ໜ້າຫຼັກ / ການເຄື່ອນໄຫວ / ສະຫະພັນແມ່ຍິງກະຊວງວທ ຈັດງານສະຫຼີມສະຫຼອງວັນເດັກນ້ອຍສາກົນ

ສະຫະພັນແມ່ຍິງກະຊວງວທ ຈັດງານສະຫຼີມສະຫຼອງວັນເດັກນ້ອຍສາກົນ

28 May 2026 | ຫ້ອງການກະຊວງ |

   ໃນທ້າຍອາທິດທີ່ຜ່ານມາ ເພື່ອສ້າງບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນໃຫ້ແກ່ເດັກນ້ອຍ. ດັ່ງນັ້ນ, ສະຫະພັນແມ່ຍິງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບ ຫໍສະໝຸດແຫ່ງຊາດ ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ (01 ມິຖຸນາ 1925 - 01 ມິຖຸນາ 2026) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (01 ມິຖຸນາ 1980 - 01 ມິຖຸນາ 2026) ງານໃນຄັ້ງນີ້ໂດຍການເຂົ້າຮ່ວມຂອງທ່ານ ພະຂັນໄຊ ສີຄັນໄຊ ຄະນະປະຈຳພັກກະຊວງ ວທ, ທ່ານ ນາງ ຈຳພອນ ວົງສາ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ວທ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄູ-ນັກຮຽນ ແລະ ນ້ອງໆເຍົາວະຊົນອານຸຊົນເຂົ້າຮ່ວມຢ່າງຄຶກຄື້ນ. ທ່ານ ພະຂັນໄຊ ສີຄັນໄຊ ຄະນະປະຈຳພັກກະຊວງ ວທ ຫົວໜ້າກົມຈັດຕັ້ງ ໄດ້ມີຄຳເຫັນເປີດພິທີຢ່າງເປັນທາງການ. ຫຼັງຈາກນັ້ນ, ທ່ານ ນາງ ຈຳພອນ ວົງສາ ປະທານສະຫະພັນແມ່ຍິງກະຊວງ ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ ໄດ້ຂຶ້ນກ່າວເຖິງປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ເພື່ອໃຫ້ທຸກພາກສ່ວນ ເຫັນໄດ້ເຖິງຄວາມສຳຄັນ ແລະ ສິດທິຂອງເດັກນ້ອຍ. ພ້ອມດຽວກັນນັ້ນ, ທ່ານ ສຳລານ ຫຼວງອາໄພ ໄດ້ກ່າວຕ້ອນຮັບບັນດາແຂກ ແລະ ຫຼານນ້ອຍນັກຮຽນສູ່ຫໍສະໝຸດແຫ່ງຊາດ ດ້ວຍຄວາມອົບອຸ່ນ. ໃນງານສິ່ງທີ່ສ້າງຄວາມປະທັບໃຈ ແລະ ດຶງດູດຄວາມສົນໃຈ ຄືການສະແດງສິລະປະວັນນະຄະດີຂອງຫຼານນ້ອຍ, ການສະແດງຄວາມສາມາດໃນການອ່ານນິທານ, ການຖາມຕອບເລກຄະນິດ, ການສະແດງລະຄອນເວທີ, ຕະຫຼົກຖັງສິນ ແລະ ປິດທ້າຍງານດ້ວຍບັນຍາກາດທີ່ອົບອຸ່ນ ແລະ ມ່ວນຊື່ນກັບການແຈກຢາຍເຂົ້າໜົມໃຫ້ແກ່ເດັກນ້ອຍທຸກໆຄົນທີ່ເຂົ້າຮ່ວມ, ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2026.

Share:

ຂ່າວຫຼ້າສຸດ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 “The XII ST. Petersburg International United Cultures Forum”

  • 24 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ສປປລາວ ຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ CLV, CLMV ແລະ ACMECS ຢູ່ ສສ ຫວຽດນາມ ພ້ອມມຸ່ງສູ່ Smart Tourism

  • 26 Aug 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ໃນລະຫວ່າງວັນທີ 26-27 ສິງຫາ 2026 ນີ້, ຢູ່ທີ່...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລົງຊຸກຍູ້ ແລະ ຊ່ວຍເຫຼືອການແກ້ໄຂບັນຫາວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ

  • 18 Aug 2026
  • ຫ້ອງການກະຊວງ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງທ່ານ...

ອ່ານເພີ່ມ