັດໜຶ່ງ ຢູ່ເມືອງຫຼວງນ້ຳທາ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ ຄສ 1892 ໂດຍເຈົ້າ ຫຼວງກົມມະຈ້າງ ແຫ່ງເມືອງກຸສາວະດີ (ເມືອງເງິນໃຕ້).
ອີງຕາມເອກະສານ ປະຫວັດເມືອງຫຼວງຫົວທາ ຫຼື ເມືອງຫຼວງນ້ຳທາ ເວົ້າວ່າ: ພາຍຫຼັງເມືອງຫຼວງຫົວທາ ກາຍເປັນເມືອງຮ້າງ ໃນສະໄໝການປົກຄອງຂອງ ເຈົ້າໝ່ອມຫຼວງ ໂດຍ ເຈົ້າໝ່ອມນ້ອຍ ຜູ້ເປັນຫຼານຊາຍເຈົ້າໝ່ອມຫຼວງ ເຮັດສົງຄາມຍາດຊິງເອົາ ບັນລັງ ຂອງເຈົ້າໝ່ອມຫຼວງ ໃນປີ ຄສ 1733. ເຮັດໃຫ້ເມືອງຫຼວງຫົວທາ ກາຍເປັນເມືອງຮ້າງ ແລະ ເຈົ້າໝ່ອມຫຼວງ ກໍ່ໄດ້ຍ້າຍໄປຕັ້ງເມືອງໃໝ່ ຊື່ວ່າ "ເມືອງກຸສາວະດີ" (ເມືອງເງິນໃຕ້).
ພາຍຫຼັງເມືອງຫຼວງຫົວທາ ກາຍເປັນເມືອງຮ້າງໄດ້ 158 ປີ. ຈົນຮອດປີ ຄສ 1891 ກໍ່ໄດ້ມີເຈົ້າ ຫຼວງກົມມະຈ້າງ ເຈົ້າຫຼວງເມືອງກຸສາວະດີ (ເມືອງເງິນໃຕ້) ກໍໄດ້ພາຂຸນເສນາອາມາດຈໍານວນໜຶ່ງ ອອກຈາກເມືອງກຸສາວະດີ ມາເຖິງເມືອງຫຼວງຫົວທາ ໄດ້ພັກເຊົາຢູ່ແຄມນ້ຳແງ້ນ (ບໍ່ລິເວນຂົວນ້ຳແງ້ນປະຈຸບັນ) ແລະ ໄດ້ຈັດແຈງບ່ອນທີ່ຈະຕັ້ງເມືອງໃໝ່ ແລ້ວເຈົ້າຫຼວງກົມມະຈ້າງ ກໍ່ໄດ້ກັບຄືນສູ່ເມືອງກຸສາວະດີ ເພື່ອເຕົ້າໂຮມເອົາເຈົ້າຂຸນມູນນາຍ, ບ່າວໄພ່ລາດຊະດອນຈຳນວນ 500 ຄົນ ແລະ ເສນາອາມາດ ຕິດຕາມອາລັກຂາຈຳນວນ 16 ຄົນ ແລະ ເຈົ້ານະຄອນນານ ເດີນທາງມາເມືອງຫຼວງຫົວທາ, ເຈົ້ານະຄອນນານ ຈຶ່ງຈັດເອົາສະກັນ ສົ່ງຫາບສົ່ງຫາມຕາມບ້ານຕໍ່ບ້ານ ຈົນຮອດບ້ານພ້າວກຸດຊຽງຂອງ ແລ້ວມີເຜົ່າລື້ຕິດຕາມມານຳອີກ ແລະ ໄດ້ຂ້າມແມ່ນ້ຳຂອງ ມາຫາບ້ານຫ້ວຍຊາຍ ແລະ ຜ່ານເມືອງຫຼວງພູຄາ ມາຮອດເມືອງຫຼວງຫົວທາ ໃນປີ ຄສ 1892. ຈາກນັ້ນ ຈຶ່ງໄດ້ຕັ້ງອາຮາມ ເຊິ່ງແມ່ນວັດຫຼວງຂອນ; ປະຈຸບັນ ມີສາທຸພໍ່ເຈົ້າຈັນຕະ ເປັນເຈົ້າອະທິການວັດ ແລະ ມີສາມະເນນ 2 ຕົນຄື: ເນນຈັນຍາ ແລະ ເນນນັນຕະ ພ້ອມດ້ວຍມັດສະທາຍົກສອງທ່ານ.
https://mict.gov.la/
ພະທາດຫຼວງນ້ຳທາ.
ຕັ້ງຢູ່ບ້ານໄຊສົມບູນ, ເມືອງ ແລະ ແຂວງຫຼວງນ້ຳທາ, ສ້າງສຳເລັດໃນປີ 2007. ໂດຍການຮ່ວມແຮງຮ່ວມໃຈ ຂອງເຈົ້າສັດທາຈາກປະຊາຊົນຜູ້ມີຈິດໃຈເຫຼື່ອມໃສໃນສາດສະໜາພຸດ ໄດ້ພາກັນສ້າງພະທາດດວງນີ້ຂຶ້ນມາ, ເພື່ອສັກກາລະບູຊາ, ໃນທຸກໆປີ ລະຫວ່າງເດືອນກຸມພາ ເພິ່ນຈະຈັດງານສະຫຼອງພະທາດຫລວງນ້ຳທາຂຶ້ນ ຢູ່ບໍລິເວນພະທາດຫຼວງນ້ຳທາ ໃນງານດັ່ງກ່າວ ມີການຄົບງັນເຄື່ອງອັດທະຂອງເຈົ້າສັດທາ, ມີການວາງສະແດງຜະລິດຕະພັນທ້ອງຖິ່ນ, ທ່ານສາມາດເຂົ້າຫາແຫຼ່ງທ່ອງທ່ຽວດັ່ງກ່າວ ໄດ້ຢ່າງສະດວກສະບາຍ ແລະ ຈາກຈຸດດັ່ງກ່າວ ທ່ານສາມາດຊົມທິວທັດເທດສະບານແຂວງຫຼວງນ້ຳທາ ໄດ້ຢ່າງສວຍງາມ.
https://mict.gov.la/
ນ້ຳຕົກຕາດນ້ຳແກ້ວ ເມືອງສິງ.
ແຫຼ່ງທ່ອງທ່ຽວນ້ຳຕົກຕາດແຫ່ງນີ້ ຖືກສຳຫລວດ ແລະ ຄົ້ນພົບໂດຍທິມງານວິຊາການຂອງພະແນກທ່ອງທ່ຽວ, ຫ້ອງການທ່ອງທ່ຽວເມືອງຫຼວງນ້ຳທາ ໂດຍທ່ານ ຄຳລຽນ ຕັນຍາແກ້ວໃນປີ 1998. ແຫຼ່ງທ່ອງທ່ຽວນີ້ ຕັ້ງຢູ່ຂອບເຂດຂອງບ້ານນ້ຳແກ້ວ. ດັ່ງນັ້ນ ຊາວບ້ານຈຶ່ງເອີ້ນຕາມຊື່ຂອງບ້ານຄື "ນ້ຳຕົກຕາດນ້ຳແກ້ວ" ບ້ານນ້ຳແກ້ວ ຫ່າງຈາກເທດສະບານເມືອງສິງ 10 ກິໂລແມັດ ແລະ ແຫຼ່ງທ່ອງທ່ຽວນ້ຳຕົກຕາດນ້ຳແກ້ວ ຫ່າງຈາກບ້ານນ້ຳແກ້ວ 10 ກິໂລແມັດ, ຫົນທາງເຂົ້າຫາ ແມ່ນເສັ້ນທາງຍ່າງໄປໄຮ່ຂອງຊາວບ້ານ, ນ້ຳຕົກຕາດນີ້ ມີລັກສະນະ ເປັນນ້ຳຕົກຜ່ານຫີນຊັນຫລາຍໆຊັ້ນ, ຈະເບິ່ງງາມ ແມ່ນລະດູຝົນນ້ຳຫລາຍ, ອ້ອມຮອບບໍລິເວນນ້ຳຕົກຕາດ ຍັງມີທຳມະຊາດ ແລະ ໝູ່ບ້ານຊົນເຜົ່າ ເປັນຕົ້ນເຜົ່າອາຄາ ທີ່ຍັງມີວິຖີການດຳລົງຊີວິດແບບດັ່ງເດີ່ມ. ດັ່ງນັ້ນ ໜ່ວຍງານບໍລິການທ່ອງທ່ຽວ ຈິ່ງສ້າງເສັ້ນທາງຍ່າງປ່າຊົມທຳມະຊາດ ແລະ ວັດທະນະທຳຊົນເຜົ່າ. ທ່ານສາມາດຍ່າງເຂົ້າໄປທ່ຽວຊົມໄດ້ 2 ວິທີຄື: ໄປທ່ອງທ່ຽວເອງ ໂດຍບໍ່ມີການຈ່າຍຄ່າສິ້ນເປືອງໃດໆ ເພາະວ່າບໍ່ທັນມີສິ່ງອຳນວຍຄວາມສະດວກເທື່ອ ຫຼື ຈະຊື້ລາຍການທ່ອງທ່ຽວ ກັບໜ່ວຍງານບໍລິການທ່ອງທ່ຽວ ທີ່ຕັ້ງຢູ່ເມືອງສິງກໍ່ໄດ້.
https://mict.gov.la/
ແຂວງ ບໍ່ແກ້ວ
ບໍ່ນ້ຳຮ້ອນບ້ານນ້ຳເກິ່ງ ເຊື່ອມຕໍ່ກັບຕາດນ້ຳຢອງ.
ບໍ່ນ້ຳຮ້ອນບ້ານນໍ້າເກິ່ງຕັ້ງຢູ່ ບ້ານນ້ຳເກິ່ງເກົ່າ, ເມືອງຕົ້ນເຜິ້ງ. ບໍ່ນ້ຳຮ້ອນແຫ່ງນີ້ຖືກຄົ້ນພົບ ປີ ຄສ 1960 ມີໄລຍະຫ່າງຈາກເທດສະບານແຂວງໄປທາງທິດເໜືອປະມານ 29 ກິໂລແມັດ ແລະ ຫ່າງຈາກບ້ານນ້ຳເກິ່ງເກົ່າປະມານ 4 ກິໂລແມັດເຂົ້າໄປທາງຫົວນ້ຳຍາວ, ບໍ່ນ້ຳຮ້ອນແຫ່ງນີ້ເປັນອີກບ່ອນໜຶ່ງທີ່ເປັນບໍ່ນ້ຳຮ້ອນທຳມະຊາດ ມີຄວາມຮ້ອນປະມານ 75 - 80 ອົງສາ. ຕາມການໃຫ້ຂໍ້ມູນຂອງ ທ່ານ ຄຳຜິວ ອຸ່ນປະເສີດ ນາຍບ້ານ ບ້ານນໍ້າເກິ່ງເກົ່າ ໄດ້ເວົ້າວ່າ ແຕ່ກ່ອນຜູ້ເຖົ້າຜູ້ແກ່ຢູ່ບ້ານນ້ຳເກິ່ງ (ບ້ານນາ) ໃນສະໄໝນັ້ນ ຊາວບ້ານຫຼາຍຄົນກໍ່ພາກັນຊອກບ່ອນທໍາມາຫາກິນ ເປັນຕົ້ນແມ່ນຊອກຫາດິນນາ ມີຊາວບ້ານຫຼາຍຄົນພາກັນຂຸດເບິ່ງໄປເປັນຈຸດ ເປັນບ່ອນໆທີ່ບໍ່ມີໝາກຫີນຈຶ່ງເອົາບ່ອນນັ້ນເຮັດດິນນາປູກເຂົ້າ ຈົນໄປຮອດບ່ອນນີ້ເຫັນວ່າມີຫີນຫຼາຍຕ່າງບ່ອນອື່ນ ແລະ ຫີນທີ່ຢູ່ທີ່ນັ້ນກໍ່ຮ້ອນ, ນ້ຳກໍ່ຮ້ອນ ແລະ ອອກອາຍຄືກັນກັບເພິ່ນຈູດໄຮ່, ໃນເວລານັ້ນຊາວບ້ານກໍ່ໄດ້ສັງເກດເຫັນວ່າມີສັດປ່າຫຼາຍຊະນິດມາກິນນ້ຳປຸ່ງຮ້ອນແຫ່ງນັ້ນເປັນແມ່ນຕົ້ນ: ກວາງ, ຟານ ແລະ ນົກ, ເມື່ອຂັ້ນເທິງຮູ້ແນວນັ້ນຈຶ່ງປະສານສົມທົບກັບອຳນາດການປົກຄອງບ້ານ ໃຫ້ອະນຸລັກຮັກສາໄວ້ເເປັນແຫຼ່ງທ່ອງທ່ຽວແລ້ວຫ້າມຊາວບ້ານບໍ່ໃຫ້ຂຸດຄົ້ນ ຈົນມາຮອດ ປີ ຄສ 2006 - 2007 ຈຶ່ງໄດ້ສ້າງເປັນແຫຼ່ງທ່ອງທ່ຽວຂອງບ້ານໃຫຍ່ນ້ຳເກິ່ງເກົ່າຈົນເຖິງປັດຈຸບັນນ້ຳຢອງ ມີທີ່ຕັ້ງຢູ່ບ້ານນ້ຳເກິ່ງເກົ່າ, ມີໄລຍະຫ່າງຈາກເທດສະບານແຂວງ ປະມານ 29 ກິໂລແມັດ, ມີເສັ້ນທາງເຂົ້າເຖິງແຕ່ສະດວກປານໃດ, ນ້ຳຕົກຕາດນໍ້າຢອງຖືກຄົ້ນພົບໃນປີ ຄສ 1972 ໃນສະໄໝນັ້ນແມ່ນລະບົບເກົ່າໄດ້ມາສ້າງຊົນລະປະທານ ໂດຍແມ່ນການສົມທົບທຶນຂອງລັດຖະບານ ກັບຊາວບ້ານທັງໝົດເພື່ອສ້າງຝາຍແຫ່ງນີ້ ຕໍ່ມາຈົນຮອດປີ ຄສ 1975 ຊາວບ້ານກໍ່ໄດ້ຊົມໃຊ້ຝາຍນີ້ເຮັດນາແຊງ ແລະ ນາປີ. ໃນ ປີ 1982 ທາງພາກລັດ ໄດ້ມີການສຳຫຼວດ ແລະ ເຫັນວ່າຈຸດນັ້ນມີນ້ຳຕົກຕາດນ້ຳຢອງອັນສວຍສົດງົດງາມກົມກືນຕາມທຳມະຊາດ, ທີ່ມີພູຜາປ່າໄມ້ຂຽວສົດງົດງາມ ຈົນມີຊື່ສຽງໂດ່ງດັງໄປຮອດປະເທດເພື່ອນບ້ານເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ, ຕັ້ງແຕ່ນັ້ນມາປະຊາຊົນບ້ານນ້ຳເກິ່ງເກົ່າກໍ່ໄດ້ອະນຸລັກຮັກສາ ແລະ ສ້າງຕາດແຫ່ງນີ້ໃຫ້ເປັນແຫຼ່ງທ່ອງທ່ຽວຂອງບ້ານຈົນເຖິງປັດຈຸບັນ. ເຊິ່ງໃນປັດຈຸບັນທາງແຂວງໄດ້ມີໂຄງການພັດທະນາບໍ່ນ້ຳຮ້ອນບ້ານນໍ້າເກິ່ງ ແລະ ມີນັກທຸລະກິດຕ່າງປະເທດໃຫ້ຄວາມສົນໃຈຢາກລົງທຶນພັດທະນາເປັນແຫຼ່ງທ່ອງທ່ຽວ ເຊື່ອມຕໍ່ກັບຕາດນ້ຳຢອງ ແລະ ບ້ານ ນ້ຳເກິ່ງເກົ່າ ໃຫ້ກາຍເປັນສະຖານທີ່ບໍລິການດ້ານການທ່ອງທ່ຽວທີ່ຕິດພັນກັບວັດທະນະທຳຮີດຄອງປະເພນີຂອງຊົນເຜົ່າລື້ ເພາະບ້ານນີ້ເປັນບ້ານວັດທະນະທຳ, ມີທັງສິ່ງອຳນວຍຄວາມສະດວກ ແລະ ແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງ ເຊັ່ນ: ພະທາດສຸວັນນະເກິ່ງຄຳ, ຫີນສີວະລິງ, ຮ້ານເຂົ້າຊອຍແຊບບ້ານນໍ້າເກິ່ງ, ຮ້ານຫັດຖະກຳຜ້າຝ້າຍ ລາວ - ລື້ ປ້າບົວພັດ, ຜະລິດຕະພັນສິນຄ້າໂອດັອບ ຕ່າງໆໃຫ້ແກ່ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ທ່ຽວຊື້ທີ່ຫຼາກຫຼາຍ.
https://mict.gov.la/
ດອນປຸ່ງ.
ດອນປຸ່ງ ຕັ້ງຢູ່ບ້ານໃຫຍ່ຫ້ວຍຊາຍໃຕ້ ເຂດໃຈກາງເທດສະບານເມືອງຫ້ວຍຊາຍ ເຊິ່ງເປັນດອນຢູ່ກາງແມ່ນ້ຳຂອງ ມີການເຂົ້າເຖິງທີ່ສະດວກສະບາຍ ດ້ວຍການຂີ່ເຮືອຂ້າມໄປໂດຍໃຊ້ເວລາບໍ່ເກີນ 5 ນາທີ່ເທົ່ານັ້ນ. ເຊິ່ງຕັ້ງແຕ່ສະໄໝປູ່ຍ່າຕາຍາຍຜ່ານມາ ໄດ້ຖືເອົາດອນແຫ່ງນີ້ ເປັນສະຖານທີ່ຈັດກິດຈະກຳບຸນປີໃໝ່ລາວ (ລົງດອນ) ໃນມື້ສັງຂານລ່ວງ ທີ່ປະກອບມີກິດຈະກຳຕົບພະທາດຊາຍ ເພື່ອສັກກາລະບູຊາແມ່ນໍ້າ, ການຂາຍອາຫານການກິນ, ການຫຼິ້ນກິລາພື້ນບ້ານເຊິ່ງເປັນການສືບທອດມາແຕ່ດຶກດຳບັນຈົນເຖິງປັດຈຸບັນ ເມື່ອເຖິງເທດສະການປີໃໝ່ລາວຂອງແຕ່ລະປີ ປະຊາຊົນກໍ່ຈະພາກັນຂີ່ເຮືອຂ້າມໄປດອນ ເພື່ອຕົບທາດ, ມີການປະກວດຕົບທາດຂອງແຕ່ລະບ້ານ, ມີປະຊາຊົນມາຂາຍເຄື່ອງໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ພາກັນມາຫຼິ້ນບໍລິເວນນີ້ເປັນຈຳນວນຫຼາຍ ແລະ ປະຈຸບັນນີ້ ແຂວງໄດ້ກຳນົດເອົາດອນແຫ່ງນີ້ເປັນສະຖານທີ່ຈັດງານປີໃໝ່ 2 ຝັ່ງຂອງ (ຫ້ວຍຊາຍ - ຊຽງຂອງ ຣາຊະອານາ ຈັກໄທ) ເຊິ່ງໄດ້ຈັດຂຶ້ນ 2 ຄັ້ງແລ້ວ ປະກອບມີຫຼາກຫຼາຍກິດຈະກຳຮ່ວມກັນ ເຊັ່ນ: ການສະແດງສິລະປະວັນນະຄະດີສອງຝັ່ງຂອງ, ການຫຼິ້ນກິລາພື້ນເມືອງ (ດຶງເຊືອກ, ປີນເສົານ້ຳມັນ, ຕີມວຍນ້ຳ) ການປະກອບອາຫານພື້ນບ້ານສອງຝັ່ງ, ກິດຈະກຳແຂ່ງຂັນຕົບພະທາດຊາຍ 18 ໝູ່ບ້ານໃນເທດສະບານ, ແຕ່ໃນຕໍ່ໜ້າ ທາງແຂວງກໍ່ໄດ້ມີໂຄງການພັດທະນາດອນປຸ່ງແຫ່ງນີ້ ໃຫ້ກາຍເປັນສະຖານທີ່ພັກຜ່ອນ ແລະ ບໍລິການດ້ານການທ່ອງທ່ຽວແບບຄົບວົງຈອນ ທີ່ມີທັງ ລີສອດ, ເຮືອນພັກ, ຮ້ານຂາຍເຄື່ອງທີ່ລະນຶກ ແລະ ອື່ນໆ ໂດຍແມ່ນການສະເໜີຂໍສຳປະທານຈາກກຸ່ມບໍລິສັດຮ່ວມມືພັດທະນາຫາຍເຊິ່ງ (ຈີນ) ນັ້ນເອງ.
https://mict.gov.la/
ປ່າສະຫງວນແຫ່ງຊາດນ້ຳກ່ານ.
ປ່າສະຫງວນແຫ່ງຊາດນ້ຳກ່ານຕັ້ງຢູ່ ບ້ານຕູບ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫ່າງຈາກເທດສະບານແຂວງໄປທາງທິດໃຕ້ປະມານ 84 ກິໂລແມັດ, ມີເນື້ອທີ່ 136,000 ເຮັກຕາ ນັບແຕ່ເດືອນກັນຍາ 2008 ປ່າສະຫງວນແຫ່ງຊາດນ້ຳກ່ານໄດ້ຖືກປະກາດເປັນປ່າສະຫງວນແຫ່ງທີ່ 21 ຢ່າງເປັນທາງການຂອງ ສປປລາວ. ເຂດປ່າສະຫງວນດັ່ງກ່າວ ກໍ່ເປັນປ່າທີ່ໄດ້ຮັບການຢ້ຽມຢາມຫຼາຍທີ່ສຸດ ໃນການສົ່ງເສີມການນຳໃຊ້ສິ່ງອຳນວຍຄວາມສະດວກ ຄູ່ຮ່ວມງານກາກບອນປ່າໄມ້ (FCPF, Forets Carbon Partnership Facility) ແລະ ແຜນງານ REDD+ ການລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ ຈາກການຕັດໄມ້ທຳລາຍປ່າ ແລະ ການເຮັດໃຫ້ປ່າເຊື່ອມໂຊມ, (Reducing Emissions Deforestation and Forest Degradation)ໃນປີ 2010 ຊີວະນາໆພັນຂອງໂລກ, ບໍລິສັດອະນຸລັກຊີວະນາໆພັນ ເອນີໂມໄດ້ບັນລຸຜົນສຳເລັດດ້ານການປົກປັກຮັກສາປ່າໄມ້, ການທ່ອງທ່ຽວການປູກຕົ້ນໄມ້ ແລະ ການສະໜັບສະໜູນການຫັນກະສິກຳຈາກການເຮັດໄຮ່ມາເປັນການເຮັດນາຄົງທີ່ເພື່ອຮັບປະກັນລະດັບການປົກປັກຮັກສາ ແລະ ສ້າງມູນຄ່າໃຫ້ແກ່ປ່າສະຫງວນໃຫ້ນັບມື້ນັບດີຂຶ້ນ. ການພັດທະນາໂຄງການ Gibbon Experience ໃນປ່າສະຫງວນແຫ່ງຊາດນ້ຳກ່ານ ເຊິ່ງວັດຖຸປະສົງຕົ້ນຕໍແມ່ນເພື່ອປົກປັກຮັກສາຕົ້ນໄມ້ດ້ວຍການພັດທະນາການທ່ອງທ່ຽວແບບທຳມະຊາດ ເພື່ອສາມາດຊ່ວຍປະກອບທຶນສ່ວນໜຶ່ງໃຫ້ແກ່ການປົກປັກຮັກສາຊີວະນາໆພັນໃຫ້ຜົນປະໂຫຍດແກ່ແຂວງບໍ່ແກ້ວ
ໃນປະຈຸບັນດ້ວຍຫຼາຍຮູບແບບໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ໂຄງການໄດ້ສ້າງວຽກງານດ້ານການທ່ອງທ່ຽວ ໃຫ້ປະຊາຊົນເຂດຊົນນະບົດໂດຍຈິດວິນຍານໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ. ໃນເມື່ອກ່ອນຫ້ວຍຊາຍທີ່ພຽງແຕ່ເປັນດ່ານຊາຍແດນໄດ້ກາຍມາເປັນຈຸດໝາຍປາຍທາງການທ່ອງທ່ຽວ, ການສ້າງວຽກເຮັດງານທຳໃນຂະແໜງການທ່ອງທ່ຽວທຳມະຊາດ ແລະ ເພື່ອປົກປັກຮັກສາປ່າໄມ້ເພື່ອຫຼຸດຜ່ອນການຖາງໄຮ່ ແລະ ຈູດປ່າໂດຍບໍລິສັດເປັນສ່ວນປະກອບໜຶ່ງໃນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 6 ຂອງລັດຖະບານລາວ, ເຊິ່ງໄດ້ກ່າວໄວ້ໃນຍຸດທະສາດແຫ່ງຊາດ ເພື່ອພັດທະນາ ແລະ ການລຶບລ້າງຄວາມທຸກຍາກຮອດປີ 2020. ປ່າສະຫງວນແຫ່ງຊາດນ້ຳກ່ານ ໄດ້ຮັບການສຳປະທານຈາກພາກສ່ວນເອກະຊົນໃນການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ໃຫ້ມີຄວາມດຶງດູດໃຈນັກທ່ອງທ່ຽວຫຼາຍຂຶ້ນ ໃນນາມບໍລິສັດອະນຸລັກຊີວະນາໆພັນ (the Gibbon Experience) ຂອງທ່ານ ຊັງຟຣັງຊົວ ເຣີມົວ ເປັນນັກລົງທຶນຊາວຝຣັ່ງເສດ ເປັນຜູ້ບໍລິຫານ ທັງເປັນເຈົ້າຂອງບໍລິສັດ ທີ່ເປັນໂຄງການປູກປ່າ ແລະ ອະນຸລັກສັດປ່າ ມາສຳປະທານໂຄງການຄຸ້ມຄອງຊັບພະຍາກອນທຳມະຊາດຂອງຊຸມຊົນທ້ອງຖິ່ນແບບຄົບວົງຈອນ ໃນເຂດປ່າສະຫງວນແຫ່ງນີ້. ເຊິ່ງນັບແຕ່ປີ 2006 ທີ່ໄດ້ມີການຄົ້ນພົບປ່າສະຫງວນນ້ຳກ່ານ, ມີການລົງສຳຫຼວດ ແລະ ພັດທະນາ ຈົນມາຮອດ ປີ 2008 ປ່າສະຫງວນດັ່ງກ່າວກໍ່ໄດ້ຖືກປະກາດໃຫ້ເປັນປ່າສະຫງວນແຫ່ງຊາດ ແຫ່ງທີ່ 21 ຂອງ ສປປລາວ ໂດຍມີຈຸດປະສົງ ເພື່ອຄຸ້ມຄອງຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ເຮັດໃຫ້ປ່າສະຫງວນແຫ່ງນີ້ ເປັນບ່ອນທີ່ໄດ້ຮັບການຢ້ຽມຢາມຫຼາຍທີ່ສຸດຈາກນັກທ່ອງທ່ຽວ ເພາະໃນນີ້ ມີທັງການຮອງຮັບຄວາມສະດວກໃນການເຂົ້າເຖິງ ແລະ ສິ່ງອຳນວຍຄວາມສະດວກຫຼາຍຢ່າງ ເນື່ອງຈາກປ່າສະຫງວນແຫ່ງຊາດນ້ຳກ່ານ ໄດ້ກາຍເປັນແຫຼ່ງທ່ອງທ່ຽວລະດັບຊາດ ທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມເປັນຈຳນວນຫຼາຍ. ດັ່ງນັ້ນ, ຈຶ່ງໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການສຳປະທານຈາກພາກສ່ວນເອກະຊົນໃນການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວນີ້ ໃຫ້ມີຄວາມດຶງດູດໃຈນັກທ່ອງທ່ຽວຫຼາຍຂຶ້ນ.
https://mict.gov.la/
ເມືອງເກົ່າສຸວັນນະໂຄມຄຳ.
ເມືອງເກົ່າສຸວັນນະໂຄມຄຳຮ້າງຕັ້ງຢູ່ຈຸດຕາເວັນຕົກສຸດຂອງປະເທດລາວ ຄືຫ່າງຈາກເມືອງຫ້ວຍຊາຍໄປທາງທິດຕາເວັນຕົກປະມານ 40 ກິໂລແມັດ ທາງອາກາດ ຫຼື 60 ກິໂລແມັດ ທາງນ້ຳ ໃນຂອບເຂດບ້ານດອນທາດ ເມືອງຕົ້ນເຜິ້ງ, ຫ່າງຈາກເທດສະບານເມືອງຕົ້ນເຜິ້ງປະມານ 5 ກິໂລແມັດ ແລະ ໄລຍະທາງຈາກ ບ້ານດອນທາດ ເຂົ້າສູ່ເມືອງເກົ່າສຸວັນນະໂຄມຄຳແມ່ນ 3 ກິໂລແມັດ, ເວົ້າໄດ້ວ່າເປັນສະຖານທີ່ທີ່ມີຄວາມສະດວກສະບາຍໃນການເດີນທາງເຂົ້າເຖິງ. ຕາມຕຳນານຂອງ ປະເທດສີລັງກາ ທ່ານ ຝຣັ່ງຊິດ ກາເຍ ໄດ້ຂຽນໄວ້ໃນປຶ້ມ “ການສຳຫຼວດແມ່ນ້ຳຂອງ” ຂອງທ່ານໃນສະຕະວັດທີ 19 ໄດ້ເວົ້າໄວ້ວ່າ: ເມືອງເກົ່າສຸວັນນະໂຄມຄຳນັ້ນ ໄດ້ປາກົດຕົວຂຶ້ນໃນສະຕະວັດທີ 5 ຂອງຄຣິສຕະສັງກາດ ແລະ ຕາມຕຳນານນ້ຳຖ້ວມໂລກ ໄດ້ເວົ້າເຖິງພະຍາສີສັດຕະນາກ ທີ່ເກີດເມຶືອງໜອງກະແສແສນຍ່ານ ໄດ້ນຳລີ້ພົນ 7 ໂກດ ທະລຸລົງຕາມລຳນ້ຳຂອງ, ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງໃນໄລຍະຕໍ່ມາ, ນອກນັ້ນ ຍັງຮູ້ອີກວ່າຊາວເມືອງໂພທິສານຫຼວງ (ສີໂຄດຕະບອງ ຫຼື ໂຄຕະປຸລະ) ນັ້ນແມ່ນເຊື້ອສາຍຂອມ. ຕຳນານຍັງບອກໃຫ້ຮູ້ອີກວ່າ: ເມືອງນີ້ໄດ້ມີການເຕີບໃຫຍ່ຂຶ້ນຢ່າງໄວວາ ພຽງແຕ່ 3 ປີເທົ່ານັ້ນກໍ່ມີບ້ານເຮືອນຂອງໄພ່ພົນເຖິງໜຶ່ງແສນຫຼັງ, ຕໍ່ມາເມືອງສຸວັນນະໂຄມຄຳໄດ້ມີການປະພຶດທີ່ບໍ່ຊື່ສັດຕໍ່ພໍ່ຄ້າ ເຊິ່ງເປັນຊາວນາກຫຼວງພະບາງ ອັນເປັນສາເຫດກໍ່ໃຫ້ເກີດຄວາມຜິດຂ້ອງຕ້ອງຖຽງກັນ ພວກເຂົາເຈົ້າຈຶ່ງໄດ້ຍົກລີ້ພົນຂຶ້ນເມືອທຳລາຍເມືອງສຸວັນນະໂຄມຄຳຈົນຮາບກ້ຽງ ເຮັດໃຫ້ຊາວເມືອງແຕກຕື່ນໄປທົ່ວທຸກສາລະທິດ ເຊັ່ນ: ທິດອຸມຸງ, ສີຊັດຊະນາໄລ ແລະ ຫຼວງພະບາງເຫຼົ່ານີ້ເປັນຕົ້ນ.ເມືອງສຸວັນນະໂຄມຄຳແຫ່ງນີ້ນັບໄດ້ວ່າໄດ້ຜ່ານຂະບວນການຖືກທຳລາຍ ແລະ ໄດ້ຮັບການຟື້ນຟູມາຫຼາຍຄັ້ງຫຼາຍຫົນ ພາຍໃຕ້ຊື່ຕ່າງໆກວ່າຈະກາຍມາເປັນສະພາບນະຄອນຮ້າງທີ່ເຫຼືອພຽງຮ່ອງ ຮອຍປະໄວ້, ເຊິ່ງສາມາດຈັດເປັນແຫຼ່ງທ່ອງທ່ຽວລະດັບແຂວງ ທີ່ພາກສ່ວນແຂວງຄຸ້ມຄອງເອງ, ຕາມການສຳຫຼວດໃນເບື້ອງຕົ້ນພົບວ່າມີ 44 ບູຮານສະຖານກໍ່ສ້າງດ້ວຍອິດ ແລະ ປະທາຍ ອັນເປັນພຸດທະສິມມາ, ພະທາດ, ພະພຸດທະຮູບ, ນ້ຳສ້າງ ແລະ ອື່ນໆ ທີ່ຍັງຄົງຫຼົງເຫຼືອຈາກໂຈນປຸ້ນສົມບັດ ທັງໄທ ແລະ ລາວ, ແຕ່ສິ່ງທີ່ຊົງຄວາມງົດງາມສະຫງ່າຕະການ ໃນສະໄໝກ່ອນນັ້ນ ໄດ້ແກ່ພະພຸດທະອົງປາງສະມາທິ ເປັນພະພຸດທະຮູບອົງໃຫຍ່ ທີ່ມີໜ້າຕັກກ້ວາງ 7,10 ແມັດ, ສູງ 7,22 ແມັດ (ບໍ່ນັບຍອດເກດ), ບ່າແຕ່ລະຂ້າງ 1,10 ແມັດ, ດ້ານຂ້າງແຕ່ກະໂພກຫາເຂົ່າ 3,60 ແມັດ ເຊິ່ງນັບວ່າເປັນພະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ໃນຍ່ານອາຊີອາຄະເນ, ນອກນັ້ນ ກໍ່ຍັງມີປູສະນີຍະສະຖານທີ່ຍັງຄົງຫຼົງເຫຼືອຢູ່ຈຳນວນໜຶ່ງ ສັນນິຖານໄດ້ວ່າແມ່ນມາຈາກຍຸກຂອງນະຄອນຊຽງແສນເປັນສ່ວນໃຫຍ່, ເປັນຕົ້ນແມ່ນ ໃນສະໄໝເຈົ້າໄຊຍະເສດຖາທິຣາດ ເຊິ່ງພະອົງໄດ້ໃຫ້ການສະຖາປະນາ, ບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມ ຕາມຝັ່ງແມ່ນ້ຳຂອງ ແລະ ຕໍ່ມາ ກໍ່ໄດ້ຖືກພັງທະລາຍລົງ ໂດຍການຮຸກຮານຂອງກອງທັບພະມ້າ ຫຼົງເຫຼືອໄວ້ພຽງແຕ່ຮ່ອງຮອຍປະຫວັດສາດໃຫ້ແກ່ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນຕໍ່ໄປ ທັງເປັນສະຖານທີ່ອະນຸລັກ ແລະ ຫວງຫ້າມ, ເປັນອຸທິຍານບ່ອນສຶກສາຫາຄວາມຮູ້ ບ່ອນທ່ອງທ່ຽວ ແລະ ພັກຜ່ອນຍ່ອນອາລົມຂອງນັກຄົ້ນຄວ້າ, ນັກສຶກສາ, ນັກນິຍົມຂອງເກົ່າ ແລະ ສະຫງວນວັດທະນາທຳທີ່ຫຼາກຫຼາຍ ກໍ່ຄືທຳມະຊາດທີ່ສ່ວຍງາມປອດໂປ່ງ ແລະ ບໍ່ໄກຈາກປູຊະນີຍະສະຖານແຫ່ງນີ້ ກໍ່ມີສິງດຶງດູດໃຈທ່ານຜູ້ມາຢາມທີ່ນີ້ບໍ່ໜ້ອຍ ນັ້ນຄື: ບໍ່ນ້ຳຮ້ອນ, ຮ່ອງຮອຍອາດີດສາມຫຼ່ຽມທອງຄຳ, ຖ້ຳຄູຫາ, ວິຖີຊີວິດຂອງບັນດາຊົນເຜົ່າຕ່າງໆທີ່ຫຼາກຫຼາຍ. ນອກຈາກນັ້ນແລ້ວ ອັນພິເສດນັ້ນແມ່ນ ເມື່ອເຖິງປາງບຸນອອກພັນສາ ທ່ານກໍ່ຈະໄດ້ຊົມການໄຫຼເຮຶອໄຟບູຊາພະຍານາກ ບ່ອນທີ່ເປັນກົກເຄົ້າຂອງປະເພນີນີ້.
https://mict.gov.la/
ແຂວງ ອຸດົມໄຊ
ນ້ຳຕົກຕາດນ້ຳກັດ
(ນ້ຳກັດຢໍລະປ່າ).ຕາດນ້ຳກັດຕັ້ງຢູ່ປ່າສະຫງວນຂອງແຂວງ (ພູຫີຜີ), ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງໄຊ ປະມານ 24 ກິໂລແມັດ. ສະພາບເສັ້ນທາງເຂົ້າເຖິງສອງລະດູ. ປູຢາງຈາກເທດສະບານເມືອງໄຊເຖິງບ້ານບໍ່ 5 ກິໂລແມັດ, ແຕ່ບ້ານບໍ່ຫາບ້ານແຟນ ແລະ ເຂົ້າເຖິງຕາດນ້ຳກັດແມ່ນເປັນເສັ້ນທາງທີ່ປູດ້ວຍຫີນແຮ່ 18 ກິໂລແມັດ ແລະ ຍ່າງປະມານ 900 ແມັດ ຈຸດເດັ່ນຫຼືສິ່ງດຶງດູດນັກທ່ອງທ່ຽວມາທ່ຽວຢູ່ໃນເຂດປ່າສະຫງວນຂອງ (ພູຫີຜີ) ທີ່ມີປ່າດົງດິບດົກໜາ, ຕົ້ນໄມ້ໃຫຍ່, ມີຊີວະນາໆພັນຊະນິດຕ່າງໆທີ່ອາໄສຢູ່ໃນປ່າສະຫງວນດັ່ງກ່າວ ແລະ ເໝາະສົມທີ່ຈະໄປສຶກສາວິໄຈສິ່ງທີ່ມີຊີວິດດ້ານພຶກສາຊາດ, ຕາກອາກາດ, ກິນເຂົ້າປ່າ, ພັກຜ່ອນຢ່ອນອາລົມຕາມໂງ່ນຫີນ ແລະ ສາຍນ້ຳ. ນ້ຳຕົກຕາດນ້ຳກັດເປັນຕາດຊັ້ນດຽວ ມີຄວາມສູງປະມານ 15-20 ແມັດ ແລະ ກວ້າງປະມານ 20-50 ແມັດ, ໜ້າຕາດມີອ່າງອາບນ້ຳທຳມະຊາດ ເຢັນສະບາຍ. ປັດຈຸບັນພວມຢູ່ໃນໄລຍະການພັດທະນາ ແລະ ກໍ່ສ້າງຂອງບໍລິສັດແຟເຊັດພັດທະນາການທ່ອງທ່ຽວ ເປັນຜູ້ສຳປະທານພັດທະນາທ່ອງທ່ຽວແບບຄົບວົງຈອນ ປັດຈຸບັນສຳເລັດ 95% ບໍລິສັດໄດ້ເປີດບໍລິການທົດລອງແລ້ວ ແລະ ປະກອບມີຫຼາຍກິດຈະກຳ ລາຍລະອຽດບັນດາທ່ານສາມາດເຂົ້າເຖິງ ແລະ ສອບຖາມໄດ້ www.namkatyolapa.com.ຕາດນໍ້າກັດໄດ້ຄົ້ນພົບໃນປີ ຄສ 1999 ແລະ ເປີດບໍລິການປີ ຄສ 2006, ຈາກການເລົ່າປາກຕໍ່ປາກຕໍ່ໆກັນມາຂອງຊາວບ້ານທີ່ເອີ້ນກັນວ່າ “ຫ້ວຍນ້ຳກັດ” ໄດ້ມາຈາກຄຳວ່າ “ສະກັດກັ້ນສັດຕູ”ເຊິ່ງສະໄໝການຕໍ່ສູ້ເສິກເຈືອງ ໄດ້ມີທະຫານໄປສະກັດຕີສັດຕູຢູ່ເຂດບ້ານແຫ່ງໜຶ່ງ ມີປະມານ 2-3 ຄອບຄົວອາໄສຢູ່ແຄມຫ້ວຍສາຍໜຶ່ງ(ບໍ່ຮູ້ຊື່ຫ້ວຍ) ພາຍຫຼັງໄດ້ຮັບໄຊຊະນະໃນການສະກັດກັ້ນຕີຕ້ານສັດຕູແລ້ວ ປະຊາຊົນຈຶ່ງພາກັນມາຕັ້ງຖິ່ນຖານຢູ່ເຂດດັ່ງກ່າວເຊິ່ງເປັນເຂດທີ່ອຸດົມສົມບູນເໝາະສົມໃນການຜະລິດເຂົ້າປາອາຫານຈິ່ງໃສ່ຊື່ວ່າ: ບ້ານກັດ ແລະໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫ້ວຍນ້ຳກັດ ຈົນເຖິງປັດຈຸບັນ. ອີກຄວາມໝາຍໜຶ່ງເອີ້ນວ່າຫ້ວຍກັດຄຳວ່າ“ກັດ” ແມ່ນພາສາກຶມມຸແປວ່າ “ເຢັນກັດ” ເຊິ່ງເປັນຊົນເຜົ່າໜຶ່ງທີ່ອາໄສຢູ່ເຂດດັ່ງກ່າວມາກ່ອນແລ້ວຫຼາຍພັນປີ, ເຂົາເຈົ້າໄດ້ໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫຣົງອົມກັດ ເຊິ່ງມີຄວາມໝາຍວ່າ: ຫ້ວຍນ້ຳກັດ ເມື່ອເວລາລົງອາບນ້ຳຫ້ວຍ ຮູ້ສຶກເຢັນທີ່ສຸດ ຈິ່ງເອີ້ນວ່ານໍ້າກັດມາຈົນເຖິງປັດຈຸບັນ. ໃຫ້ຂໍ້ມູນໂດຍ: ລຸງແພງອາຍຸ 58 ປີຊາວບ້ານກັດເມືອງໄຊແຂວງອຸດົມໄຊ
www.namkatyolapa.com
ຖ້ຳຈອມອອງ.
ຖ້ຳຈອມອອງຕັ້ງຢູ່ບ້ານຈອມອອງເມືອງໄຊຫ່າງຈາກເທດສະບານເມືອງໄຊ 45 ກິໂລແມັດ (ເປັນເສັ້ນທາງດິນແດງ) ເຊິ່ງສາມາດເຂົ້າເຖິງໄດ້ດ້ວຍ 2 ທາງຄື: ຍ່າງລັດແຕ່ບ້ານຜ່ານທົ່ງນາໄປຫາຖໍ້າ 2 ກິໂລແມັດ ແລະ ທາງລົດເຂົ້າຮອດ (ທາງດິນແດງ) ຖ້ຳຈອມອອງຕັ້ງຢູ່ຫ່າງຈາກບ້ານຈອມອອງປະມານ 3 ກິໂລແມັດ, ເປັນເສັ້ນທາງລົດສາມາດແລນເຂົ້າເຖິງບໍລິເວນຖ້ຳ ເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງປະກອບດ້ວຍລະບົບນິເວດທຳມະຊາດທີ່ອັດສະຈັນ, ມີຫຼາຍຊ່ອງທາງເຂົ້າ-ອອກພາຍໃນຖ້ຳ ປະມານ 16 ກວ່າກິໂລແມັດ, ຄວາມກວ້າງ ປະມານ 15 - 50 ແມັດ ແລະຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ້ອຍ ທີ່ມີລວດລາຍສວຍງາມ,ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກໄຟປະດັບຢ່າງສວຍງາມ. ຢູ່ໃນຖ້ຳຍັງເປັນລັກສະນະເດີມທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ຳນີ້ໄດ້ຜ່ານການສຳຫຼວດຂອງນັກວິທະສາດ ຈາກສະຫະພັນຢູໂຣບໃນປີ 2009 ແລະປີ 2010 ໄດ້ສຳຫຼວດ 4 ປີ ເປັນຖ້ຳໃໝ່ລະດັບຊາດ ASEAN ແລະ ລະດັບໂລກ ປະຈຸບັນລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ADB ໃຫ້ທືນຊ່ວຍເຫຼືອ ເພື່ອພັດທະນາເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ
ຖ້ຳນີ້ໄດ້ຄົ້ນພົບໃນປີ ຄສ 2005 ແລະ ເປີດບໍລິການປີ ຄສ 2007. ຖໍ້າຈອມອອງ ແມ່ນເອີ້ນຕາມຊື່ຂອງບ້ານ, ປະຊາຊົນທ້ອງຖິ່ນເຄີຍເອີ້ນຊື່ຖ້ຳນີ້ໃນເມື່ອກ່ອນວ່າຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ ຍ້ອນວ່າສະໄໝກ່ອນ ມີໂຕເຈຍມາອາໄສຢູ່ເປັນຈຳນວນຫຼວງຫຼາຍ, ປະຊາຊົນເຂດຈອມອອງ ໄດ້ພາກັນຂຸດເອົາຂີ້ໂຕເຈຍຢູ່ໃນຖ້ຳມາເຮັດໝື້ປືນແກັບ. ປະຊາຊົນໃກ້ຄຽງຖ້ຳ ຈຶ່ງໄດ້ພາກັນເອີ້ນຊື່ຂອງຖ້ຳນີ້ວ່າຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ. ແຕ່ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໂຄສະນາໃຫ້ເອີ້ນຊື່ວ່າຖ້ຳຈອມອອງ ຕາມຊື່ຂອງບ້ານເພື່ອໃຫ້ເຂົ້າໃຈງ່າຍ.
ບ້ານຈອມອອງອີກປະຫວັດໜຶ່ງທີ່ເອີ້ນວ່າຈອມອອງ ຍ້ອນວ່າ: ຄຳວ່າ “ຈອມ” ເປັນພາສາກຶມມຸ ແປວ່າຕິດ ຕາມໄປ, ນຳກົ້ນໄປ, ຄຳວ່າ “ອອງ”” ແປວ່າໂຕຕໍ່ດິນ, ໃນສະໄໝກ່ອນປະຊາຊົນເມືອງນາໝໍ້ໄດ້ໄປຄ້ອງຕໍ່ຫຼື ໃຊ້ພູມປັນຍາຈາກບັນພະບູລຸດ ເອົາຍວງຝ້າຍນ້ອຍໆອ່ອນໆມັດ ໃສ່ຕີນໂຕຕໍ່ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປ ປະຊາຊົນໄດ້ຕິດຕາມຕໍ່ນັ້ນ ບິນໄປບໍ່ຈັກແຫ່ງຫົນໃດໃນທີ່ສຸດຕໍ່ໂຕດັ່ງກ່າວໄດ້ບິນເຖິງ ພື້ນທີ່ດັ່ງກ່າວຊາວບ້ານເຫັກວ່າ ເປັນເຂດທີ່ອຸດົມສົມບູນ ເໝາະສົມໃນການຜະລິດກະສິກຳ, ປູກຝັງ, ລ້ຽງສັດ ຈຶ່ງພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ ຈິ່ງເອີ້ນວ່າບ້ານຈອມອອງຈົນເຖິງປັດຈຸບັນ.
https://mict.gov.la/
ອ່າງນ້ຳຫີນ
ອ່າງນ້ຳຫີນ ຕັ້ງຢູ່ບ້ານຫ້ວຍອຸ່ນ ເມືອງໄຊ, ແຂວງອຸດົມໄຊ, ຫ່າງຈາກເທດສະບານເມືອງໄຊ ປະມານ 8 ກິໂລແມັດ, ອ່າງນີ້ປະກອບມີຫຼາຍຫ້ວຍ ທີ່ໄຫຼໂຮມເຂົ້າກັນ. ສະພາບເສັ້ນທາງເຂົ້າເຖິງສະດວກສະບາຍ ແຂວງພວມພັດທະນາປັບປຸງເປັນສະຖານທີ່ທ່ອງທ່ຽວ.ອ່າງນ້ຳຫີນ ສາມາດພັດທະນາທ່ອງທ່ຽວທຳມະຊາດຕຶກປາ, ອາບນ້ຳ, ຂີ່ເຮືອເລາະຊົມທຳມະຊາດ , ຮ້ານອາຫານ ແລະ ເປັນບ່ອນຕາກອາກາດສຳລັບນັກທ່ອງທ່ຽວທີ່ມັກຄວາມສະຫງົບ ແລະ ອາກາດສົດຊື່ນ.
ປີຄສ 2007. ແຂວງໄດ້ໃຊ້ງົບປະມານຈຳນວນມະຫາສານເພື່ອຕັນນ້ຳຫີນສ້າງເຂື່ອນຊົນລະປະທານຂະໜາດໃຫຍ່ ເພື່ອສົ່ງເສີມການຜະລິດທາງດ້ານກະສິກຳເປັນເຂດທີ່ອຸດົມສົມບູນ ອ່າງເກັບນ້ຳທີ່ໃຫຍ່ທີ່ສຸດຂອງແຂວງ ເປັນສະຖານທີ່ບໍລິການ, ສະຖານທີ່ທ່ອງທ່ຽວ ຊ່ວງເຮືອ ເນື້ອທີ່ອ່າງທັງໝົດ ມີປະມານ 121,7 ກິໂລຕາແມັດໄດ້ກວມເອົາ 7 ໝູ່ບ້ານ.
https://mict.gov.la/
ຕາດຫຼັກ 11
ຕາດຫຼັກ 11 ຕັ້ງຢູ່ບ້ານນາງິ້ວ ເມືອງໄຊ ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງໄປທາງທິດໃຕ້ທາງເລກທີ 13 ເໜືອ 11 ກິໂລແມັດ, ເປັນຕາດຂະໜາດນ້ອຍ.ປັດຈຸບັນຊາວບ້ານຄອບຄົວໜຶ່ງເປັນຜູ້ຄຸ້ມຄອງບໍລິການ ບໍ່ມີປະຫວັດຄວາມເປັນມາເອີ້ນຕາມກິໂລແມັດທີ່ 11 ຍ້ອນຕັ້ງຢູ່ກິໂລແມັດທີ 11. ລັກສະນະຂອງຕາດເປັນຕາດຂະນ້ອຍ ມີຄວາມສູງປະມານ 30 ແມັດ ແລະ ກວ້າງປະມານ 10-15 ແມັດໃນບໍລິເວນຕາດມີຕົ້ນໄມ້ປົກຫຸ້ມເຢັນສະບາຍ ເໝາະສົມໃນການແວ່ຊົມ ແລະ ພັກຜ່ອນຢ່ອນອາລົມສຳລັບນັກທ່ອງທ່ຽວທີ່ເດີນທາງຜ່ານໄປມາ ແລະ ເໝາະສຳລັບຊາວອຸດົມໄຊ ນິຍົມພັກຜ່ອນແບບຄອບຄົວ ໃນວັນສຳຄັນ ແລະ ວັນປະເພນີຕ່າງໆຂອງຊາດ.
https://mict.gov.la/
ວັດຮອຍຕີນພະບາດ ບ້ານລ້ອງຍາ.
ຕາມການເລົ່າຂານສືບຕໍ່ກັນມາວ່າ: ຢູ່ທາງຕາເວັນອອກສຽງໃຕ້ມີປ່າໄມ້ ແລະ ຕົ້ນໄມ້ໃຫຍ່ດົກໜາ ເປັນທີ່ຢູ່ອາໄສຂອງສັດນາໆຊະນິດ. ດັ່ງນັ້ນ ໃນແຕ່ລະປີ ໄດ້ມີຊ້າງຝູງໜຶ່ງ ລ່ອງຫ້ວຍແຮ ມາກາບໄຫວ້ຮອຍຕີນພະບາດໃນມື້ວັນສີນໃຫຍ່ 14-15 ຄ່ຳ ເດືອນຈຽງເພັງ ໂດຍແມ່ນ ທ້າວແສນປັນຍາ ເປັນຜູ້ພົບເຫັນ ຊ້າງຝູງນັ້ນ ໄດ້ກາບໄຫວ້ດ້ວຍການນັ່ງຄຸລົງ ແລ້ວເອົາງວງຍົກຂື້ນຟ້າ ລັກສະນະເຮັດຄືຄົນເຮົາກາບໄຫ້ວ ແລ້ວກໍ່ພາກັນລ່ອງຫ້ວຍແຮ ຂ້າມນ້ຳກໍ່ລຽບຕີນພູທາງທິດຕາເວັນອອກສຽງເໜືອ ທຸກວັນນີ້ຊາວບ້ານລ້ອງຍາ ຈິ່ງເອີ້ນກັນວ່ານາຊ້າງລຽບ ຊ້າງຝູງນັ້ນມີພຶດຕິກຳບໍ່ດີ ເຊັ່ນ:ທຳລາຍຜົນລະປູກ ໄຮ່-ນາ-ຮົ້ວສວນຂອງປະຊາຊົນມີຜົນເສຍຫາຍ ປະຊາຊົນມີຄວາມຄຽດແຄ້ນ ຈິ່ງພາກັນເອົາປືນແກັບ, ປືນເພີງ ໄລ່ຍິງໂຫ່ຮ້ອງໃສ່ຊ້າງຝູງນັ້ນແຕກຕື່ນແລ່ນໜີ ມີຊ້າງໂຕໜຶ່ງຖືກຍິງບາດເຈັບ ມາຕາຍຢູ່ທາງທິດໃຕ້ຂອງບ້ານປຸງຫຽງ ປະຈຸບັນນີ້ເພີ່ນຈິ່ງເອີ້ນວ່ານາຝັງຊ້າງ.
ການຄົ້ນພົບເຫັນຮອຍຕີນພະບາດ:
ປີ 1915-1926 ໂດຍອີງໃສ່ຮີດຄອງທີ່ເຄີຍນັບຖືກັນມາ ທາງພຸດທະສາດສະໜາໄດ້ມີການເຂົ້າປະຕິບັດທຳຢູ່ວັດບ້ານລ້ອງຍາ, ດັ່ງນັ້ນ ເຖົ້າແກ່ທັງຫລາຍ ຈິ່ງແຕ່ງຕັ້ງກັນເມືອນິມົນພະພິຂຸສົງຢູ່ເມືອງຊ່າງຍອງ ປະເທດຈີນ ມາເຂົ້າກຳທີ່ວັດບ້ານລ້ອງຍາ ເມື່ອພະພິຂຸສົງມາຮອດແລ້ວ ເຖົ້າແກ່ພໍ່ແມ່ນ້ອຍໜຸ່ມຍິງສາວ ກໍ່ພາກັນຕົກແຕ່ງຫ້າງຫາເຄື່ອງທານ, ຕູບກຳ 3 ຕູບ, ພະຕູບ 3 ຕົນ ໄປປະຈຳຢູ່ໃນສັນເຂົ້າຄາບດຽວ. ຫໍດະຫໍເດືອ ໃນເມື່ອຫ້າງຫາກະກຽມແລ້ວ ໃນມື້ເດືອນເພັງ ກໍ່ມີການແຈກທານຈົນຮອດ 9 ວັນ 9 ຄືນ ຈິ່ງມີການເລືອກການເຂົ້າກຳ. ໃນເມື່ອກ່ອນ ກໍ່ແມ່ນການປະຕິບັດທຳມະຄຳສັ່ງສອນທາງພຸດທະສາດສະໜາ ໃນເມື່ອເລືອກກຳສະຫລອງກຳແລ້ວ ສາທຸຊ່າງຍອງ ກໍໄດ້ເອົາທຳມະພະບາດລຽບໂລກ ມາເທດສະໜາສະຫລອງກຳ ຕາມຄຳພີຂອງພະບາດລຽບໂລກໄດ້ກ່າວວ່າ: ຢູ່ໃນໂລກມີຮອຍພະບາດຈຳນວນ 3 ຕື້ 4 ແສນ 150 ໝື່ນຮອຍຢູ່ໃນທົ່ວ ໂລກ ຕາມຄຳພີພະບາດລຽບໂລກໄດ້ກ່າວໄວ້ວ່າ: ຢູ່ຫ້ວຍແຮປ້ອງນ້ຳກໍ ກໍ່ມີ 1 ຮອຍ, ຮອຍຕີນເສນາ 2 ຮອຍ. ໃນເມື່ອສາທຸເທດສະໜາສຸດແລ້ວ ສາທຸກໍ່ໄດ້ຄົ້ນຄວ້ານຳເຖົ້າແກ່ທີ່ມາຟັງທຳວ່າ ຢູ່ຫ້ວຍແຮກໍ່ມີ 1 ຮອຍ. ດັ່ງນັ້ນ ສາທຸ ຈິ່ງໄດ້ຄົ້ນຄວ້າຕົກແຕ່ງກັນ ຊອກຫາຮອຍຕີນພະບາດ. ສ່ວນສາທຸ ກໍ່ໄດ້ຂື້ນໄປຊອກຢູ່ທາງເມືອງນາໝໍ້ ເຂດບ້ານອ່າຍ, ບ້ານຂວາງ ໄປຊອກນ້ຳກໍປ່ອງ, ນ້ຳພາກ ກໍ່ບໍ່ເຫັນຊອກຫາທຸກສາລະທິດກໍ່ບໍ່ເຫັນ. ຈິ່ງກັບຄືນມາວັດບ້ານລ້ອງຍາ ສາທຸຈິ່ງຄົ້ນຄວ້ານຳເຖົ້າແກ່ ແລ້ວພາກັນຊອກແຕ່ປາກຫ້ວຍແຮປ່ອງນ້ຳກໍ; ເມື່ອໄປຮອດບ່ອນປ່າດົງໜາປ່າໄມ້ໃຫ່ຍ ບ່ອນທີ່ຝູງຊ້າງມາກາບໄຫ້ວໃນເມື່ອກ່ອນ ຜ່ານໄປຫລາຍປີທີ່ ທ້າວແສນປັນຍາ ເມື່ອພົບເຫັນຊ້າງມາກາບໄຫວ້ ກໍ່ເຫັນກ້ອນຫີນກ້ອນໜຶ່ງ ຍາວປະມານ 1,5 ແມັດ ກ້ວາງປະມານ 80 ຊັງຕີແມັດ, ສູງປະມານ 50 ຊັງຕີແມັດ. ມີສີດຳເຫລື້ອມຫລິ່ງໄປທາງທິດຕາເວັນຕົກ ມີແຕ່ສົ້ນຕີນ ບໍ່ມີນີ້ວ ຢູ່ໃນວົງສົ້ນຕີນມີ 4 ຮອຍ ຕາມຄຳພີດີກາກ່າວໄວ້ວ່າ:
ຮອຍສົ້ນທີ່2: ໂກນາກຳມະໂນ
ຮອຍສົ້ນທີ່3: ກັດສະໂປ
ຮອຍສົ້ນທີ່4: ໂຄຕະໂມ
ຊ້ອນກັນຢູ່ໃນວົງຂອງສົ້ນຕີນ ສ່ວນຮອຍທີ 5 ຊື່ວ່າ: ອະຣິຍະເມດໄຕ ເປັນຮອຍສຸດທ້າຍ ຍັງບໍ່ທັນມາເທື່ອ. ຮອຍພະບາດແມ່ນຫລິ່ງ (ງ່ຽງ) ໄປທາງທິດຕາເວັນຕົກປະມານ 90 ອົງສາ ເປັນກ້ອນຫີນສີດໍາເຫຼື້ອມ ເປັນໜ້າອັດສະຈັນ ແລະ ພິດສະດານ ບໍ່ມີສັດໂຕໃດມາຮຸກສີ, ໃບໄມ້ໃບໜຶ່ງ ກໍ່ບໍຕົກມາໃສ່ຮອຍຕີນ ທັງທີ່ວ່າຢູ່ບໍລິເວັນນັ້ນ ມີຕົ້ນໄມ້ເບິ່ງແລ້ວເປັນຕາເບິ່ງຕາຊົມ. ໃນເມື່ອເຫັນກ້ອນຫີນແປກປະຫລາດແນວນັ້ນ ສາທຸຈິ່ງເວົ້ານຳເຖົ້າແກ່ທຸກຄົນທີ່ໄດ້ມາຮູ້ມາເຫັນວ່າ ນີ້ແລ້ວແມ່ນຮອຍພະບາດທີ່ອອກຢູ່ໃນທຳພະບາດລຽບໂລກວ່າ ຫ້ວຍແຮປ່ອງນ້ຳ ກໍມີ 1 ຮອຍ, ເປັນແຕ່ນຳບຸນກຸສົນຂອງພວກເຮົາທີ່ໄດ້ມາຄົ້ນຫາຫລາຍວັນ ຈິ່ງໄດ້ມາພົບພໍ້ ສາທຸຈິ່ງໄດ້ບອກກ່າວໃຫ້ເຖົ້າແກ່ທັງຫລາຍວ່າ: ໃຫ້ພາກັນປົກປັກຮັກສາ ຖ້າບຸກຄົນໃດມີສັດທາ ຢາກມາສ້າງສາ ໃຫ້ນົບຂົບຢຳເມດຕາພາວັນນາຈຳສີນ, ຕັ້ງຫໍໂຮງສ້າງກວມຮອຍພະບາດນີ້ກໍ່ໄດ້ ແຕ່ຫ້າມບໍ່ໃຫ້ງັດແງະ, ບໍ່ໃຫ້ພິກປີ້ນ ແມ່ນແຕ່ເສັ້ນຜົມຜ່າແປດ ມັນຈະເກີດອຸປະຕິເຫດໂກລະຫົນ ແພ້ບ້ານແພ້ເມືອງ, ຄົນຈະລົ້ມຕາຍ ໂດຍສະເພາະແມ່ນຊາວບ້ານລ້ອງຍາ. ໃນເມື່ອຄົ້ນພົບຮອຍຕີນພະບາດເຫັນແລ້ວ ສາທຸຍັງນຳພາເຖົ້າແກ່ ຊອກຫາຮອຍຕີນເສນາທັງ 2 ຮອຍທີ່ໄດ້ກ່າວໃນທຳພະບາດລຽບໂລກ ໃນທີ່ສຸດສາທຸ ແລະ ເຖົ້າແກ່ ກໍໄດ້ຄົ້ນພົບຮອຍຕີນເສນາທັງ 2; ຮອຍທີ 1 ຢູ່ທິດຕາເວັນຕົກສຽງໃຕ້ຂອງບ້ານລ້ອງຍາ ຮອຍທີ 2 ຢູ່ທີ່ທິດຕາເວັນອອກສຽງໃຕ້ ຫ່າງຈາກຮອຍພະບາດ 200 ແມັດ ໃນເມື່ອຄົ້ນພົບຮອຍພະບາດ ແລະ ຕີນເສນາທັງ 2 ແລ້ວ ສາທຸ ກໍ່ໃຫ້ຄຳໂອວາດຕັກເຕືອນເຖົ້າແກ່ ແລະຊາວບ້ານ ແລ້ວກໍ່ກັບຄືນເມືອຊ່າງຍອງ ເພື່ອຈະເມືອເອົານ້ຳຮັກ, ນ້ຳຫາງ ແລ້ວຈະກັບຄືນມານຳພາເຖົ້າແກ່ ແລະ ຊາວບ້ານ ສ້າງສາພະບາດໃຫ້ເປັນທີ່ເຄົາລົບກາບໄຫ້ວແກ່ຊາວພຸດທັງຫລາຍ. ໃນທີ່ສຸດ ສາທຸກໍ່ບໍ່ໄດ້ກັບຄືນມາ ຍ້ອນສະພາບການບ້ານເມືອງ ການໄປມາຫາສູ່ກັນບໍ່ໄດ້ແລ້ວ. ໃນເມື່ອເຖົ້າແກ່ ແລະ ຊາວບ້ານລໍຄອຍຖ້າສາທຸບໍ່ມາ ຈິ່ງພາກັນຕັ້ງຕູບນ້ອຍກວມເອົາຮອຍພະບາດ, ເອົານ້ຳເຕົ້າດີນວາງໄວ້, ຮອດມື້ປີໃໝ່ເຂົ້າພັນສາ-ອອກພັນສາ ຈິ່ງພາກັນເມືອແຈກເມືອທານ ຕາມຮີດຄອງປະເພີນີທີ່ເຊື່ອຖືກັນມາ.
