ໜ້າຫຼັກ / ການເຄື່ອນໄຫວ / ຄະນະຊາວໜຸ່ມກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ຊາວໜຸ່ມຕົວແບບ”

ຄະນະຊາວໜຸ່ມກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ຊາວໜຸ່ມຕົວແບບ”

24 Jul 2026 | ຫ້ອງການກະຊວງ |

#ຄະນະຊາວໜຸ່ມກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ຊາວໜຸ່ມຕົວແບບ” ຄວບຄູ່ກັບການແຂ່ງຂັນກິລາເປຕັງມິດຕະພາບຢ່າງຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ.
........
​ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນໃນວັນສຸກ ວັນທີ 24 ກໍລະກົດ 2026 ທີ່ຫ້ອງປະຊຸມ ກະຊວງ ວທ. ໂດຍການເປັນປະທານຂອງສະຫາຍ ເດດນະຄອນ ຫຼວງໂມວິຫານ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ວທ ພາຍໃນງານໄດ້ເລີ່ມຕົ້ນດ້ວຍການເຜີຍແຜ່ຈຸດປະສົງ, ມາດຖານ ແລະ ເງື່ອນໄຂຂອງການເປັນ “ຊາວໜຸ່ມຕົວແບບ”, ຮັບຟັງການນຳສະເໜີແລກປ່ຽນບົດຮຽນຕົວຈິງ ຈາກຊາວໜຸ່ມຕົວແບບຂອງກະຊວງ ວທ ທັງເປັນຊາວໜຸ່ມຕົວແບບທົ່ວປະເທດ ໃນປີ 2025.
ພ້ອມດຽວກັນນັ້ນ, ຍັງໄດ້ເປີດເວທີໃຫ້ສະມາຊິກຊາວໜຸ່ມທຸກສະຫາຍຮ່ວມແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍຄວາມຄິດສ້າງສັນ. ບໍ່ພຽງແຕ່ເນື້ອໃນທາງວິຊາການເທົ່ານັ້ນ ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ຍັງໄດ້ຈັດການແຂ່ງຂັນກິລາເປຕັງມິດຕະພາບ ຢ່າງມີບັນຍາກາດທີ່ເບີກບານມ່ວນຊື່ນ. ຜົນສຳເລັດຂອງງານໃນຄັ້ງນີ້ ບໍ່ພຽງແຕ່ສ້າງຄວາມສາມັກຄີ ແລະ ຄວາມເບີກບານມ່ວນຊື່ນ, ແຕ່ຍັງເປັນການປຸກລະດົມ ແລະ ຍົກລະດັບສະມາຊິກຊາວໜຸ່ມ ວທ ໃຫ້ກ້າວຂຶ້ນເປັນ “ຊາວໜຸ່ມຕົວແບບ” ທີ່ມີທັງຄຸນສົມບັດ, ຄວາມຮູ້ຄວາມສາມາດ ແລະ ຮ່າງກາຍແຂງແຮງ ພ້ອມອຸທິດຕົນປະຕິບັດໜ້າທີ່ການເມືອງໃນຍຸກດີຈີຕອນຢ່າງມີປະສິດທິພາບສູງ.
#ຂ່າວ-ພາບ: ຫ້ອງການກະຊວງ ວທ

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດພິທີປະກາດການຈັດຕັ້ງພະນັກງານການນຳຂັ້ນສູງ ແລະ ພະນັກງານນຳພາ-ຄຸ້ມຄອງ

  • 16 Jul 2026
  • ຫ້ອງການກະຊວງ

     ວັນທີ 16 ກໍລະກົດ 2026...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບ ທ່ານ ຈອງ ຢອງ ຊູ (JUNG YUNG SOO) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ

  • 30 Jun 2026
  • ຫ້ອງການກະຊວງ

    ໃນວັນທີ 29 ມິຖຸນາ 2026 ທ່ານ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດຊຸດຝຶກອົບຮົມການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃຫ້ແກ່ 5 ແຂວງພາກກາງ ແລະ ພາກໃຕ້ ທີ່ແຂວງຄຳມ່ວນ

  • 03 Jun 2026
  • ຫ້ອງການກະຊວງ

   ວັນທີ 3 ມິຖຸນາ 2026...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມຄະນະ ລົງເຄື່ອນໄຫວວຽກງານ ທີ່ ແຂວງຈຳປາສັກ ໃນລະຫວ່າງວັນທີ 01- 04 ມິຖຸນາ 2026.

  • 03 Jun 2026
  • ຫ້ອງການກະຊວງ

   ໃນລະຫວ່າງວັນທີ 02-03 ມິຖຸນາ 2026...

ອ່ານເພີ່ມ