ໜ້າຫຼັກ / ປະຫວັດຄວາມເປັນມາ / ປະຫວັດຄວາມເປັນມາຂອງກະຊວງ ຖວທ

 ປະຫວັດຄວາມເປັນມາ ແລະ ການເຕີບໃຫ່ຍຂອງ ກະຊວງ ຖ ວ ທ

            ນັບແຕ່ມີຂະບວນປະຕິວັດຕໍ່ສູ້ກູ້ຊາດ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວເປັນຕົ້ນມາ.ວຽກງານຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ເປັນວຽກງານນື່ງທີ່ສຳຄັນຂອງການປະຕິວັດ ,ເປັນພາລະນະ ແລະ ເຄື່ອງມືໂຄສະນາ,ສຶກສາອົບຮົມ ແລະ ປຸກລະດົມ ປະຊາຊົນລາວບັນດາເຜົ່າ ໃຫ້ມີນໍ້າໃຈຮັກຊາດ,ຄຽດແຄ້ນສັດຕູ ແລະ ລຸກຂື້ນຕໍ່ສູ້ກັບສັດຕູຜູ້ຮຸກຮານ ເພື່ອປົດປ່ອຍຊາດ, ໃນເບື້ອງຕົ້ນໄດ້ສ້າງກອງປະກອບອາວຸດໂຄສະນາ, ສ້າງໜັງສືພີມອິດສະລະ, ຈັດຕັ້ງໜ່ວຍສິລະປະວັນນະຄະດີ, ໜ່ວຍສາຍຮູບເງົາເຄື່ອນທີ່.

          ມາຮອດປີ (1960-1970) ເພື່ອສ້າງເຂດປົດປ່ອຍຢ່າງຮອບດ້ານຄື: ດ້ານການເມືອງ,ເສດຖະກິດ,ວັດທະນະທຳ-ສັງຄົມ,ໃຫ້ຄຽງຄູ່ກັນ,ພັກປະຊາຊົນ ປະຕິວັດລາວ ຈຶ່ງໄດ້ວາງແນວທາງນະໂຍບາຍກໍ່ສາ້ງວັດທະນະທຳໃໝ່ທີ່ມີລັກສະນະຊາດ,ປະຊາຊົນ ແລະ ກ້າວໜ້າ,ກຳນົດທິດທາງກໍ່ສ້າງຂະຫຍາຍວຽກຖະແຫຼງຂ່າວ,ຖືກວຽກຖະແຫຼງຂ່າວ ແລະ ວັດທະນະທຳເປັນສະໜາມຣົບປະຕິວັດ,ໄດ້ຈັດຕັ້ງໃຫ້ມີອົງການ ແລະ ຄະນະຮັບຜິດຊອບຂື້ນເອິ້ນວ່າ: ໂຄສະນາອົບຮົມ ແລະ ວັດທະນະທຳ ຂຽນຫຍໍ້ວ່າ: (ຄ.ອ.ວ) ມີທີ່ຕັ້ງຢູ່ພູແຄນ ແຂວງຫົວພັນ.