ການກໍ່ສ້າງຮອຍພະບາດຖືກຫລົ້ມເຫລວ
ມາເຖິງປີ 1930 ສຽງຊາລືໄປທຸກສາລະທິດ ວ່າຢູ່ຫ້ວຍແຮປ່ອງນ້ຳກໍມີຮອຍຕີນພະບາດຢູ່ບ້ານລ້ອງຍາ ເມືອງໄຊ ແຂວງອຸດົມໄຊ ໃນປະຈຸບັນ ປ່າວຂ່າວລືໄປຮອດນ້ຳບາກ, ນ້ຳອູ ເວລານັ້ນມີສາທຸລາວ ຈຳນວນ 22 ອົງ ຂື້ນມາແຕ່ຫາດສາດອນລ້ອມ ມາກິນທານທີ່ວັດພະເຈົ້າສິງຄຳ ເມືອງຫລາ ເມື່ອກິນທານແລ້ວ ເພີ່ນຈິ່ງພາກັນຂື້ນຕາມນ້ຳກໍມາຮອດວັດລ້ອງຍາ ເມື່ອສາທຸມາເຖິງແລ້ວ ກໍ່ໄດ້ເອີ້ນເຖົ້າແກ່ທັງຫລາຍມາຖາມວ່າ ຢູ່ຫ້ວຍແຮປ່ອງນ້ຳກໍ ຢູ່ບ້ານລ້ອງຍາ ມີຮອຍຕີນພະບາດບໍ່? ເຖົ້າແກ່ທັງຫລາຍກໍ່ໄດ້ກາບອາລັດທະນາຕອບສາທຸວ່າ ໂດຍແມ່ນແລ້ວ ເມື່ອສາທຸໄດ້ຍີນ ຈິ່ງໃຫ້ເຖົ້າແກ່ພາໄປເບິ່ງຕົວຈິງ ແມ່ນຮອຍພະບາດແທ້ ດັ່ງນັ້ນສາທຸກໍ່ມີຈິດໃຈຢາກສ້າງ ຈິ່ງໄດ້ປຶກສາຫາລືນຳເຖົ້າແກ່ທັງຫລາຍ ກໍເຫັນດີເປັນເອກະພາບຕົກລົງພ້ອມກັນລົງມືສ້າງ: ສາທຸ ແລະ ຊາວບ້ານທັງຫລາຍ ໄດ້ຂຸດທາງແຕ່ບ້ານອ້ອມພູເຈີງ ລວງກວ້າງ 2 ແມັດ ລວງຍາວປະມານ 200 ແມັດ ໄປຮອດຕີນພະບາດ ຍ່າງສະດວກໃນການໄປມາ, ຂຸດເດີ່ນສະຖານທີ່ຮາບພຽງ ໂດຍນຳເອົາກ້ອນຫີນມາກໍ່ອ້ອມຮອຍຕີນພະບາດຢ່າງສະອາດງາມຕາໃນທຸກໆດ້ານ ແຕ່ຮອຍພະບາດມັນຫລິ່ງໄປທາງທິດຕາ ເວັນຕົກ ເພື່ອຢາກໃຫ້ມັນພຽງກັນ ຈິ່ງພາກັນຂຸດອ້ອມ ແລ້ວເອົາໄມ້ມາງັດແງະມັນ ມີຜົນສະທ້ອນຕໍ່ຮອຍຕີນພະບາດ ທັນໃດນັ້ນ ກໍ່ເກີດເຫດກົນລະຫົນທີ່ບໍ່ຄາດຄິດຂື້ນມາທັນທີ ສາທຸທັງຫລາຍກໍ່ເລືອດດັງອອກ ມີບາງຕົນກໍ່ເລືອດສົບອອກ ເປັນຕາຢ້ານກົວທີ່ສຸດ ເມື່ອເກີດເຫດແນວນັ້ນ ສາທຸທັງຫລາຍກໍ່ພາກັນແຕກໜີໄປໃຜໄປມັນ ໂດຍບໍ່ມາຢຽບຮອດວັດອີກເລີຍ,ສ່ວນຊາວບ້ານ ກໍ່ມີເຫດລົ້ມຕາຍແຕ່ລະມື້ແຕ່ລະວັນບໍ່ຂາດ, ເອົາໄປຝັງທາງໜ້າ ຜູ້ຢູ່ບ້ານຕາຍອີກຢ່າງຕໍ່ເນື່ອງລຽນຕິດ. ຈົນຂ່າວຄາວໄປຮອດບ້ານໃຕ້ບ້ານເໜືອ ສະພາບຜ່ານໄປໄດ້ 15 ວັນ ຜູ້ຄົນກໍ່ຍັງລົ້ມຫາຍຕາຍຈາກ ເມື່ອເປັນແນວນັ້ນ ຊາວບ້ານ ກໍ່ພາກັນແຕກຕື່ນຢ້ານກົວ ຈຳນວນໜຶ່ງກໍ່ພາກັນໜີໄປຢູ່ເມືອງຜາອຸດົມ, ຈຳນວນໜຶ່ງກໍ່ພາກັນໜີໄປຢູ່ເມືອງຫ້ວຍຊາຍ, ຈຳນວນໜຶ່ງກໍ່ໜີໄປຢູ່ນຳພີ່ນ້ອງບ້ານໃຕ້-ເໜືອ, ເກີດເປັນບ້ານເສົ້າເມືອງໝອງ ແຕ່ລະມື້ ຊາວບ້ານນ້ຳຫູມານ້ຳຕາອອກ, ມີຄວາມຢ້ານກົວ ແຕ່ລະມື້ບໍ່ມີຄວາມສະຫງົບ ເມື່ອສະພາບເປັນຄືແນວນັ້ນ ບັນດາເຖົ້າແກ່ທັງຫລາຍ ນຳພາໂດຍເຖົ້າແສນປັນຍາ, ເຖົ້າແສນລັງສີ ແລະ ເຖົ້າແສນທະນາ ຫ້າງຂັນດອກໄມ້ທຽນ 12 ຄູ່ ເມືອຄາລະວະສົມມາຮອຍຕີນພະບາດ ທີ່ສາທຸ ແລະ ເຖົ້າແກ່ຊາວບ້ານທັງຫລາຍໄດ້ກະທຳຜິດຂຸດອ້ອມ, ງັດແງະ ແລະ ພິກປີ້ນ ເຮັດໃຫ້ມີການເຄື່ອນເໜັງຕີງ ທີ່ສົ່ງຜົນກະທົບຕໍ່ຮອຍຕີນພະບາດ. ຫຼັງຈາກນັ້ນ ສະພາບການຕາຍ ແລະ ສິ່ງທີ່ສະທ້ານຍ້ານກົວຂອງຊາວບ້ານ ຈິ່ງສະຫງົບລົງ, ເຖົ້າແກ່ທັງຫລາຍ ຈິ່ງມາສະດຸ້ງຕື່ນ ຄິດອອກຄຳສັ່ງສອນຂອງສາທຸຊ່າງຍອງ ໄດ້ບອກກ່າວໄວ້ວ່າ: ຫ້າມບໍ່ໃຫ້ພິກ, ປີ້ນເຄື່ອນຍ້າຍ, ງັດແງະ ແມ່ນແຕ່ເສັ້ນຜົມຜ່າແປດ ມັນຈະເກີດເຫດຮ້າຍມີເພດໄພ ສະທ້ານຍ້ານກົວ, ຜູ້ຄົນລົ້ມຕາຍ.ຖືກສັດຕູເຜົາຜານວັດວາອາຮາມ. ຮອຍພະບາດຖືກທຳລາຍ ເກີດເປັນບ້ານຮ້າງເມືອງໝອງຢ່າງໜ້າສົມເພດເວດທະນາ ຈາກສົງຄາມຍຶດເຍື້ອຍາວນານກວ່າ 60 ປີ.
ການກໍ່ສ້າງ ແລະ ປະຕິສັງຂອນຮອຍຕີນພະບາດຄືນໃໝ່
ມາເຖິງປີ 1960-1965 ເຖົ້າແກ່ເມືອປຸກຕູບນ້ອຍກວມຮອຍຕີນພະບາດໄວ້ເພື່ອເປັນການອານຸລັກໄວ້,ເອົານ້ຳເຕົ້າຂັນໝາກເມືອໄຫວ້ ພໍເຖິງເດືອນ 6 ປີໃໝ່, ເຂົ້າພັນສາ ແລະ ອອກພັນສາ ກໍ່ພາກັນເມືອແຈກເມືອທານ ຕາມຮີດຄອງທາງພຸດທະສາດສະໜາທີ່ເຄີຍປະຕິບັດກັນມາ ຈະເຮັດລື່ນນັ້ນກໍ່ຍ້ານເກີດເຫດເພດໄພສະທ້ານຍ້ານກົວຜູ້ຄົນລົ້ມຕາຍຄືໃນເມື່ອກ່ອນທີ່ຜ່ານມາ.
ມາເຖິງປີ 1975 ປະເທດຊາດໄດ້ຮັບການປົດປ່ອຍທົ່ວປະເທດ ມີການປ່ຽນໄປສູ່ລະບອບການປົກຄອງໃໝ່ ແລະ ມີການພັດທະນາໃນທຸກດ້ານ. ດັ່ງນັ້ນທາງພຸດທະສາດສະໜາກໍ່ໄດ້ຮັບການປັບປຸງ ແລະ ສ້າງສາພັດທະນາໄປພ້ອມໆກັນເຊັ່ນ: ວັດວາອາຮາມ, ຮອຍພະບາດ, ເຈດີ, ກຸດຕິວິຫານທີ່ຖືກທຳລາຍໃນສະໄໝສົງຄາມອາເມຣິກາ ກໍ່ໄດ້ສ້າງສາພັດທະນາຄືນໃໝ່.
ມາເຖິງປີ 1985 ເຖົ້າແກ່ໄດ້ຊອກຫາທຸກວິທີທາງ ເພື່ອປະຕິສັງຂອນພະບາດຄືນໃໝ່ ເພື່ອໃຫ້ເປັນທີ່ເຄົາລົບບູຊາຂອງຊາວພຸດທັງຫລາຍ. ດັ່ງນັ້ນ ທາງເຖົ້າແກ່ຈິ່ງໄດ້ເຊີນທ່ານ ອາຈານ ໄມ່ ດວງຄຳ ຜູ້ຮູ້ຮີດຄອງທາງພຸດທະສາດສະໜາ ເປັນຜູ້ມານຳພາສ້າງສາປະຕິສັງຂອນ ແຕ່ຫ້າມຂຸດ, ງັດແງະ, ພິກປີ້ນ ທ່ານໄດ້ນຳພາສ້າງໃນທຸກ
ເປັນອັນວ່າການກໍ່ສ້າງພະບາດໃນຄັ້ງນັ້ນ ກໍ່ໄດ້ຢຸດເຊົາລົງ ຫາຜູ້ມາສືບຕໍ່ກໍ່ສ້າງກໍ່ບໍ່ມີ ສະພາບການບ້ານເມືອງເກີດເສີກທາງເໜືອເສືອທາງໃຕ້ ການໄປມາຫາສູ່ກັນກໍ່ມີໂຈນຮ້າຍ, ຂະໂມຍເກີດຂື້ນ. ເກີດເສີກສົງຄາມຕໍ່ສູ້ກັນມາຫລາຍປີ ປະເທດຊາດໄດ້ຖືກສັດຕູເຜົາຜານວັດວາອາຮາມ. ຮອຍພະບາດຖືກທຳລາຍ ເກີດເປັນບ້ານຮ້າງເມືອງໝອງຢ່າງໜ້າສົມເພດເວດທະນາ ຈາກສົງຄາມຍຶດເຍື້ອຍາວນານກວ່າ 60 ປີ.
ການກໍ່ສ້າງ ແລະ ປະຕິສັງຂອນຮອຍຕີນພະບາດຄືນໃໝ່
ມາເຖິງປີ 1960-1965 ເຖົ້າແກ່ເມືອປຸກຕູບນ້ອຍກວມຮອຍຕີນພະບາດໄວ້ເພື່ອເປັນການອານຸລັກໄວ້,ເອົານ້ຳເຕົ້າຂັນໝາກເມືອໄຫວ້ ພໍເຖິງເດືອນ 6 ປີໃໝ່, ເຂົ້າພັນສາ ແລະ ອອກພັນສາ ກໍ່ພາກັນເມືອແຈກເມືອທານ ຕາມຮີດຄອງທາງພຸດທະສາດສະໜາທີ່ເຄີຍປະຕິບັດກັນມາ ຈະເຮັດລື່ນນັ້ນກໍ່ຍ້ານເກີດເຫດເພດໄພສະທ້ານຍ້ານກົວຜູ້ຄົນລົ້ມຕາຍຄືໃນເມື່ອກ່ອນທີ່ຜ່ານມາ.
ມາເຖິງປີ 1975 ປະເທດຊາດໄດ້ຮັບການປົດປ່ອຍທົ່ວປະເທດ ມີການປ່ຽນໄປສູ່ລະບອບການປົກຄອງໃໝ່ ແລະ ມີການພັດທະນາໃນທຸກດ້ານ. ດັ່ງນັ້ນທາງພຸດທະສາດສະໜາກໍ່ໄດ້ຮັບການປັບປຸງ ແລະ ສ້າງສາພັດທະນາໄປພ້ອມໆກັນເຊັ່ນ: ວັດວາອາຮາມ, ຮອຍພະບາດ, ເຈດີ, ກຸດຕິວິຫານທີ່ຖືກທຳລາຍໃນສະໄໝສົງຄາມອາເມຣິກາ ກໍ່ໄດ້ສ້າງສາພັດທະນາຄືນໃໝ່.
ມາເຖິງປີ 1985 ເຖົ້າແກ່ໄດ້ຊອກຫາທຸກວິທີທາງ ເພື່ອປະຕິສັງຂອນພະບາດຄືນໃໝ່ ເພື່ອໃຫ້ເປັນທີ່ເຄົາລົບບູຊາຂອງຊາວພຸດທັງຫລາຍ. ດັ່ງນັ້ນ ທາງເຖົ້າແກ່ຈິ່ງໄດ້ເຊີນທ່ານ ອາຈານ ໄມ່ ດວງຄຳ ຜູ້ຮູ້ຮີດຄອງທາງພຸດທະສາດສະໜາ ເປັນຜູ້ມານຳພາສ້າງສາປະຕິສັງຂອນ ແຕ່ຫ້າມຂຸດ, ງັດແງະ, ພິກປີ້ນ ທ່ານໄດ້ນຳພາສ້າງໃນທຸກດ້ານເຊັ່ນ: ປັບປຸງເດີ່ນເຂດພະບາດ ໃຫ້ມີຄວາມສວຍງາມ ຄືດັ່ງຄົນຫລຸນກ່ອນທີ່ໄດ້ສ້າງປະໄວ້ໃຫ້ພວກເຮົາສືບຕໍ່, ປັບປຸງຄືນໃໝ່ໃຫ້ມີຄວາມສວຍສົດງົດງາມ ເປັນຕາເບິ່ງຕາຊົມ ການປະຕິສັງຂອນໃນເທື່ອນີ້ ແມ່ນມີຄວາມແຕກຕ່າງຈາກເມື່ອກ່ອນ ໄດ້ນຳເອົາຮອຍຕີນເສນາກ້ຳຂວາ-ກ້ຳຊາຍມາໄວ້ຄຽງຂ້າງຮອຍຕີນພະບາດ. ພ້ອມນັ້ນ ກໍ່ໄດ້ເອົາຮອຍຕີນສັດນາໆຊະນິດມາຈັດສັນອ້ອມຮອຍຕີນພະບາດເຊັ່ນ: ຮອຍຕີນຊ້າງ-ມ້າ-ນົກ-ງົວປ່າ-ຄວາຍປ່າ-ເສືອ-ສິງ-ລິງ-ເປັດ-ໄກ່ ແລະ ໝາປ່າ, ຈັດສັນຢ່າງເປັນລະບຽບງາມຕາແກ່ຜູ້ມາເບິ່ງມາຊົມມີຄວາມຊົມຊື່ນຍີນດີ ແລະ ເປັນສະຖານທີ່ເຄົາລົບບູຊາທີ່ສັກສິດຂອງຊາວພຸດທະສາສະນິກກະຊົນທັງຫລາຍ. ທ່ານກໍ່ໄດ້ນຳພາສ້າງສາໃນທຸກດ້ານຢູ່ເຂດຮອຍພະບາດ. ແຕ່ຫ້າມບໍ່ໃຫ້ໃສ່ປະຕູອັດແຈບ, ປະຕູຕາໜ່າງເຫລັກ, ບໍ່ໃຫ້ເຮັດຮົ້ວມາອ້ອມລ້ອມບັງກັ້ງ ຍ້ອນວ່າຮອດມື້ວັນສີນ 7-8 ຄ່ຳ, 14-15 ຄ່ຳເດືອນເພັງ-ເດືອນແຮມ ມີສັດນາໆຊະນິດ ມາກາບໄຫວ້ສັກກາລະບູຊາຮອຍຕີນພະບາດ. ໃນການສ້າງສາປະຕິສັງຂອນໃນຄັ້ງນີ້ ບໍ່ມີເຫດການຫຍັງເກີດຂື້ນ, ມີແຕ່ຄວາມວຸດທິຈຳເລີນ ເຮັດໃຫ້ຜູ້ຄົນຫລັງໄຫລກັນມາສ້າງສາມາເບິ່ງມາຊົມສັກ ກາລະບູຊາ, ຊື່ສຽງຮຽງນາມຂອງຮອຍພະບາດ ໄດ້ແຜ່ຂະຫຍາຍໄປທຸກບ້ານນ້ອຍເມືອງໃຫຍ່ ຜູ້ມີສັດທາໃຈບຸນຮູ້ຂ່າວຄາວ ກໍ່ພາກັນມາແຜ່ເມດຕາພາວະນາບໍ່ຂາດ ຈົນເຖິງທຸກວັນນີ້.
https://mict.gov.la/
ແຂວງ ຫົວພັນ
ສວນອຸທິຍານຫີນຕັ້ງ.
ທີ່ຕັ້ງ: ຕັ້ງຢູ່ບ້ານນາຕອກ, ເມືອງຫົວເມືອງ ຫ່າງຈາກເທດສະບານແຂວງ 64 ກິໂລແມັດ.
ປະຫັວດແຫຼ່ງທ່ອງທ່ຽວ: ນັບເປັນເວລາຊ້ານານກວ່າ 1500 ປີ ຜ່ານມາແລ້ວ, ຢູ່ບົນສັນພູສູງທີ່ປົກຄຸ້ມໄປດ້ວຍປ່າໄມ້ອັນອຸດົມສົມບູນຂອງແຂວງຫົວພັນນີ້ຍັງມີມະນຸດກຸ່ມໜື່ງ ຊື່ງບໍ່ຊາບກົກເຄົ້າຕົ້ນກຳເນີດແນ່ຊັດວ່າ ດັ້ງເດີມເປັນຊົນເຜົ່າໃດປະຮ່ອງຮອຍຫີນຕັ້ງຈຳນວນຫຼາຍຮ້ອຍອັນຢັງຢາຍຕາມເສັ້ນທາງທີ່ຍາວຢຽດໄຕ່ຕາມສັນພູ ແລະແກ່ວພູ ແລະ ໂດຍສະເພາະແມ່ນໄດ້ຈັດເປັນ 3 ກຸ່ມໃຫ່ຍທີ່ສຳຄັນ,ນອກຈາກນີ້ຍັງມີກຸ່ມນ້ອຍໆອີກຈຳນວນໜື່ງທີ່ຕັ້ງຢູ່ປ່ຽວ ແລະ ຢັງຢາຍເກາະກ່າຍຈາກຈຸດໜື່ງຫາອີກຈຸດອື່ນ, ຫີນຕັ້ງແມ່ນສ້າງດ້ວຍຫີນມິກາຊິດຕັດແຕ່ງເປັນແຜ່ນບາງ ແລະ ຍາວນຳມາຝັງລຽງລາຍກັນເປັນກຸ່ມ, ໂດຍສ່ວນໃຫ່ຍແລ້ວຫີນຕັ້ງທີ່ມີຂະໜາດສູງກວ່າໝູ່ມັກຈະຝັງລຽງລາຍກັນເປັນກຸ່ມ, ຫີນຕັ້ງທີ່ມີຂະໜາດສູງກວ່າໝູ່ມັກຈະຝັງຢູ່ໃຈກາງຂອງກຸ່ມ, ສ່ວນທິດທາງໃນການຈັດວາງແມ່ນບໍ່ໄດ້ມີຫຼັກການກຳນົດຕາຍຕົວ, ຢູ່ໃຕ້ດິນລົງໄປເພີ່ນເຄີຍໄດ້ຄົ້ນພົບຫຼຸມອຸມົງຂະໜາດໃຫ່ຍ ແລະ ເລິກຕາມປົກກະຕິແລ້ວຫຼຸມເຫຼົ່ານີ້ແມ່ນຖຶກປົກປິດດ້ວຍແຜ່ນຫີນກົມຂະໜາດໃຫ່ຍຊື່ງບາງແຜ່ນມີເສັ້ນຜ່າສູນກາງເກີນກວ່າສອງແມັດຂື້ນໄປ, ມີປ່ອງແປວຂຸດເປັນຮູບທໍ່ໃນລວງດີ່ງ ແລະ ມີປ່ຽງຫີນນ້ອຍທີ່ຝັງຕິດກັບຜະໜັງຫຼຸມເພື່ອໃຊ້ເປັນລູກຂັ້ນໄດປີ່ນລົງໄປສູ່ຫ້ອງໃຕ້ດິນ, ຢູ່ພາຍໃນຫຼຸມເປັນຜົ້ງກວ້າງສາມາດຝັງສົບໄດ້ຫຼາຍສົບ ແລະ ມີປ່ຽງຫີນຂັ້ນແບ່ງອອກເປັນຫ້ອງນ້ອຍໆອີກ, ສ່ວນຫຼາຍບໍ່ພົບຮ່ອງຮອຍຂອງກະດູກມະນຸດນອກຈາກເສດດິນໜຽວທີ່ເຈື່ອນລົງໄປ.
ໃນປີ 1931 ມີນັກຄົ້ນຄວ້າຊາວຝຼັ່ງເສດຊື່ວ່າ ນາງ ມາເດີແລນ ໂກລານີ ຊື່ງສັງກັດສະຖາບັນຝຼັ່ງເສດແຫ່ງພາກຕາວັນອອກໄກໄດ້ເດີນທາງມາທຳການສຳຫຼວດ ແລະ ຂຸດຄົ້ນທາງບູຮານນະຄະດີຢູ່ບໍລິເວນຫີນຕັ້ງແຫ່ງນີ້, ມີການຄົ້ນພົບວັດຖຸຫຼັກຖານທາງບູຮານນະຄະດີຈຳນວນໜື່ງ, ໃນນັ້ນມີໂຖໃສ່ກະດູກເຮັດດ້ວຍດິນເຜົາແບບຕອກເຂົາໄປເປັນທາງດິນແດງຈີ່ງມີຄວາມຫຸ້ຍງຍາກໃນການເຂົ້າເຖີງໂດຍສະເພາະແມ່ນລະດູຝົນ, ຍັງເປັນແຫຼ່ງທ່ອງທ່ຽວທີ່ຍັງບໍ່ທັນມີການພັດທະນາພື້ນຖານໂຄງລ່າງສີ່ງຮອງຮັບ ແລະ ສີ່ງອຳນວຍຄາມສະດວກຕ່າງໆ
ແຜນພັດທະນາໃນຕໍ່ໜ້າ: ສວນອຸທິຍານຫີນຕັ້ງໄດ້ມີແຜນຈັດສັນ ແລະ ອອກແບບແນວຄວາມຄິດການພັດທະນາໂດຍທີມງານສຳຫຼວດ ແລະ ຈັດສັນແຫຼ່ງທ່ອງທ່ຽວຂອງກົມພັດທະນາຮ່ວມກັບພະແນກ ຖວທ ແຂວງ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວມໍລະດົກໂລກໃນອະນາຄົດ.
https://mict.gov.la/
ບໍ່ນ້ຳອຸ່ນນາເມືອງ.
ທີ່ຕັ້ງ: ຕັ້ງຢູ່ບ້ານນາເມືອງ, ເມືອງຊຳເໜືອ ຫ່າງຈາກເທດສະບານແຂວງ 21 ກິໂລແມັດ.
ປະຫັວດແຫຼ່ງທ່ອງທ່ຽວ: ເປັນບໍ່ນໍ້າອຸ່ນທີ່ຄົ້ນພົບຫຼາຍເຊັ່ນຄົນມາແລ້ວ ຈາກທຳມະຊາດຢູ່ຕີນພູໃກ້ບ້ານນາເມືອງ ຊື່ບໍ່ນ້ຳອຸ່ນນາເມືອງ ກໍ່ເອີ້ນຕາມຊື່ບ້ານນາເມືອງຕັ້ງແຕ່ບ້ານນັ້ນໄດ້ມາຕັ້ງບ້ານຢູ່ເຂດນີ້.
ການເຂົ້າເຖີງ ແລະ ສີ່ງອຳນວຍຄວາມສະດວກ: ການເຂົ້າເຖີງສະດວກລົດສາມາດເຂົ້າໄປໄດ້ທັງ 2 ລະດູ. ມີອ່າງອາບ, ແຊ່ໃນຮົ່ມ ແລະ ກາງແຈ້ງ, ມີຫ້ອງນ້ຳ ແລະ ສາລາພັກ 1 ຫຼັງ.
ແຜນພັດທະນາໃນຕໍ່ໜ້າ: ບໍ່ນ້ຳອຸ່ນນາເມືອງໄດ້ມີແຜນຈັດສັນ ແລະ ອອກແບບແນວຄວາມຄິດໃນການພັດທະນາ ເພື່ອອະນຸລັກທຳມະຊາດ, ສີ່ງແວດລ້ອມ ແລະ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງນັກທ່ອງທ່ຽວກໍ່ຄືສັງຄົມຍັງມີຄວາມຈຳເປັນຕອງໄດ້ປັບປຸງ ແລະ ພັດທະນາສີ່ງຮອງຮັບ ແລະ ສີ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ: ທາງເຂົ້າເຖີງ, ບ່ອນຈອດລົດ, ອ່າງອາບແຊ່ໃນຮົ່ມ ແລະ ກາງແຈ້ງ ແລະ ກິດຈະກຳຕ່າງໆ.
https://mict.gov.la/
ພູຫຼວງ.
ທີ່ຕັ້ງ: ຕັ້ງຢູ່ບ້ານພູຫຼວງ, ເມືອງຊຳເໜືອຫ່າງຈາກເທດສະບານເມືອງປະມານ 6 ກິໂລແມັດ.
ປະຫັວດແຫຼ່ງທ່ອງທ່ຽວ: ເປັນພູທີ່ມີຄວາມສູງ, ມີປ່າໄມ້ຂຽວສົດງົດງາມ, ເປັນເຂດທີ່ມີຄວາມຊຸ່ມຊື່ນ ແລະ ໜາວເຢັນເກືອບຕະຫຼອດປີ, ເປັນຈຸດສູງທີສາມາດຫຼຽວເຫັນວີວທີ່ສວຍງາມຂອງເທດສະບານຕົວເມືອງຊຳເໜືອ .
ການເຂົ້າເຖີງ ແລະ ສີ່ງອຳນວຍຄວາມສະດວກ: ໄລຍະທາງ 6 ກິໂລແມັດເປັນທາງດິນແດງການເຂົ້າໄປມີຄວາມຫຸ້ຍງຍາກໂດຍສະເພາະຊ່ວງລະດູຝົນ, ສີ່ງອຳນວຍຄວາມສະດວກຕ່າງໆ ຖືວ່າບໍ່ທັນມີຫັຍງເພາະເປັນແຫຼ່ງທ່ອງທ່ຽວທີ່ຍັງບໍ່ໄດ້ມີການພັດທະນາ.
ແຜນພັດທະນາໃນຕໍ່ໜ້າ: ພູຫຼວງໄດ້ມີແຜນຈັດສັນ ແລະ ອອກແບບແນວຄວາມຄິດໃນການພັດທະນາໂດຍທີມງານນັກຝືກອົບຮົມການວາງແຜນ ແລະ ຈັດສັນແຫຼ່ງທ່ອງທ່ຽວຈາກກະຊວງ ແລະ 8 ແຂວງພາກເໜືອ
https://mict.gov.la/
ບ້ານຫັດຖະກຳຕ່ຳຫູກ(ບ້ານສະເຫຼີ້ຍ).
ທີ່ຕັ້ງ: ບ້ານສະເຫຼີ້ຍຕັ້ງຢູ່ສອງພາກທາງເລກ 6 ຫ່າງຈາກເທດສະບານແຂວງ 39 ກິໂລແມັດ.
ປະຫັວດແຫຼ່ງທ່ອງທ່ຽວ: ເປັນບ້ານເຜົ່າລາວຟ້ອງນັບຖືສາດສະໜາພຸດເປັນບ້ານທີ່ມີມູນເຊື້ອໃນການຕໍ່າຫູກໂດຍສະເພາະແມ່ນການຕໍ່າສີ້ນໝີ່,ມັດໝີ່ ແລະ ຍ້ອມສີທຳມະຊາດ.
ການເຂົ້າເຖີງ ແລະ ສີ່ງອຳນວຍຄວາມສະດວກ: ບ້ານສະເຫຼີ້ຍ ຕັ້ງຢູ່ແຄມທາງລົດການເຂົ້າເຖີງສະດວກ, ມີຫ້ອງນ້ຳ ແລະ ແຂກສາມາດພັກເຊົານຳເຮືອນປະຊາຊົນ.
ແຜນພັດທະນາໃນຕໍ່ໜ້າ: ເປັນບ້ານເປົ້າໝາຍສ້າງເປັນບ້ານວັດທະນະທຳຕິດພັນການທ່ອງທ່ຽວຕາມທິດສ້າງຂອງແຂວງ ແລະ ກະຊວງ
https://mict.gov.la/
ຖ້ຳປະຫັວດສາດເຂດຫາງລ້ອງ.
ທີ່ຕັ້ງ: ຕັ້ງຢູ່ເຂດບ້ານຫາງລ້ອງຫ່າງຈາກເທດສະບານແຂວງ 12 ກິໂລແມັດ.
ປະຫັວດແຫຼ່ງທ່ອງທ່ຽວ: ຖ້ຳປະຫັວດສາດເຂດຫາງລ້ອງລວມມີຫຼາຍຖ້ຳເຊີ່ງເປັນທີ່ຕັ້ງສຳນັກງານແຂວງໃນເມື່ອກ່ອນສະໄໝສົງຄາມກ່ອນ 1975.
ການເຂົ້າເຖີງ ແລະ ສີ່ງອຳນວຍຄວາມສະດວກ: ການເຂົ້າເຖີງສະດວກ, ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມສຳຄັນທາງດ້ານປະຫັວດສາດ ແຕ່ຍັງບໍ່ທັນໄດ້ມີການພັດທະນາດ້ານພື້ນຖານໂຄງລ່າງສີ່ງຮອງຮັບ ແລະ ສີ່ງອຳນວຍຄວາມສະດວກຕ່າງຯ.
ແຜນພັດທະນາໃນຕໍ່ໜ້າ: ພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວປະຫັວດສາດ, ຕິດພັນກັບແຫຼ່ງທ່ອງທ່ຽວເຊີງກະສິກຳ.
https://mict.gov.la/
ພູຈອມກຸບ.
ທີ່ຕັ້ງ: ຫ່າງຈາກເທດສະບານຕົວເມືອງຊຳເໜືອປະມານ 23 ກິໂລແມັດ.
ປະຫັວດແຫຼ່ງທ່ອງທ່ຽວ: ເປັນແຫຼ່ງທ່ອງທ່ຽວທຳມະຊາດພູສູງ, ອາກາດປອດໂປ່ງເຢັນສະບາຍ. ເປັນເຂດຍຸດທະສາດການທະຫານ.
ການເຂົ້າເຖີງ ແລະ ສີ່ງອຳນວຍຄວາມສະດວກ: ຈາກເສັ້ນທາງຊຳເໜືອ-ເມືອງວຽງໄຊເຂົ້າໄປປະມານ 8 ກິໂລແມັດ ເປັນທາງດິນແດງການເຂົ້າເຖີງຈີ່ງມີຄວາມຫຸ້ຍງຍາກໃນຊ່ວງລະດູຝົນ, ເປັນແຫຼ່ງທ່ອງທ່ຽວທີ່ບໍ່ທັນໄດ້ພັດທະນາ, ຍັງບໍ່ມີສີ່ງອຳນວຍຄວາມສະດວກຕ່າງໆ.
ແຜນພັດທະນາໃນຕໍ່ໜ້າ: ສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ຕິດພັນກັບການທ່ອງທ່ຽວເຊີງກະສິກຳ, ສ້າງເປັນຈຸດຊົມວີວ.
https://mict.gov.la/
ແຂວງ ຫຼວງພະບາງ
ປະຫວັດຫຍໍ້ເມືອງຫຼວງພະບາງ.
ເມືອງຫຼວງພະບາງ ເປັນເມືອງໜຶ່ງທີ່ເກົ່າແກ່ຂອງ ສປປ ລາວ, ເປັນເມືອງທີ່ເຕັມໄປດ້ວຍມົນສະເໜ່, ຄວາມເປັນເອກະລັກທາງດ້ານວັດທະນະທຳ, ມີຄວາມຫຼາກຫຼາຍທາງດ້ານຊັບພະຍາກອນການທ່ອງທ່ຽວ ແລະ ມີປະຫວັດສາດຄວາມເປັນມາ ຕິດພັນກັບຂະບວນວິວັດຂອງຊາດ ຫຼາຍຍຸກຫຼາຍສະໄໝ.
