ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

15 Mar 2024 | ຂ່າວ: ທະນູທອງ |

     ຂປລ. ໃນວັນທີ 15 ມີນາ 2024 ນີ້, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມ ເພື່ອສະຫລຸບການເຄື່ອນໄຫວວຽກງານກວດກາ ປີ 2023 ແລະ ວາງທິດທາງແຜນການປີ 2024 ໂດຍ ການເປັນປະທານຂອງ ສະຫາຍ ວັນສີ ກົວມົວ ປະທານກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ, ມີຮອງເລຂາ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ, ຄະນະປະຈໍາ, ກຳມະການພັກກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າກົມ, ຮອງກົມ ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ ແລະ ພ້ອມກັນຄົ້ນຄວ້າ, ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນ ໃນວຽກງານຕິດຕາມ ກວດກາລັດ ແລະ ວຽກງານກວດກາ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການ ເຄື່ອນໄຫວວຽກງານ ໃນປີ 2024 ແນໃສ່ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ຂອງວຽກງານຕິດຕາມ ກວດກາ ຢ່າງພາວະວິໄສ, ກົງໄປ-ກົງມາ ແລະ ອື່ນໆ.

     ໃນກອງປະຊູມ, ສະຫາຍ ວັນສີ ກົວມົວ ໄດ້ມີຄຳເຫັນວ່າ: ການກວດກາ ແມ່ນພາລະບົດບາດຕົ້ນຕໍ ໃນການນຳພາ-ຊີ້ນຳຂອງພັກ ແລະ ການຄຸ້ມຄອງຂອງລັດ, ມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໄດ້ກຳນົດວ່າ ພັກເຮົາຍາມໃດກໍຖືວ່າວຽກງານກວດກາ ແມ່ນໜຶ່ງໃນພາລະບົດບາດ ແລະ ແບບແຜນການນຳພາຂອງພັກ. ໃນໄລຍະຜ່ານມາ ຄະນະພັກ-ຄະນະນຳ ແລະ ປະທານກວດກາພັກກະຊວງ ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາ ວຽກງານກວດກາ ຢ່າງເຂັ້ມແຂງ ແລະ ທັນເວລາ ສາມາດຊອກເຫັນປະກົດການທີ່ລະເມີດກົດໝາຍຢູ່ໃນກົງຈັກຂອງ ພັກ-ລັດ, ມີພະນັກງານ-ສະມາ ຊິກພັກ ຈຳນວນໜຶ່ງໄດ້ຖືກປະຕິບັດວິໄນກໍມີ ເຖິງຢ່າງໃດກໍຕາມ ຄະນະພັກ-ຄະນະນຳ ແຕ່ລະຂັ້ນຕ້ອງກະຕຸກຊຸກຍູ້ ໃນວຽກງານຕິດຕາມ, ກວດກາ ຢ່າງເດັດຂາດ, ແຂງແຮງ ແລະ ເປັນລະບົບຕໍ່ເນື່ອງ ເປັນຕົ້ນ ກວດກາການປະຕິບັດລະບຽບຂອງພັກ, ມະຕິຄຳສັ່ງ, ຂໍ້ກຳນົດ, ກົດໝາຍຂອງລັດ, ຖືສຳຄັນ ແລະ ບູລິມະສິດຕໍ່ການສະກັດກັ້ນຕ້ານການສໍ້ລາດບັງຫລວງ ໃນກົງຈັກການຈັດຕັ້ງ, ໃນຖັນແຖວພະນັກງານ-ສະມາຊິກພັກ ການແກ້ໄຂປະກົດການຫຍໍ້ທໍ້ ຖືເປັນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ ເພື່ອສະກັດກັ້ນ ແລະ ຕ້ານປະກົດການສໍ້ລາດບັງຫລວງ. ປັດຈຸບັນ ປະກົດການສໍ້ລາດບັງຫລວງມີຫລາຍຮູບການ ການສວຍໃຊ້ໜ້າທີ່ຕຳແໜ່ງ, ການຟອກເງິນ, ບໍ່ນັບຖືການຈັດຕັ້ງ, ປະລະ ໜ້າທີ່ ແລະ ອື່ນໆ.
ສະຫາຍ ນາງ ບົວມະນີ ໄຊທິລາດ ຮອງປະທານກວດກາພັກກະຊວງ, ຫົວໜ້າກົມກວດກາ ກະຊວງ ຖວທ ໃຫ້ຮູ້ວ່າ: ການເຄື່ອນໄຫວວຽກງານກວດກາ ໃນໄລຍະຜ່ານມາ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ໃນຫລາຍດ້ານ ໂດຍສະເພາະ ວຽກງານກວດກາພັກ ໄດ້ລົງກວດກາການຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກ, ສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວອົງຄະນະພັກກະຊວງ ຖວທ ໄດ້ 35 ໜ່ວຍພັກ, ຜ່ານການ ກວດກາຕີລາຄາ ໄດ້ມີໜ່ວຍພັກທີ່ຖືກຮັບຮອງ ເປັນໜ່ວຍພັກແຂງ 22 ໜ່ວຍພັກ, ກາງ 13 ໜ່ວຍພັກ, ອ່ອນ ແລະ ເສຍທາດບໍ່ມີ, ໄດ້ກວດກາ ປະຫວັດການເຄື່ອນໄຫວ ຂອງມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກໄດ້ 156 ສະຫາຍ, ໄປຄຽງຄູ່ກັນນັ້ນ, ຍັງໄດ້ຕິດຕາມ, ກວດກາ ການເຄື່ອນໄຫວ ຂອງພະນັກງານ-ສະມາຊິກພັກ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງອົງຄະນະພັກກະຊວງ ຢ່າງເປັນປົກກະຕິ ຜ່ານການຕິດຕາມກວດກາ ໃນປີ 2023 ໄດ້ມີພະນັກງານ-ສະມາຊິກພັກ ຖືກປະຕິບັດວິໄນ 4 ສະຫາຍ, ມີ 2 ສະຫາຍ ຖືກລຶບຊື່ອອກຈາກການຈັດຕັ້ງ.
