ໜ້າຫຼັກ / ການເຄື່ອນໄຫວ / ສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳ ປີ 2023 ແລະ ທິດທາງແຜນການ ປີ 2024

ສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳ ປີ 2023 ແລະ ທິດທາງແຜນການ ປີ 2024

12 Feb 2024 | ຂ່າວ: ກິດຕາ |

    ໃນ​ກອງ​ປະຊຸມ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້​ໃຫ້​ຮູ້​ວ່າ: ​ໃນ 1 ປີຜ່ານມາ ຂະ​ແໜງ ຖວທ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ວຽກງານ ຖະແຫລງຂ່າວ-ສື່ມວນຊົນ ໄດ້ຂະຫຍາຍລະບົບໂທລະໂຄ່ງໄລຍະ II ມີທັງໝົດ 1.000 ຊຸດປະຕິບັດແລ້ວ 1.087 ຊຸດລົງສໍາຫລວດ ແລະ ເກັບກໍາຂໍ້ມູນທີ່ດິນຖະແຫລງຂ່າວຢູ່ 3 ແຂວງພາກເໜືອ ແລະ 2 ແຂວງພາກໃຕ້ ເພື່ອຂຶ້ນແຜນງົບປະມານ ໃຫ້ແກ່ການກໍ່ສ້າງ ແລະ ຕິດຕັ້ງສະຖານນີວິທະຍຸ FM ໃຫ້ແກ່ເມືອງທີ່ບໍ່ມີສະຖານີວິທະຍຸ ໂດຍສະເພາະ ບັນດາເມືອງ ທີ່ຢູ່ລຽບຕາມຊາຍແດນສຳເລັດ 8 ເມືອງປັດຈຸບັນພາຫະ ນະສື່ມວນຊົນໃນຂອບເຂດທົ່ວປະເທດ ປະເພດສື່ສິ່ງພິມມີທັງໝົດ 116 ສະບັບພາກເອກະຊົນ 13 ສະບັບພາກລັດມີ 103 ສະບັບ. ໃນນີ້, ເປັນລາຍວັນ 11 ສະບັບສະຖານີວິທະຍຸກະຈາຍສຽງທົ່ວປະເທດມີທັງໝົດ 168 ສະຖານີ. ໃນນີ້, ມີສະຖານນີ FM ແລະ AM  86 ສະຖານີວິທະຍຸເຄືອຂ່າຍມີ 82 ສະຖານີສະຖານີໂທລະພາບທົ່ວປະເທດມີ 49 ສະຖານນ (ສະຖານີໂທລະພາບອານາລອກມີ 25 ສະຖານີໂທລະພາບຜ່ານດາວທຽມ ມີ 10 ສະຖານີ ແລະ ໂທລະພາບດີຈີຕອນ 14 ສະຖານີ); ໜ້າຂ່າວອອນລາຍ 86 ໜ້າຂ່າວ ແລະ ໂທລະໂຄ່ງ ມີ 7.858 ຊຸດ. ນອກຈາກນີ້ກໍໄດ້ສໍາເລັດພິທີມອບ-ຮັບ ສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ໂດຍການຊ່ວຍ ເຫລືອຂອງ ສສ ຫວຽດນາມ.