ຕຳນານໜຶ່ງກ່ຽວກັບຕົ້ນກຳເນີດຂອງເມືອງຫຼວງພະບາງນັ້ນແມ່ນ ໄດ້ອີງຕາມປະຫວັດສາດຂອງສະໄໝຂຸນບູລົມ, ຜູ້ທີ່ເປັນລູກຊາຍຂອງພະຍາແຖນ. ເຊິ່ງເພິ່ນໄດ້ພາຊາວໄຕອົບພະຍົບຈາກອານາຈັກໜອງແສ ແລະ ນ່ານເຈົ້າ ພາຍຫຼັງຖືກຮຸກຮານ, ແລ້ວລົງມາຢູ່ຮ່ວມກັບຊາວອາຊີໃຕ້ (Austro-Asiatic) ທີ່ອາໄສຢູ່ເຂດນີ້. ຂຸນບູລົມມີລູກຊາຍ 7 ຄົນ, ເຊິ່ງໄດ້ສ້າງເມືອງຂຶ້ນ 7 ເມືອງ ແລະ ໄດ້ສົ່ງລູກຊາຍຂອງແຕ່ລະຄົນໄປປົກຄອງ ແລະ ລູກຊາຍກົກຊື່ ຂຸນລໍ, ໄດ້ຖືກສົ່ງມາສ້າງເມືອງຫຼວງພະບາງແຫ່ງນີ້.[1]
ຂໍ້ມູນທີ່ແນ່ນອນ ແລະ ຖືກຕ້ອງກ່ຽວກັບປະຫວັດສາດລາວນັ້ນແມ່ນ ເລີ່ມມາແຕ່ສະຕະວັດທີ XIV, ໃນເວລາທີ່ເຈົ້າຟ້າງຸ່ມໄດ້ປົກຄອງ ແລະ ທ້ອນໂຮມເຂດແດນຕ່າງໆເຂົ້າກັນ ເຊິ່ງປະຈຸບັນແມ່ນເມືອງຊຽງຂວາງ, ພູພຽງໂຄລາດ(ທິດຕາເວັນອອກຂອງປະເທດໄທ) ແລະ ເມືອງຫຼວງພະບາງ ເຂົ້າເປັນອານາຈັກລ້ານຊ້າງ ຫຼື ເອີ້ນອີກຊື່ໜຶ່ງວ່າ “ແຜ່ນດິນທີ່ມີຊ້າງລ້ານໂຕ”.
ພະເຈົ້າຟ້າງຸ່ມໄດ້ນຳເອົາສາສະໜາພຸດນິກາຍດີລາວະດາ ແລະ ໄດ້ຮັບເອົາພະພຸດທະຮູບຄຳ (ພະບາງ), ເຊິ່ງເປັນຂອງຂວັນຈາກອານາຈັກຂະເໝນ (ກໍາປູເຈຍ) ຢູ່ທາງໃຕ້ຂອງປະເທດລາວ. ຄໍາວ່າ ຫຼວງພະບາງ ແມ່ນໄດ້ມາຈາກຊື່ຂອງພະພຸດທະຮູບຄຳອົງສັກສິດອົງນີ້ ແລະ ໄດ້ກາຍເປັນຊື່ນະຄອນຫຼວງຂອງອານາຈັກລ້ານຊ້າງ ໃນເວລາຕໍ່ມາ. ຫຼວງພະບາງ ເປັນເມືອງເກົ່າແກ່ຂອງຊາດລາວ ມີຜູ້ຄົນເຂົ້າມາຕັ້ງຖິ່ນຖານບ້ານຊ່ອງ ຢູ່ດິນແດນແຫ່ງນີ້ເປັນເວລາດົນນານກວ່າ XII ສັດຕະວັດແລ້ວ, ທັງຍັງເຄີຍເປັນລາດຊະທານີຂອງອານາຈັກລາວລ້ານຊ້າງນັບແຕ່ສ້າງຕັ້ງປະເທດມາ II ສັດຕະວັດ (ກາງສັດຕະວັດທີ XIV ຫາ ກາງສັດຕະວັດທີ XVI); ຫຼວງພະບາງເປັນແຫຼ່ງອາລິຍະທຳທີ່ໂດດເດັ່ນຂອງເຊື້ອຊາດລາວ ຊຶ່ງໄດ້ຮັບການປົກປັກຮັກສາສືບທອດ ແລະ ພັດທະນາມາຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນມໍລະດົກທາງດ້ານທຳມະຊາດ ແລະ ວັດທະນະທຳທີ່ມີຄວາມຫຼາກຫຼາຍ.
ຫຼວງພະບາງຈຶ່ງໄດ້ຖືກຮັບຮອງເປັນເມືອງມໍລະດົກໂລກ ຈາກອົງການອຸຍແນສໂກ ໃນວັນທີ 9 ທັນວາ ປີ 1995, ໃນວາລະປະຊຸມຂອງຄະນະກໍາມະການມໍລະດົກໂລກທີ່ນະຄອນຫຼວງແບກແລງ, ປະເທດເຢຍລະມັນ ໂດຍສອດຄ່ອງກັບ 3 ເງື່ອນໄຂ ທີ່ອົງການອຸຍແນສໂກກຳນົດໄວ້ ດັ່ງນີ້:
1. ຫຼວງພະບາງໄດ້ສະທ້ອນໃຫ້ເຫັນເຖິງ ການປະສົມປະສານແບບພິເສດຂອງສະຖາປັດຕະຍະກຳລາວດັ້ງເດີມ ແລະ ອາຄານແບບອານານິຄົມຂອງເອີຣົບ ໃນສັດຕະວັດທີ XIX ແລະ XX.
2.ຫຼວງພະບາງ ເປັນຕົວຢ່າງໂດດເດັ່ນຂອງສະຖາປັດຕະຍະກໍາທີ່ສ້າງຂຶ້ນມາຫຼາຍສັດຕະວັດ ຊຶ່ງຮວບຮວມເອົາ ສະຖາປັດຕະຍະກຳຂອງອາຄານສາສະໜາ, ອາຄານແບບພື້ນເມືອງ ແລະ ອາຄານຍຸກອານານິຄົມ.
3. ທິວທັດທີ່ເປັນເອກະລັກ ຂອງຕົວເມືອງຫຼວງພະບາງ ໄດ້ຖືກຮັກສາໄວ້ເປັນຢ່າງດີ ທີ່ສະແດງໃຫ້ເຫັນ ເຖິງຍຸກທີ່ສຳຄັນຂອງການເຊື່ອມໂຍງຂອງ 2 ວັດທະນະທຳ ປະເພນີທີ່ແຕກຕ່າງກັນ.
ປະຈຸບັນ ຫຼວງພະບາງໄດ້ກາຍເປັນອຸທິຍານທ່ອງທ່ຽວຂອງຊາວໂລກທີ່ມີຊື່ສຽງຕະຫຼອດມາ. ມີແຫຼ່ງທ່ອງທ່ຽວທີ່ໜ້າປະທັບໃຈເຊັ່ນ: ພະທາດພູສີ, ວັດຊຽງທອງ, ວັດວິຊຸນ, ວັດອາຮາມ ແລະ ອື່ນໆ; ຫໍພິພິທະພັນ, ນໍ້າຕົກຕາດກວາງຊີ, ບ້ານຫັດຖະກຳ, ຕະຫຼາດກາງຄືນ, ບຸນປະເພນີປີໃໝ່ລາວ, ບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ, ບຸນອອກພັນສາໄຫຼເຮືອໄຟ, ບຸນປະເພນີປີໃໝ່ຂອງເຜົ່າຕ່າງໆ. ແຫຼ່ງທ່ອງທ່ຽວ ແລະ ງານບຸນປະເພນີເຫຼົ່ານັ້ນໄດ້ເປັນສິ່ງດຶງດູດເອົານັກທ່ອງທ່ຽວທົ່ວຈາກທຸກມູມໂລກເຂົ້າມາຢ້ຽມຢາມເມືອງຫຼວງພະບາງນັບປີເພີ່ມຂຶ້ນ.
https://mict.gov.la/
ວັດຊຽງທອງ
ວັດຊຽງທອງ ເປັນວັດທີ່ມີຄວາມສວຍສົດງົດງາມທາງດ້ານສະຖາປັດຕິຍະກຳແບບມີເອກະລັກຂອງຫຼວງພະບາງ ທີ່ໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳ ຂອງລາວ ອັນເກົ່າແກ່ ແລະ ມີຮູບແບບຊົງລາວດັ້ງເດີມແທ້ໆ.ມີເນື້ອທີ່ ທັງໝົດ 291,12 ຕາແມັດ, ຕັ້ງຢູ່ລະຫວ່າງກາງ ຂອງແມ່ນໍ້າຂອງ ແລະ ແມ່ນໍ້າຄານ ທີ່ໄຫຼ່ປ່ອງໃສ່ກັນ, ສາຍເຫດທີ່ເອີ້ນວ່າວັດຊຽງທອງ ກໍຍ້ອນວ່າ: ເມື່ອກ່ອນວັດແຫ່ງນີ້ ມີກົກທອງຂະໜາດໃຫຍ່ ໂດຍວັດແທກຈາກລວງອ້ອມເທົ່າກັບ 27 ອູ້ມ ແລະ ລວງສູງ ເທົ່າກັບ 117 ແມັດ[1]. ຄຳວ່າ “ທອງ” ແມ່ນມາຈາກຊື່ຂອງຕົ້ນທອງ ທີ່ເປັນຕົ້ນໄມ້ໃຫຍ່ໃນວັດແຫ່ງນີ້.
ຫຼັງຈາກທີ່ເຈົ້າໄຊຍະເສດຖາທິລາດສໍາເລັດການສ້າງ ວັດຊຽງທອງ ໃນປີ ຄສ 1560 ແລ້ວ, ພະອົງກໍໄດ້ລົງໄປຍັງນະຄອນຫຼວງວຽງຈັນ ແລະ ໄດ້ສ້າງພະທາດຫຼວງວຽງຈັນຂຶ້ນ. ຮູບຊົງລັກສະນະອາຄານຂອງ ວັດຊຽງທອງ ນັ້ນ ມີລັກສະນະຄ້າຍຄືກັບໄກ່ມູບລູກ ທີ່ມີຫຼັງຄາອາຮາມລັກສະນະລຽນຊ້ອນກັນ 3 ຊັ້ນ, ທາງເຂົ້າອາຮາມມີດອກບົວທັງໝົດ 4 ດອກ ເຊິ່ງແຕ່ລະດອກມີຊື່ແຕກຕ່າງກັນເຊັ່ນ:ດອກບົວມະໂຫລີ, ດອກບົວສີສັດຕະນາກ,ດອກບົວສາດຕະສິນ ແລະ ດອກບົວກົນລະວົນ.[1]
ຫຼັງຈາກສ້າງວັດນີ້ບໍ່ດົນ ພະອົງກໍຊົງຍ້າຍ ເມືອງຫຼວງຂອງປະເທດ ໄປຍັງນະຄອນວຽງຈັນ ແລະ ວັດແຫ່ງນີ້ ໄດ້ຖືກຮັບການອຸປະຖໍາສືບຕໍ່ເບິ່ງແຍງ ຈາກເຈົ້າມະຫາຊີວິດ ສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດ ສີສະຫວ່າງ ວັດທະນາ ເຊິ່ງເປັນ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍ ຂອງລາວ.
ຕາມອາຮາມ ແລະ ບໍລິເວນອ້ອມຮອບວັດ ກໍ່ຍັງມີຮູບພາບທີ່ສະແດງເຖິງວິຖີການດໍາລົງຊີວິດ ຂອງປະຊາຊົນ ທີ່ຕິດດ້ວຍແກ້ວຫຼາກຫຼາຍສີສັນຕິດຕໍ່ກັນເປັນຮູບຕ່າງໆ. ນອກນັ້ນ, ຢູ່ດ້ານນອກ ກໍຍັງມີໂຮງມ້ຽນພະໂກດ ເປັນອາຄານຫຼັງໃຫຍ່ຊົງບູຮານ, ຫໍລາດຊະຣົດ ເປັນບ່ອນເກັບມ້ຽນພະໂກດ ຂອງເຄືອລະຍາດເຈົ້້າສີສະຫວ່າງ ວັດທະນາ ເຊິ່ງໄດ້ຮັບການຄວັດແກະສະຫຼັກ ແລະ ລົງນໍ້າກ້ຽງພອກດ້ວຍຄໍາປິວ ເປັນລວດລາຍລາວ ທັງໝົດ.
ພື້ນນິທານ ຈັນທະພານິດ ຕຳນານພື້ນເມືອງລາວເລົ່າວ່າ ພະເຈົ້າ ໄຊຍະເສດຖາທິລາດ ສ້າງວັດຊຽງທອງຂຶ້ນ ແລະ ເປັນວັດແຫ່ງດຽວທີ່ມີຄວາມໂຊກດີ ທີ່ລອດພົ້ນຈາກການເຜົາຜານ ໃນສະໄໝສົງຄາມ ໃນປີ 1887 ແລະໄດ້ຖືກຮັບບູລະນະສ້ອມແປງ ທັງໝົດ 4 ຄັ້ງ: ຄັ້ງທີ 1 ໃນປີ 1928, ຄັ້ງທີ 2 ລະຫວ່າງ ປີ 1952 ຫາປີ 1960 ໃນສະໄໝເຈົ້າ ສີສະຫວ່າງວົງ, ຄັ້ງທີ 3 ປີ 1984 ແລະ ຄັ້ງທີ 4 ປີ 2013. ວິຫານຂອງວັດແຫ່ງນີ້ ມີຮູບລັກສະນະ ສາມຫ້ອງລອຍ ແລະ ເຊຍດ່ຽວ, ສະແດງລັກສະນະພິເສດດ້ວຍຮູບເສັ້ນລວດລາຍ ທີ່ກົມກືນກັນ. ຫຼັງຄາ ມີຄວາມສະລັບຊ້ອນກັນ ແອ່ນອອກແບບສະຫງ່າຜ່າເຜີຍ. ການສ້ອມແປງໃຫຍ່ຄັ້ງຫຼັງສຸດ ໂດຍພື້ນຖານແລ້ວແມ່ນ ແນໃສ່ການປະດັບເອ້ ແລະ ການກໍ່ສ້າງຫໍໄຫວ້ໃຫຍ່ ຂອງຫໍລາຊະໂກດ ຊຶ່ງເລີ່ມສ້າງຂຶ້ນໃນປີ 1962 ເປັນຕົ້ນມາ
ຣາດຊະຣົດ ໄດ້ຖືກສ້າງຂຶ້ນ ໃນປີ 1962 ຫຼັງຈາກເຈົ້າຊີວິດ ສີສະຫວ່າງ ວັດທະນາ ເສຍຊີວິດ ໄດ້ 3 ປີ ໄດ້ໃຊ້ເພຶ່ອເປັນບ່ອນເກັບຮັກສາ ອັດຖິ ຂອງເຈົ້າຊີວິດໃນສະໄໝກ່ອນ ເຊິ່ງຣາດຊະຣົດນັ້ນ ຈະປະກອບມີ 3 ພະໂກດ. ພະໂກດໃຫຍ່ທີ່ຢູ່ທາງກາງນັ້ນ ແມ່ນພະໂກດທີ່ເກັບຮັກສາອັດຖິ ຂອງເຈົ້້າຊີວິດ ສີສະຫວ່າງ ວັດທະນາ ເຊິ່ງແມ່ນເຈົ້າຊີວິດ ອົງສຸດທ້າຍ. ສ່ວນພະໂກດ ທີ່ຢູ່ທາງດ້ານໜ້ານັ້ນ ແມ່ນພະໂກດທີ່ເກັບ ອັດຖິ ຂອງພະມານດາ ແລະ ພະໂກດທີ່ຢູ່ດ້ານຫຼັງນັ້ນ ແມ່ນພະໂກດທີ່ເກັບມ້ຽນ ອັດຖິ ຂອງຜູ້ເປັນອ້າຍ ຂອງເຈົ້າຊີວິດ ສີສະຫວ່າງ ວັດທະນາ ພະໂກດທັງໝົດນັ້ນ ມີການຄວັດແກະສະຫຼັກລວດລາຍອັນງົດງາມ, ດ້ານໜ້າມີການຄວັດແກະສະຫຼັກ ແລະ ຕົກແຕ່ງຢ່າງງົດງາມດ້ວຍຫົວນາກ ທີ່ເຮັດຈາກໄມ້ ສັກທອງ ຈໍານວນ 7 ຫົວ ໂດຍການລົງນໍ້າກ້ຽງພອກຄໍາທັງໝົດ.
ເມື່ອທ່ານເດີນທາງມາເຖິງວັດແຫ່ງນີ້ ສິ່ງທຳອິດທີ່ທ່ານຈະໄດ້ພົບເຫັນ ກໍຄືການໄປຊົມອາຮາມ ທີ່ເອີ້ນວ່າ “ສິມ” ເຊິ່ງຈະມີຂະໜາດບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກໍາ ທາງດ້ານສາສະໜາ ແບບເອກະລັກຂອງຫຼວງພະບາງແທ້ໆ ດ້ວຍຫຼັງຄາອາຮາມ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ, ຫຼຸດລື່ນກັນລົງມາເປັນຖານ ສ່ວນກາງຂອງຫຼັງຄາ ປະດັບເອ້ດ້ວຍຍອດ “ຊໍ່ຟ້າ” ທີ່ສວຍງາມເຊິ່ງປະກອບມີທັງໝົດ 17 ຊໍ່. ອັນມີຄວາມໝາຍວ່າເປັນ ອາຮາມ ທີ່ເຈົ້າມະຫາຊີວິດ ຊົງສ້າງຂຶ້ນ, ສ່ວນທີ່ຄົນສາມັນສ້າງ ຈະມີຊໍ່ຟ້າພຽງແຕ່ 1 - 7 ຊໍ່ເທົ່ານັ້ນ, ຕາມການເລົ່າຂານ ເຊື່ອກັນວ່າ ບໍລິເວນປ່ອງສີ່ຫຼ່ຽມນ້ອຍໆ ເຄິ່ງກາງຂອງ ຊໍ່ຟ້າ ເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ເຊັ່ນພຣະພຸດທະຮູບ, ຖັດມາ ສ່ວນທີ່ຢູ່ທາງໜ້ານັ້ນເອີ້ນວ່າ “ໂງ່” ຮູບຮ່າງຄືກັນກັບ ຫົວນາກ ເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາສະໜາ. ເມື່ອຍ່າງເຂົ້າມາ ທາງດ້ານປະຕູອາຮາມ ເຮົາຈະເຫັນ ປັດຕະຍະກໍາ ອັນໂດດເດັ່ນສະດຸດຕາ ກັບລວດລາຍລາວທີ່ຄວັດແກະສະຫຼັກ ອັນປານີດ ແລະ ສວຍງາມ, ປ່ອງຢ້ຽມ ແລະ ຝາພາຍໃນ ແມ່ນການປະດັບເອ້ດ້ວຍການລົງສີນໍ້າກ້ຽງພອກຄໍາປິວ ທີ່ສະແດງເຖິງເລື່ອງລາວປະຫວັດ ຂອງພຸດທະປະຫວັດ ທ້າວສີທົນ, ພະເຈົ້າ 10 ຊາດ ແລະ ພາບນິທານເພື່ອນບ້ານ ແລະ ເມື່ອເບິ່ງເລິກເຂົ້າໄປ ກໍ່ຈະເຫັນພະປະທານ “ອົງຫຼວງ” ນອກຈາກ ອາຮາມວັດຊຽງທອງ ຈະມີພະອຸໂປສົດ ທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ, ການຕົກແຕ່ງລວດລາຍຕາມຝາພາຍໃນ ກໍສວຍງາມຄືກັນ ບໍລິເວນຝາດ້ານຫຼັງ ຂອງພະອຸໂປສົດ ກໍມີການຕົກແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາຈະເຮັດໃຫ້ເບິ່ງແລ້ວມີຄວາມງົດງາມ ຖັດມາບໍລິເວນດ້ານຂ້າງ ແລະ ດ້ານຫຼັງຂອງພະອຸໂບສົດ ເປັນທີ່ຕັ້ງຂອງວິຫານນ້ອຍໆ 2 ຫຼັງ, ຈຸດເດັ່ນຂອງວິຫານດ້ານໜ້າຄື ທີ່ຝາດ້ານນອກ ແຕ່ລະຫຼັງ ຕົກແຕ່ງດ້ວຍແກ້ວສີ ຕັດເປັນຊິ້ນສ່ວນນ້ອຍໆ ແລ້ວນຳມາຕໍ່ກັນເປັນຮູບຮ່າງຕ່າງໆ ເລົ່າເປັນນິທານພື້ນບ້ານ ເບິ່ງສວຍງາມອາຣາມຕາ ຕາມແບບສະບັບຫຼວງພະບາງ, ວິຫານຫຼັງນ້ອຍດ້ານຂ້າງພະອຸໂປສົດ ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານພະພຸດທະຮູບປາງໄສຍາດທີ່ງົດງາມ ດ້ວຍພະຫັດ ທີ່ຮອງຮັບພະສຽນໄວ້ຢ່າງງົດງາມ ແລະ ອອນຊອນ. ພະພຸດທະຮູບນີ້ ເຄີຍນໍາໄປຈັດສະແດງ ທີ່ມະຫານະຄອນ ປາຣີ, ປະເທດຝຣັ່ງ ໃນປີ ຄ.ສ 1931 ແລະ ໄປປະດິດສະຖານຢູ່ທີ່ນະຄອນວຽງຈັນ ຫຼາຍສິບປີ ກ່ອນທີ່ຈະນຳກັບຄືນມາຍັງຫຼວງພະບາງ ໃນປີ ຄ.ສ 1964. ສ່ວນວິຫານດ້ານຫຼັງພະອຸໂປສົດຄື “ຫໍພະມ່ານ” ພາຍໃນປະດິດສະຖານ “ພະມ່ານ” ຊຶ່ງມີລັກສະນະຄ້າຍກັບ "ພະບາງ" ຈົນຫຼາຍຄົນເຂົ້າໃຈຜິດຄິດວ່າເປັນພະອົງດຽວກັນ, ຈະມີການອັງເຊີນ “ພະມ່ານ” ລົງມາ ເພື່ອໃຫ້ປະຊາຊົນໄດ້ຫົດສົງນ້ຳ ແລະ ກາບໄຫວ້. ສໍາລັບ ເລື່ອງພາຍໃນຝາດ້ານຫຼັງວິຫານນີ້ ເປັນພາບປະດັບແກ້ວສີ ເລົ່າເລື່ອງວິຖີຊີວິດຂອງຜູ້ຄົນ ສ້າງຂຶ້ນໃນປີ ຄ.ສ 1950 ເພື່ອສະເຫຼີມສະຫຼອງ ທີ່ໂລກກ້າວສູ່ຍຸກເຄິ່ງພຸດທະການ, ດ້ານຫຼັງຫໍພະມ່ານ ເປັນທີ່ຕັ້ງຂອງພະທາດ ເຈົ້າຊີວິດ ສີສະຫວ່າງວົງ, ຊຶ່ງເປັນທີ່ເກັບ ອັດຖິ ຂອງເຈົ້າມະຫາຊີວິດ ສີສະຫວ່າງວົງ ແລະ ດ້ານທິດຕະເວັນອອກສຽງໃຕ້ ຕິດກັບຮົ້ວ ເປັນໂຮງເກັບເຮືອ ໃກ້ກັບແຄມແມ່ນ້ຳຂອງ ສ່ວນດ້ານໜ້າພະອຸໂປສົດ ເປັນທີ່ຕັ້ງຂອງຫໍກອງ ມີລວດລາຍລົງນໍ້າກ້ຽງພອກຄໍາປິວ ສວຍງາມເທິງເສົາ. ນອກຈາກນັ້ນ; ໃນບໍລິເວນວັດຊຽງທອງ ເມື່ອທ່ານຍ່າງເຂົ້າໄປທາງດ້ານຖະໜົນໂພທິສາລາດ ດ້ານຂວາມືຈະຕ້ອງສະດຸດຕາກັບອາຄານຊົງບູຮານມີລວດລາຍແກະສະຫຼັກທາສີຄຳ. ຂະໜາດໃຫຍ່ຊຶ່ງເອີ້ນວ່າ “ໂຮງມ້ຽນໂກດ” ຫຼືເປັນໂລງກັບພະໂກດ, ພະຣາດຊະຣົດ, ລາຊະຍາດຂອງເຈົ້າຊີວິດ ສີສະຫວ່າງ ວັດທະນາ ຊຶ່ງສິ້ນພະຊົນເມື່ອປີ ຄ.ສ.1959 ແລະ ໄດ້ສ້າງໂຮງມ້ຽນໂກດແຫ່ງນີ້ຂຶ້ນ ໃນປີ ຄ.ສ 1962 ພາຍໃນມີລັກສະນະເປັນໂຖງກວ້າງ ຝາດ້ານໜ້າຕັ້ງ, ພື້ນສາມາດຖອດອອກ ເພື່ອໃຫ້ສາມາດເຄື່ອນຣາດຊະຣົດອອກມາໄດ້. ບໍລິເວນກາງໂຮງມ້ຽນໂກດ ເປັນທີ່ຕັ້ງຂອງຣາດຊະຣົດ ໄມ້ແກະສະຫຼັກຕິດຄໍາປິວອ້ອມຮອບຄັນ. ມີພະໂກດ 3 ອົງ, ສູນກາງເປັນໂກດອົງໃຫຍ່ ເປັນບ່ອນເກັບມ້ຽນ ອັດຖິ ຂອງເຈົ້າສີສະຫວ່າງ ວັດທະນາ. ໂກດອົງນ້ອຍດ້ານໜ້າ ເປັນຂອງພະລາຊະມານດາ, ສ່ວນໂກດອົງນ້ອຍດ້ານຫຼັງ ເປັນຂອງຜູ້ເປັນອ້າຍ. ໂຮງມ້ຽນໂກດນີ້ອອກແບບໂດຍ ເຈົ້າມະນີວົງ ແລະ ແກະສະຫຼັກໂດຍຊ່າງຫຼວງພະບາງ ທີ່ຊື່ “ເພຍຕັນ” ເມື່ອຄັ້ງທີ່ ຮັບລາຊະການຢູ່ໃນພະມະຫາລາຊະວັງ ນັບເປັນຊ່າງຝີມືຊັ້ນເອກປະຈຳພະອົງ ຂອງເຈົ້າມະຫາຊີວິດ ສີສະຫວ່າງ ວັດທະນາ, ເຊິ່ງເພິ່ນມີຄວາມຊຳນານທາງດ້ານການແຕ້ມ ແລະ ການແກະສະຫຼັກ ຈຸດເດັ່ນອີກຢ່າງໜຶ່ງຂອງໂຮງມ້ຽນໂກດ ຄືບໍລິເວນຝາດ້ານນອກທີ່ “ເພຍຕັນ” ແກະສະຫຼັກໄວ້ຢ່າງງົດງາມ ລົງດ້ວຍສີທອງສຸກ ໂດຍການເລົ່າເລື່ອງພະລັກພະລາມ ຕອນສໍາຄັນ. ເຊິ່ງດ້ານເທິງສຸດເປັນຕອນ “ພິເພກ” ກໍາລັງບອກຄວາມລັບ “ເລື່ອງ” ບ່ອນເຊື່ອງຫົວໃຈ ຂອງທົດສະກັນ ກັບ ພະລັກພະລາມ ແລະ ນາງສີດາ. ຖັດລົງມາເປັນຕອນທີ່ທົດສະກັນຖືກທະນູຂອງພະລາມສຽບເຂົ້າທີ່ຫົວໃຈເປັນຕົ້ນ, ເດີມພາບແກະສະຫຼັກເຫຼົ່ານີ້ ເປັນລັກສະນະການລົງພາບປິດທອງທີ່ສວຍງາມ, ຕໍ່ມາ ມີການບູລະນະໃໝ່ ໂດຍທາສີທອງທັບລົງໄປດັ່ງທີ່ເຫັນໃນປະຈຸບັນ. ນອກຈາກນີ້, ພາຍໃນວັດຊຽງທອງ ຍັງມີເຂດສັງຄາວາດ ປະກອບດ້ວຍກຸດຕິ, ສະຖູບເຈດີ ດັ່ງວັດທົ່ວໆໄປ ແລະ ຍັງມີພະສົງຈຳພັນສາຢູ່.
ຂະໜາດ, ການຕົກແຕ່ງ, ການປະດັບປະດາ ແລະ ລວດລາຍຕ່າງໆ.
- ຫໍພະສ່ຽງທາຍ ມີລັກສະນະຫຼັງຄາ 3 ຊັ້ນ, ມີຫົວນາກ 4 ໂຫງ່, ມີແຂນນາງ 18 ອັນ, ມີປະຕູໜຶ່ງ ບານ ປິ່ນໄປທາງທິດເໜືອ ແລະ ປ່ອງຢ້ຽມສອງຂ້າງ ຫັນໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ.
- ຫໍພະມ່ານ ມີຫຼັງຄາ 2 ຊັ້ນ, ມີຫົວນາກ 2 ໂຫງ່, ມີແຂນນາງ 16 ອັນ.
- ຫໍໄຕໃຫຍ່ ມີຫົວນາກ 4 ໂຫງ່, ປັດຈຸບັນ ຫັກ 1 ໂຫງ່, ທາງດ້ານໜ້າຂອງຫໍໄຕໃຫຍ່.
- ລາຍເສົາ ນອກອາຣາມ ວັດຊຽງທອງ ດ້ານໜ້າ ປະດັບດ້ວຍລວດລາຍ ດອກຈຽງຕົ້ນເສົາພອກຄໍາ.
- ລາຍເສົາ ໃນອາຣາມ ແມ່ນພອກຄໍາດ້ວຍ ລາຍສ້ອຍສາ ຕີນຝາ.
- ລາຍຄ້າວ ນອກອາຣາມ ແມ່ນພອກຄໍາດ້ວຍລາຍ ດອກຄັນ, ດອກຄື້, ດອກຈັນ
- ໄມ້ແປ ແຕ້ມດ້ວຍລາຍດອກ ຊົງກາບິນ, ດອກຕາເວັນນ້ອຍ.
- ໜ້າອາຣາມວັດ ມີຫົວເສົານ້ອຍ 14 ເສົາ ແລະ ໄມ້ຮົ້ວ ທີ່ແຕ້ມດ້ວຍລາຍຊ້ອນ 78 ລໍາ.
- ດອກຊຸ້ມປະຕູ ດອກເອື້ອງ ທາງເຂົ້າອາຣາມ ມີຍອດສູງ 7 ຊັ້ນ, ມີແປຫຼັງຄາ 2 ຊຸດ, ຊຸດລຸ່ມມີ 4 ຄ້າວ, ຊຸດເທິງ ມີ 5 ຄ້າວ ແລະ ແປບົນ 1 ແປ.
- ລາຍເສົາ ດ້ານໜ້າ ແລະ ຝາຜະໜັງ ດ້ານນອກ ລາດຊະໂກດ ແມ່ນແຕ້ມໂດຍລາຍ ເທບພະນົມ ປະສົມກັບ ດອນຈຽງ.
- ລາຍເພດານ ລາດຊະໂກດ ແຕ້ມດ້ວຍລາຍດອກ ກົງຈັກ
- ອາຮາມວັດ ກວ້າງ 6,80 ແມັດ, ຍາວ 22,40 ແມັດ, ສູງ 15,30 ແມັດ.
ຄວາມໝາຍຂອງ ຍອດຊໍ່ຟ້າ 17 ຊັ້ນ ຂອງວັດຊຽງທອງ.
ຍອດຊໍ່ຟ້າທີ່ຫຼັງຄາຂອງອາຮາມ (ສິມ) ນັ້ນ, ແມ່ນມີຄວາມເຊື່ອ ແລະ ເປັນສັນຍາລັກຂອງສະຫວັນຊັ້ນຟ້າ ເຊິ່ງມີຄວາມເຊື່ອໃນພຸທະປະຫວັດ ກໍ່ຄື ພຣະທັມມະຈັກ ກັບ ປະວັດຕະນະສູຕ ເຊິ່ງເປັນປະຖົມມະບົດຂອງທັມມະເທສະໜາ ກັນທຳອິດຂອງພຣະສັມມາສັມພຸທະເຈົ້າ ທີ່ພຣະອົງໄດ້ຊົງໂປຣດເທສະໜາແກ່ ປັນຈະວັກຄີທັງຫ້າອົງ ເຊິ່ງມີເນື້ອໃນກ່າວເຖິງ ຕອນທີ່ ພຣະພຸທະເຈົ້າ ກຳລັງປະຕິບັດຕົນເພື່ອປະຕິເສດ ທາງສຸດໂຕ່ງ ສອງຢ່າງ ແລະ ໂດຍປະຕິບັດ ຕາມທາງສາຍກາງ ອັນເປັນແບບທາງທີ່ປະຕິບັດທີ່ຖືກຕ້ອງ ໃຫ້ແກ່ມວນມະນຸດ ແລະ ມີເນື້ອຫາສະແດງເຖິງຂັ້ນຕອນ ແລະ ການປະຕິບັດໃຫ້ບັນລຸເຖິງ ອະຣິຍະສັຈສີ່ ເພື່ອດໍາເນີນຂັ້ນຕອນການປະພຶດປະຕິບັດ ແລະ ເຂົ້າໃຈຂອງຄວາມເປັນທຸກ ສະມຸດທັຍນິໂຣດມັຄ ເພື່ອໄປສູ່ ພຣະນິພານ ເຊິ່ງເປັນເປົ້າຫມາຍ ແລະ ຈຸດໝາຍສູງສຸດ ຂອງພຸທະສາສະໜາ ເມື່ອພຣະຜູ້ມີພຣະພາກເຈົ້າ ຕັດທັມມະຈັກ ກັບ ປະວັດຕະນະສູຕ ຢູ່ນັ້ນ. ດວງພຣະເນດສ່ອງເຫັນທັມ ສາມາດສ່ອງເຫັນ 15 ຊັ້ນ ນາຮົກ, 16 ຊັ້ນສະຫວັນ.