    ສຳລັບ ວຽກງານ ກວດກາລັດ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ການປັບປຸງກົງຈັກການຈັດຕັ້ງ, ການແບ່ງຂັ້ນຄຸ້ມຄອງ, ການຈັດຕັ້ງປະຕິບັດນິຕິກຳໃນຂະແໜງການ ຖວທ ຢູ່ພະແນກ ຖວທ ແຂວງ ໄດ້ 9 ແຂວງ, ຜ່ານການກວດກາເຫັນວ່າ ການກຳນົດກົງຈັກການຈັດຕັ້ງ ຕາມແຈ້ງການ ເລກທີ 145/ຖວທ ນັ້ນບາງແຂວງ ຈັດຕັ້ງປະຕິບັດໄດ້, ມີບາງແຂວງ ບໍ່ສາມາດຈັດຕັ້ງປະຕິບັດໄດ້. ສ່ວນວຽກງານສະກັ້ນກັດ ແລະ ຕ້ານການສໍ້ລາດບັງຫລວງ ໄດ້ປະຕິບັດການແຈ້ງຊັບສິນ ໃຫ້ພະນັກງານ ທີ່ໄດ້ຮັບການເລື່ອນຊັ້ນ-ເລື່ອນຕຳແໜ່ງໃໝ່ ທີ່ກະຊວງຄຸ້ມຄອງໄດ້ 64 ທ່ານ, ຍິງ 27 ທ່ານ ໂດຍປະຕິບັດຕາມບົດແນະນຳ ເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017 ຂອງອົງການກວດກາແຫ່ງລັດ ວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ສະເພາະພະນັກງານທົ່ວໄປແມ່ນລໍຖ້າແຈ້ງການ ຂອງອົງການກວດກາແຫ່ງລັດ ໃນຮອບທີ IV ແລະ ໄດ້ແກ້ໄຂບັນຫາໜີ້ສິນ ຂອງກອງວິຊາການ ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ໄດ້ສຳເລັດ ແລະ ອື່ນໆ.
   ໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະ ມົນຕີ ກະຊວງ ຖວທ ໄດ້ມີຄຳເຫັນໂອລົມ ໂດຍເນັ້ນໃຫ້ ຂະແໜງການທີ່ກ່ຽວຂ້ອງ ກໍຄື ກົມກວດກາ ເພີ່ມທະວີຄົ້ນຄວ້າສ້າງແຜນກໍ່ສ້າງ, ຍົກລະດັບ ໃຫ້ພະນັກງານສືບທອດປ່ຽນແທນ ເປັນຕົ້ນ ຍົກລະດັບດ້ານວິສະເພາະ ໃຫ້ພະນັກງານ ຂົງເຂດວຽກງານ ກວດກາ, ພ້ອມທັງ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແບບແຜນການນຳພາ ຄະນະພັກ-ຄະນະນໍາທຸກຂັ້ນ ທີ່ຮັບຜິດຊອບໂດຍກົງ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຂອງພະນັກ ງານ-ສະມະຊິກພັກ, ການຈັດຕັ້ງ ພັກ-ລັດ ທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍ ໂດຍຖືສໍາຄັນການຕິດຕາມກວດກາການປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມ ແຂງ ປອດໃສ ດ້ານການຈັດຕັ້ງ, ເຂັ້ມງວດ, ເປັນເອກະພາບທາງດ້ານແບບແຜນນຳພາ ແລະ ວິທີເຮັດວຽກ, ເຄົາລົບ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ, ຕິດຕາມກວດກາ ການປະຕິບັດກົດລະບຽບຂອງພັກ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຜູ້ທີ່ເປັນຫົວໜ້າ, ຄະນະພັກ, ສະມາຊິກພັກ ແລະ ພະນັກງານ.
   ພ້ອມນີ້, ສະຫາຍ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ນຳເອົາເນື້ອໃນແຜນການວຽກງານສຸມໃນຕໍ່ໜ້າ ນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ໃຫ້ສະມາຊິກພັກ-ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະບັນດາປະທານກວດກາ ຂອງແຕ່ລະໜ່ວຍພັກ ໄດ້ນໍາໄປເຜີຍແຜ່ຕໍ່ ເພື່ອໃຫ້ພະນັກງານ-ສະມາຊິກພັກ ໄດ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ປະສົບຜົນສຳເລັດຢ່າງເປັນກ້າວໆ.
ຂ່າວ: ທະນູທອງ
ພາບ: ເກດສະໜາ

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

  • 25 Apr 2024
  • ຂ່າວ: ທະນູທອງ

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

  • 15 Mar 2024
  • ຂ່າວ: ສົມຫວັງ

  ຂປລ....

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

  • 04 Mar 2024
  • phetchinda

     ຕອນບ່າຍວັນທີ 28 ກຸມພາ 2024...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ຖວທ ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ໃຫ້ 52 ພາກສ່ວນ

  • 14 Feb 2024
  • ຂ່າວ: ສົມຫວັງ

     ພິທີມອບ-ຮັບ...

ອ່ານເພີ່ມ