            ຕັ້ງແຕ່ນັ້ນມາ, ວຽກງານຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ມີບົດບາດອັນສຳຄັນໃນພາລະກິດປະຕິວັດ,ເມື່ອຫວນຄືນອາດີດ ວິວັດທະນາການແຫ່ງການສ້າງຕັ້ງ ແລະ ການເຕີບໃຫ່ຍຂອງການຂະຫຍາຍຕົວ ຂອງວຽກງານຫ້ອງການ ຖະແຫຼງຂ່າວ,ວັດທະນະທຳ ການເຄື່ອນໄຫວ ຖະແຫຼງຂ່າວ,ວັດທະນະທຳ  ທີ່ການປະກອບສ່ວນອັນສຳຄັນ ແລະ ມີກຽດຂອງບັນດານັກຂ່າວ,ໂຄສົກ,ນັກຂຽນ,ນັກໜັງສືພີມ,ນັກສິລະປີນ, ນັກຖ່າຍຮູບ,ເຂົ້າໃນການຕໍ່ສູ້ກັບເລ່ກົນ ຂອງຈັກກະພັດລ່າເມືອງຂື້ນ,ມັນຄືໝາກຜົນຂອງພາລະກິດແຫ່ງການຕໍ່ສູ້ຊາດ ເຊິ່ງມີເລຶອດເນຶ້ອເຫື່ອໄຄ,ກຳລັງວັງຊາ,ສະຕິປັນຍາອັນສະຫຼາດແຫຼມຄົມຂອງບັນດານັກຣົບ, ແນວຄິດວັດທະນະທຳຂອງພວກເຮົາໄດ້ສຸມໃສ່ການປະດິດຄິດແຕ່ງບົດບ່າວ,ບົດເລື່ອງ,ບົດນຳ,ບົດຄວາມ,ບົດວິຈານ,ກາບກອນ,ບົດເພງ,ຂັບລຳ,ດົນຕີ ແລະ ບົດຟ້ອນຕ່າງໆ.ເພື່ອໂຄສະນາປຸກລະດົມນໍ້າໃຈຮັກຊາດ,ສ້າງບັນຍາກາດເບີກບານມ່ວນຊື່ນ, ໃນເຂດປົດປ່ອຍ ກໍ່ຄືທົ່ວປະເທດໃນເວລານັ້ນ ແລະ ໄດ້ກາຍເປັນມູນເຊຶ້ອ,ເປັນມໍລະດົກຕົກທອດມາເຖິງປະຈຸບັນນີ້.

           ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ,ສປປ.ລາວ (1975) ໄດ້ຮັບການສ້າງຕັ້ງໃນວັນທີ 2ທັນວາ ປີ1975,ວຽກງານຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ຖືກສ້າງຕັ້ງເປັນກະຊວງ ໂຄສະນາຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໂດຍແມ່ນ ທ່ານ ສີຊະນະ ສີສານ, ເປັນລັດຖະມົນຕີວ່າການ ໄດ້ນຳພາພະນັກງານໃນຂະແໜງການດັ່ງກ່າວ,ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ເພື່ອນຳເອົາແນວທາງນະໂຍບາຍ ລົງສູ່ປະຊາຊົນໃນທົ່ວປະເທດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ,ກໍ່ສ້າງວັດທະນະທຳໃໝ່ທີ່ມີລັກສະນະຊາດ,ປະຊາ ແລະ ກ້າວໜ້າ,ສ້າງຄົນລາວໃຫ້ມີນໍ້າໃຈຮັກຊາດ,ຮັກລະບອບ ປະຊາທິປະໄຕ ປະຊາຊົນ,ອອກແຮງງານຢ່າງມີລະບຽບວິໄນ,ມີປະສິດທິພາບ,ດຳລົງຊີວິດ ແລະ ເຮັດວຽກງານຕາມຫຼັກການທີ່ວ່າ: ແຕ່ລະຄົນເພື່ອທຸກຄົນ,ທຸກຄົນເພື່ອແຕລະຄົນ,ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂື້ນສູ່ຄວາມຈະເລີນສີວິໄລ.

           ມາຮອດປີ 1983 ເພື່ອເຮັດໃຫ້ຂະແໜງການຕ່າງ ໃນກົງຈັກການຈັດຕັ້ງກະຊວງ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນເອງໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການແຫ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງພັກກະຊວງໂຄສະນາຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ,ໄດ້ປັບປຸງການຈັດຕັ້ງໃໝ່ ໂດຍແຍກເອົາຂະແໜງໂຄສະນາຖະແຫຼງຂ່າວ ອອກໄປເປັນຄະນະກຳມະການຂ່າວສານ, ໜັງສືພີມ,ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ,ມີຖານະທຽບເທົ່າກະຊວງ ໂດຍແມ່ນ ທ່ານ ສອນ ຄຳວານວົງສາ ເປັນຫົວໜ້າ,ຂະແໜງທ່ອງທ່ຽວຍົກຍ້າຍໄປຂື້ນກັບກະຊວງ ອຸດສາຫະກຳການຄ້າ ມີຖານະເທົ່າກົມ ແລະ ພາກສ່ວນວຽກງານຕ່າງໆ.ທີ່ຍັງເຫຼືອໄວ້ສ້າງເປັນກະຊວງວັດທະນະທຳ ຊິ່ງແມ່ນ ທ່ານ ທອງສິງ ທຳມະວົງ ເປັນລັັດຖະມົນຕີ ເປັນລັດຖະມົນຕີວ່າການ ແລະ ດຳເນີນການເຄື່ອນໄຫວນຳພາວຽກງານວັດທະນະທຳ.