ສະນັ້ນ, ບູຮານລາວ ຈຶ່ງນິຍົມຖືເອົາ ຂໍ້ນີ້ເປັນຂໍ້ສູງ (16 ຊັ້ນຟ້າ ແລະ 15 ຊັ້ນດິນ) ແລະໄດ້ປະຕິບັດ ການເຮັດຍອດຊໍ່ຟ້າ ຫຼັງຄາຂອງວັດຕາມຂໍ້ຄະຕິ ດັ່ງກ່າວ, ເພື່ອບັນລຸເປົ້າຫມາຍຂອງ ພຸທະສາສະໜາ ເພື່ອໃຫ້ຕົນໄດ້ບັນລຸໄປເຖິງສະຫວັນ ຊັ້ນອະກະນິຕຖາ ທີ່ເປັນຊັ້ນສູງສຸດຂອງສວງສະຫວັນ.
https://mict.gov.la/
ປະຫວັດພະບາງ.
ພະບາງ ແມ່ນພະພຸດທະຮູບອົງສັກສິດ, ເປັນປູສະນີຍະວັດຖຸອັນເກົ່າແກ່ ແລະ ເປັນຂອງຄໍ້າຂອງຄູນ ເປັນພະພຸດທະຮູບສໍາຄັນຫຍິ່ງ, ເປັນມະຫາສົມບັດອັນລໍ້າຄ່າ ຄູ່ບ້ານຄູ່ເມືອງລາວ ແລະ ເປັນມິ່ງຂວັນອັນປະເສີດຂອງປະຊາຊົນລາວທັງຊາດ ມາເປັນເວລາອັນດົນນານໂດຍການບອກເລົ່າ ຂອງ ຜູ້ອໍານວຍການຫໍພິພິຕະພັນແຫ່ງຊາດຫຼວງພະບາງ ເພີ່ນໄດ້ເວົ້າວ່າ ພະບາງ ເປັນພະພຸດທະຮູບທີ່ເຮັດດວ້ຍ ຄຳ, ເງິນ ແລະ ທອງ ມາປະສົມຫຼອມເຂົ້າກັນ, ເມື່ອຫຼໍ່ ພະພຸດທະຮູບສຳເລັດບໍລິບູນແລ້ວ ຈຶ່ງໄດ້ທຳການພຸດທາພິເສກ, ພະມະຫາຈຸຣະນາຄະເຖຣະເຈົ້າ ໄດ້ຕັ້ງຈິດອາທິຖານອັງເຊີນເອົາພະສາຣິກະທາດທັງ 5 (ກະດູກຂອງພະພຸດທະເຈົ້າ) ເຂົ້າສິງ ຢູ່ໃນຮ່າງກາຍ ຂອງພະພຸດທະຮູບອົງນີ້, ໃນ 5 ແຫ່ງຄື: ທາດພະ ອົງສະເດັດເຈົ້າ ຢູ່ໃນໜ້າຜາກ, ຄາງ, ເອິກ ແລະ ໃນມືກ້ຳຂວາ ແລະ ກ້ຳຊ້າຍ, ລວງສູງ 83 ຊັງຕີແມັດ, ມີນ້ຳໜັກ 53.400 ກິໂລກຣາມ.
ນັບຕັ້ງແຕ່ພະບາງ ໄດ້ຖືກສ້າງຂື້ນມາເພີ່ນໄດ້ປະດິດສະຖານ ຢູ່ປະເທດສີລັງກາເປັນເວລາ ດົນນານ ເຖິງ 963 ປີ. ມາຮອດປີ ພຸດທະສັກກະລາດ 1400 ພະເຈົ້າສິຣິຈັນທະລາດ ແຫ່ງປະເທດກຳປູເຈຍ ໄດ້ໄປຂໍພະບາງ ນໍາພະເຈົ້າສຸບິນນາລາດ ຜູ້ປົກຄອງແຜ່ນດິນແຫ່ງເມືອງລັງກາ (ປະເທດສີລັງກາ) ພະອົງກໍຍິນດີມອບ ໃຫ້ແກ່ເຈົ້າຊີວິດກຳປູເຈຍ. ພະບາງໄດ້ສະຖິດ ຢູ່ໃນພະວິຫານກາງນະຄອນຫຼວງອິນທະປັດຖານະຄອນ ປະເທດກໍາປູເຈຍ ເປັນເວລາ 502 ປີ.
ມາຮອດປີ ຄ.ສ 1359 ໃນສະໄໝຣາຊະການພຣະເຈົ້າ ປະຣະມັດຖະເຂມະຣາ, ເຈົ້າຊີວິດແຜ່ນດິນປະເທດກໍາປູເຈຍ ເຊິ່ງເປັນ ພໍ່ເຖົ້າຂອງພະຍາຟ້າງຸ່ມ ໄດ້ຍິນດີຕົກລົງມອບພະບາງ, ພະຄຳພີ ແລະ ພະໄຕປີດົກ ມອບໃຫ້ເຈົ້າຟ້າງຸ່ມ ຜູ້ເປັນລູກເຂີຍ, ມີພະມະຫາປາສະມັນ ພ້ອມ ດ້ວຍພະພິກຂຸສົງ 20 ອົງ ແລະ ນັກປາດ 4 ທ່ານ ໄດ້ອັງເຊີນ ‘ພະບາງ’ ແລະ ພະຄຳພີ ແລະ ພະໄຕປີດົກ ຂື້ນມາປະເທດລາວ ແລະ ໄດ້ປະດິດສະຖານໄວ້ຢູ່ ເມືອງວຽງຄຳ.
ໃນ ຄ.ສ 1502 ສະໄໝສົມເດັດພະເຈົ້າວິຊຸນນະລາດ ໄດ້ອັງເຊີນ ‘ພະບາງ’ມາຈາກເມືອງວຽງຄຳ ຂື້ນມານະຄອນຊຽງທອງ ຄື ເມືອງຫຼວງພະບາງໃນປະຈຸບັນ ແລະ ໄດ້ນຳໄປປະດິດ ສະຖານໄວ້ ທີ່ວັດມະໂນລົມ. ໃນປີ ຄ.ສ 1504 ຈຶ່ງໄດ້ອັງເຊີນເອົາ‘ພະບາງ’ອອກຈາກວັດມະໂນລົມ ມາສະຖິດໄວ້ຢູ່ໃນ ວັດວິຊຸນມະຫາວິຫານ. ໃນປີ ຄ.ສ 1705 ສະໄໝຂອງເຈົ້າໄຊວົງເວ້ (ສົມເດັດພຣະເຈົ້າໄຊຍະເສດຖາທິລາດ ທີ 2) ອັງເຊີນເອົາ‘ພະບາງ’ລົງໄປນະຄອນຫຼວງວຽງຈັນ ປະດິດສະຖານໄວ້ທີ່ ວັດປ່າສັກຫຼວງ (ວັດອິນແປງ ປັດຈຸບັນ).
ໃນສະໄໝພະເຈົ້າສິຣິບຸນຍະສານ ເຈົ້າຊີວິດແຫ່ງອານາຈັກລ້ານຊ້າງວຽງຈັນ ສົມເດັດພະເຈົ້າກຸງ ທົນບູລີ ໄດ້ສັ່ງໃຫ້ກອງທັບຫຼວງສະຫຍາມ ຊຶ່ງນຳທັບໂດຍເຈົ້າພະຍາມະຫາກະສັດສຶກ ມາຕີເຂົ້າຍຶດເອົາ ອານາຈັກລ້ານຊ້າງວຽງຈັນໄດ້ແລ້ວ ກໍ່ປຸ້ນສະດົມເກັບກວາດເອົາຊັບສົມບັດ ວັດຖຸມີຄ່າທັງໝົດແລ້ວ ກໍ່ເຂົ້າປຸ້ນເອົາ ພະບາງ ແລະ ພະແກ້ວມໍລະກົດ ໄປຍັງກຸງທົນບູລີ.
ເມື່ອຕົ້ນປີ ຄ.ສ 1783 ໃນສະໄໝພະພຸດທະຍອດຟ້າຈຸລາໂລກ (ຣາຊະການ ທີ 1) ເປັນ ພະເຈົ້າແຜ່ນດິນສະຫຍາມ. ສົມເດັດພະເຈົ້ານັນທະເສນ ກໍ່ໄດ້ທູນຂໍເອົາ‘ພະບາງ’ກັບຄືນສູ່ແຜ່ນດິນ ລາວລ້ານຊ້າງວຽງຈັນ. ໃນສະໄໝເຈົ້າອະນຸວົງ ເປັນເຈົ້າຊີວິດ ຜູ້ປົກຄອງອານາຈັກລ້ານຊ້າງວຽງຈັນ ໃນປີຈຸຣະສັກກະຣາດ ຄ.ສ 1828 ໃນສະໄໝພະບາດສົມເດັດພະນັ່ງເກົ້າ (ຣາຊະການທີ 3) ໄດ້ຕີປຸ້ນເມືອງວຽງຈັນ ແລະ ນຳເອົາ‘ພະບາງ’ໄປປະດິດສະຖານໄວ້ຢູ່ທີ່ວັດຈັກກະວັດກຸງເທບ. ພະບາງ ໄດ້ປະດິດສະຖານ ຢູ່ປະເທດໄທ ເປັນເວລານານເກືອບ 40 ປີ. ຄືມາຮອດປີ ຄ.ສ 1886 ໃນສະໄໝຣາຊະການແຜ່ນດິນຂອງສົມເດັດພະເຈົ້າຈັນທະລາດ ໄດ້ກາບທູນຂໍເອົາ ‘ພະບາງ’ ນຳເຈົ້າຊີວິດ ປະເທດໄທ ກັບຄືນສູ່ນະຄອນຫຼວງພະບາງລ້ານຊ້າງ ເປັນຄັ້ງທີ 2 ໄດ້ປະດິດສະຖານຢູ່ວັດວິຊຸນ ມະຫາວິຫານໄດ້ 2 ປີ, ສົມເດັດພະເຈົ້າສັກກະລິນ ຈຶ່ງໃຫ້ອັງເຊີນ‘ພະບາງ’ຍ້າຍອອກຈາກວັດວິຊຸນ ມາປະດິດສະຖານ ຢູ່ວັດໃໝ່ສຸວັນນະພູມາຣາມ.
ວັນທີ 25 ມີນາ ປີ ຄ.ສ 1904 ໃນສະໄໝ ເຈົ້າຊີວິດສີສະຫວ່າງວົງ ໄດ້ອັນເຊີນພະບາງ ອອກຈາກວັດໃໝ່ສຸວັນນະພູມາຣາມ ມາປະດິດສະຖານໄວ້ຢູ່ໃນພະຣາຊະວັງຫຼວງ (ຫໍພິພິຕະພັນປະຈຸບັນ). ໃນປີ ພ.ສ 2511 ພຣະບາດສົມເດັດພຣະເຈົ້າສີສະຫວ່າງວັດທະນາ ໄດ້ສ້າງຫໍພຣະບາງ ຂື້ນໃນພຣະຣາຊະວັງຫຼວງ ທີ່ຫຼວງພະບາງ ແຕ່ບໍ່ທັນສຳເລັດ. ໃນປີ ຄ.ສ 1975 ປະເທດລາວ ໄດ້ຮັບການປົດປ່ອຍທົ່ວປະເທດ ແລະ ໄດ້ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ (12) 1975. ພັກ ແລະ ລັດຖະບານ ໄດ້ຕົກລົງສືບຕໍ່ກໍ່ສ້າງ ຫໍພະບາງຈົນສຳເລັດໃນປີ ຄ.ສ 2013.
ວັນເສົາ ວັນທີ 14 ເດືອນ ທັນວາ (12) ຄ.ສ 2013 ໃນສະໄໝ ຂອງ ພະນະທ່ານ ຈູມມາລີ ໄຊຍະສອນ ເປັນເລຂາທິການສູນກາງພັກ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ປອ. ຄຳແພງ ໄຊສົມແພງ, ເປັນເລຂາ ພັກແຂວງ, ເຈົ້າແຂວງ ຫຼວງພະບາງ ພ້ອມດ້ວຍປະຊາຊົນບັນດາເຜົ່າ ແຂວງຫຼວງພະບາງ ກໍ່ຄື ປະຊາຊົນບັນດາເຜົ່າທົ່ວປະເທດ ໄດ້ຈັດຕັ້ງພິທີອາລາທະນາອັງເຊີນ‘ພະບາງ’ຂື້ນປະດິດສະຖານ ຢູ່ຫໍພະບາງ ແລະ ໄດ້ມີການຄົບງັນເປັນ ເວລາ 3 ມື້ 3 ຄືນ. ທຸກໆປີ ພໍຮອດມື້ທີ 3 ຂອງບຸນປີໃໝ່ ຄືມື້ສັງຂານຂື້ນ ທາງອໍານາດການປົກແຂວງ ແລະ ພໍ່ແມ່ເຖົ້າແກ່ປະຊາຊົນຊາວຫຼວງພະບາງ ໄດ້ອັນເຊີນພະບາງ ແລະ ແຫ່ແຫນໄປປະດິດສະຖານໄວ້ ໃນຫໍສົງທີ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນທົ່ວທັງເມືອງໄດ້ໄປຫົດສົງພະພຸດທະຮູບອົງນີ້.
https://mict.gov.la/
ຖໍ້າຕິ່ງ.
ຖ້ຳຕິ່ງແມ່ນຖ້ຳທຳມະຊາດ ທີ່ມີຄວາມສວຍງາມ ທີ່ເກີດຈາກພູຫີນຜາ ຊຶ່ງຕັ້ງຢູ່ຕາມແຄມຝັ່ງຂອງແມ່ນ້ຳຂອງ ທາງຝັ່ງຕາເວັນຕົກ, ກົງກັນຂ້າມກັບບ້ານປາກອູ ບ່ອນທີ່ນ້ຳອູໄຫຼເຊື່ອມໃສ່ແມ່ນ້ຳຂອງ, ຖ້ຳຕິ່ງ ຕັ້ງຫ່າງຈາກຕົວເມືອງຫຼວງພະບາງ ໄປທາງທິດເໜືອປະມານ 30 ກິໂລແມັດ ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ມີຊື່ສຽງ ຂອງແຂວງຫຼວງພະບາງ ແລະ ໃນ ສປປ ລາວ.
ຖ້ຳຕິ່ງແບ່ງອອກເປັນ 2 ຖ້ຳຄື: ຖ້ຳເທິງ ແລະ ຖ້ຳລຸ່ມ ເຊິ່ງມີເສັ້ນທາງຍ່າງເຊື່ອມຕໍ່ຫາກັນ ແຕ່ລະຖ້ຳກວ້າງຂວາງ ແລະ ມີພະພຸດທະຮູບໄມ້ສັກສິດ ຫຼາຍກວ່າ 4,000 ອົງ. ຕາມການເຊື່ອຖືຂອງປະຊາຊົນລາວແລ້ວ ຖ້ຳຕິ່ງເຄີຍເປັນບ່ອນອາໄສ ຂອງຄົນບູຮານ ຕໍ່ມາໄດ້ມີການປະຕິສັງຂອນ, ປະດິດສະຖານຂອງພະພຸດທະຮູບໄມ້ ສະໄໝກ່ອນໃນແຕ່ລະປີ ປະຊາຊົນໃນພູມລຳເນົາແຫ່ງນີ້ ໄດ້ພາກັນສ້າງພະພຸດທະຮູບມາປະດິດສະຖານ ໄວ້ຖ້ຳຕິ່ງແຫ່ງນີ້ ເພື່ອກາບໄຫວ້ຕາມຮີດຄອງປະເພນີ ແລະ ການເຊື່ອຖືຂອງທ້ອງຖິ່ນ. ມາເຖິງສັດຕະວັດທີ XVIII – XX ເມື່ອຮອດປີໃໝ່ລາວຂອງທຸກໆປີ ເຈົ້າຊີວິດ ພ້ອມດ້ວຍບໍລິວານໄຜ່ຟ້າລາຊະດອນ ໄດ້ພາກັນໄປຫົດສົງພະທີ່ຖ້ຳຕິ່ງ ແລະ ທ່ຽວຊົມທຳມະຊາດ, ປະເພນີຫົດສົງພະດັ່ງກ່າວ ແມ່ນຍັງສືບທອດກັນມາເຖິງທຸກວັນນີ້.
ຄຳວ່າ ຖ້ຳຕິ່ງ ນັ້ນ, ມີຊື່ມາແຕ່ເມື່ອໃດນັ້ນພວກເຮົາບໍ່ສາມາດຮູ້ໄດ້ ແຕ່ໜັງສືລາວພື້ນຂຸນບູລົມໄດ້ກ່າວເຖິງຖ້ຳຕິ່ງ ແມ່ນມີຊື່ມາແຕ່ສະໄໝຂຸນລໍ ປະຖົມກະສັດຂອງລາວ ຕຳນານບູຮານກ່າວວ່າຂຸນລໍໄດ້ຍົກພົນ ມາຕາມນ້ຳອູ ແລະ ນ້ຳຂອງ ມາຕັ້ງທັບຢູ່ ສົບອູ (ບໍລິເວນບ້ານປາກອູ) ແລະ ຜາຕິ່ງ. ໃນສະໄໝຕໍ່ມາ ເມື່ອກາງສັດຕະວັດທີ XIV ແຫ່ງຄິດຕະສັງກາດ ເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມ ແລະ ກໍ່ຕັ້ງອານາຈັກລ້ານຊ້າງ ເອກະພາບ ໄດ້ຍົກທັບມາແຕ່ປະເທດຂະເໝນ ກໍ່ໄດ້ຕັ້ງຫຼັກຢູ່ບ້ານປາກອູ ແລະ ຜາຕິ່ງເຊັ່ນດຽວກັນ. ດັ່ງນັ້ນ, ຄຳວ່າ ຖ້ຳຕິ່ງມີຊື່ມາແຕ່ດົນນານແລ້ວ ແລະ ອີກບັນຫາໜຶ່ງຖ້ຳຕິ່ງມີຍອຍຕິ່ງຍ້ອຍລົງມາຕາມ ຜາພູ ແລະ ໃນຮູຖ້ຳເປັນຈຳນວນຫຼວງຫຼາຍ ເຊິ່ງເອີ້ນຢ່າງໜຶ່ງວ່າ ນົມຜາ. ຈາກເຫດຜົນດັ່ງກ່າວປະຊາຊົນທ້ອງຖິ່ນຈິ່ງເອີ້ນວ່າ ຖ້ຳຕິ່ງ.
ຕາມທັດສະນະທາງບູຮານວິທະຍາ ຍ້ອນຂະບວນການທໍລະນີວິທະຍາ ນັບເປັນລ້ານປີມາແລ້ວຖ້ຳເທິງ ແລະ ຖ້ຳລຸ່ມ ເຊິ່ງທັງສອງໄດ້ຈົມຢູ່ພື້ນນ້ຳທະເລ ຊຶ່ງນ້ຳໄດ້ກັດເຊາະເຮັດໃຫ້ພູໜ່ວຍນີ້ເກີດເປັນຖ້ຳ ແລະ ໃນຍຸກຕໍ່ມາ ນ້ຳທະເລໄດ້ເຄື່ອນຍ້າຍເຮັດໃຫ້ຂົງເຂດນີ້ ກາຍເປັນພູຜາປ່າດົງ ແລະ ຮ່ອງຮອຍຖ້ຳຕິ່ງໃຫ້ພວກເຮົາເຫັນປະຈຸບັນ.
ນັບເປັນເວລາຫຼາຍພັນປີ ຕໍ່ມາໄດ້ມີມະນຸດຍ້າຍເຂົ້າມາອາໄສຢູ່ຖ້ຳຕິ່ງແຫ່ງນີ້, ອາດເປັນບ່ອນພັກອາໄສຂອງມະນຸດປະຖົມບູຮານ ເມື່ອຂະບວນວິວັດທະນາການດ້ານກະສິກຳມີການຂະຫຍາຍຕົວ ມະນຸດປະສົບຜົນສຳເລັດໃນການດຳລົງຊີວິດ, ສັງຄົມໄດ້ມີການຂະຫຍາຍຕົວສູງຂຶ້ນ ມະນຸດຈິ່ງໄດ້ເຄື່ອນຍ້າຍອອກຈາກຖ້ຳມາຕັ້ງບ້ານເຮືອນຢູ່ຕາມເຂດທົ່ງພຽງ ແລະ ເຂດທີ່ອຸດົມສົມບູນ ເຊິ່ງເຂົາມີການຈັດຕັ້ງເປັນກຸ່ມ. ດັ່ງນັ້ນ ຖ້ຳທີ່ເຂົາເຈົ້າເຄີຍອາໄສຢູ່ເມື່ອກ່ອນຈິ່ງກາຍເປັນບ່ອນນັບຖື, ເປັນບ່ອນສັກກະລະບູຊາ ແລະ ທັງເປັນບ່ອນບວງສວງເຖິງດວງວິນຍານຂອງບັນພະບູລຸດເຂົາເຈົ້າ ແລະ ເທບພະເຈົ້າຕ່າງໆ ຕາມຄວາມເຊື່ອຖືຂອງມະນຸດສະໄໝປະຖົມບູຮານ.
ຖ້ຳຕິ່ງໃນສະໄໝປະຫວັດສາດຂອງລາວ ກ່ອນຍຸກພຸດທະສາສະໜາ ຄິດວ່າເບື້ອງຕົ້ນເປັນບ່ອນສັກກະລະບູຊາບວງສວງເຖິງດວງວິນຍານ ຂອງຜີຟ້າ, ຜີແຖນເທວະດາຖ້ຳຕິ່ງ ແລະ ອື່ນໆ ເຊິ່ງໄດ້ກ່າວຢູ່ໃນຄຳໂອວາດຂອງມະຫາກະສັດ ເຈົ້າຟ້າງຸ່ມ ສະຕະວັດທີ XIV ຜ່ານ ປະຫວັດສາດມາດົນນານສົມຄວນ. ມາຮອດຕົ້ນສະຕະວັດທີ XVI ແຫ່ງຄິດຕະສັງກາດ 1527 ມີກະສັດອົງໜຶ່ງຊື່ວ່າ ພະເຈົ້າໂພທິສະລາດ ມີຄວາມເຫຼື້ອມໃສໃນພະພຸດທະສາດສະໜາ ໄດ້ມີຄຳສັ່ງໃຫ້ປະຊາຊົນຂອງພະອົງ ຍົກເລີກການເຊື່ອຖືຜີ, ຫໍຜີຟ້າຜີແຖນ ແລະ ບ່ອນສັກກະລະບູຊາຕ່າງໆ ນັ້ນຫັນມາເຊື່ອຖືພຸດທະສາສະໜາ. ດັ່ງນັ້ນ, ຖ້ຳຕິ່ງກໍ ແມ່ນບ່ອນໜຶ່ງທີ່ ພະເຈົ້າໂພສາທິລາດ ຫັນເອົາມາເປັນບ່ອນສັກກາລະບູຊາທາງພຸດທະສາສະໜາ ແລະ ໄດ້ອຸປະຖຳຖ້ຳແຕ່ເວລານັ້ນມາ. ທຸກໆປີໃນໂອກາດປີໃໝ່ລາວ ກະສັດລາວກໍໄດ້ໄປຍັງຖ້ຳ ພ້ອມດ້ວຍປະຊາຊົນຊາວຫຼວງພະບາງ ທີ່ນັບຖືພຸດທະສາສະໜາ, ລາຊະວົງໄດ້ແຕ່ງຕັ້ງຊ່າງຫັດຖະກຳຄວັດພະພຸດທະຮູບເພື່ອຖວາຍໄວ້ຖ້ຳ ໃຫ້ປະຊາຊົນໄດ້ສັກກາລະບູຊາ. ເຊິ່ງວ່າພະພຸດທະຮູບສ່ວນຫຼາຍແມ່ນເຮັດດ້ວຍ ໄມ້ເຄືອບນ້ຳຢາສີແດງ ຫຼື ດຳ ແລະ ພອກດ້ວຍຄຳ
ຫຼັກຖານທີ່ແທ້ຈິງ, ໄດ້ປະກົດໃຫ້ເຮົາເຫັນມີພະພຸດທະຮູບຫຼາຍກວ່າ 3,000 ກວ່າອົງທີ່ສ້າງຂຶ້ນໃນສັດຕະວັດທີ XVIII ແລະ XIX ແຫ່ງຄິດຕະສັງກາດ, ສ່ວນພະພຸດທະຮູບທີ່ສ້າງຂຶ້ນໃນສັດຕະວັດທີ XVII ແລະ XX ນັ້ນມີຈຳນວນໜ້ອຍ ພະພຸດທະຮູບສ່ວນຫຼາຍແມ່ນເຮັດດ້ວຍໄມ້, ຂີ້ຄັ່ງ, ສ່ວນທອງ ແລະ ຫີນ ແມ່ນມີຈຳນວນໜ້ອຍ. ໃນນັ້ນ ພະພຸດທະຮູບທີ່ມີສິລະປະສວຍງາມ ແລະ ປານີດນັ້ນແມ່ນ ພະພຸດທະຮູບທີ່ສ້າງຂຶ້ນ ໃນຕົ້ນສະຕະວັດທີ XVIII ແລະ XIX. ນອກຈາກນີ້, ຍັງພົບພະພຸດທະຮູບທີ່ເຮັດດ້ວຍ ຄຳບຸ, ເງິນບຸ, ແຕ່ໜ້າເສຍດາຍໄດ້ມີ ຄົນບໍ່ດີໄດ້ແກະລອກເອົາໝົດແລ້ວປະໄວ້ແຕ່ດິນເຜົາ ແລະ ແກນກາງຂອງພະພຸດທະຮູບ.[1]
ດັ່ງນັ້ນ, ໃນປະຈຸບັນ ຖ້ຳຕິ່ງບໍ່ພຽງແຕ່ມີຄວາມໝາຍທາງດ້ານປະຫວັດສາດ ເປັນເວລາອັນຍາວນານເທົ່ານັ້ນ ແຕ່ຍັງເປັນບ່ອນສະສົມມໍລະດົກທາງດ້ານວັດທະນະທຳ ຂອງຊາດລາວ ແລະ ຍັງເປັນບ່ອນສຶກສາຄົ້ນຄວ້າຂອງຄົນລຸ້ນຫຼັງ.
ຖ້ຳລຸ່ມ: ປາກຖ້ຳລຸ່ມເດ່ອອກຈົນເຫັນໄດ້ຈາກແມ່ນ້ຳຂອງ, ມີເສັ້ນທາງຈາກຖ້ຳລຸ່ມໄປສູ່ຖ້ຳເທິງ ຊຶ່ງມີຄວາມສູງປະມານ 60 ແມັດ ຈາກແມ່ນ້ຳຂອງ.
ຢູ່ຖ້ຳລຸ່ມນີ້ມີພະພຸດທະຮູບຄວັດຢູ່ປະມານ 2,500 ອົງ ຈຸດໂຮມຜູ້ໄປຢ້ຽມຖ້ຳ ແມ່ນແທ່ນທີ່ຢູ່ໃກ້ໆທາງເຂົ້າອັນ ເປັນບ່ອນວາງດອກໄມ້, ທູບທຽນ ເພື່ອສັກກາລະບູຊາ ມີຮູບຄວັດພະລືສີອົງໜຶ່ງພາຍຖົງຢາ ຫຼື ສະໝຸນໄພ ນັ່ງຢູ່ຖ້ຳເທິງ ຖ້ານທາງເຂົ້າ ແລະ ມີຮູບເຈດີໃຫຍ່ຢູ່ເທິງຖ້ານສູງສຸດ.
ຖ້ຳເທິງ: ຖ້ຳຕິ່ງເທິງຫາທ່າທຽບບັກ ມີຂັ້ນໄດທັງໝົດ 278 ຂັ້ນ, ເຊິ່ງມີລວງກວ້າງ 17 ແມັດ ແລະ ເລິກ 50 ແມັດ, ຢູ່ຖໍ້າເທິງນີ້ ກໍມີແທ່ນປະດິດສະຖານພະພຸດທະຮູບຢູ່ເຊັ່ນດຽວກັນ. ພາຍໃນຖໍ້າຍັງມີຮູບພາບຂອງຖ້ຳໃນສະໄໝກ່ອນ ທີ່ຖືກແຕ້ມໂດຍ ຝຣັ່ງຊີ ກາກນິເອ, ຖືກແຕ້ມຂຶ້ນໃນລະຫວ່າງປີ 1865-1867. ພາຍນອກຖໍ້າ ຍັງມີທາດນ້ອຍອົງໜຶ່ງ ເຊິ່ງຕາມການເລົ່າຂານວ່າ ທາດດັ່ງກ່າວ, ເປັນທາດດູກຂອງປູ່ເຍີຍ່າເຍີ. ເຊິ່ງໃນທຸກໆປີ ໃນເມື່ອກ່ອນເຈົ້າຊີວິດໄດ້ຂີ່ເຮືອຂຶ້ນມາຫົດສົງນໍ້າພະຢູ່ຖໍ້າ ໃນຊ່ວງຂຶ້ນປີໃໝ່. ສ່ວນສີໜ້າ ແລະ ປະຕູຖໍ້ານັ້ນແມ່ນມີການຄວັດດອກດວງໃສ່ຢ່າງສວຍງາມ ຕາມສິລະປະແບບລາວໆ
https://mict.gov.la/
ປະຫວັດຜາແອ່ນ
ຕາມນິທານເລົ່າສືບກັນມາ “ພູຜາແອ່ນ” ກໍແມ່ນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ຂຶ້ນຊື່ຂອງເມືອງປາກອູ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກ ກົງກັນຂ້າມກັບບ້ານປາກອູ ໃນເມື່ອກ່ອນແມ່ນມີຊື່ວ່າ: ຜາແບ່ນ (ແບ່ນປ້ອມ ຫຼື ເບຍເປົ້າ) ໃນລະຫວ່າງການເດີນທາງກ່ອນທີ່ຈະໄປຮອດຜາແອ່ນ ເຮົາຈະໄດ້ພົບກັບແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ ທີ່ຕິດພັນກັບທຳມະຊາດຫຼາຍຢ່າງ ເປັນຕົ້ນແມ່ນ ຕາດຫູໝູ.
ບາງຕຳນານໄດ້ກ່າວວ່າ ປະຫວັດຂຸນລູນາງອົ້ວໄດ້ແຕ່ງງານຢູ່ຖ້ຳສະແນນ ຫຼັງຈາກທັງສອງໄດ້ແຕ່ງງານກັນແລ້ວ ນາງອົ້ວຜູ້ເປັນເມຍກໍໄດ້ເສຍຊີວິດ. ຊາວບ້ານ ຍາດຕິພີນ້ອງກໍ່ໄດ້ໄປເອົາໂລງ ຢູ່ຖ້ຳເຫຼັກ ມາໃສ່ສົບນາງອົ້ວ ເພື່ອທີ່ຈະເອົາສົບນາງອົ້ວໄປໄວ້ຢູ່ຫຼັງຜາແອ່ນ ໃນໄລຍະຂອງການເດີນທາງ ທີ່ໄດ້ຫາມສົບນາງອົ້ວໄປນັ້ນ ກໍ່ໄດ້ໄປພັກເຊົາຢູ່ ຫ້ວຍປົງ ເມື່ອພັກເຊົາຫາຍເມື່ອຍແລ້ວ ກໍ່ໄດ້ອອກເດີນທາງຕໍ່ຂ້າມໄປ ບ້ານຄົກຂ້າມ ຫຼັງຈາກ ຂ້າມຄົກຂ້າມໄປແລ້ວ ກໍໄປພັກຢູ່ຄົກນາງເຊົາ ຂຸນລູຜູ້ເປັນຜົວດ້ວຍຄວາມຮັກ ແລະ ຄິດຮອດເມຍກໍໄດ້ໄປນັ່ງໄຫ້ຢູ່ ເທິງຜານ້ຳຕາ ຫຼັງຈາກນັ້ນ, ກໍ່ໄດ້ມາລ້າງໜ້າລ້າງຕາຢູ່ຫວ້ຍຂີ້ມູກ ແລ້ວຈຶ່ງໄດ້ນຳເອົາໂລງນາງອົ້ວໄປໄວ້ຫຼັງຜາແອ່ນ. ຫຼາຍມື້ຫຼາຍວັນຕໍ່ມາ ສົບນາງອົ້ວເລີ່ມເໜົ່າ ແລະ ຈະມີຜີເປົ້າໄປກິນນ້ຳເໜົ່າຈາກສົບນາງອົ້ວ ນັ້ນກໍ່ເປັນທີ່ມາຂອງຊື່ບ້ານ, ຫ້ວຍ ແລະ ຜາດັ່ງກ່າວ, ຈົນເທົ່າທຸກວັນນີ້.
