ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດຊຸດຝຶກອົບຮົມການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃຫ້ແກ່ 5 ແຂວງພາກກາງ ແລະ ພາກໃຕ້ ທີ່ແຂວງຄຳມ່ວນ
03 Jun 2026 | ຫ້ອງການກະຊວງ |
ວັນທີ 3 ມິຖຸນາ 2026 ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຄໍາມ່ວນ ຫ້ອງການກະຊວງວທ ໄດ້ເປີດຊຸດຝຶກອົບຮົມການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້ຄວາມເຂົ້າໃຈ ແລະ ຍົກລະດັບທັກສະໃນການຂຽນເນື້ອໃນນິຕິກຳ ໃຫ້ແກ່ພະນັກງານຫຼັກແຫຼ່ງ-ລັດຖະກອນ ໂດຍການເປັນປະທານຂອງທ່ານ ກິ່ງໄຊ ຈຸນລະມຸນຕຣີ ຮອງຫົວໜ້າຫ້ອງການ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຄຳມ່ວນ. ໂດຍການບັນຍາຍ, ວິທະຍາກອນ ທ່ານ ໄຂ່ທອງ ສີບົວລິພາ ກະຊວງຍຸດຕິທຳ, ພ້ອມນີ້ ມີສຳມະນາກອນເຂົ້າຮ່ວມທັງໝົດ 24 ທ່ານ ເຊິ່ງແມ່ນຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ, ຫ້ອງການເມືອງ ແລະ ວິຊາການທີ່ຮັບຜິດຊອບວຽກງານນິຕິກຳເຂົ້າຮ່ວມ ທີ່ມາຈາກແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ຊຶ່ງບັນດາຜູ້ເຂົ້າຮ່ວມຈະໄດ້ລົງເລິກສຶກສາ ແລະ ຄົ້ນຄວ້າກ່ຽວກັບ ການສ້າງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຊິ່ງເປັນເຄື່ອງມືນິຕິກຳທີ່ສຳຄັນຍິ່ງໃນການບໍລິຫານວຽກງານຂັ້ນທ້ອງຖິ່ນ. ໂດຍເນື້ອໃນຫຼັກຈະມຸ່ງເນັ້ນໃສ່ ຄື:
- ການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ: ກ່ຽວກັບໂຄງສ້າງ, ບົດບາດ ແລະ ຄວາມໝາຍຄວາມສຳຄັນຂອງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງທ້ອງຖິ່ນ.
- ເຕັກນິກການຮ່າງນິຕິກຳ ແລະ ການຂຽນເນື້ອໃນ: ການຮຽນຮູ້ຮູບແບບ, ສຳນວນພາສາທາງກົດໝາຍ ແລະ ເຕັກນິກການຂຽນເນື້ອໃນຂໍ້ຕົກລົງໃຫ້ມີຄວາມຮັດກຸມ, ຖືກຕ້ອງຕາມຫຼັກການ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
- ການແລກປ່ຽນບົດຮຽນ: ເປີດເວທີສົນທະນາ ເພື່ອສະທ້ອນໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດຕົວຈິງທີ່ຜ່ານມາ.
- ພາກປະຕິບັດຕົວຈິງ: ການທົດລອງສ້າງ ແລະ ຮ່າງນິຕິກຳຂັ້ນແຂວງຕົວຈິງ ເພື່ອຝຶກຝົນທັກສະໃຫ້ສາມາດນຳໄປຜັນຂະຫຍາຍໃຊ້ໄດ້ພາຍຫຼັງການຝຶກອົບຮົມສຳເລັດ.
ໃນພິທີເປີດຊຸດອົບຮົມ, ຄະນະປະທານ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານຈົ່ງຍົກສູງຄວາມຮັບຜິດຊອບ, ຮ່ວມກັນປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ ສາມາດບັນລຸຄາດໝາຍທີ່ວາງໄວ້ຢ່າງມີປະສິດທິຜົນສູງ ເຊິ່ງຈະເປັນທຶນຮອນອັນໜັກແໜ້ນໃຫ້ແກ່ 5 ແຂວງ ໃນການນຳໄປປັບປຸງ ແລະ ພັດທະນານິຕິກຳຂັ້ນແຂວງຂອງຕົນ ໃຫ້ມີຄວາມໜັກແໜ້ນ ແລະ ເປັນເອກະພາບກັນ.
Share: