ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

20 Aug 2025 | ຂ່າວ: ທະນູທອງ |

    ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ(ວທ) ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໃນວັນທີ 20 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ວທ, ມີຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.
   
ໂອກາດນີ້, ສະຫາຍ ວັນສີ ກົວມົວ ກໍມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີກະຊວງ ວທ ໄດ້ຜ່ານມາດຖານເງື່ອນໄຂ ຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງຄະແນນສຽງທາບທາມ ໄດ້ເຂົ້າໃຈມາດຖານເງື່ອນໄຂ ຂອງບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງ.
   
       ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນຊີ້ນຳກອງປະຊຸມ ໂດຍເນັ້ນໃຫ້ຜູ້ມີສິດເລືອກຕັ້ງ ມີຄວາມຮັບຜິດຊອບທາງດ້ານການເມືອງສູງ, ຕັດສິນໃຈເລືອກເຟັ້ນເອົາບຸກຄະລາກອນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດດ້ານວິຊາການໃດໜຶ່ງທີ່ແນ່ນອນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ເຄົາລົບນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະ ມະຫາຊົນ, ປະຕິບັດລະບອບແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕຂອງພັກ, ຕົກລົງບັນຫາເປັນໝູ່ຄະນະ ປະຕິບັດລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ. ທັງນີ້, ກໍເພື່ອແນໃສ່ ຄັດເລືອກເອົາບຸກຄະລາກອນ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນທີ່ໄດ້ກຳນົດໄວ້.
ພ້ອມນີ້, ກໍໄດ້ດຳເນີນການປ່ອນບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໂດຍມີຜູ້ລົງສະໝັກເລືອກຕັ້ງ ທັງໝົດ 64 ສະຫາຍ, ຍິງ 20 ສະຫາຍ.

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

  • 08 Oct 2025
  • ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

  • 03 Oct 2025
  • ຫ້ອງການກະຊວງ

      ໃນຄໍ່າຄືນວັນທີ 2 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ-ຫວຽດນາມ ຢືນຢັນການຮ່ວມມືຢ່າງເລິກເຊິ່ງ ເນັ້ນການສົ່ງເສີມວັດທະນະທຳ, ຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ແລະ ຍົກລະດັບການທ່ອງທ່ຽວ

  • 02 Oct 2025
  • ຫ້ອງການກະຊວງ

      ໃນໂອກາດທີ່ກະຊວງວັດທະນະທຳ...

ອ່ານເພີ່ມ