ຖັດຈາກນັ້ນ, ກໍຈະມີຖ້ຳຕິ່ງ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງ ທີ່ຂຶ້ນຊື່ຂອງເມືອງປາກອູ. ຖ້ຳຕິ່ງ ເຮົາຈະສັງເກດເຫັນວ່າ ຄືກັບລັກສະນະໂຕລິງກົ້ມກິນນ້ຳ ຕໍ່ມາເຮົາກໍຈະພົບເຫັນແກ້ງອອຍ ເວົ້າເລື່ອງແກ້ງອອຍແລ້ວ ຈະກ່າວເຖິງສິ່ງມະຫັດສະຈັນ, ຄວາມຮ້າຍກາດຂອງສັດປະຫຼາດ ຫຼື ໃນເມື່ອກ່ອນຖ້ຳໂຕທີ່ຢູ່ໃກ້ແກງອອຍຈະປິ່ນໜ້າ ໄປທາເບື້ອງເທິງທາງທິດເໜືອ ເຮັດໃຫ້ການເດີນເຮືອບໍ່ສາມາດຜ່ານໄປໄດ້. ມີການເລົ່າຂານກັນວ່າ ໃນເມື່ອກ່ອນມີເຮືອລຳໜຶ່ງ ມາແຕ່ທາງທິດເໜືອ ໄດ້ເກີດອຸປະຕິເຫດຂວໍ້າ (ຫຼົ້ມ, ຈົມ) ຢູ່ແກ້ງອອຍ ໄຫຼ່ໄປຖືກຕາຂອງ ເງິນ ກໍ່ເຮັດໃຫ້ເກີດສິ່ງມະຫັດສະຈັນຂຶ້ນ ເຮັດໃຫ້ຖ້ຳດັ່ງກ່າວ ໄດ້ຫັນທິດ ປິ່ນໜ້າໄປທາງເບື້ອງລຸ່ມ ຫຼັງຈາກນັ້ນ, ການເດີນເຮືອກໍ່ສະດວກສະບາຍ ແລະ ສາມາດຫຼີກຜ່ານໄປໄດ້.
ຖັດຈາກແກ້ງອອຍມາ ກໍຈະມີ ຜາປ່ອງ ຄວາມເປັນມາຂອງຜາປ່ອງຈະເວົ້າ ກ່ຽວກັບ ເລື່ອງອ້າຍເຈັດຫວດ, ອ້າຍເຈັດໄຫ. ໄດ້ໄປທຳມາຫາກິນເຮັດນາ ຢູ່ບ້ານຄົກ ແລະ ມີຄວາຍເຂົ້າມາກິນເຂົ້າກ້າ ອ້າຍເຈັດຫວດ, ອ້າຍເຈັດໄຫ ໃຈຮ້າຍ ຈຶ່ງໄດ້ເອົາຫຼາວຊັດມາແຕ່ເມືອງຫຼວງ (ເມືອງຫຼວງພະບາງ) ຕັ້ງໃຈວ່າຈະຊັດມາໃສ່ຄວາຍໂຕດັ່ງກ່າວ ແຕ່ກັບໄປຖືກ ຜາ, ເຮົາຈະສັງເກດເຫັນ ຜາ ດັ່ງກ່າວ ເປັນຮູ ປະຊາຊົນໃນເຂດນັ້ນຈຶ່ງຮ້ອງວ່າ ຖ້ຳຜາປ່ອງ, ຖ້ຳຜາປ່ອງ ເປັນຖ້ຳທີ່ສູງ ເຊິ່ງສາມາດຂີ່ຊ້າງລອດໄດ້ຢ່າງສະດວກສະບາຍ.
ຖັດມາກໍ່ຈະແມ່ນຜາຮຸ້ງ ຄວາມເປັນມາ ຂອງຜາຮຸ້ງໃນເມື່ອກ່ອນຮຸ້ງຈະກິນມະນຸດຜູ້ຍິງເປັນອາຫານ ເມື່ອກິນໄດ້ຫຼາຍມື້ຕໍ່ຫຼາຍວັນ ຜູ້ຍິງໃນແຖບນັ້ນກໍ່ເລີ່ມໝົດໄປ ສຸດທ້າຍຍັງເຫຼືອແຕ່ ນາງ ຄຳກອງ ທີ່ໄປລີ້ຢູ່ໃນກອງບໍ່ຍອມອອກມາ ມື້ໜຶ່ງສັງສິນໄຊໄດ້ຜ່ານມາທາງໝູ່ບ້ານນັ້ນພໍດີກໍ່ ເລີຍຄິດແປກໃຈເປັນຫຍັງໝູ່ບ້ານແຫ່ງນີ້ບໍ່ມີຜູ້ຍິງເລີຍ ຊາວບ້ານກໍ່ໄດ້ເລົ່າເຖິງເຫດການທີ່ເກີດໃຫ້ສິນໄຊຟັງວ່າ ໃນແຕ່ລະວັນຈະມີຮຸ້ງໂຕໜຶ່ງອອກມາຈັບຜູ້ຍິງ ໄປເປັນອາຫານ ຈົນຜູ້ຍິງໃນໝູ່ບ້ານນີ້ໝົດ ຍັງເຫຼືອແຕ່ຄົນດຽວໄປລີ້ຢູ່ໃນກອງ ພໍເມື່ອໄດ້ຮູ້ຂ່າວແນວນັ້ນ ສິນໄຊກໍ່ໄດ້ໄປຊ່ວຍ ນາງຄຳກອງ ອອກມາພໍຮຸ່ງເຊົ້າມາ ຮຸ້ງໂຕດັ່ງກ່າວກໍ່ອອກມາຫວັງຈະຈັບ ນາງຄຳກອງ ໄປເປັນຫາອາຫານ ສິນໄຊກໍ່ໄດ້ໃຊ້ທະນູຍິງຖືກປີກເບື້ອງຂວາ ໃນທີ່ສຸດຮຸ້ງໂຕນັ້ນກໍ່ໄດ້ຕາຍໄປ.
ໃນແຕ່ລະປີ ຮອດມື້ແຮມ 8 ຄ່ຳ, ເດືອນ 5 ປະຊາຊົນ ບ້ານ ລາດຫານ ແລະ ບ້ານ ຄົກຂ້າມ ຈະຈັດຫາເຂົ້າຂອງເສັ້ນໄຫວ້ ໄປໄຫວ້ພະກະເຈ້ ແລະ ໄປປັກທຸງຢູ່ແກ້ງອອຍ ເພື່ອເປັນການສັກກະລະບູຊາເຈົ້າຖິ່ນເຈົ້າຖານ.
ຖັດຈາກຜາຮຸ້ງມາ ກໍຈະແມ່ນ ຜາແອ່ນ ເຊິ່ງໄດ້ປະກົດຮ່ອງຮອຍໃຫ້ເຫັນ ຄ້າຍຄືກັບລັກສະນະພາບວາດ ຮູບປາບຶກ ເອົາຫົວປັກລົງນໍ້າ ແລະ ເອົາຫາງຊີ້ຂຶ້ນຟ້າ ແລະ ຈະມີແຜ່ນກະດານອັນໜຶ່ງ ເຊິ່ງມີວົງມົນສີແດງສອງອັນຮຽງກັນ ຄ້າຍຄືກັບແວ່ນຕາ ຢູ່ຜາແຫ່ງນີ້ ປະຊາຊົນໃນເຂດ ດັ່ງກ່າວ, ສັນນິຖານວ່າ: ໜ້າຈະເປັນພາບທີ່ວາດດ້ວຍລາຍມືຂອງມະນຸດໃນສະໄໝປະຖົມບູຮານ ແຕ່ກໍ່ບໍ່ມີໃຜສາມາດບອກໄດ້ວ່າ ພາບວາດ ດັ່ງກ່າວ, ເກີດຂຶ້ນດ້ວຍທຳມະຊາດ ຫຼື ດ້ວຍຝີມືຂອງມະນຸດສະໄໝປະຖົມບູຮານ ເພາະເປັນສິ່ງທີ່ໜ້າອັດສະຈັນທີ່ເກີດຂຶ້ນ. ຜາແອ່ນ ເປັນຜາທີ່ສູງຊັນ, ເຊິ່ງຄົນທຳມະດາບໍ່ມີໃຜສາມາດຂຶ້ນໄປໄດ້. ໃນສະໄໝບູຮານຜາແອ່ນ ເປັນບ່ອນແບ່ນປ້ອມ (ເບຍເປົ້າ) ພະນັນກັນຂຶ້ນນັ່ງເມືອງ ລະຫວ່າງສອງອ້າຍນ້ອງ ໃນເມື່ອກ່ອນຊົນເຜົ່າລາວລຸ່ມ ແລະ ຊົນເຜົ່າຂະຫມຸ ເປັນອ້າຍນ້ອງກັນ ໄດ້ເກີດຄວາມຂັດແຍ່ງກັນໃນການຂຶ້ນເປັນພະຍາເຈົ້າເມືອງ ຈຶ່ງໄດ້ຕົກລົງແຂ່ງຂັນກັນແບ່ນປ້ອມ (ເບຍເປົ້າ) ຖ້າຜູ້ໃດຍິງຖືກເປົ້າ ຜູ້ນັ້ນຈະໄດ້ເປັນພະຍາເຈົ້າເມືອງ ດັ່ງນັ້ນ, ທັງສອງຈຶ່ງໄດ້ຕົກລົງເອົາທະນູ ແລະ ລູກທະນູຄົນລະອັນ ຫຼັງຈາກກະກຽມເຄື່ອງມືຮຽບຮ້ອຍແລ້ວ ຜູ້ເປັນນ້ອງຈຶ່ງສະເໜີໃຫ້ ພີ່ອ້າຍ (ອ້າຍ) ຍິງກ່ອນ, ຜູ້ເປັນອ້າຍກໍ່ບໍ່ນິ່ງນອນໃຈຈັບທະນູນຂຶ້ນມາ ຢືດທະນູແນໃສ່ເປົ້າແລ້ວຍິງໄປຖືກເປົ້າພໍດີ ແຕ່ລູກທະນູບໍ່ຕິດຄາຢູ່ເປົ້າຜູ້ເປັນນ້ອງຈິ່ງຄິດວ່າຜູ້ເປັນ ອ້າຍຍິງບໍ່ຖືກ ແລະ ຜູ້ເປັນອ້າຍກໍ່ຄິດວ່າໂຕເອງຍິງບໍ່ຖືກ ຫຼັງຈາກທີ່ເຫັນຜູ້ເປັນອ້າຍຍິງແລ້ວລູກທະນູບໍ່ຕິດຄາເປົ້າ ຜູ້ເປັນນ້ອງຈຶ່ງຄິດຫາເລກົນ ເພື່ອຈະເອົາຊະນະຜູ້ເປັນອ້າຍ ຈິ່ງໄດ້ຄິດກົນອຸບາຍ ລັກເອົາຂີ້ສູດມາຕິດໃສ່ປາຍລູກທະນູ ໂດຍທີ່ບໍ່ໃຫ້ຜູ້ ເປັນອ້າຍເຫັນ. ຫຼັງຈາກນັ້ນ ຜູ້ເປັນອ້າຍກໍ່ບອກໃຫ້ ຜູ້ເປັນນ້ອງຍິງ, ຍິງໄປຖືກເປົ້າຕິດປັບຍ້ອນມີຂີ້ສູດໜຽວລູກທະນູຈຶ່ງ ຕິດກັບເປົ້າ ສະນັ້ນການພະນັນຄັ້ງນີ້ ຖືວ່າຜູ້ເປັນນ້ອງເປັນຝ່າຍຊະນະ ໄດ້ເປັນພະຍາເຈົ້າເມືອງ. ຕໍ່ມາກໍ່ເປັນການພະນັນຄັ້ງທີ 2 ກ່ອນທີ່ຈະຂຶ້ນເປັນພະຍາເຈົ້າເມືອງ ຕ້ອງມີເຄື່ອງນຸ່ງຂອງຖື, ຜ້າທ່ອນຜ່ອນສະໃບອັນດີອັນງາມ ຫຼັງຈາກນັ້ນກໍ່ໄດ້ ຈັດຫີບເຄື່ອງ 2 ຫີບມາປະໄວ້ກາງດອນທີ່ຢູ່ໃກ້ກັບ ຜາແອ່ນ ຫີບໜຶ່ງເອົາເຄື່ອງເກົ່າໄວ້ເທິງ, ເອົາເຄື່ອງເກົ່າໄວ້ລຸ່ມ ແລະ ອີກຫີບໜຶ່ງເອົາເຄື່ອງໃໝ່ໄວ້ເທິງ, ເອົາເຄື່ອງເກົ້າໄວ້ລຸ່ມ ເພື່ອໃຫ້ທັງສອງໄດ້ເລືອກ ຈາກນັ້ນກໍ່ໃຫ້ຜູ້ເປັນອ້າຍເລືອກກ່ອນ ຜູ້ເປັນອ້າຍກໍ່ໄດ້ເລືອກເອົາ ຫີບທີ່ມີເຄື່ອງໃໝ່ຢູ່ເທິງ, ເຄື່ອງເກົ່າຢູ່ລຸ່ມ ປະກົດວ່າຫີບທີ່ຜູ້ເປັນອ້າຍເລືອກນັ້ນເປັນຫີບທີ່ມີ ເຄື່ອງໃໝ່ພຽງແຕ່ສອງຜືນເທົ່ານັ້ນ ສ່ວນຢູ່ທາງລຸ່ມແມ່ນເຄື່ອງເກົ່າໝົດ ສ່ວນຜູ້ເປັນນ້ອງແມ່ນໄດ້ເອົາຫີບທີ່ມີເຄື່ອງເກົ່າຢູ່ ເທິງ, ເຄື່ອງໃໝ່ຢູ່ລຸ່ມ ສະນັ້ນນ້ອງຊາຍໄດ້ເປັນພະຍາເຈົ້າເມືອງ ແລະ ໄດ້ນຸ່ງເຄື່ອງຢູ່ໃນຫີບ ດັ່ງກ່າວ, ຈຶ່ງໄດ້ຮ້ອງຊື່ດອນ ດັ່ງກ່າວວ່າ: ດອນທ້າວ ຈົນເຖິງທຸກວັນນີ້. ອີກສາເຫດໜຶ່ງທີ່ໄດ້ປ່ຽນຊື່ຈາກຜາແບ່ນ ມາເປັນຜາແອ່ນ ຍ້ອນວ່າຜາ ດັ່ງກ່າວ, ມີນົກແອ່ນຫຼາຍຈຶ່ງຮ້ອງຊື່ວ່າ: ຜາແອ່ນຈົນເຖິງທຸກວັນນີ້.
https://mict.gov.la/
ບ້ານປາກອູ.
ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່() ໄດ້ເລົ່າຂານກັນມາວ່າ ຖິ່ນກໍາເນີດຂອງຜູ້ຄົນທີ່ມາອາໄສຢູ່ສະຖານທີ່ແຫ່ງນີ້ ແມ່ນມາຈາກອານາຈັກ ໜອງແສ (ປະເທດຈີນ) ໄດ້ພາກັນຍົກຍ້າຍລົງມາຢູ່ລຽບຕາມລ້ອງແມ່ນ້ຳຂອງ ຢູ່ແບບກະແຈກກະຈາຍມາເປັນເວລາ 800 ກວ່າປີ. ຈົນມາຮອດສະຖານທີ່ແຫ່ງນີ້ ເຫັນວ່າເປັນເຂດທີ່ມີຄວາມອຸດົມສົມບຸນຂອງທຳມະຊາດ ແລະ ບ່ອນທຳມາຫາກີນສະດວກ ເຊິ່ງມີແມ່ນ້ຳສອງສາຍໄຫຼມາປ່ອງໃສກັນ ຈຶ່ງໄດ້ພາກັນສ້າງບ້ານແປງເມືອງແຫ່ງນີ້ ມີຊື່ວ່າ “ເມືອງຊວາ ຫຼື ເມືອງຈຳປາ” ມີບາງເອກະສານໄດ້ບອກວ່າຊົນເຜົ່າດັ້ງເດີມທີ່ດໍາລົງຊີວິດຢູ່ແຕ່ສັດຕະວັດທີ XIII ແມ່ນຊົນເຜົ່າກຶມມຸ ເປັນຊົນເຜົ່າດັ່ງເດີມທີອາໄສຢູ່ກ່ອນ.
ໃນປັດຈຸບັນ ບ້ານປາກອູ ເປັນບ້ານໜຶ່ງ ທີ່ມີທ່າແຮງດ້ານການທ່ອງທ່ຽວສູງ ຂອງເມືອງປາກອູ ຫ່າງຈາກຕົວເມືອງຫຼວງພະບາງຂຶ້ນໄປຕາມເສັ້ນທາງເລກທີ 13 ເໜືອປະມານ 25 ກິໂລແມັດ. ໂດຍທິດເໜືອຕິດກັບ ແມ່ນ້ຳອູ, ທິດໃຕ້ຕິດກັບ ບ້ານຊ່າງໄຫ, ທິດຕາເວັນອອກຕິດກັບ ພຶ້ນທີ່ກະຊິກຳ, ທິດຕາເວັນຕົກຕິດກັບ ແມ່ນ້ຳຂອງ, ປະຊາຊົນທີ່ອາໄສຢູ່ສ່ວນໃຫຍ່ແມ່ນຍຶດຖືອາຊີບປູກຝັງລ້ຽງສັດ ແລະ ທຳມາຫາກີນຕາມລ້ອງ ແມ່ນ້ຳຂອງ ແລະ ແມ່ນ້ຳອູ.ມີບ້ານເຮືອນທີ່ສ້າງຂຶ້ນໃນໄລຍະປີ 1930 ແລະ ມີປະຫວັດຄວາມເປັນມາຍາວນານ ທີ່ຕິດພັນກັບພິທີກຳທາງສາດສະໜາທີ່ສຳຄັນຕ່າງໆເຊັ່ນ: ໃນປີໃໝ່ລາວຂອງທຸກໆປີ ນາງສັງຂານໄດ້ມາຫົດສົງ ນ້ຳພະ ແລະ ມາຕົບພະທາດຊາຍ, ເຊິ່ງໃນເມື່ອກ່ອນແມ່ນພະເຈົ້າມະຫາຊີວິດກໍ່ໄດ້ມາຫົດສົງນ້ຳພະ ແລະ ຫຼິ້ນພະທາດຊາຍ ຢູ່ສະຖານທີ່ແຫ່ງນີ້ເຊັ່ນດຽວກັນ. ນອກຈາກນັ້ນ, ບ້ານປາກອູນີ້ຍັງມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທີ່ໂດງດັ່ງ ໂດຍສະເພາະແມ່ນ ຖໍ້າຕິ່ງ ແລະ ຜາແອ່ນ ທີ່ນັກທ່ອງທ່ຽວເດີນທາງມາທ່ຽວຊົມເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.
https://mict.gov.la/
ແຂວງ ໄຊຍະບູລີ
ອ່າງນ້ຳຕຽນ.
ອ່າງນໍ້າຕຽນ ມີເນື້ອທີ່ອ້ອມຮອບອ່າງທັງໝົດ 9.500 ເຮັກຕາ, ໃນນີ້ມີເນື້ອທີ່ອ່າງນ້ຳ 565 ເຮັກຕາ, ຄວາມສາມາດບັນຈຸນ້ຳສູງສຸດ 43,60 ລ້ານແມັດກ້ອນ, ລະດັບນ້ຳປົກກະຕິ 27,70 ລ້ານແມັດກ້ອນ ແລະ ປະລິມານນ້ຳທີ່ໃຊ້ໄດ້ 13,70 ລ້ານແມັດກ້ອນ, ຊຶ່ງປະຊາຊົນທີ່ໄດ້ຮັບຜົນປະໂຫຍດໃນການຊົມໃຊ້ນໍ້າຈາກອ່າງນໍ້າຕຽນມີ 20 ບ້ານໃນເທດສະບານເມືອງໄຊຍະບູລີ, 827ຄອບຄົວ, ມີປະຊາກອນ 4,135 ຄົນ ໂດຍທົ່ວໄປອ່າງນໍ້າຕຽນ ຍັງສະໜອງນ້ຳໃຫ້ແກ່ການຜະລິດ ຊຶ່ງມີເນື້ອທີ່ນາທີ່ໄດ້ຮັບຜົນປະໂຫຍດໂດຍກົງຈຳນວນ 543,13 ເຮັກຕາ, ເນື້ອທີ່ນາທີ່ໄດ້ຮັບຜົນປະໂຫຍດທາງອ້ອມຈຳນວນ 6,46 ເຮັກຕາ, ເນື້ອທີ່ໜອງປາ 18,00 ເຮັກຕາ.
https://mict.gov.la/
ເຂດພັນຖ້ຳນ້ຳທັ່ງ.
ເຂດພັນຖ້ຳນ້ຳທັ່ງ ໄດ້ຮັບການພັດທະນາເປັນແຫຼ່ງທ່ອງທ່ຽວໃນປີ 2009 ໂດຍໄດ້ຮັບການສະໜັບໜູນຈາກໂຄງການພັດທະນາການທ່ອງທ່ຽວແບບຍືນຍົງ (STDP) ແລະ ໄດ້ເປີດບໍລິການໃນປີ 2011. ເຂດດັ່ງກ່າວ ມີຖໍ້າມີຮູຫຼາຍ ເຊິ່ງເປັນທີ່ມາຂອງຊື່ ເຂດພັນຖໍ້ານໍ້າທັ່ງ ເຊິ່ງຫ່າງຈາກຕົວເມືອງໄຊຍະບູລີ 43 ກິໂລແມັດ.
https://mict.gov.la/
ຕາດເຈົ້າ.
ນ້ຳຕົກຕາດເຈົ້າ ແມ່ນສະຖານທີ່ທີ່ປະຊາຊົນຊາວເມືອງໄຊຍະບູລີ ກໍຄືແຂກຕ່າງດ້າວທ້າວຕ່າງແດນ ນິຍົມໄປທ່ຽວຊົມ, ພັກຜ່ອນ ຫຼື ພາກັນມາອາບນ້ຳ ໂດຍມີຄວາມເຊື່ອວ່າ ເມື່ອອາບແລ້ວ ຈະເຮັດໃຫ້ຮ່າງກາຍແຂງແຮງ ແລະ ສະສາງລ້າງສ່ວຍສິ່ງທີ່ບໍ່ດີອອກໄປ. ໃນສະໄໝກ່ອນ ພໍຮອດບຸນກຸດສົງ ການປີ ໃໝ່ລາວຂອງທຸກໆປີ ເຈົ້າຊີວິດຫຼວງພະບາງ ຈະໃຫ້ຄົນມານຳເອົານ້ຳຢູ່ແຫ່ງນີ້ ໄປຫົດສົງພະບາງ ຢູ່ທີ່ຫຼວງພະບາງ.
https://mict.gov.la/
ຕາດຮຳ
ແຕ່ກີ້ແຕ່ກ່ອນ ມີເມືອງໜຶ່ງຊື່ວ່າ ເມືອງທ່າໂຮງ ເຊິ່ງມີໜອງນ້ຳໃຫຍ່ແຫ່ງໜຶ່ງ ເຊິ່ງເປັນທີ່ຢູ່ອາໄສຂອງເງືອກໂຕໜຶ່ງ. ມື້ໜຶ່ງ, ເງືອກໂຕນັ້ນໄດ້ປອມໂຕເປັນກະປູ ແລ້ວໄປຄາບຕີນລູກສາວພະຍາ ທີ່ກຳລັງຕ່ຳຫູກຢູ່ກ້ອງລ່າງເຮືອນ ແລ້ວອຳເອົານາງລົງໄປທ່ານ້ຳ ພະຍາຈຶ່ງໄດ້ແຕ່ງໝໍມົນ ແລະ ເຖົ້າແກ່ຈຳ ນວນໜຶ່ງ ເພື່ອຊອກຫາລູກສາວ, ພວກເຂົາໄດ້ນຳຮອຍຕີນນັ້ນ ໄປຮອດທ່ານ້ຳແຫ່ງໜຶ່ງ (ເອີ້ນວ່າ ນ້ຳຮອຍ). ໝໍມົນ ແລະ ເຖົ້າແກ່ ໄດ້ນຳຮອຍໄປຈົນຄ່ຳເລີຍພໍ້ກະຕ່າຍຝູງໜື່ງຢູ່ແກ້ງ (ເລີຍເອີ້ນວ່າ ແກ້ງລາດກະຕ່າຍ). ເມື່ອພວກເຂົາໄປຮອດແກ້ງແຫ່ງໜຶ່ງ ແລະ ໄດ້ໄຕ້ທຽນ (ເລີຍເອີ້ນວ່າ ແກ້ງທຽນ).ຈາກນັ້ນ, ກໍນຳຮອຍຕີນຂຶ້ນໄປທາງເບື້ອງຕາເວັນຕົກຂອງນ້ຳຮອຍ ຝົນເລີຍຕົກຮຳ (ຈຶ່ງເອີ້ນວ່າ ນ້ຳຮຳ). ພວກເຂົາກໍສືບຕໍ່ເດີນທາງໄປຕາມສາຍນ້ຳແຫ່ງນັ້ນ ຈົນໄປຮອດນ້ຳຕົກທີ່ສູງຊັນແຫ່ງໜຶ່ງ ແລະ ໄປຕໍ່ບໍ່ໄດ້ (ເລີຍເອີ້ນວ່າ ນ້ຳຕົກຕາດຮຳ) ຈົນເຖິງປະຈຸບັນ.
https://mict.gov.la/
ແຂວງ ຊຽງຂວາງ
ທົ່ງໄຫຫີນ
ຫີນທີ່ມີລັກສະນະເປັນຮູບຊົງໄຫຕັ້ງຢູ່ເປັນກຸ່ມ ຊຶ່ງເປັນທີ່ຮູ້ຈັກກັນໃນນາມ “ທົ່ງໄຫຫີນ” ນັ້ນ ຕັ້ງລຽງຢັ່ງຢາຍຢ່າງສະຫງ່າງາມ ຢູ່ພື້ນທີ່ຕອນເໜືອຂອງສາຍພູຫຼວງ. ທົ່ງໄຫຫີນດັ່ງກ່າວ ແຕ່ລະກຸ່ມຈະປະກອບມີຕັ້ງແຕ່ໜຶ່ງຮ້ອຍຫາສີ່ຮ້ອຍກ່ວາໜ່ວຍ ສ່ວນຫຼາຍແມ່ນຕັ້ງຢູ່ຈຸດໂນນພູ, ເນີນພູ ແລະ ສັນພູ ຕາມປະຫວັດສາດແລ້ວ ພື້ນທີ່ບໍລິເວນທົ່ງໄຫຫີນນີ້ເຄີຍເປັນເສັ້ນທາງລຳລຽງ ທີ່ສະດວກສະບາຍ ຊຶ່ງເລີ່ມແຕ່ອ່າວຕົງແກງ ຜ່ານເຂົ້າແຜ່ນດິນໃຫຍ່ຂອງທະວີບອາຊີຕາເວັນອອກສ່ຽງໃຕ້ ຈົນກາຍມາເປັນສ່ວນໜຶ່ງຂອງເສັ້ນທາງການຄ້າ ທີ່ເຊື່ອມຕໍ່ລະຫວ່າງອະລິຍະທຳອັນເກົ່າແກ່ຂອງລາວ, ໄທ ແລະ ຫວຽດນາມ ກັບວັດທະນະທຳຕ່າງໆ ຈາກດິນແດນທີ່ຫ່າງໄກ.
ອະລິຍະທຳດັ່ງກ່າວໄດ້ສ້າງໄຫຫີນ ແລະ ອານາຈັກພວນ ທີ່ຄັ້ງໜຶ່ງເຄີຍຈະເຈີນຮຸ່ງເຮືອງຢູ່ເທິງທີ່ຕັ້ງຂອງທົ່ງໄຫຫີນ ຊຶ່ງປະຈຸບັນ ແມ່ນດິນແດນຂອງແຂວງຊຽງຂວາງ. ການກຳເນີດ ແລະ ສິ້ນສຸດ ຂອງບັນພະບູລຸດຜູ້ທີ່ສ້າງທົ່ງໄຫຫີນນີ້ຍັງບໍ່ຮູ້ໄດ້ຢ່າງຊັດເຈນເທື່ອ. ຄວາມຮຸ່ງເຮືອງສີວິໄລຂອງອານາຈັກພວນໄດ້ຖືກພວກຫໍ້ ຜູ້ຮຸກຮານບຸກໂຈມຕີໃນຕອນທ້າຍສັດຕະວັດທີ 19 ຊຶ່ງພວກເຂົາບໍ່ສະເພາະແຕ່ທຳລາຍອານາຈັກພວນເທົ່ານັ້ນ ແຕ່ຍັງຊ່ວງຊິງສິ່ງທີ່ມີຄ່າທາງດ້ານວັດທະນະທຳ ແລະ ສາສະໜາໄປພ້ອມ.
ຕາມຄວາມເຊື່ອຂອງປະຊາຊົນທ້ອງຖິ່ນ.
ໄຫຫີນຂອງຂຸນເຈືອງ: ຕາມການບອກເລົ່າຂອງປະຊາຊົນທ້ອງຖິ່ນ ຂຸນເຈືອງໄດ້ຕີເອົາໄຊຊະນະເຈົ້າອັງຄາ ຜູ້ປົກຄອງແຂວງຊຽງຂວາງ ໃນສັດຕະວັດທີ 5 ຫຼື ທີ 6 ເພື່ອສະເຫຼີມສະຫຼອງໄຊຊະນະດັ່ງກ່າວ ຂຸນເຈືອງໄດ້ສັ່ງໃຫ້ກອງກຳລັງ ແລະ ປະຊາຊົນເຮັດໄຫຫີນຂຶ້ນມາ ເພື່ອບັນຈຸເຫຼົ້າສຳລັບ. ເຂົາເຈົ້າຍັງເຊື່ອອີກວ່າໄຫດັ່ງກ່າວເຮັດມາຈາກການປະສົມຂອງຂີ້ຊາຍ, ນ້ຳຕານ ແລະ ໜັງງົວ ແລ້ວນຳໄປອົບໃນເຕົາເຜົາຢູ່ຖ້ຳບໍລິເວນໃກ້ກັບທົ່ງໄຫຫີນ1.
ບາງຄົນມີຄວາມເຊື່ອວ່າ ຊົນເຜົ່າຂະມຸ ແມ່ນບັນພະບູລຸດຂອງໄຫຫີນ ແລະ ຍັງເຊື່ອວ່າໄຫຫີນແມ່ນຖ້ວຍຂອງຄົນແປດສອກ. ແຕ່ປະຊາຊົນທ້ອງຖິ່ນອີກກຸ່ມໜຶ່ງຊ້ຳພັດເຊື່ອວ່າ ມີວິນຍານທີ່ບໍ່ໄດ້ໄປເກີດມາວົນວຽນຢູ່ບໍລິເວນໄຫຫີນນັ້ນ.
ຕາມການສັນນິຖານວ່າເປັນປ່າຊ້າ: ປະຊາຊົນຈຳນວນໜຶ່ງຊ້ຳພັດກໍ່ເຊື່ອວ່າ ພາຍຫຼັງຄົນຜູ້ໜຶ່ງ ໄດ້ເສຍຊີວິດລົງ ສົບຜູ້ກ່ຽວກໍ່ໄດ້ຖືກນຳໄປທົ່ງໄຫຫີນ ເພື່ອນຳໄປໃວ້ໃນໄຫຫີນ ຄອບຄົວຜູ້ເສຍຊີວິດກໍ່ຈະລໍຖ້າຈົນສົບເປື່ອຍ ແລະ ແຫ້ງຈົນເຫຼືອແຕ່ກະດູກ ແລ້ວຈຶ່ງນຳອອກໄປຝັງ. ບາງຄອບຄົວກໍ່ຝັງໃນສຸສານທີ່ເຮັດດ້ວຍເຊລາມິກ ສ່ວນອີກຈຳນວນໜຶ່ງກໍ່ຝັງແບບງ່າຍໆ ຄືຝັງກະດູກລົງໄນຂຸມຝັງສົບ.
ການຄົ້ນຄ້ວາຂອງທ່ານ ນາງ ໂຄລານີ.
ນັກທໍລະນີວິທະຍາ ແລະ ນັກບູຮານຄະດີ ຊາວຝຣັ່ງ ທ່ານ ນາງ ມາເດີແລງ ໂຄລານີ ເປັນຜູ້ນຳພາການຄົ້ນຄ້ວາດ້ານວິທະຍາສາດຄັ້ງທຳອິດ ໃນຊຸມປີ 1930. ທ່ານນາງ ໂຄລານີ ໄດ້ທຳການສຶກສາຄົ້ນຄ້ວາສິ່ງທີ່ຢູ່ພາຍໃນໄຫຫີນ ແລະ ຮ່ອງຮອຍຕ່າງໆບໍລິເວນອ້ອມແອ້ມໄຫຫີນ ລາວໄດ້ຄົ້ນພົບລູກປັດທີ່ເຮັດດ້ວຍແກ້ວ ແລະ ກະດູກຂອງມະນຸດ ນອກຈາກນີ້ລາວຍັງສຳຫຼວດຖ້ຳແຫ່ງໜຶ່ງບໍລິເວນໃກ້ຄຽງ ແລະ ພົບຫຼັກຖານບູຮານຄະດີ ທີ່ເປັນຂໍ້ມູນຊ່ວຍພິສູດສົມມຸດຖານຂອງລາວວ່າເປັນບ່ອນເຜົາສົບຄົນຕາຍ.
ທ່ານ ນາງ ໂຄລານີ ໄດ້ຮັບຮູ້ ແລະ ລວບລວມເອົາທົ່ງໄຫຫີນ 17 ແຫ່ງ ເຂົ້າໃນການຄົ້ນຄ້ວາຂອງລາວ, ລາວຍັງໄດ້ກຳນົດວ່າທົ່ງໄຫຫີນແຫ່ງທີ່1 ແມ່ນສູນກາງແຫ່ງອະລິຍະທຳທີ່ສ້າງໄຫຫີນຂຶ້ນມາ ລາວສັນນິຖານວ່າ ປະຊາຊົນໄດ້ນຳເອົາສົບຄົນຕາຍມາເຜົາຢູ່ຖ້ຳ ທີ່ຢູ່ໃກ້ຄຽງທົ່ງໄຫຫີນແຫ່ງທີ່1 ແລະ ນຳເອົາອັດທິໄປບັນຈຸໄວ້ຢູ່ໃນ ແລະ ອ້ອມແອ້ມໄຫຫີນ.
ນອກຈາກນີ້ ລາວຍັງຄິດວ່າ ທີ່ຕັ້ງຂອງໄຫຫີນນັ້ນ ເຊື່ອມກັບເສັ້ນທາງການຄ້າໃນສະໄໝເກົ່າ ຊຶ່ງພໍ່ຄ້າແມ່ຄ້າ ຈະນຳເອົາສິນຄ້າມາຂາຍຢູ່ພູພຽງຊຽງຂວາງ ແລະ ນຳເອົາສິນຄ້າຊະນິດອື່ນກັບໄປ.
ການຄົ້ນຄ້ວາໃນຍຸກປະຈຸບັນ.
ການຄົ້ນຄ້ວາທີ່ໄດ້ດຳເນີນໃນຊຸມປີ 1990 ໄດ້ຢັ້ງຢືນວ່າ ສິ່ງທີ່ພົບເຫັນ ແມ່ນສອດຄ່ອງກັບທິດສະດີຂອງທ່ານ ນາງ ໂຄລານີ ຄື ໄຫຫີນຖືກສ້າງຂຶ້ນມາ ເພື່ອເປັນສິ່ງບັນຈຸຊາກສົບຄົນຕາຍ, ນັກຄົ້ນຄ້ວາອີກຄົນໜຶ່ງ ກໍ່ໄດ້ພົບເຫັນຊາກກະດູກຂອງສົບທີ່ບໍ່ໄດ້ຖືກເຜົາມາກ່ອນນັ້ນ ຝັງຢູ່ອ້ອມແອ້ມໄຫຫີນ ແລະ ໄດ້ໃຫ້ທັດສະນະວ່າເປັນກະດູກຂອງຄອບຄົວຂອງຜູ້ທີ່ຖືກຝັງໄວ້ໃນໄຫ.
ການຄົ້ນຄ້ວາໃນຊຸມປີທີ່ຜ່ານມານີ້ ໄດ້ໃຫ້ທັດສະນະວ່າ ໄຫຫີນດັ່ງກ່າວຖືກໃຊ້ເປັນສິ່ງບັນຈຸສົບຄົນຕາຍ ຈົນກ່ວາຊາກສົບນັ້ນຈະເປື່ອຍ ແລະ ແຫ້ງ, ສ່ວນກະດູກນັ້ນຈະຖືກນຳໄປຝັງຢູ່ໃກ້ກັບບໍລິເວນໄຫຫີນນັ້ນ, ສ່ວນການຄົ້ນຄ້ວາຂອງທ່ານນາງ ໂຄລານີ ກ່ຽວກັບກະດູກຂອງສົບທີ່ຖືກເຜົານັ້ນ ອາດເປັນການສັນນິຖານເຖິງການນຳໃຊ້ໄຫຫີນເປັນສ່ວນໜຶ່ງຂອງສຸສານຂອງຄົນໃນສະໃໝນັ້ນ. ໄຫຫີນບາງໜ່ວຍມີຂະໜາດ ແລະ ຊ່ອງຫວ່າງເປີດທີ່ນ້ອຍນັ້ນ ສັນນິຖານວ່າໃນຍຸກຕໍ່ມາອາດຈະຍ້ອນບໍ່ຈຳເປັນຕ້ອງບັນຈຸສົບຄົນຕາຍທັງໝົດໄວ້ໃນໄຫ ແຕ່ໃຊ້ສະເພາະບັນຈຸອັດທິຂອງຜູ້ຕາຍເທົ່ານັ້ນ.
ກ. ທົ່ງໄຫຫີນ1.
ໄຫຫີນແມ່ນເປັນຫີນແຂງເຮັດດ້ວຍຫີນຊາຍ, ທົ່ງໄຫຫີນ ຈຸດທີ່ໃຫຍ່ກວ່າໝູ່ ມີທັງໝົດ 334 ໜ່ວຍ, ມີຖ້ຳ 1 ແຫ່ງ, ມີຈ່ານຫີນເປັນແຜ່ນ 30 ແຜ່ນ ແລະ ມີຈ່ານຫີນທີ່ໃຊ້ເປັນເຄື່ອງຕັດຫີນ 122 ແຜ່ນ, ຈຸດທີ່ຕັ້ງຂອງໄຫຫີນມີ 5 ຈຸດ ເຊິ່ງທັງໝົດຕັ້ງຢູ່ໃກ້ໆກັນ ລຽງກັນໄປຕາມເປີ້ນພູ.
ຂ. ທົ່ງໄຫຫີນ2.
ໄຫຫີນແຫ່ງນີ້ ຜະລິດຂຶ້ນຈາກຫີນຊາຍ ມີໄຫຫີນທັງໝົດ 93 ໜ່ວຍ, ມີຈ່ານຫີນເປັນແຜນ ຈຳນວນ 14 ແຜ່ນ, ມີກ້ອນຫີນເປັນກ້ອນ 9 ໜ່ວຍ. ຈຸດທີ່ຕັ້ງຂອງໄຫຫີນ ແມ່ນຕັ້ງຢູ່ 2 ຈຸດ ໂດຍການແບ່ງຕາມເສັ້ນທາງ ແລະ ຕົ້ນໄມ້ທີ່ສວຍງາມ, ໃນນັ້ນມີໄຫ ຫີນ ທັງໝົດ 92 ໜ່ວຍ, ມີທາດ 1 ທາດ, ຊຶ່ງຊາວບ້ານ ເວົ້າວ່າສ້າງຂຶ້ນ ໂດຍຝຣັ່ງ ແຕ່ບໍ່ມີຂໍ້ມູນຢັ້ງຢືນ.
ຄ. ທົ່ງໄຫຫີນ3.
ທົ່ງໄຫຫີນແຫ່ງທີ 3 ຕັ້ງຢູ່ໂນນພູຕ່ຳ, ທາງເຂົ້າຫາທົ່ງໄຫຫີນຈາກບ່ອນຈອດລົດໄປແມ່ນໄດ້ຍ່າງຜ່ານທົ່ງນາຂອງປະຊາຊົນ. ໄຫຫີນ 3 ນີ້ ມີລັກສະນະພິເສດຄືໄຫຈະເປັນໄຫໜ່ວຍນ້ອຍສະເໝີກັນ ແລະ ມີຄວາມສວຍງາມ. ມີແຫຼ່ງຕັດຫີນຫ່າງຈາກຕົວເມືອງໂພນສະຫວັນ ປະມານ 32 ກິ ໂລແມັດ, ມີເນື້ອທີ່ທັງໝົດ 54,138.04 ຕາແມັດ, ໃນນັ້ນມີໄຫຫີນທັງໝົດ 150 ໜ່ວຍ, ມີຕົ້ນໄມ້ທີ່ສວຍງາມ.
ງ. ທົ່ງໄຫຫີນຜາແກ້ວ.
ສະຖານທີ່ແມ່ນຕັ້ງຢູ່ເນີນພູທີ່ມີປ່າໄມ້ ມີໄຫຫີນທັງໝົດເກືອບ 400 ໜ່ວຍ, ໄຫຫີນໃນຈຸດນີ້ ແມ່ນເຮັດດ້ວຍຫີນຊາຍ ມີການແກະສະຫຼັກດ້ວຍຄວາມປານີດ ແລະ ສວຍງາມ. ໄຫຫີນສ່ວນຫຼາຍແມ່ນຈະຖືກຝາປິດດ້ວຍກ້ອນຫີນ, ສ່ວນຫຼາຍແມ່ນແຕກ ແລະ ເຕັມໄປດ້ວຍບັນດາສິ້ນສ່ວນແຕກຫັກທັງຫຼາຍ.
https://mict.gov.la/
ວັດເພຍວັດ.
ວັດເພຍວັດເປັນວັດແຫ່ງທຳອິດ ທີ່ສ້າງຂຶ້ນກ່ອນໝູ່ໝົດ ໃນດິນແດນຂອງເມືອງພວນ ສ້າງຂຶ້ນ ໃນປີ ຈສ 744 ມາຮອດປະຈຸບັນ (2018) ມີອາຍຸໄດ້ 687 ປີ.
ເຈົ້າລ້ານຄຳກອງ ເປັນອາດຍາປົກຄອງເມືອງພວນ ໄດ້ນຳພາປະຊາຊົນຊອກຫາຊ່າງຜູ້ມີຝີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານ ທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດຢູ່ຫຼວງພະບາງມາແລ້ວມາສ້າງ. ພໍສ້າງສຳເລັດແລ້ວ ເຈົ້າລ້ານຄຳ ກໍ່ໄດ້ນຳພະພຸດທະຮູບອົງສັກສິດ ມາຈາກຫົງສາວະດີ (ພະມ້າໃນປະຈຸບັນ) ມາປະທັບໄວ້ວັດດັ່ງກ່າວ. ໃນຍຸກສະໄໝນັ້ນ ເມືອງພວນມີຄວາມຈະເລີນຮຸ່ງເຮືອງສຸດຂີດ. ດັ່ງນັ້ນ, ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນ ຂອງພະສົງສຳມະເນນໃນຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກໄດ້ເຂົ້າ ມາມ້າງເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຂວາອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດປີ 1953, ຈສ 1315 ໄດ້ຖືກສົງຄາມຂອງຈັກກະພັດຝຣັ່ງ ທຳລາຍສິມ ແລະ ພະພຸດທະຮູບ ເຮັດໃຫ້ເພພັງຢ່າງໜັກ. ຕໍ່ມາຮອດ ປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງເມືອງພວນ ໄດ້ນຳພາປະຊາຊົນຊາວເມືອງພວນປະຕິສັງຂອນວັດ ແລະ ສີມຄືນໄໝ ເຮັດໃຫ້ມີຄວາມສວຍງາມຄືກັບສະໄໝ່ກ່ອນ. ມາຮອດປີ ຄສ 1969, ຈສ 1331 ໄດ້ຖືກສົງ ຄາມຂອງຈັກກະພັດອາເມລິກາ ທຳລາຍຈົນໝົດກ້ຽງ ຈຶ່ງຍັງເຫຼືອພຽງແຕ່ພະພຸດທະຮູບທີ່ຖືກບາດແຜຕາກແດດ ໃຫ້ເຮົາເຫັນເຖິງທຸກວັນນີ້.
https://mict.gov.la/
ທາດຝຸ່ນ.
ຕັ້ງຢູ່ໃຈກາງຂອງເມືອງຄູນ, ປີ ຈສ 307 ໄດ້ປະດິດສະຖານທາດນ້ອຍ (ທາດທີ່ຢູ່ທາງໃນ). ຕໍ່ມາ ພະພຸດທະເຈົ້າຢູ່ທີ່ອິນເດຍໄດ້ເສຍຊີວິດ ກໍ່ໄດ້ພາກັນ ຈູດເຜົາສົບຂອງພະພຸດເຈົ້າ, ເມື່ອເຜົາແລ້ວ ກໍ່ໄດ້ ປະກາດໃຫ້ຜູ້ຄົນທົ່ວໂລກ ທີ່ນັບຖືສາສະໜາພຸດມາເອົາກະດູກຂອງພະພຸດທະເຈົ້າໄປບູຊາ ໂດຍການ ສ້າງທາດໃສ່. ແຕ່ຊາວເມືອງພວນໄປຊ້າເລີຍໄດ້ແຕ່ຝຸ່ນ ຈຶ່ງໄດ້ນຳມາສ້າງໄວ້ໃຈກາງ ຂອງເມືອງພວນ ໃນ ປີ ຈສ 742 ກະສັດເມືອງພວນອົງທີ່ 24 ໄດ້ສັ່ງສ້າງທາດ ໂດຍສ້າງກວມທາດເກົ່າໃຫ້ໃຫຍ່ໂຕກ່ວາແຕ່ກ່ອນ ຊຶ່ງນອກນັ້ນ ທ່ານຍັງເປັນຜູ້ ທີ່ນຳເອົາສາສະໜາພຸດ ເຂົ້າມາເມືອງພວນ.
ນັບແຕ່ນັ້ນມາໃນທຸກໆ ປີໃໝ່ ຊາວເມືອງພວນ ໄດ້ພາກັນມາຫົດນ້ຳສົງພະ ແລະ ອວຍພອນຊຶ່ງກັນ ແລະ ກັນໃນທາດແຫ່ງນີ້. ຈົນມາຮອດປີ ຈສ 1237, ຄສ 1874 ທາດດັ່ງກ່າວ ໄດ້ຖືກສົງຄາມເສິກຫໍ້ທຳລາຍ ເພື່ອຂຸດຄົ້ນເອົາເງິນ, ຄຳທີ່ມີຄ່າ ອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມ. ຕໍ່ມາຮອດສະໄໝເຈົ້າແຂວງ ຊາຍຄຳ ເປັນເຈົ້າແຜ່ນດິນເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່, ແຕ່ມາຮອດ ປີ ຄສ 1969 ຖືກສົງຄາມຂອງຈັກກະພັດອາເມລິກາທຳລາຍ ຈຶ່ງເຮັດໃຫ້ທາດ ດັ່ງກ່າວ ຊຸດໂຊມລົງອີກ ແລະ ເປັນດັ່ງທີ່ເຮົາເຫັນເຖິງທຸກວັນນີ້.
https://mict.gov.la/
ທາດຈອມເພັດ
ທາດຈອມເພັດຕັ້ງຢູ່ຕົວເມືອງຄູນ, ທາດດັ່ງກ່າວ ເປັນທາດທີ່ມີຄວາມສວຍສົດງົດງາມທີ່ສຸດ, ມີຮູບລັກສະນະການສ້າງຄືກັບທາດຝຸ່ນ, ສ້າງຂຶ້ນເປັນມິ່ງຂວັນໃຈ ຂອງປະຊາຊົນຊາວເມືອງພວນ ແລະ ເປັນບ່ອນ ທ້ອນໂຮມເພັດນິນຈິນດາ ຂອງຊາວເມືອງພວນ. ໃນປີ ຄສ 1422, ຈສ 787 ກະສັດ ເຈົ້າຜ້າຂາດ ໄດ້ນຳເອົາ ເພັດນິນຈິນດາ ທີ່ມີແສງລັດສະໝີອັນສວຍສົດງົດງາມ ສາມາດສົງແສງລັດສະໝີໄປທົ່ວທຸກທິດຂອງເມືອງ ພວນໃສ່ຍອດເສົາ, ດັ່ງນັ້ນ ຈຶ່ງໃສ່ຊື່ວ່າ ທາດຈອມເພັດ. ຈາກນັ້ນມານານເຖິງ 577 ປີ, ມາຮອດປີ ຄສ 1874, ຈສ 1237 ສະໄໝສົງຄາມຫໍ້ໄດ້ເຂົ້າມາປຸ້ນສະດົມກໍ່ໄດ້ທຳລາຍທາດ ເພື່ອເອົາເພັດນິນຈິນດາ ແລະ ວັດຖຸມີຄ່າໃນທາດດັ່ງກ່າວ
https://mict.gov.la/
ວັດສີພົມ.
ວັດສີພົມເປັນວັດໜຶ່ງທີ່ສຳຄັນ ໃນນະຄອນເມືອງພວນ, ມີສີສັນທີ່ສວຍສົດງົດງາມ ແລະ ໜ້າອັດສະຈັນ ກ່ອນໝູ່ໝົດ ຍ້ອນເຈົ້າລ້ານຄຳກອງ ໄດ້ສະເດັດໄປເມືອງຊົວ (ເມືອງຫຼວງພະບາງໃນປະຈຸບັນ) ເພື່ອຊອກຫາຜູ້ມີຄວາມຮູ້ ແລະ ຄວາມຊຳນານ ໃນການກໍ່ສ້າງໂຮງຫໍ ແລະ ວັດວາອາຣາມ, ພະອົງຈຶ່ງໄດ້ພົບກັບ ອາຈານທຳມະຄາຖາເປັນຜູ້ທີ່ມີຝີມືດີເດັນ. ດັ່ງນັ້ນ, ພະອົງຈຶ່ງໄດ້ນຳເອົາອາຈານທຳມະຄາຖາ ມາສ້າງວັດດັ່ງກ່າວ ໃນປີ ຄສ 1390, ຈສ 752. ຕ່ໍ່ມາວັດສີພົມກໍ່ ຖືກທຳລາຍຄືກັບທາດຝຸ່ນ ແລະ ວັດເພຍວັດ. ແຕ່ມາຮອດປະຈຸບັນ ປະຊາຊົນໄດ້ພ້ອມກັນປັບປຸງປົວແປງໃຫ້ດີຂຶ້ນ.
https://mict.gov.la/
ໂຮງໝໍເກົ່າ.
ສ້າງຂຶ້ນໃນປີ 1916 ໃນສະຖາປະຕິຍາກຳ ຂອງຝຣັ່ງປະສົມລາວ ໂຮງໝໍດັ່ງກ່າວ ໃນເມື່ອກ່ອນ ມີຄວາມສວຍງາມເປັນຢ່າງຍິ່ງ, ເປັນສະຖານທີ່ປິ່ນປົວຄົນເຈັບ ໃນສະໄໝນັ້ນ. ມາຮອດປີ 1966 ໄດ້ຖືກ ສົງຄາມທຳລາຍເຮັດໃຫ້ເຮືອນ ແລະ ອຸປະກອນຕ່າງໆ ໄດ້ຮັບການເສຍຫາຍຢ່າງໜັກ ຍັງເຫຼືອພຽງສິ່ງເສດເຫຼືອບ່າງຢ່າງໃຫ້ເຮົາເຫັນເຖິງທຸກວັນນີ້.
https://mict.gov.la/
ຕາດຄາ.
ຕາດຄາ ເປັນຕາດທຳມະຊາດ ມີຄວາມສວຍງາມເປັນຢ່າງຍິ່ງ ພາຍໃນຕາດ ແລະ ບໍລິເວນອ້ອມຂ້າງຕາດ ປະກອບດ້ວຍຕົ້ນໄມ້ໃຫຍ່ຫຼາຍຕົ້ນ, ປ່າໄມ້ ແລະ ຊີວະນາໆພັນທີ່ອຸດົມສົມບູນ. ຈຸດກຳເນີດຂອງນ້ຳຕາດຄານີ້ແມ່ນນ້ຳທີ່ເກີດຈາກຮູຜາໄຫຼອອກມາໂຕນລົງໃສ່ຕາດເປັນແຕ່ລະຂັ້ນ ແລະ ມີນ້ຳໄຫຼຕະຫຼອດປີ. ຕາດຄາ ຢູ່ບ້ານຄັງພະນຽນ ເມືອງໜອງແຮດ ຫ່າງຈາກຕົວເມືອງໂພນສະຫວັນ ປະມານ 104 ກິໂລແມັດ, ຫ່າງຈາກຕົວເມືອງໜອງແຮດປະມານ 22 ກິໂລແມັດ ແລະ ຈາກທາງເລກ 7 ເຂົ້າແຫຼ່ງທ່ອງທ່ຽວເປັນທາງປູແຮ່ປະມານ 5 ກິໂລແມັດ.
ຕາດຄາມີຄວາມສູງ141 ແມັດ, ຈາກຈຸດຕົ້ນນ້ຳຫາຈຸດພັກທີ່ 3 ແມ່ນມີຄວາມສູງ 81 ແມັດ, ແຕ່ພັກທີ່ 3 ລົງໃສ່ສາຍຫ້ວຍແມ່ນມີຄວາມສູງ 60 ແມັດ, ມີຂັ້ນໄດຍ່າງເຊື່ອມຕໍ່ຕາດແຕ່ລະຂັ້ນ, ມີເຮືອນຂາຍປີ້, ຫ້ອງນ້ຳສາທາລະນະ...
https://mict.gov.la/
ແຂວງ ວຽງຈັນ
ຖ້ຳປູຄຳ.
ສະຖານທີ່ຕັ້ງຢູ່ບ້ານນາທອງ, ເມືອງວັງວຽງ ແຂວງວຽງຈັນ ຫ່າງຈາກຕົວເມືອງວັງວຽງປະມານ 6 km ແຫຼ່ງທ່ອງທ່ຽວຖໍ້າປູຄໍາເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດແຫ່ງຫນຶ່ງທີ່ມີເອກະລັກ ແລະ ມີຄວາມໂດດເດັ່ນ, ມີຄວາມອຸດົມສົມບູນໄປດ້ວຍທໍາມະຊາດ ມີວິິວທິວທັດສະນີຍະພາບທຳມະຊາດທີ່ສວຍງາມ, ເປັນແຫຼ່ງທ່ອງທ່ຽວລະດັບເມືອງ, ຖໍ້າດັ່ງກ່າວຕັ້ງຢູ່ກາງໜ້າຜາກາ ມີລະດັບຄວາມສູງຈາກໜ້າດິນ 100 ແມັດ ແລະ ມີຄວາມຍາວປະມານ 400 ແມັດ, ຕາມການເລົ່າຂານຂອງປູ່ຍ່າຕາຍາຍໃນເມື່ອກ່ອນ ຖໍ້າດັ່ງກ່າວແມ່ນຖືກຄົ້ນພົບໂດຍປະຊາຊົນໃນໝູ່ບ້ານທີ່ໄປລ້າສັດເພື່ອນໍາມາເປັນອາຫານ ແລະ ໄດ້ພົບເຫັນຖໍ້າດັ່ງກ່າວ ໃນເມື່ອກ່ອນເອີ້ນຊື່ວ່າ ຖໍ້າເຈຍ ເນື່ອງຈາກວ່າມີເຈຍມາອາໃສຢູ່ຢ່າງຫຼວງຫຼາຍ ຕໍ່ມາໃນປີ 1996 ອໍານາດການປົກຄອງບ້ານຈຶ່ງມີແຜນເປິດຖໍ້າເຈຍເປັນແຫຼ່ງທ່ອງທ່ຽວ ແລະ ໄດ້ປ່ຽນຊື່ຖໍ້າເຈຍມາເປັນຖໍ້າປູຄໍາຕັ້ງແຕ່ນັ້ນມາ, ການປ່ຽນຊື່ເປັນຖໍ້າປູຄໍານັ້ນ ເນື່ອງຈາກວ່າ ມີຊາວບ້ານໄດ້ໄປພົບເຫັນປູທີ່ມີລັກສະນະແປກ ແຕກຕ່າງກັບປູອື່ນທົວໄປ ເປັນປູທີ່ມີລັກສະນະຂາຍາວ ມີສີເຫຼືອງຄືສີຄໍາ ແລະ ຊາວບ້ານເອີ້ນປູນີ້ວ່າ ປູຄໍາ ຊາວບ້ານມີຄວາມເຊື່ອປູດັ່ງກ່າວເປັນເຈົ້າເຝົ້າຖໍ້າ, ດັ່ງນັ້ນ, ເຖົ້າແກ່ແນວໂຮມຈຶ່ງຕົກລົງປ່ຽນຊື່ຖໍ້າເຈຍ ມາເປັນຖໍ້າປູຄໍາ ແລະ ເປີດໃຫ້ບໍລິການເຂົ້າຊົມຖໍ້າຕັ້ງແຕ່ ປີ ຄ.ສ. 1996 ເປັນຕົ້ນມາ ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນນັກທ່ອງທ່ຽວ ລາວ, ໄທ, ເກົາຫລີ, ຈີນ, ຍີປຸ່ນ, ເອີລົບ….
https://mict.gov.la/
ຖໍ້ານໍ້າ.
ປະຫວັດຂອງຖ້ຳນ້ຳ ໃນເມື່ອກ່ອນເອີ້ນວ່າ: ຖ້ຳຊ້າງ ຊາວບ້ານໄດ້ນຳໃຊ້ນ້ຳ ທີ່ໄຫລອອກມາຈາກຖ້ຳແຫ່ງນີ້ ເພື່ອເຮັດນາ ໂດຍໄດ້ເຮັດເໝືອງ-ຝາຍໄມ້ແບບບູຮານ ຊຶ່ງບໍ່ຮູ້ວ່າຕົ້ນນ້ຳ(ຍອດນ້ຳ) ດັ່ງກ່າວນັ້ນໄຫລມາຈາກໃສ ແລະ ໄຫລຕະຫລອດລະດູແລ້ງ ແລະ ຝົນ, ຈຶ່ງເປັນທີ່ມາຂອງຊື່: “ ຖ້ຳນ້ຳ’’ ປັດຈຸບັນກຳລັງເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ນັກທ່ອງທ່ຽວ ລາວ, ໄທ, ເກົາຫລີ,ຈີນ ແລະ ນັກທ່ອງທ່ຽວເອີຣົບ ທີ່ເຂົ້າມາທ່ອງທ່ຽວ ຖໍ້າແຫ່ງນີ້ ກ່ອນທີ່ຈະເຂົ້າໄປທາງໃນຖໍ້າຕ້ອງໄດ້ຂີ່ກົງເບັງລອດເຂົ້າໄປຕາມແລວນໍ້າທີ່ຜູ້ບໍລິການໄດ້ມັດເຊືອກຄືງໄວ້ ແລ້ວນັກທ່ອງທ່ຽວຕ້ອງໄດ້ຈັບໄປຕາມແລວເຊືອກທີ່ມີນໍ້າໃສ ແລະ ເຢັນຫລາຍຈົນກ່ວາຈະພົບກັບພື້ນທີ່ໃນຖໍ້າ ແລ້ວຈື່ງສາມາດຍ່າງໄປຕາມຫ້ອງໂຖງພາຍໃນຖໍ້າ ເຊີ່ງກິດຈະກຳນີ້ກຳລັງເປັນທີ່ນິຍົມຂອງນັກທ່ອງທ່ຽວ.
https://mict.gov.la/
ຖໍ້າລົມ.
ປະຫວັດຄວາມເປັນມາຂອງຖ້ຳລົມ: ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ອາວຸໂສໃນທ້ອງຖິ່ນວ່າ: ເຫດຜົນທີ່ພາກັນເອີ່ນຊື່ວ່າ“ ຖ້ຳລົມ ” ກໍ່ເພາະຢູ່ບໍລິເວນປາກຖ້ຳ ຈະມີລົມພັດຜ່ານເຂົ້າໄປໃນຖ້ຳຕະຫຼອດລະດູການ ບໍ່ວ່າຈະເປັນເວລາກາງຄືນ ຫຼື ກາງເວັນ ຈະມີລົມພັດແຮງ ແລະ ເຢັນຢູ່ຕະຫລອດ ຈຶ່ງເປັນເຫດຜົນເປັນທີ່ມາຂອງຊື່ຖ້ຳວ່າ ຖ້ຳລົມ
https://mict.gov.la/
ອ່າງຫຼວງ.
ຄວາມເປັນມາຂອງຖໍ້າອ່າງຫລວງ: ໃນສະໄຫມສົງຄາມ ປະຊາຊົນໃນເຂດນີ້ ໄດ້ອາໃສຖໍ້າດັ່ງກ່າວ ໄວ້ເປັນບ່ອນລີ້ຊ່ອນສັດຕູ ແລະ ເກັບຮັກສາເຄື່ອງຂອງທີ່ມີຄ່າ, ຢູ່ບໍລິເວນດ້ານລຸ່ມຂອງຖ້ຳ ມີປ່າໄມ້ດົກໜາ, ມີອ່າງນ້ຳໃສເຢັນຂະໜາດທີ່ໃຫ່ຍ ແລະ ມີຄວາມເລິກ ຈຶ່ງເປັນທີ່ມາຂອງຊື່ ຖ້ຳອ່າງຫລວງ (ອ່າງໃຫຍ່)ສະຖານທີ່ຕັ້ງແມ່ນຢູ່ ບ້ານນາມ່ວງ ເມືອງວັງວຽງຫ່າງຈາກຕົວເມືອງເຂົ້າໄປຫາສະຖານທີ່ທ່ອງທ່ຽວຖໍ້າອ່າງຫລວງແມ່ນມີໄລຍະທາງປະມານ 8 ກິໂລແມັດ ຄົ້ນພົບໃນປີ 1985, ເລີ່ມພັດທະນາໃນປີ 2014 ແລະ ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວໃນປີ 2017 ເຊີ່ງແມ່ນການລົງມືສຳປະທານ ແລະ ພັດທະນາຂອງເອກະຊົນລາວ ປັດຈຸບັນກຳລັງເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ນັກທ່ອງທ່ຽວ ລາວ, ໄທ, ເກົາຫລີ,ຈີນ ແລະ ນັກທ່ອງທ່ຽວເອີຣົບ ທີ່ເຂົ້າມາພັກຜ່ອນ ແລະ ສຳພັດກັບກິດຈະກຳຕ່າງໆພາຍໃນສະຖານທີ່ທ່ອງທ່ຽວເປັນຕົ້ນແມ່ນກິດຈະກຳໂດດນໍ້າ, ຂີ່ສະລີງ ປີນຜາຊົມທຳມະຊາດພາຍໃນຖໍ້າ
https://mict.gov.la/
ນໍ້າຕົກຕາດນໍ້າແຖ່ມ
ນໍ້າຕົກຕາດນໍ້າແຖ່ມຕັ້ງຢູ່ບ້ານປາກເປາະ ເມືອງວັງວຽງ ແຂວງວຽງຈັນການເດີນທາງສູ່ນໍ້າຕົກຕາດນໍ້າແຖມ ອອກຈາກເມືອງວັງວຽງ ໄປຕາມເສັ້ນທາງ 13 ເຫນືອ ປະມານ 6 ກມ ຈາກນັ້ນຈະມີທາງແຍກ ທາງຊ້າຍມື ຕາມເສັ້ນທາງມາຍັງຈຸດຂ້າມເຮືອຂອງ TCK ຈາກເສັ້ນທາງ 13 ເຫນືອ ມາຮອດບ່ອນນີ້ ປະມານ 3 ກມ. ຂ້າມນໍ້າຊອງດ້ວຍແພຊາວບ້ານ ຍ່າງຕໍ່ອີກ 1 ກມ. ຮອດຈຸດຂີ່ສະລິງຂອງ TCK ແລ້ວເດີນທາງຕໍ່ຂ້າມພູໜ່ວຍທີ່ 1 ປະມານ 1.5 ກມ. ຈື່ງມາຮອດພູນໍ້າແຖມ ຈາກຈຸດນີ້ ເປັນການຍ່າງຂື້ນພູຢ່າງດຽວ ໄລຍະທາງຈາກຕີນພູຈົນຮອດນໍ້າຕົກຕາດ ປະມານ 3 ກມ. ມີຄວາມຊັນຂອງພູຕັ້ງແຕ່ 25 ຫາ 90 ອົງສາ ບາງບ່ອນຕ້ອງຍ່າງຕາມລຳຫ້ວຍ ປີນຜາ ໄຕ່ຂົວອູ່ ໃຊ້ເວລາເດີນທາງທັງໝົດ 8 ຊົ່ວໂມງ ຢູ່ໃກ້ນໍ້າຕົກຈະມີເຮືອນພັກໃຫ້ນັກທ່ອງທ່ຽວພັກ ເພາະສ່ວນໃຫຍ່ ຈະໃຊ້ເວລາໃນການໄປທຣິບ 2 ມື້ 1 ຄືນ ເມື່ອໄປຮອດເຮືອນພັກທ່ານສາມາດແນມເຫັນເມືອງວັງວຽງໄດ້ທັງໝົດ ສ່ວນນໍ້າຕົກ ທ່ານສາມາດຍ່ອນໂຕລົງມາຈາກຈຸດສູງສຸດຂອງນໍ້າຕົກນີ້ໄດ້ ເຊິ່ງນໍ້າຕົກນີ້ມີຄວາມສູງ ປະມານ 200 ເມັດ ເປັນນໍ້າຕົກຕາດທີ່ມີຄວາມສູງ ແລະ ສວຍງາມອີກແຫ່ງໜື່ງຂອງເມືອງວັງວຽງ.
https://mict.gov.la/
ແຂວງ ໄຊສົມບູນ
ພູເບຍ
ພູເບ້ຍ ຕັ້ງຢູ່ບ້ານພູຫົວຊ້າງ ຫ່າງຈາກເທດສະບານເມືອງອະນຸວົງ ໄປທາງທິດເໜືອ ປະມານ 6 ກິໂລແມັດ, ຈາກຕີນພູເຖິງຈອມພູ ມີໄລຍະທາງປະມານ 56 ກິໂລແມັດ, ເຊິ່ງພູເບ້ຍ ເປັນພູທີ່ສູງທີ່ສູດໃນປະເທດລາວ ເຊິ່ງມີຄວາມສູງ 2,820 ແມັດ, ເປັນພູທີ່ມີຄວາມອຸດົມສົມບູນ ທາງດ້ານພືດພັນ, ມີພູມອາກາດທີ່ໜາວເຢັນ, ມີສັດສາວາສິ່ງນ້ອຍ-ໃຫຍ່ຫລາຍຊະນິດ ທີ່ອາໄສຢູ່ໃນພູແຫ່ງນີ້ ເປັນຕົ້ນ: ລີງ, ຄ່າງ, ທະນີ, ກວາງ, ຟານ, ເຍືອງ, ເສືອ, ໝີ, ເໝືອຍ, ໝູ່ປ່ານົກຍູງ ແລະ ສັດປະເພດອື່ນໆອີກ...ນອກນັ້ນ ຍັງມີໄມ້ຫລາຍຊະນິດເຊັ່ນ: ໄມ້ດູ່, ໄມ້ແຄນ, ໄມ້ຍຸງ, ໄມ້ຍາງ, ໄມ້ໂລງເລງ. ພູເບ້ຍ ເປັນພູທີ່ຕັ້ງສູງສະຫງ່າ ເປັນດັ່ງມິ່ງຂວັນຂອງຊາວເມືອງອະນຸວົງ ແຂວງໄຊສົມບູນ, ເປັນພູທີ່ມີຄວາມໂດດເດັ່ນ ແລະ ມີຊື່ສຽງຢູ່ໃນ ສປປ ລາວ, ມີປະຫວັດຄວາມເປັນມາອັນຍາວນານ. ໄລຍະທີ່ເປັນເຂດພິເສດໄຊສົມບູນ ການນຳເຂດໄດ້ມີການສ້າງເສັ້ນທາງຂຶ້ນໄປຫາພູເບ້ຍ ຈາກຕີນພູເຖິງຈອມພູ ເຊິ່ງມີໄລຍະທາງ 56 ກິໂລແມັດ ທີ່ສາມາດເດີນທາງໄປດ້ວຍຍານພາຫະນະທຸກປະເພດ ແຕ່ໂຄງການດັ່ງກ່າວ ສາມາດສ້າງໄດ້ພຽງ 16 ກິໂລແມັດ ກໍໄດ້ໂຈະໄວ້. ມາເຖິງປີ 2006-2013 ເຂດພິເສດໄຊສົມບູນໄດ້ຖືກຍຸບ ແລະ ໄດ້ໂຮມເຂົ້າກັບແຂວງວຽງຈັນ ໃນຊ່ວງນັ້ນພູເບ້ຍ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຈົນມາຮອດວັນທີ 13 ເດືອນທັນວາ ປີ 2013 ສະພາແຫ່ງຊາດ ໄດ້ມີມະຕິຕົກລົງ ວ່າດ້ວຍການຮັບຮອງເອົາການສ້າງຕັ້ງແຂວງໄຊສົມບູນ ເປັນແຂວງທີ່ 18 ຂອງ ສປປ ລາວ, ອຳນາດປົກຄອງແຂວງ ກໍໄດ້ມີຄຳສັ່ງຫ້າມ ແລະ ຍັງບໍ່ທັນອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າຢ້ຽມຊົມ ເນື່ອງຈາກສະຖານທີ່ດັ່ງກ່າວ ເປັນເຂດທີ່ຕັ້ງຍຸດທະສາດທາງການທະຫານໃນສະໄໝກ່ອນ ແລະ ສິ່ງສຳຄັນແມ່ນ ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ບໍ່ທັນສາມາດຮອງຮັບນັກທ່ອງທ່ຽວໄດ້.
https://mict.gov.la/
ສັນພູໝອກ.
