ໜ້າຫຼັກ / ການເຄື່ອນໄຫວ / ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

15 Mar 2024 | ຂ່າວ: ສົມຫວັງ |

  ຂປລ. ພິທີປະກາດແຕ່ງຕັ້ງພະນັກງານຂັ້ນສູງຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 15 ມີນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ-ຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ, ຜູ້ອຳນວຍການ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີ, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການປະຈຳພັກກະຊວງ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງກະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍແຕ່ງຕັ້ງທ່ານ ນາງ ດາລານີ ພົມມະວົງສາ ເປັນຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
    ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຮອງລັດຖະມົນຕີ ທີ່ໄດ້ຮັບການເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ ທີ່ມີຄວາມສຳຄັນ ແລະ ມີຄວາມຮັບຜິດຊອບສູງຂຶ້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານຮອງລັດຖະມົນຕີ ຖວທ ຄົນ ໃໝ່ຈະສຸມສະຕິປັນຍາ ນຳໃຊ້ຄວາມຮູ້ຄວາມສາມາດ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນເພື່ອພັດທະນາວຽກງານຂົງເຂດທີ່ຕົນຮັບຜິດຊອບ ໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.
ຂ່າວ: ສົມຫວັງ
ພາບ: ຂັນໄຊ

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

  • 25 Apr 2024
  • ຂ່າວ: ທະນູທອງ

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

  • 15 Mar 2024
  • ຂ່າວ: ທະນູທອງ

     ຂປລ. ໃນວັນທີ 15 ມີນາ 2024 ນີ້,...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

  • 04 Mar 2024
  • phetchinda

     ຕອນບ່າຍວັນທີ 28 ກຸມພາ 2024...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ຖວທ ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ໃຫ້ 52 ພາກສ່ວນ

  • 14 Feb 2024
  • ຂ່າວ: ສົມຫວັງ

     ພິທີມອບ-ຮັບ...

ອ່ານເພີ່ມ