ໜ້າຫຼັກ / ການເຄື່ອນໄຫວ / ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

08 Oct 2025 | ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ |

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່ ເຊລັງກໍ, ປະເທດມາເລເຊຍ. ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34.
    ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງ ທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ, ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ແຫ່ງ ມາເລເຊຍ ເຊິ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທຳ-ສັງຄົມອາຊຽນ, ຕີມໍແລັສ໌ເຕ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ແມ່ນເພື່ອທົບທວນຄືນໝາກຜົນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງປະຊາຄົມວັດທະນະທໍາ-ສັງຄົມ ໃນໄລຍະຜ່ານມາ, ລວມທັງ ແລກປ່ຽນ ຄໍາຄິດຄວາມເຫັນຕໍ່ທິດທາງແຜນການຍຸດທະສາດໃໝ່ ຫຼັງ 2025 ຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ປຶກສາຫາລືບາງບັນຫາສຳຄັນອື່ນໆ ຈໍານວນໜຶ່ງ ທີ່ເປັນວຽກຈຸດສຸມ ເປັນຕົ້ນແມ່ນ ການສ້າງຄຸນຄ່າດ້ານມໍລະດົກ ແລະ ວັດທະນະທໍາ; ການສົ່ງເສີມວຽກງານປັນຍາປະດິດ, ການຫັນເປັນດີຈິຕອນ ແລະ ວຽກງານສີຂຽວ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ອາຊຽນໃນອະນາຄົດ; ຂໍ້ລິເລີ່ມດ້ານສາທາລະນະສຸກ ເພື່ອຄວາມສົມບູນພູນສຸກຂອງອາຊຽນ; ການສົ່ງເສີມທ່າແຮງບົ່ມຊ້ອນຂອງຊາວໜຸ່ມ ແລະ ກິລາ ເພື່ອສົ່ງເສີມການຈະເລີນເຕີບໂຕ, ຄວາມສາມັກຄີປອງດອງ ແລະ ຄວາມເປັນເລີດ; ການສົ່ງເສີມມາດຕະການດ້ານສະພາບອາກາດເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນເຈົ້າການ. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າຕົກລົງ ຮັບຮອງເອົາ ເອກະສານສໍາຄັນ ຈຳນວນ 19 ສະບັບ, ໃນນັ້ນ ປະກອບມີ 5 ສະບັບ ເພື່ອຮັບຮອງ ແລະ 14 ສະບັບ ເພື່ອຮັບຊາບ ໂດຍຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47.
ໃນກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມເປັນເອກະພາບຕໍ່ ແຜນບູລິມະສິດການເປັນປະທານອາຊຽນຂອງມາເລເຊຍ 2025 ຊຶ່ງເຫັນໄດ້ວ່າມີຄວາມສອດຄ່ອງກັບ ຂໍ້ລິເລີ່ມ: ຄຸນຄ່າ ມາດານີ ຂອງມາເລເຊຍ: ຄວາມຍືນຍົງ, ກວມລວມ ແລະ ຄວາມໃສ່ໃຈ ແລະ ສະແດງການສະໜັບສະໜູນບັນດາເອກະສານທີ່ສຳຄັນຂອງອາຊຽນ ທີ່ ກະກຽມນຳເໜີຕໍ່​ຜູ້ນຳ​ອາ​ຊຽນ ພິຈາລະນາ ຮັບຮອງ ແລະ ຮັບຊາບ ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 47, ແນໃສ່​ເພີ່ມທະວີ​ເອກະລັກອາຊຽນ, ຄວາມເປັນ​ເອກະ​ພາບ ​ແລະ ຄວາມເຂັ້ມແຂງ.
   ນອກນີ້, ທ່ານລັດຖະມົນຕີ ຍັງໄດ້ມີຄຳເຫັນ ຕື່ມ ວ່າ ບັນດາເອກະສານສຳຄັນເຫຼົ່ານັ້ນ ຈະຊ່ວຍສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືຂອງທົ່ວທຸກຂະແໜງການ ພາຍໃນເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນໃຫ້ເຂັ້ມແຂງຍິ່ງຂຶ້ນ, ສ້າງເງື່ອນໄຂໃຫ້ມີການໄປມາຫາສູ່ຂອງ​ປະ​ຊາ​ຊົນໃຫ້ຫຼາຍຂຶ້ນ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ຢູ່ດີກິນດີ ແລະ ມີຄວາມສະດວກສະບາຍ ສາມາດເຂົ້າເຖິງການບໍລິການສາທາລະນະຢ່າງທົ່ວເຖິງ ເປັນຕົ້ນ ດ້ານການສຶກສາ, ສາທາລະນະສຸກ, ຂໍ້ມູນຂ່າວສານ. ຄຽງຄູ່ກັບການຮັບຮູ້ທາງດ້ານວັດທະນະທໍາ, ສິ່ງແວດລ້ອມ, ຄວາມ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ການ ​ເຄື່ອນ​ຍ້າຍແຮງງານ ແລະ ອື່ນໆ.
ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ບັນດາເອກະສານສຳຄັນເຫຼົ່ານັ້ນ ຈະຊ່ວຍສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືຂອງທົ່ວທຸກຂະແໜງການ ພາຍໃນເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນໃຫ້ເຂັ້ມແຂງຍິ່ງຂຶ້ນ, ສ້າງເງື່ອນໄຂໃຫ້ມີການໄປມາຫາສູ່ຂອງປະຊາຊົນໃຫ້ຫຼາຍຂຶ້ນ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ຢູ່ດີກິນດີ ແລະ ມີຄວາມສະດວກສະບາຍ ສາມາດເຂົ້າເຖິງການບໍລິການສາທາລະນະຢ່າງທົ່ວເຖິງ ເປັນຕົ້ນ ດ້ານການສຶກສາ, ສາທາລະນະສຸກ, ຂໍ້ມູນຂ່າວສານ ຄຽງຄູ່ກັບການຮັບຮູ້ທາງດ້ານວັດທະນະທໍາ, ສິ່ງແວດລ້ອມ, ຄວາມປ່ຽນແປງຂອງດິນຟ້າອາກາດ, ການ ເຄື່ອນຍ້າຍແຮງງານ ແລະ ອື່ນໆ.
      ບົນພື້ນຖານຄຳເຫັນທີ່ກ່າວມາຂ້າງເທິງນັ້ນ, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ ແລກປ່ຽນຄຳຄິດຄໍາເຫັນ ໃນກອງປະຊຸມຕໍ່ທິດ​ທາງແຜນຍຸດ​ທະ​ສາດຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງ 2025 ໂດຍເນັ້ນໃສ່ບາງ ຈຸດສຳຄັນຄື: (1) ອາຊຽນ ຄວນສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດຂອງແຕ່ຂະແໜງການຢ່າງກົມກຽວບໍ່ພຽງແຕ່ພາຍໃນເສົາຄໍ້າວັດທະນະທຳ-ສັງຄົມ ແຕ່ລວມທັງເສົາຄ້ຳອື່ນໆ ເພື່ອຮັບປະກັນກົນໄກການປະສານງານ ທີ່ມີປະສິດທິພາບ ແນໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍທີ່ເປັນຍຸດທະສາດລະດັບ ພາກພື້ນ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນພວກເຮົາ; (2) ອາ​ຊຽນ ຄວນສົ່ງເສີມ​ບັນດາ​ຂໍ້​ລິ​ເລີ່​ມ ທີ່ຊຸກຍູ້ການເປີດ​ປະຕູ​ສູ່​ຕະຫຼາດ ​ແລະ ໂອກາດແຫ່ງການຈ້າງງານ ໂດຍສະເພາະຊາວໜຸ່ມ ດ້ວຍການຍົກລະດັບຄວາມອາສາມາດ, ທັກສະ ແລະ ທາງນະວັດຕະກຳ ເພື່ອສະໜັບສະໜູນການພັດທະນາແຮງງານໃນພາກພື້ນໃຫ້ມີຄຸນນະພາບຍິ່ງຂຶ້ນ; ແລະ (3) ອາ​ຊຽນ ຄວນ​ສືບຕໍ່ຢ່າງຕັ້ງໜ້າ​ສົ່ງເສີມ ​ສິດທິ​ພື້ນຖານ ແລະ ສະຫວັດດີການ​ໃຫ້ແກ່ກຸ່ມຄົນດ້ອຍໂອກາດ ເປັນຕົ້ນແມ່ນ​ຄົນເສຍອົງຄະ, ຜູ້​ສູງ​ອາຍຸ, ​​ແມ່ຍິງ ແລະ ເດັກນ້ອຍ ​ເພື່ອ​ປົກປ້ອງຈາກການໃຊ້ຄວາມຮຸນແຮງ, ສົ່ງເສີມ​ຄວາມ​ສະ​ເໝີ​ພາບ ​ແລະ ມີຄວາມ​ປອດ​ໄພ, ກວມລວມ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວ ຢູ່ໃນປະຊາຄົມອາຊຽນ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ວທ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ໃນໂອກາດໝົດວາລະ ປະຈຳການ ຢູ່ທີ່ ສປປ ລາວ.

  • 26 Mar 2026
  • ຫ້ອງການກະຊວງ

   ທ່ານ ລັດຖະມົນຕີ...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສ໌ວາ ຊັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ.

  • 26 Mar 2026
  • ຫ້ອງການກະຊວງ

    ໃນວັນທີ 26 ກຸມພາ 2026 ທ່ານ ນາງ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ລາວ ຄົນໃໝ່

  • 05 Feb 2026
  • ຫ້ອງການກະຊວງ

  ໃນວັນທີ 5 ກຸມພາ 2026 ທີ່ ກະຊວງ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ລາວ ລົງນາມເອກະສານ ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ

  • 19 Jan 2026
  • ຫ້ອງການກະຊວງ

...

ອ່ານເພີ່ມ