ສັນພູໝອກ ຕັ້ງຢູ່ບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຮ່າງຈາກເທດສະບານເມືອງໄປທາງທິດເໜືອ ປະມານ 7 ກິໂລແມັດ, ເປັນພູຫົວໂລ້ນທີ່ມີລັກສະນະຍາວຢຽດໂດດເດັ່ນ ທີ່ແຕກຕ່າງຈາກພູໜ່ວຍອື່ນໆ ເຊິ່ງເປັນເອກະລັກສະເພາະຂອງຕົນ, ເປັນມົນສະເໜ່ທີ່ສ້າງຄວາມສົນໃຈ ໃຫ້ແກ່ນັກທ່ອງທ່ຽວເຂົ້າມາທ່ຽວຊົມເມືອງລ້ອງແຈ້ງ. ສັນພູໝອກມີຄວາມສູງປະມານ 1.300 ແມັດ ແລະ ຍາວປະມານ 12 ກິ ໂລແມັດ, ໃນສະໄໝກ່ອນ ຜູ່ເຖົ້າຜູ່ແກ່ເພິ່ນເວົ້າວ່າ ໃນແຕ່ລະວັນຈະມີໝອກເຝື້ອ ປົກຄຸ້ມຢູ່ບໍລິເວນເທິງພູຢູ່ຕະຫລອດເວລາ ຄ້າຍຄືກັບທະເລໝອກ ຫລື ສວງສະຫວັນວິມານຊັ້ນຟ້າ ຊຶ່ງກົງກັນຂ້າມກັບພູໜ່ວຍອື່ນໆຊຳພັດເປີດແປນ. ສະນັ້ນ, ຍ້ອນມີປະກົດການດັ່ງກ່າວນີ້ ຈຶ່ງພາກັນເອີ້ນວ່າ“ສັນພູໝອກ” ຈົນມາເຖິງທຸກວັນນີ້. ໃນປະຈຸບັນສັນພູໝອກ ກາຍເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງເມືອງລ້ອງແຈ້ງ ເໝາະແກ່ການທ່ຽວຊົມທຳມະຊາດ ແລະ ພັກຜ່ອນຕາກອາກາດທີ່ເຢັນສະບາຍສົດຊື່ນ ເມື່ອຂຶ້ນໄປຢູ່ຈອມພູໜ່ວຍນີ້ ຈະສາມາດແນມເຫັນທິວທັດຄວາມສວຍງາມຂອງເມືອງລ້ອງແຈ້ງ.
ໃນປີ ຄ.ສ 1960 ຫາ 1973 ສັນພູໝອກ ໄດ້ເປັນຖານທັບຂອງທະຫານ (ເອສ໌ຊີຢູ SCU ຫລື ວ່າກອງທັບພາກສອງຂອງອາເມຣິກາ ແລະ ລູກແຫລ່ງຕີມືຂອງພວກມັນ) ໂດຍມີ 2 ກອງພົນໃຫຍ່ປະຈຳຢູ່ສັນພູແຫ່ງນີ້, ໃນນັ້ນມີກອງພົນພິເສດຂອງວາງປາວ ແລະ ກອງພົນພິເສດຂອງ ເຈົ້າສຸວັນນະພູມມາໃນການເຮັດສົງຄາມຢູ່ລາວໃນໄລຍະນັ້ນ. ມາຮອດປີ 1968 ຈຶ່ງໄດ້ສ້າງຂຸມມໍລະກົດ ຫລື ຕຣັງເຊ ເຊິ່ງຄວາມກ້ວາງຂອງຂຸມແມ່ນ ລົດອາແອ່ມ ສາມາດແລ່ນເຂົ້າໄປໄດ້ຢ່າງສະດວກສະບາຍ, ມີຄວາມຍາວປະມານ 1000 ກວ່າແມັດ, ສ່ວນຫລັງຄາ ແມ່ນໃຊ້ກາບບົ່ມແລ້ວເອົາດິນປົກຖົມໄວ້ ແລະ ຢູ່ຕາມສັນພູໝອກແຫ່ງນີ້ ແມ່ນເຕັມໄປດ້ວຍຂຸມຄອງ ຂຸມຫລີ້ໄພ ຢັ່ງຢາຍກັນຢູ່ເປັນຖັນແຖວ ແລະ ຢູ່ອ້ອມຮອບພູ ແມ່ນໃຊ້ເຫລັກໜາມໝາກຈັບ ທີ່ມີຄວາມແໜ້ນໜາ ເຊິ່ງບໍ່ມີຜູ້ໃດສາມາດເຂົ້າໄປຕີແຕກໄດ້. ເຖິງວ່າຈະມີການເຊັນສັນຍາຢຸດເຊົາ ໃນປີ1973 ກໍຕາມ ແຕ່ກອງທັບພາກ 2 ຍັງລະເມີດ ແລະ ສືບຕໍ່ໃນການຕໍ່ສູ້ກັບຝ່າຍແນວລາວຮັກຊາດຢ່າງດຸເດືອດ, ພາຍຫລັງປະເທດຊາດໄດ້ຮັບການສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ກອງທັບດັ່ງກ່າວຈຶ່ງແຕກສະຫລາຍ,ຈຳນວນໜຶ່ງ ກໍ່ຖືກຈັບໄປກັກຂັງ ແລະ ຖືກສຳມະນາຢູ່ເມືອງວຽງໄຊ ແຂວງຫົວພັນ ແລະ ອີກຈຳນວນໜຶ່ງ ກໍໂຕນໜີໄປຢູ່ປະເທດທີສາມ.
https://mict.gov.la/
ຜາພະເຈົ້າ.
ຜາພະເຈົ້າ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ຫ່າງຈາກເທດສະບານເມືອງ ໄປທາງທິດເໜືອປະມານ 500 ແມັດ (ໄປທາງພູເບ້ຍ ເຈີສີແຍກ ແລ້ວລ້ຽວຂວາເຂົ້າໄປປະມານ 50 ແມັດ), ເປັນຜາຫີນ ທີ່ເກີດຈາກທຳມະຊາດທີ່ສວຍງາມຢ່າງສະຫລັບຊັບຊ້ອນ, ລັກສະນະຂອງຜາ ແມ່ນເປັນຜາຫີນປູນທີ່ຕິດຈອດເກາະກ່າຍກັນ, ຕີນຜາກວ້າງ, ມີຖ້ຳຂະໜາດໜ້ອຍລອດພື້ນ ແລະ ຈອມຜາເຈີ້ຍສູງຊັນຄ້າຍຄືກັບທາດ, ເຊິ່ງມີຄວາມສູງປະມານ 300 ແມັດ, ມີລວງຮອບປະມານ 400 ແມັດ ແລະ ນອນຢູ່ໃນເນື້ອທີ່ 4 ເຮັກຕາ. ຜາພະເຈົ້າໃນສະໄໝກ່ອນ ແມ່ນເປັນອີກສະ ຖານທີ່ໜຶ່ງ ທີ່ເຈົ້າອະນຸວົງ ໄດ້ໃຊ້ເປັນກຳບັງລີ້ຊ້ອນ ຫລື ບ່ອນລົບໄພ ໃນການເຮັດເສິກກັບສະຫຍາມໃນສະໄໝນັ້ນ. ອີກຢ່າງໜຶ່ງ ຄົນສະໄຫມກ່ອນມີຄວາມເຊື່ອກັນ ສະຖານທີ່ຜາພະເຈົ້າແຫ່ງນີ້ ເປັນສະຖານທີ່ສັກສິກ ແລະ ເປັນສະຖານທີ່ສັກກະລະບູຊາທາງພຸດທະສາສະໜາ, ເປັນສະຖານທີ່ບວງສວງຜີຟ້າ, ຜີແຖນ, ຜີປ່າ ແລະ ຜີດົງ ຂອງປະຊາຊົນບັນດາເຜົ່າໃນຂົງເຂດດັ່ງກ່າວ. ນອກນັ້ນ, ປະຊາຊົນຍັງເຊື່ອຖືກັນວ່າ ຖ້າຜູ້ໃດຫາກມາລົບລີ້ຢູ່ຜາແຫ່ງນີ້ ຈະຖືກຜີຟ້າ, ຜີແຖນປິດບັງ ແລະ ປົກປ້ອງຈົນບໍ່ມີຜູ່ໃດຊອກເຫັນ. ຍ້ອນຄວາມເຊື່ອຖືດັ່ງກ່າວ ບວກກັບຄວາມສັກສິດຂອງຜາພະເຈົ້າ ເຖົ້າແກ່ອະວຸໂສ ແລະ ປະຊາຊົນ ບ້ານດັ່ງກ່າວ ຈຶ່ງໃສ່ຊື່ຜາແຫ່ງນີ້ວ່າ: “ຜາພະເຈົ້າ” ຈົນເຖິງທຸກວັນນີ້.
ຜາພະເຈົ້າ ເປັນແຫລ່ງທ່ອງທ່ຽວໜຶ່ງທີ່ມີຊື່ສຽງຢູ່ໃນເມືອງອະນຸວົງ ແລະ ເປັນທີ່ໜ້າສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມສົນໃຈໃນການທ້າທາຍ ແລະ ຜະຈົນໄພ, ຖື ໄດ້ວ່າແຂກໄປໄທມາ ຖ້າບໍ່ໄດ້ໄປປິນຜາພະເຈົ້າ ເບິ່ງທັດສະນີຍະພາບຄວາມສວຍງາມຂອງຕົວເມືອງອະນຸວົງ ກໍຖືໄດ້ວ່າ ສຳກັບບໍ່ໄດ້ມາຢ້ຽມຢາມແຂວງໄຊສົມບູນ. ໃນເມື່ອກ່ອນຊ່ວງທີ່ມີເທດສະການບຸນກິນຈຽງ ຂອງຊົນເຜົ່າມົ້ງ ແລະ ບຸນເກຮີ ຂອງຊົນເຜົ່າກຶມມຸ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຜາພະເຈົ້າເປັນຈຳນວນຫລວງຫລາຍ, ດັ່ງນັ້ນ, ທ່ານ ເນັ່ງເຢລໍ ໜາວເຮີ, ພະນັກງານບຳນານ ຈຶ່ງໄດ້ເຫັນເຖິງຄວາມສຳຄັນຂອງວຽກງານການທ່ອງທ່ຽວ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ ຈຶ່ງໄດ້ເຂົ້າມາພັດທະນາຜາພະເຈົ້າ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ເພື່ອໃຫ້ສາມາດຮອງຮັບ ແລະ ອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທີ່ເຂົ້າມາຢ້ຽມຊົມຜາພະເຈົ້າ ໂດຍການສ້າງເສັ້ນທາງ, ສ້າງຂັ້ນໄດຂຶ້ນຜາ ແລະ ສ້າງສະຖານທີ່ນັ່ງພັກຜ່ອນຢູ່ເທິງຜາພະເຈົ້າ ແລະ ເປີດບໍລິການແກ່ນັກທ່ອງທ່ຽວເລີ່ມແຕ່ປີ 1996 ເປັນຕົ້ນມາຈົນເຖິງປະຈຸບັນ.
https://mict.gov.la/
ແຂວງ ບໍລິຄຳໄຊ
ນ້ຳຕົກຕາດຊາຍ.
ນ້ຳຕົກຕາດຊາຍ ເປັນນ້ຳຕົກແຫ່ງໜຶ່ງ ທີ່ມີຊື່ສຽງໃນເຂດເມືອງທ່າພະບາດ ກໍ່ຄືແຂວງບໍລິຄຳໄຊ ເຊິ່ງຕັ້ງຢູ່ບ້ານຫາດໄຄ້ ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ໃກ້ກັບຕາດເລິກ. ຕາດຊາຍ ແມ່ນໄດ້ມີມາແຕ່ດົນນານ ແລະ ໃນເມື່ອກ່ອນ ບໍ່ມີໃຜຮູ້ວ່າ ນໍ້າຕົກຕາດຊາຍເກີດຂຶ້ນເມື່ອໃດ ໃນເມື່ອກ່ອນ ແມ່ນຍັງບໍ່ມີຄົນຮູ້ຫຼາຍ ມີແຕ່ປະຊາຊົນໃນແຖບນັ້ນທີ່ຮູ້ຈັກ ຈົນວ່າຖືກຄົ້ນພົບ ແລະ ເປີດເປັນສະຖານທີ່ທ່ອງທ່ຽວຢ່າງເປັນທາງການ ເມື່ອວັນທີ 26 ກັນຍາ 2003. ນ້ຳຕົກຕາດຊາຍຢູ່ຫ່າງຈາກທາງ ເລກທີ 13ໃຕ້ ປະມານ 16 ກິໂລແມັດ. ຖ້າເດີນທາງມາແຕ່ນະຄອນຫຼວງວຽງຈັນ ແມ່ນລ້ຽວຊາຍເຂົ້າໄປທາງແບ່ງ ບ້ານປ່າໄລ່ ແລ້ວລ້ຽວຂວາເຂົ້າ ບ້ານຫາດໄຄ້. ນ້ຳຕົກຕາດຊາຍເປັນນ້ຳຕົກຕາດ ທີ່ມີທິວທັດທາງທຳມະຊາດຊີວະນາໆພັນ ທີ່ສວຍງາມ ເລາະລຽບຕາມຕາມສາຍທາງແຄມນ້ຳຕົກຕາດ ມີດອກເຜິ້ງຫຼາຍສາຍພັນ ທີ່ເກີດຈາກທໍາມະຊາດ ດອກເຜິ້ງດັ່ງກ່າວ ເປັນດອກໄມ້ ທີ່ອານຸລັກ ແລະ ປົກປັກຮັກສາ ໂດຍປ່າສະຫງວນແຫ່ງຊາດພູເຂົາຄວາຍ ໂດຍການມີສ່ວນຮ່ວມຂອງປະຊາຊົນໃນຂົງເຂດນັ້ນ. ນອກຈາກນັ້ນແລ້ວໃນບໍລິເວນດັ່ງກ່າວ ຍັງມີຕົ້ນໄມ້ທີ່ມີຂະໜາດໃຫຍ່ ແລະ ປ່າໄມ້ປ້ອງທີ່ຄອຍເປັນຮົ່ມເງົາໃຫ້ກັບແຂກທີ່ມາທ່ຽວຊົມ.
https://mict.gov.la/
ນໍ້າຕົກຕາດເລິກ.
ຕາດເລິກ ຕັ້ງຢູ່ບ້ານຫ້ວຍເລິກ ເມືອງທ່າພະບາດ ຫ່າງຈາກເທດ ສະບານເມືອງດັ່ງກ່າວປະມານ 17 ກິໂລແມັດ ເປັນສະຖານທີ່ທ່ອງທ່ຽວທີ່ຂື້ນກັບປ່າສະຫງວນແຫ່ງຊາດພູເຂົາຄວາຍ, ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການແຕ່ປີ 2004. ຕາດເລິກ ເປັນນໍ້າຕົກຕາດ ທີ່ກີດຂວາງທິດທາງການໄຫຼຂອງກະເເສແມ່ນໍ້າເລິກ ຈື່ງເຮັດໃຫ້ກະແສນໍ້າດັ່ງກ່າວ ໄຫຼເຊາະກ້ອນຫີນເປັນເວລາຫຼາຍລ້ານປີ ຈົນເຮັດໃຫ້ກາຍເປັນຮູບຫຼາຍລັກສະນະໃນປັດຈຸບັນ ແລະ ງົດງາມເປັນເອກະລັກ. ຢູ່ບໍລິເວນນີ້ ນັກທ່ອງທ່ຽວ ຍັງສາມາດຍ່າງປ່າ ເພື່ອສຶກສາຊີວະນາໆພັນ ແລະ ຕັ້ງເຕັ້ນຄ້າງຄືນນອນກາງປ່າ ເພື່ອສຳພັດກັບທຳມະຊາດຢ່າງແທ້ຈິງ ໂດຍການໃຫ້ຂໍ້ມູນຂອງຊາວບ້ານທີ່ບໍລິການນັກທ່ອງທ່ຽວ.
https://mict.gov.la/
ຮອຍພະບາດ ຖໍ້າສະແນນ.
ຮອຍພະບາດຖໍ້າສະແນນ ຕັ້ງຢູ່ ບ້ານນາໄຊ ເມືອງທ່າພະບາດ ຫ່າງຈາກທາງເລກທີ 13ໃຕ້ 2 ກິໂລແມັດ. ຈຸດຂອງຮອຍພະບາດ ແມ່ນຢູ່ບໍລິເວນທາງຂຶ້ນພູ ເຂດປ່າສະຫງວນພູເຂົາຄວາຍ, ຢູ່ເໜືອຂຶ້ນໄປ ມີຖໍ້ານ້ອຍ ເອີ້ນວ່າຖໍ້າສະແນນ. ມີການຕັດເສັ້ນທາງເຂົ້າຫາ ໂດຍທຶນຜູ້ເຫຼື້ອມໄສສັດທາ, ມີສິ່ງອໍານວຍຄວາມສະດວກພື້ນຖານ ເຊັ່ນ: ສາລາ ແລະ ຫ້ອງນໍ້າ. ເປັນສະຖານທີ່ ທີ່ຊາວບ້ານໃຫ້ຄວາມເຊື່ອຖືວ່າ ໃຜທີ່ໄດ້ໄປຂໍພອນແລ້ວ ຈະໄດ້ດັ່ງປາດຖະໜາ.
https://mict.gov.la/
ວັດໂພນສັນ.
ວັດໂພນສັນ ວັດຈອມທຳນາຄານິມິດ ຫຼື ພວກເຮົາເອີ້ນກັນວ່າ: ວັດໂພນສັນ ແມ່ນຕັ້ງຢູ່ບ້ານ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 75 ກິໂລແມັດ ເດີນທາງລົງມາຕາມເສັ້ນທາງ ເລກທີ່ 13 ໃຕ້ ໄປຮອດບ້ານພະບາດ ແລ້ວກໍ່ຈະເຫັນປ້າຍຊີ້ບອກຢູ່ທາງເບື້ອງຂວາມື ແວະເຂົ້າໄປປະມານ 2 ກມ ກໍ່ຈະເຫັນວັດນັ້ນຕັ້ງຢູ່ເທິງໂນນແຄມຝັ່ງ ຂອງແມ່ນ້ຳຂອງ. ວັນໂພນສັນ ເປັນວັດໜຶ່ງທີມີປະຫວັດຄວາມເປັນມາກ່ຽວກັບ ຕໍານານຂອງພະຍານາກ ເຊິ່ງຢູ່ໃກ້ກັບວັດພະບາດ ທີ່ມີຊື່ສຽງທາງດ້ານຮອຍພະບາດທີ່ປະທັບໄວ້ໃຫ້ບູຊາກາບໄຫວ້ ຈົນເຖິງທຸກວັນນີ້. ລັກສະນະຂອງວັດໂພນສັນ ແມ່ນຕັ້ງຢູ່ໂນນສູງ ທີ່ອ້ອມຮອບດ້ວຍຫ້ວຍນໍ້າ ແລະ ເປັນວັດທີ່ເກົ່າແກ່ມາແຕ່ດົນນານ ເປັນຈຸດໜຶ່ງທີ່ມີປະກົດການທາງທໍາມະຊາດ (ບັງໄຟພະຍານາກ) ເກີດຂື້ນໃນທຸກປີ ຂອງວັນເພັງ 15 ຄໍ່າ ຂອງເດືອນ 11 ລາວ ແລະ ເປັນວັດທີປະຊາຊົນໃນເຂດນັ້ນ ກາບໄຫວ້ເຄົາລົບນັບຖື.
https://mict.gov.la/
ວັດພະບາດ.
ວັດພະບາດ ເຊິ່ງເປັນວັດໜຶ່ງທີ່ມີຮອຍພະບາດ, ຫິນສີລາແລງ, ພະນອນ, ພະຊ່ຽງ, ເຈດີພະບາດ ທີ່ເກົ່າແກ່ມາເຫີງນານ ເປັນເຄົາລົບນັບຖື ຂອງຊາວເມືອງທ່າພະບາດ ແລະ ປະຊາຊົນ ຊາວພຸດທະສາສະໜາ ເພື່ອມາກາບໄຫວ້ບູຊາ ເປັນສິລິມຸງຄຸນໃຫ້ແກ່ຕົນເອງ ບໍ່ວ່າຈະເຮັດຫຍັງຕ່າງໆ ແມ່ນແຕ່ການເດີນທາງ ກໍ່ຍັງເຊື່ອວ່າ ຖ້າໄດ້ຂໍພອນຈາກສະຖານທີ່ສັກສິດນີ້ ກໍ່ຈະເດີນທາງດ້ວຍຄວາມສະດວກ ແລະ ປອດໄພ. ວັດພະບາດ ແມ່ນໄດ້ປະຕິສັງຂອນ ເລີ່ມຈາກເດືອນ 4 ປີ 1933 ເຊິ່ງຕັ້ງຢູ່ແຄມທາງເລກທີ13 ໃຕ້ ບ້ານພະບາດ ເມືອງທ່າພະພາດ ແຂວງບໍລິຄຳໄຊ ຫ່າງຈາກ ນະຄອນຫຼວງວຽງຈັນ ປະມານ 80 ກມ.
https://mict.gov.la/
ເສັ້ນທາງຍ່າງປ່າ ບ້ານນາ.
ຍ່າງປ່າ ບ້ານນາ ຕັ້ງຢູ່ ບ້ານນາ ເມືອງທ່າພະບາດ. ເສັ້ນທາງຍ່າງປ່າ ບ້ານນາ ແມ່ນເປັນການຍ່າງປ່າໄປຫໍຄອຍຊ້າງ ທີ່ຢູ່ໃນເຂດປ່າສະຫງວນພູເຂົາຄວາຍ. ເປັນກິດຈະກໍາທີ່ນັກທ່ອງທ່ຽວນິຍົມທີ່ສຸດ ຄຽງຄູ່ກັບ ຕາດຊາຍ ບ້ານຫາດໄຄ້; ມີກິດຈະກໍາຍ່າງຊົມຄວາມງາມຂອງປ່າສະຫງວນ, ກິນເຂົ້າແຄມນໍ້າ, ມີກິດຈະກໍາໃຫ້ນັກທ່ອງທ່ຽວສາມາດເລືອກນອນປ່າ, ນອນຢູ່ຫໍຄອຍ ຫຼື ກັບມານອນໂຮມສະເຕຢູ່ບ້ານ ຊົມວິຖີຊີວິດ ແລະ ການຈັກສານຂອງປະຊາຊົນບ້ານນາ.
https://mict.gov.la/
ຕາດມັງກອນ.
ສະຖານທີ່ແຫຼ່ງທ່ອງທ່ຽວ “ຕາດມັງກອນ” ຕັ້ງຢູ່ ບ້ານທ່າບົກ ເມືອງທ່າພະບາດ ເຊິ່ງຕັ້ງຫ່າງຈາກເທດສະບານເມືອງ ໄປປະມານ 20 ກິໂລແມັດ ຕາມເສັ້ນທາງເລກທີ 13 ໃຕ້ ແລ້ວລ້ຽວຊ້າຍ (ຖ້າມາແຕ່ເທດສະບານເມືອງ) ໄປຕາມທາງແດງ ເຂົ້າໄປອີກປະມານ 4 ກິໂລແມັດ ຈະເຖິງສະຖານທີທ່ອງທ່ຽວ. ແຫຼ່ງທ່ອງທ່ຽວແຫ່ງນີ້ ເປັນອີກແຫ່ງໜຶ່ງ ທີ່ກໍາລັງໄດ້ຮັບຄວາມນິຍົມຈາກການໄປທ່ຽວຫຼິ້ນ ຂອງປະຊາຊົນທັງພາຍໃນ ແລະ ຕ່າງແຂວງ ໂດຍສະເພາະນັກທ່ອງທ່ຽວທີ່ມາຈາກນະຄອນຫຼວງວຽງຈັນ ມາຫຼິ້ນເປັນຂະບວນຟົດຟື້ນ ໃນຮູບແບບທ່ຽວກັບຄອບຄົວມາພັກຜ່ອນ ຫຼື ມາທ່ຽວແບບເປັນກຸ່ມ, ມາກິນເຂົ້າປ່າ ແລະ ລົງຫຼິ້ນອາບນໍ້າທີ່ເຢັນສະບາຍ. ຈຸດພິເສດຕາດມັງກອນ ແມ່ນສະຖານທີ່ຕາດກວ້າງຂວາງ ທີ່ອ້ອມຮອບດ້ວຍພະລານຫີນ, ມີປ່າໄມ້ທີ່ຂຽວງາມໄປທົ່ວບໍລິເວນ ແລະ ມີນໍ້າທີ່ໃສສະອາດເຢັນດີ, ມີຄວາມປອດໄພແກ່ຜູ້ທີ່ມາທ່ຽວຫຼີ້ນ ເພາະວ່າສາຍນໍ້າໄຫຼບໍ່ແຮງປານໃດ ລົງຫຼີ້ນໄດ້ທຸກບ່ອນ ລົງຫຼິ້ນນໍ້າໄດ້ທຸກເພດທຸກໄວ ບໍ່ວ່າເດັກນ້ອຍ ຫຼື ຜູ້ໃຫຍ່. ຕາດມັງກອນນີ້ ນອກຈາກຈະມີທີ່ສະອາດ, ສວຍງາມແລ້ວ ຍັງມີສິ່ງຮອງຮັບຢ່າງຫຼວງຫຼາຍ ໄວ້ບໍລິການໃຫ້ແກ່ນັກທ່ອງທ່ຽວເຊັ່ນ: ຮ້ານອາຫານ, ເສື້ອຊູຊີບ, ຫ້ອງນໍ້າທີ່ສະອາດ, ມີເສັ້ນທາງທີ່ອຳນວຍຄວາມສະດວກສາມາດເຂົ້າເຖິງນໍ້າຕົກ ແມ່ນສະດວກປອດໄພ ແລະ ສະຖານທີ່ຈອດລົດພຽງພໍ ໃນວັນຢຸດພັກຜ່ອນ ຫຼື ວັນສຳຄັນຕ່າງໆ.
https://mict.gov.la/
ພະທາດສີໂຄດຕະບອງ.
ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ (ມ່ວງສຸມ) ແຄມຝັ່ງແມ່ນ້ຳຂອງ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດເມືອງ ຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 11 ໃຕ້ ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ, ມີເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກເສດຕະສັດ ເຮັດດ້ວນເງິນ ແລະ ຄຳ, ປາຍເສດ ຕະສັດມີໂຄມແກ້ວ (ປະຈຸບັນບໍ່ມີ) ສະເພາະເສດຕະສັດສູງ 2 ແມັດ ບໍລິເວນຕີນພະທາດກ້ວາງດ້ານລະ 25 ແມັດ, ສູງ30 ແມັດ).
ພະທາດສີໂຄດຕະບອງ ແມ່ນສາສະໜາຖານເກົ່າແກ່ ແລະ ສັກກາລະບູຊາຂອງຄົນຄໍາມ່ວນ, ທີ່ມີຄວາມສັກສິດແຫ່ງໜຶ່ງ ຂອງ ສປປລາວ ພະທາດນີ້ສ້າງຂື້ນໃນສະ ໃໝອານາຈັກສີໂຄດຕະບອງ ລະຫວ່າງສັດຕະວັດທີ VI – VIII. ພະທາດໜ່ວຍນີ້ ເປັນບ່ອນບັນຈຸກະດູອັດຖິຂອງພະພຸດທະເຈົ້າໃນສັດຕະວັດ VI.
ນອກຈາກນັ້ນ ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງ ຢືນຢ່າງສະຫງ່າລາສີ. ຄຳວ່າ “ສີໂຄດຕະບອງ” ມີຄວາມໝາຍມາຈາກພາສາບາລີວ່າ: “ແສງສະຫວ່າງແຫ່ງປະລັດຊະຍາ”. ດ້ວຍເຫດນັ້ນ, ຮູບປັ້ນຂອງພະຍາສີໂຄດຕະບອງ ຈຶ່ງປຽບເໜືອນທວນໄຟເຍືອງທາງໃຫ້ແສງສະຫວ່າງແກ່ຄົນລຸ້ນຕໍ່ໄປ ແລະ ກໍ່ເປັນສູນລວມແຫ່ງຈິດໃຈຂອງຊາວຄຳມ່ວນ ຈົນເທົ່າທຸກວັນນີ້.
ໃນພົງສາວະດານ ກ່າວເຖິງພະທາດໜ່ວຍນີ້ວ່າ, ໃນສັດຕະວັດ XVI, ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້, ພຸດທະສາສະໜານິກາຍຫິນະຍານ ໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດ ໃນສັດຕະວັດທີ່ 16 (ຄ.ສ 15201 – 1747 ໄດ້ສັ່ງປະຕິມາກອນ ມາບູລະນະພະທາດໜ່ວຍນີ້). ໃນ ຄ.ສ 1539, ການປະຕິສັງຂອນເປັນ ແບບສີລະປະລ້ານຊ້າງ ໂດຍເພີ່ມແບບປະຕິມະກຳ ທີ່ຕິດດອກບົວໃສ່ຈອມທາດ.
ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ, ພະອົງໄດ້ບູລະນະຈົນເປັນແບບດັ່ງທີ່ເຫັນໃນປັດຈຸບັນນີ້. ມາເຖິງປີ ຄ.ສ 1806, ໃນສະໄໝການປົກຄອງຂອງ ເຈົ້າອານຸວົງ ພຣະທາດໜ່ວຍນີ້ ກໍ່ໄດ້ຖືກທຳລາຍຈາກຫຼາຍສົງຄາມ ຈົນຖຶກປ່ອຍປະໃຫ້ພຣະທາດສີໂຄດເສົ້າໜອງຢ່າງສິ້ນເຊີງ.
https://mict.gov.la/