ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມຄະນະ ລົງເຄື່ອນໄຫວວຽກງານ ທີ່ ແຂວງຈຳປາສັກ ໃນລະຫວ່າງວັນທີ 01- 04 ມິຖຸນາ 2026.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມຄະນະ ລົງເຄື່ອນໄຫວວຽກງານ ທີ່ ແຂວງຈຳປາສັກ ໃນລະຫວ່າງວັນທີ 01- 04 ມິຖຸນາ 2026.

03 Jun 2026 | ຫ້ອງການກະຊວງ |

   ໃນລະຫວ່າງວັນທີ 02-03 ມິຖຸນາ 2026 ໄດ້ຈັດກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສໍາລັບປີ 2026-2036 ຂັ້ນແຂວງ ຢ່າງກວ້າງຂວາງ ທີ່ ແຂວງຈໍາປາສັກ ໃຫ້ ກຽດເປັນປະທ່ານໂດຍ ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງ ວທ. ຈຸດປະສົງເພື່ອເຜີຍແຜ່ທິດທາງແຜນການ ແລະ ແຜນວຽກຈຸດສຸມຂອງແຜນແມ່ບົດດັ່ງກ່າວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ພ້ອມທັງ ບັນດາມາດຕະການຕ່າງໆ ໃນການຈັດຕັ້ງປະຕິບັດ.
    ຮອດປີ 2036, ນາກະສັງ-ດອນເດດ-ດອນຄອນ ແລະ ບັນດາດອນຕ່າງໆທີ່ຢັ່ງຢາຍຢູ່ ອ້ອມຮອບທາງພາກໃຕ້ແມ່ນໍ້າຂອງລາວ ຈະກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ສໍາຄັນລະດັບຊາດ ທາງດ້ານການທ່ອງທ່ຽວທາງທໍາມະຊາດ, ໄດ້ມາດຕະຖານ, ຮັກສາຄວາມສົມດຸນລະຫວ່າງວິຖີການດໍາລົງຊີວິດຂອງທ້ອງຖິ່ນກັບການພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ເປັນມິດສິ່ງແວດລ້ອມ ເຊິ່ງເປັນການໃຫ້ປະສົບການທີ່ຫາພົບພໍ້ໄດ້ຍາກໃນປະເທດທີ່ບໍ່ມີທາງອອກສູ່ທະເລ.
ພ້ອມດຽວກັນນັ້ນ ກໍ່ຍັງໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ແລະ ການບໍລິການ ການທ່ອງທ່ຽວໃນສະຖານທີ່ທ່ອງທ່ຽວຄອນພະເພັງ ແລະ ກໍ່ໄດ້ຮ່ວມກິດຈະກຳ ປູກຕົ້ນໄມ້, ປ່ອຍປາ, ຢ້ຽມຍາມໂຮມສະເຕລີ້ລັບ, ພູໄຟລ້ານປີ ແລະ ປູກຕົ້ນໄມ້ທີ່ຕາດເຍືອງ, ເມືອງປາກຊ່ອງ ແຂວງຈຳປາສັກ,

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດຊຸດຝຶກອົບຮົມການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃຫ້ແກ່ 5 ແຂວງພາກກາງ ແລະ ພາກໃຕ້ ທີ່ແຂວງຄຳມ່ວນ

  • 03 Jun 2026
  • ຫ້ອງການກະຊວງ

   ວັນທີ 3 ມິຖຸນາ 2026...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ສະຫະພັນແມ່ຍິງກະຊວງວທ ຈັດງານສະຫຼີມສະຫຼອງວັນເດັກນ້ອຍສາກົນ

  • 28 May 2026
  • ຫ້ອງການກະຊວງ

   ໃນທ້າຍອາທິດທີ່ຜ່ານມາ...

ອ່ານເພີ່ມ

ວຽກງານເສນາ

ຫ້ອງການກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ

  • 26 May 2026
  • ຫ້ອງການກະຊວງ

ໃນລະຫວ່າງວັນທີ 24-30 ພຶດສະພາ 2026...

ອ່ານເພີ່ມ

ວຽກງານເສນາ

ລາວ-ຫວຽດນາມ ລົງນາມແຜນການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ 5 ປີ (2026-2030) ເພື່ອຍົກລະດັບການພົວພັນເຂົ້າສູ່ລວງເລິກ

  • 12 May 2026
  • ຫ້ອງການກະຊວງ

   ...

ອ່ານເພີ່ມ