         ເພື່ອປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ IV ຂອງພັກ ເຊິ່ງເປັນກອງປະຊຸມປ່ຽນແປງໃໝ່,ການຕໍ່ສູ້ໃນຂົງເຂດແນວຄິດວັດທະນະທຳໄດ້ຜັນແປໄປຢ່າງດຸເດືອດ ແລະ ສັບສົນນັ້ນ ພັກໄດ້ຖືເອົາການເຄື່ອນໄຫວວຽກງານຖະແຫຼງຂ່າວ ແລະ ວັດທະນະທຳເປັນແນວຣົບອັນໜື່ງ,ເປັນອາວຸດທາງດ້ານແນວຄິດ,ເປັນພາຫະນະຕໍ່ສູ້ອັນແຫຼມຄົມຂອງພັກ,ຂະແໜງຂອງ ຖວ ທ ໄດ້ປະກອບສ່ວນຢ່າງຫ້າວຫັນ ເພື່ອຮັບໃຊ້ໜ້າທີ່ການເມືອງ ແລະ ໜ້າທີ່ເສດຖະກິດ-ສັງຄົມທີ່ພັກວາງອອກ,ຕິດພັນແໜ້ນກັບປະຊາຊົນ,ສະທ້ອນໃຫ້ເຫັນການດຳລົງຊີິວິດທີ່ບໍລິສຸດ,ສັດຊື່,ສົ່ງເສີມອັນໃໝ່,ອັນກ້າວໜ້າ,ຕຳນິວິຈານອັນຫຼ້າຫຼັງ ເພື່ອປົວແປງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ນັບມື້ດີຂື້ນ.

     ຈາກນັ້ນມາຮອດປີ(1989) ກະຊວງວັດທະນະທຳ ແລະ ຄະນະກຳມະການຂ່າວສານ,ໜັງສືພີມ,ວິທະຍຸກະຈາຍສຽງແຫ່ງຊາດ ແລະ ໂທລະພາບແຫ່ງຊາດ ໄດ້ໂຮມເຂົ້າເປັນກະຊວງດຽວເອື້ນວ່າ: ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໂດຍແມ່ນ ທ່ານ ສອນ ຄຳວານວົງສາ ເປັນລັດຖະມົນຕີວ່າການ; ສ່ວນວຽກງານທ່ອງທ່ຽວຍັງຢູ່ນຳກະຊວງ ອຸດສາຫະກຳ ແລະ ການຄ້າຮອດປີ 1999-2000 ໄດ້ສ້າງ ອົງການທ່ອງທ່ຽວແຫ່ງຊາດ ຂື້ນກັບສຳນັກງານນາຍົກລັດຖະມົນຕີ ໂດຍແມ່ນ ທ່ານ ແຈ້ງໄຊຍະວົງ ເປັນຫົວໜ້າ ແລະ ມາຮອດປີ 2006 ແມ່ນທ່ານ ສົມພົງ ມົງຄົນວິໄລ ເປັນຫົວໜ້າ ອົງການທ່ອງທ່ຽວແຫ່ງຊາດ.