   ພ້ອມ​ກັນ​ນີ້, ກໍໄດ້ສ້າງພະນັກງານສືບທອດປ່ຽນແທນ ໃນຂະແໜງຖະແຫລງຂ່າວ-ສື່ມວນຊົນ ໃຫ້ມີຄຸນນະພາບດີກວ່າເກົ່າສຶກສາຮຽນຮູ້ວິຊາສະເພາະທີ່ກ່ຽວຂ້ອງ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ການອົບຮົມວິຊາການຂຽນຂ່າວຕັດຕໍ່ພາບນິ້ງ-ວິດີໂອ ແລະ ອື່ນໆໄດ້ເອົາໃຈໃສ່ໃນການສືບທອດເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຄຸນຄ່າ ວັດທະນະທຳອັນດີງາມຂອງຊາດຂອງເຜົ່າໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ກໍເອົາໃຈໃສ່ປ້ອງກັນສະກັດກັ້ນແກ້ໄຂກະແສວັດທະນະທໍາ ແລະ ຄ່ານິຍົມທີ່ບໍ່ສອດຄ່ອງ ບໍ່ໃຫ້ແຊກຊຶມ ເຂົ້າມາດ້ວຍການສຶກສາອົບຮົມໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງໄດ້ສົ່ງເສີມ ແລະ ອະນຸລັກຮັກສາວັດທະນະທໍາ ທີ່ເປັນເອກະລັກຂອງບັນດາເຜົ່າ ເປັນຕົ້ນ ລົງເກັບກຳຂໍ້ມູນປະຫວັດວິຖິຊີວິດ ແລະ ການນຸ່ງຖືຂອງຊົນເຜົ່າອາຄາຊົນເຜົ່າໄທແດງຊົນເຜົ່າຜູ້ນ້ອຍໄດ້ຖ່າຍທໍາສາລະຄະດີ ໂຄສະນາເຜີຍແຜ່ ຊິວິດວັດທະນະທຳ ອອກອາກາດຜ່ານທາງ ໂທລະພາບແຫ່ງຊາດລາວ ແລະ ຜະລິດລາຍການ ອອກອາກາດທາງ ວິທະຍຸກະຈາຍສຽງແຫ່ງຊາດສຶກສາຄົ້ນຄວ້າເກັບກຳຂໍ້ມູນ ແລະ ປະກອບແບບຟອມ ຟ້ອນລໍາວົງລາວ” ເຖິງອົງການອຸຍແນັສໂກ ເພື່ອສະເໜີເປັນມໍລະດົກວັດທະນະທໍານາມມະທໍາພ້ອມທັງໄດ້ຄົ້ນຄວ້າເກັບກຳຂໍ້ມູນສັງລວມຮູບພາບ ແລະ ວິດີໂອ ເພື່ອກະກຽມ ປະກອບແບບຟອມສະເໜີລົງທະບຽນ ປະເພນີສູ່ຂວັນ” ແລະ ຄົ້ນຄວ້າຂໍ້ມູນສ້າງປື້ມການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທໍານາມມະທຳຟ້ອນລາຍງ້າວ;

    ພ້ອມ​ທັງ​ໄດ້ເອົາໃຈໃສ່ຄຸ້ມຄອງກວດກາ ວຽກງານການພິມສິ່ງພິມຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດຢ່າງຕັ້ງໜ້າ ເພື່ອສະກັດກັ້ນບັນດາສິ່ງພິມ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ລາມົກອານາຈານ; ສຸມໃສ່ການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງມໍລະດົກແຫ່ງຊາດ ໃນລະດັບຕ່າງໆສຳເລັດການນຳສະເໜີ ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ຖືກຮັບຮອງເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸຂອງມວນມະນຸດ ໂດຍອົງການອຸຍແນັສໂກສຳເລັດການນຳສົ່ງເອກະສານຄຳຮ້ອງ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດ ແບບເຊື່ອມຕໍ່ກັບ ສວນອຸທິຍານແຫ່ງຊາດຟອງຫຍາແກ່ບາງ ມໍລະ ດົກໂລກຂອງ ສສ ຫວຽດນາມສຳເລັດການຮັບຮອງ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ 5 ແຫ່ງ​ ແລະ ຂົງ​ເຂດ​ວຽກ​ງານ​ອື່ນໆ ສາມາດ​ຍາດ​ໄດ້ຜົນສຳ​ເລັດ​ເຊັ່ນ​ດຽວ​ກັນ.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

  • 25 Apr 2024
  • ຂ່າວ: ທະນູທອງ

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

  • 15 Mar 2024
  • ຂ່າວ: ທະນູທອງ

     ຂປລ. ໃນວັນທີ 15 ມີນາ 2024 ນີ້,...

ອ່ານເພີ່ມ

ວຽກງານເສນາ

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

  • 15 Mar 2024
  • ຂ່າວ: ສົມຫວັງ

  ຂປລ....

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

  • 04 Mar 2024
  • phetchinda

     ຕອນບ່າຍວັນທີ 28 ກຸມພາ 2024...

ອ່ານເພີ່ມ