ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

25 Apr 2024 | ຂ່າວ: ທະນູທອງ |

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດເຜີຍແຜ່ເອກະສານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ແລະ ວຽກງານປ້ອງກັນພາຍໃນ ກ່ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກ ກະຊວງ ໃນວັນທີ 25 ເມສາ 2024

   ຂປລ. ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດເຜີຍແຜ່ເອກະສານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ແລະ ວຽກງານປ້ອງກັນພາຍໃນ ກ່ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກ ກະຊວງ ໃນວັນທີ 25 ເມສາ 2024 ໂດຍການເປັນປະທານຂອງ ສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກຮອງເລຂາຄະນະພັກຮອງລັດຖະມົນຕີກະຊວງ ຖວທມີຄະນະບໍລິຫານງານພັກກະຊວງເລຂາຮອງເລຂາກຳມະການຄະນະພັກ ຮາກຖານກຳມະການຄະນະໜ່ວຍພັກບັນດາຫົວໜ້າກົມຮອງກົມ ອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ.

    ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ຖວທ ສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້, ຄະນະພັກກະຊວງ ໄດ້ອອກມະຕິຕົກລົງຫລາຍສະບັບ ເປັນຕົ້ນ ມະຕິວ່າດ້ວຍການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຖວທມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບການດຳເນີນ ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກມະຕິຕົກລົງວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບ ຊຸກຍູ້ຕິດຕາມກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ. ນອກນັ້ນ,  ຍັງໄດ້ອອກບົດແນະນຳຕ່າງໆຕື່ມອີກ.

​   ໂອກາດ​ນີ້, ສະຫາຍ ອາລຸນ ບຸນມີໄຊ ກຳມະການປະຈຳພັກກະຊວງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຖວທ ໄດ້ຜ່ານມະຕິວ່າດ້ວຍການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຖວທ ໂດຍທ່ານ ໄດ້ຍົກໃຫ້ເຫັນ ຈຸດປະສົງ ລະດັບຄາດໝາຍເນື້ອໃນການກະກຽມດຳເນີນກອງປະຊຸມໃຫຍ່ ເປັນຕົ້ນ ວຽກງານສ້າງຂະບວນການວຽກງານກະກຽມເນື້ອໃນເອກະສານກະກຽມດ້ານບຸກຄະລາກອນການແຕ່ງຕັ້ງຄະນະຮັບຜິດຊອບກະ ກຽມກອງປະຊຸມໃຫຍ່ ແລະ ວຽກງານອື່ນໆປິ່ນອ້ອມ.

     ໃນຕອນທ້າຍ, ສະຫາຍ ວັນສີ ກົວມົວ ໄດ້ເນັ້ນໃຫ້ມີຄະນະບໍລິຫານງານພັກກະຊວງເລຂາຮອງເລຂາກຳມະການຄະນະພັກຮາກຖານກຳມະການຄະນະໜ່ວຍພັກ ພາຍໃນກະຊວງ ຖວທ ກໍຄື ແຕ່ລະອະນຸກຳມະການແຕ່ລະພາກສ່ວນ ໃຫ້ເປັນເຈົ້າການປະຕິບັດ ຕາມມະຕິຕົກລົງຄຳສັ່ງຄຳແນະ ນຳ ທີ່ໄດ້ກຳນົດໄວ້ຢ່າງເຄັ່ງຄັດ ກໍຄື ນຳເອົາມະຕິຄຳສັ່ງດັ່ງກ່າວໄປເຜີຍແຜ່ ແລະ ແບ່ງຄວາມຮັບຜິດ ຊອບກັນແຕ່ລະໜ້າວຽກໃຫ້ເປັນອັນລະອຽດພ້ອມທັງກະກຽມເນື້ອໃນໃຫ້ກະທັດຮັດຊັດເຈນ ສອດ ຄ່ອງຕາມແນວທາງນະໂຍບາຍລະບຽບການ ແລະ ກົດໝາຍ ເພື່ອເຮັດແນວໃດ ໃຫ້ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ສຳເລັດຕາມເປົ້າໝາຍທີ່ວາງໄວ້ ເຊິ່ງການດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ຖວທ ກໍຄື ກອງປະຊຸມໃຫຍ່ຄະນະພັກຮາກຖານ ແລະ ໜ່ວຍພັກ ແມ່ນບັ້ນດໍາເນີນຊີວິດການເມືອງໜຶ່ງ ທີ່ເລິກເຊິ່ງ ແນໃສ່ປັບປຸງປົວແປງອົງການຈັດຕັ້ງພັກ ຢູ່ພາຍໃນກະຊວງໃຫ້ມີຄວາມ ປອດໃສເຂັ້ມແຂງໜັກແໜ້ນ ສາມາດຮັບປະກັນບົດບາດ ເປັນແກນນຳ ໃນລະບົບການເມືອງມີຄວາມສາມາດນຳພາວຽກງານຖະ ແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ໄດ້ຕາມຈຸດໝາຍທີ່ວາງໄວ້.

ຂ່າວຫຼ້າສຸດ

ວຽກງານເສນາ

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

  • 15 Mar 2024
  • ຂ່າວ: ສົມຫວັງ

  ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

  • 15 Mar 2024
  • ຂ່າວ: ທະນູທອງ

     ຂປລ. ໃນວັນທີ 15 ມີນາ 2024 ນີ້,...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

  • 04 Mar 2024
  • phetchinda

     ຕອນບ່າຍວັນທີ 28 ກຸມພາ 2024...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ຖວທ ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ໃຫ້ 52 ພາກສ່ວນ

  • 14 Feb 2024
  • ຂ່າວ: ສົມຫວັງ

     ພິທີມອບ-ຮັບ...

ອ່ານເພີ່ມ