        ຫຼັງຈາກກອງປະຊຸມໃຫ່ຍຄັ້ງທີ V ຂອງພັກ,ປີ 1991-1992 ທ່ານ ໜູນແກ້ວ ອໍລະບູນ ໄດ້ມາເປັນລັດຖະມົນຕີວ່າການ,ແທນ ທ່ານ ສອນ ຄຳວານວົງສາ ,ກອງປະຊຸມໃຫ່ຍຄັ້ງທີ V ຂອງພັກໄດ້ກຳນົດທິດທາງຂະຫຍາຍພາຫະນະສື່ສານມວນຊົນ ຢ່າງແຂງແຮງ ແລະ ນະໂຍບາຍກໍ່ສ້າງວັດທະນະທຳທີ່ມີລັກສະນະຊາດ,ປະຊາຊົນ, ແລະ ກ້າວໜ້າ ເພື່ອປະຕິບັດມະຕິດັ່ງກ່າວໃຫ້ເກີດຜົນເປັນຈິງ ທ່ານ ໜູນແກ້ວ ອໍລະບູນ ໄດ້ສຸມປັບປຸງການຈັດຕັ້ງ,ສັບຊ້ອນພະນັກງານໃນກົມ ໃຫ້ເປັນຮູບເປັນຮ່າງຄືນໄໝ່ ແລະ ພັດທະນາວັດທະນະທຳ ແຕ່ປີ 1991-2000 ຫຼື 2012, ກຳນົດ 5ຈຸດໝາຍ ແລະ 5ໂຄງການວັດທະນະທຳ ໃນນັ້ນມີໂຄງການກໍ່ສາ້ງສະຖາບັນຄອບຄົວໃຫ້ເຂັ້ມແຂງ (ຄອບຄົວວັດທະນະທຳ).

       ຕໍ່ຈາກນັ້ນມາປີ 1993 ທ່ານ ໂອສະກັນ ທຳມະເທວາ ໄດ້ມາເປັນລັດຖະມົນຕີວ່າການແທນ ທ່ານ ໜູນແກ້ວ ອໍລະບູນ,ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ ແຜນຍຸດທະສາດດັ່ງກ່າວໃຫ້ເປັນຈິງ,ເຮັດໃຫ້ຂະແໜງຖະແຫຼງຂ່າວ, ແລະ ວັດທະນະທຳໄດ້ຮັບການປັບປຸງ ແລະ ມີບາດກ້າວຂະຫຍາຍຕົວ,ມີບົດບາດນຳໜ້າໃນແນວທາງປ່ຽນແປງໃໝ່,ຈິນຕະນາການຂອງພັກ,ເອົາວຽກງານຖະແຫຼງຂ່າວ ແລະ ວັດທະນະທຳເຂົ້າພັດທະນາຈິດໃຈຂອງຄົນລາວ,ເຮັດໃຫ້ຄົນລາວມີນໍ້າໃຈບໍລິສັດຜ່ອງໃສ,ສ້າງສັນສິ່ງດີໆ.ຕໍ່ສັງຄົມ ແລະ ປະເທດຊາດ,ປົກປັກຮັກສາວັດທະນະທຳ ອັນດີງາມຂອງຊາດ ກໍ່ຄືມູນເຊຶ່ອປະເພນີ ອັນເປັນເອກກະລັກຂອງເຜົ່າຕ່າງໆ..ໄດ້ສືບຕໍ່ເສີມສ້າງວັດທະນະທຳທີ່ມີລັດສະນະຊາດ,ກໍ່ຄືມູນເຊຶ້ອປະເພນີ ອັນເປັນເອກກະລັກຂອງຊົນເຜົ່າຕ່າງໆ.ໄດ້ສືບຕໍ່ເສີມສ້າງວັດທະນະທຳທີ່ມີລັກສະນະຊາດ,ປະຊາຊົນ ແລະ ກ້າວໜ້າ,ສິນສົມກັບການຮັບເອົາວັດທະນະທຳອັນດີງາມ ແລະ ກ້າວໜ້າຂອງມວນມນະຸດໂລກ,ສ້າງຜະລິດຕະພັນວັດທະນະທຳ,ສິນລະປະວັດນະຄະດີ,ທີ່ອຸດົມສົມບູນດ້ວຍເນື່ອໃນອັນຖືກຕ້ອງ,ຕຳນິວິຈານອັນຫຍໍ້ທໍ້ ແລະ ທ່າອ່ຽງທີ່ຜິດເຂວ,ຮີດຄອງທີ່ກົດໜ່ວງທ່ວງດຶງຄວາມກ້າວໜ້າ,ນຳເອົາເນຶ້ອໃນວັດທະນະທຳ ແລະ ສື່ມວນຊົນໃໝ່,ຄຸ້ມຄອງບູຮານສະຖານ,ຮ່ອງຮອຍປະຫວັດສາດ,ທີວທັດທຳມະຊາດອັນສວນງາມ,ຈັດຕັ້ງ ແລະ ຊຸກຍູ້ການເຄື່ອນໄຫວວັດທະນະທຳ,ສິລະປະວັນນະຄະດີ ຂອງປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ,ໂຄສະນາສົ່ງເສີມການສ້າງຄອບຄົວວັດທະນະທຳ,ບ້ານວັດທະນະທຳທີ່ມີແບບແຜນດຳລົງຊີວິດອັນຈົບງາມ,ສ້າງຫໍວັດທະນະທຳແຫ່ງຊາດ,ສວນວັດທະນະທຳ,ສະໂມສອນວັດທະນະທຳ,ໂຮງຮຽນສິລະປະກຳ,ປັບປຸງ ແລະ ຂະຫຍາຍຫໍສະໝຸດ,ພິພິຕະພັນ,ຫໍມູນເຊຶ້ອ,ອານຸສອນ ວະລີຕ່າງໆ,ປັບປຸງ ແລະ ຂະຫຍາຍພາຫະນະຂ່າວສານ,ໜັງສືພີມ,ການພີມຈຳໜ່າຍ,ວິທະຍຸກະຈາຍສຽງ,ໂທລະພາບ,ດ້ວຍການປົວແປງ ແລະ ເພີມພື້ນຖານວັດຖຸເຕັກນິກ ແລະ ຍົກລະດັບຄວາມສາມາດຮັບຜິດຊອບ ຂອງພະນັກງານ ແລະ ຄຸນນະພາບຂອງວຽກງານໃຫ້ດີຂື້ນ,ນຳເອົາຂ່າວສານ ແລະ ວັດທະນະທຳໄປສູ່ປະຊາຊົນ ນັບທັງຜູ້ຢູ່ເຂດພູດອຍຫ່າງໄກສອກຫຼີກໄດ້ຟັງ,ໄດ້ເບິ່ງ,ສົ່ງເສີມຄຸນຄ່າວັດທະນະທຳອັນດີງາມຂອງຊາດ ແລະ ບົດບາດຂອງໃຫ້ດັ່ງຂື້ນໃນເວທີສາກົນ.

     ຕໍ່ນັ້ນມາແຕ່ປີ (1998-2001) ກະຊວງໄດ້ມີການຊັບຊ້ອນຕໍາແໜ່ງໄໝ່ ໂດຍໄດ້ເອົາ ທ່ານ ສີເຫຼືອ ບຸນຄໍ້າ ມາເປັນລັດຖະມົນຕີວ່າການ ແລະ ສືບຕໍ່ນຳພາການເຄື່ອນໄຫວຂອງວຽກງານຖະແຫຼງຂ່າວ ແລະ ວັດທະນະທຳໃຫ້ບັນລຸຜົນສຳເລັດໃນຫຼາຍດ້ານ ແລະ ການປັບປຸງການຈັດຕັ້ງພັກເປັນຕົ້ນແມ່ນ ການເປີດກອງປະຊຸມໃຫ່ຍຄັ້ງທີ 1 ຂອງອົງຄະນະພັກກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ.

     ປີ 2001-2005 ທ່ານ ດຣ ພັນດວງຈິດ ວົງສາ ໄດ້ມາດໍາຕໍາແໜ່ງເປັນລັດຖະມົນຕີວ່າການ ກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ,ທ່ານໄດ້ສືບຕໍ່ນຳພາການເຄື່ອນໄຫວວຽກງານຕ່າງໆ ແລະ ໄດ້ຄົ້ນຄວ້າປັບປຸງລະບຽບ,ກົດໝາຍ,ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວຽກງານຖະແຫຼງຂາ່ວ ແລະ ວັດທະນະທຳ ໄດ້ເຄື່ອນໄຫວປະຕິບັັດໜ້າທີ່ວຽກງານຂອງຕົນໄດ້ຢ່າງເຕັມສ່ວນ.

         ທ້າຍປີ 2005 ເພື່ອກຽມ ແລະ ດໍາເນີນກອງປະຊຸມໃຫ່ຍຄັ້ງທີ 2 ຂອງອົງຄະນະພັກກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ ເພື່ອກະກຽມການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫ່ຍຄັ້ງທີ VIIIຂອງພັກ,ຄະນະນຳ ແລະ ບາງກົມ,ກອງໃນກົງຈັກການຈັດຕັ້ງ ຂອງ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ຮັບການປັບປຸງປ່ຽນແປງ ແລະ ຈັດຕັ້ງຄືນໃໝ່ຈຳນວນໜື່ງ ໂດຍແມ່ນ ທ່ານ ໜູນແກ້ວ ອໍລະບູນ ໄດ້ກັບຄືນມາເປັນລັດຖະມົນຕີວ່າການ,ທ່ານ ສຈ.ດຣ ບໍ່່່່່່່່່່່່ແສງຄຳ ວົງດາລາ ເປັນລັດຖະມົນຕີຊ່ວຍວ່າການ ຮັບຜິດຊອບວຽກງານຖະແຫຼງຂ່າວ ແລະ ທ່ານ ບົວເງິນ ຊາພູວົງ ເປັນລັດຖະມົນຕີຊ່ວຍວ່າການ ຮັບຜິດຊອບວຽກງານວັດທະນະທຳ.

      ພາຍໃຕ້ແສງສະຫວ່າງ ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງພັກ ແລະ ການນຳພາອັນສະຫຼາດສ່ອງໃສຂອງສູນກາງພັກ,ປະເທດເຮົາສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ,ມີຄວາມສະຫງົບປອດໄພທາງດ້ານສັງຄົມ,ເສດຖະກິດ-ສັງຄົມ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເວົ້າສະເພາະຂະແໜງຖະແຫຼງຂ່າວ ແລະ ວັດທະນະທຳໄດ້ຮັບການພັດທະນາ ມີບົດບາດກ້າວຂະຫຍາຍຕົວໃໝ່ ທີກ້າວໜ້າໃນຫຼາຍດ້ານ ດ້ວຍຈັງວະວ່ອງໄວກວ່າຊຸມປີຜ່ານມາຢ່າງຈະແຈ້ງ.

     ມາຮອດປີ (2011) ກອງປະຊຸມປະຖົມມະເລີກ ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຮັບຮອງເອົາກົງຈັກການຈັດຕັ້ງ ຂອງລັດຖະບານແຫ່ງ ສປປ ລາວມີ 16 ກະຊວງ ແລະ 3ອົງການທຽບເທົ່າ,ໃນນັ້ນມີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ຂຽນຫຍໍ້ແມ່ນ (ຖວທ) ໂດຍແມ່ນ ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ເປັນລັດຖະມົນຕີວ່າການ ກະຊວງ ຖວທ ,ທ່ານ ບົວເງິນ ຊາພູວົງ ເປັນຮອງລັດຖະມົນຕີ ຮັັບຜິດຊອບວຽກງານວັດທະນະທຳ,ທ່ານ ສະຫວັນຄອນ ຣາຊະມົນຕຣີ ເປັນຮອງລັດຖະມົນຕີ ຮັບຜິດຊອບວຽກງານຖະແຫຼງຂ່າວ, ແລະ ທ່ານ ຈະເລີນ ວາລີນທະລາສັກ ເປັນຮອງລັດຖະມົນຕີ ຮັບຜິດຊອບວຽກງານທ່ອງທ່ຽວ; ເປັນອັນຜ່ານໄລຍະ 28 ປີແຕ່ 1983-2011 ວຽກງານຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກັບຄືນມາເປັນກະຊວງດຽວກັນອີກ ແລະ ໃນໄລຍະເວລາ 36 ປີ ແຕ່ປີ1975-2011ກະຊວງດັ່າງກ່າວນີ້ໄດ້ແຍກອອກ ແລະ ໂຮມເຂົ້າກັນເຖິງ 3ຄັ້ງຄື: ປີ 1983,ປີ1988 ແລະ ປີ 2011 ພ້ອມກັັັັັັັນນັ້ນ ບົດບາດ,ໜ້າທີ່,ການຈັດຕັ້ງພະນັກງານ ກໍ່ໄດ້ປັນປຸງ ປ່ຽນແປງຢ່າງເປັນລະບົບ ໃຫ້ສອດຄ່ອງກັບແຕ່ລະໄລຍະ ແລະ ມີລັດຖະມົນຕີວ່າການ 9 ທ່ານຜັນປ່ຽນກັນຄື:

  1. - ປີ 1975-1983 ທ່ານ ສີຊະນະ ສີສານ

ທ່ານ ສີສະນະ ສີສານ

  1. - ປີ 1983-1989 ທ່ານ ທອງສິງ ທໍາມະວົງ

  1. - ປີ 1989-1990 ທ່ານ ສອນ ຄໍາວານວົງສາ

  1. - ປີ 1991-1992 ທ່ານ ໜູນແກ້ວ ອໍລະບູນ

  1. - ປີ 1993-1998 ທ່ານ ໂອສະກັນ ທໍາມະເທວາ

  1. - ປີ  1998-2001 ທ່ານ ສີເຫຼືອ ບຸນຄໍ້າ

  1. - ປີ 2001-2005 ທ່ານ ດຣ ພັນດວງຈິດ ວົງສາ

  1. - ປີ 2005-2011 ທ່ານ ໜູນແກ້ວ ອໍລະບູນ

  1. - ປີ 2011-2019 ທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ

  1. -  ປີ 2019-2021 ທ່ານ ສຈ.ດຣ ກິແກ້ວ ໄຂຄໍາພິທູນ

  1. - ປີ 2021 - ປັດຈຸບັນ ທ່ານ ນ.ສວນສະຫວັນ ວິຍະເກດ

ປະຈຸບັນໂຄງປະກອບການຈັດຕັ້ງຂອງກະຊວງ ຖວທ ຂັ້ນກົມປະກອບມີ 12 ກົມຄື:

  1. 1. ຫ້ອງການ

  2. 2. ກົມຈັດຕັ້ງ ແລະ ພະນັກງານ

  3. 3. ກົມກວດກາ

  4. 4. ກົມແຜນການ ແລະ ການຮ່ວມມືສາກົນ

  5. 5. ກົມສື່ມວນຊົນ

  6. 6. ກົມສິລະປະ-ວັດທະນະທໍາ

  7. 7. ກົມວັນນະຄະດີ ແລະ ພີມຈຳໜ່າຍ

  8. 8. ກົມມໍລະດົກ

  9. 9. ກົມຮູບເງົາ

  10. 10. ກົມພັດທະນາການທ່ອງທ່ຽວ

  11. 11. ກົມໂຄສະນາການທ່ອງທ່ຽວ

  12. 12. ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ

ຫົວໜ່ວຍກົງຈັກວິຊາການ ລະດັບ 1

  1. 1. ວິທະຍຸກະຈາຍສຽງແຫ່ງຊາດ

  2. 2. ໂທລະພາບແຫ່ງຊາດລາວ

  3. 3. ສຳນັກຂ່າວສານປະເທດລາວ

  4. 4. ໜັງສືພີມປະຊາຊົນ

  5. 5. ໜັງສືພີມພາສາຕ່າງປະເທດ

  6. 6. ສະຖາບັນສື່ມວນຊົນ,ວັດທະນະທຳ ແລະ ທ່ອງທ່ຽວ

  7. 7. ສະຖາບັນວິຈິດສິນແຫ່ງຊາດ

ຫົວໜ່ວຍກົງຈັກວິຊາການ ລະດັບ 2

  1. 1. ກອງສິລະປະກອນແຫ່ງຊາດ

  2. 2. ກອງກາຍຍະສິນແຫ່ງຊາດ

  3. 3. ກອງລະຄອນແຫ່ງຊາດ

  4. 4. ຫໍສະໝຸດແຫ່ງຊາດ

  5. 5. ຫໍພິພິທະພັນແຫ່ງຊາດ

  6. 6. ຫໍວັດທະນະທຳແຫ່ງຊາດ

  7. 7. ໂຮງຮຽນສິລະປະແຫ່ງຊາດ

  8. 8. ສຳນັກພີມ ແລະ ຈຳໜ່າຍປື້ມແຫ່ງລັດ

  9. 9. ວິທະຍາໄລວິຈິດສິນພື້ນເມືອງຫຼວງພະບາງ

  ນອກນັ້ນ,ຍັງມີຂັ້ນທ້ອງຖີ່ນປະກອບມີ: 18 ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ,ນະຄອນຫຼວງ.