ໜ້າຫຼັກ / ການເຄື່ອນໄຫວ / ເປີດມະຫາກໍາການທ່ອງທ່ຽວ ອາຊຽນ 2024 ຢ່າງເປັນທາງການ

ເປີດມະຫາກໍາການທ່ອງທ່ຽວ ອາຊຽນ 2024 ຢ່າງເປັນທາງການ

24 Jan 2024 | ຂ່າວ: ທະນູທອງ |

  ຂປລ. ມະຫາກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ມັງກອນ 2024 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ, ມີບັນດາລັດຖະມົນຕີທ່ອງທ່ຽວອາຊຽນ, ລັດຖະມົນ ຕີທ່ອງທ່ຽວຈາກ ຕີມໍແລັດສະເຕ ໃນຖານະປະເທດຜູ້ສັງເກດການ ແລະ ບັນດາທູຕານຸທູດ, ພ້ອມດ້ວຍ ເລຂາທິ ການໃຫຍ່ອາຊຽນ ແລະ ຜູ້ແທນຈາກບັນດາ ປະເທດອາຊຽນບວກ 3 ແລະ ຄະນະຜູ້ແທນຈາກ ພັກ, ລັດ, ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.
  ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດຂຶ້ນກ່າວສູນທອນພົດ ແລະ ລັ່ນຄ້ອງ 9 ບາດ ເປີດງານມະຫາກຳດັ່ງກ່າວ ຢ່າງເປັນທາງການ ໂດຍທ່ານໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ, ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ມາຍັງບັນດາຫົວໜ້າຄະນະຜູ້ແທນ ແລະ ຜູ້ແທນຈາກ ປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ, ອົງການຈັດຕັ້ງສາກົນ, ຜູ້ຕາງໜ້າຈາກສໍານັກຂ່າວຕ່າງໆ, ພາກທຸລະກິດ ຈາກພາຍໃນ ແລະ ຕ່າງປະເທດທີ່ໃຫ້ກຽດ ເດີນທາງເຂົ້າຮ່ວມງານມະຫາກໍາການທ່ອງທ່ຽວອາ ຊຽນທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້. ພ້ອມທັງ ຕີລາຄາສູງຕໍ່ຜົນສໍາເລັດຂອງການຮ່ວມມືຈາກບັນດາປະເທດສະມາ ຊິກອາຊຽນ, ປະເທດຄູ່ຮ່ວມເຈລະຈາ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆໃນໄລຍະຜ່ານມາ ທີ່ໄດ້ໃຫ້ການສະໜັບສະໜູນ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວອາຊຽນ ເພື່ອບັນລຸວິໄສທັດການທ່ອງທ່ຽວອາຊຽນຮອດປີ 2025 ເຊິ່ງອາຊຽນ ຈະກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ, ໃຫ້ປະສົບການທີ່ມີຄວາມເປັນເອກະລັກສະເພາະ, ໃຫ້ປະສົບການທີ່ຫລາກຫລາຍ ແລະ ມີຄວາມຍືນຍົງ ເຊິ່ງບັນດາຜົນສຳເລັດທີ່ໄດ້ຮັບຮ່ວມກັນຜ່ານມານັ້ນ, ໄດ້ເປັນຂີດໝາຍສຳຄັນໃນການບັນລຸວິໄສທັດຂອງປະຊາຄົມອາຊຽນ ຮອດປີ 2025 ໃຫ້ມີການເຊື່ອມໂຍງ, ມີສະຖຽນລະພາບ ແລະ ເປັນປະຊາຄົມທີ່ມີຄວາມສີວິໄລ ໂດຍສະເພາະ ແມ່ນປະຊາຄົມເສດຖະກິດອາຊຽນໃຫ້ມີການເຊື່ອມໂຍງຢ່າງກົມກຽວ, ການນໍາໃຊ້ນະວັດຕະກຳ ແລະ ໃຫ້ມີຄວາມຫລາກຫລາຍ, ຊຸກຍູ້ສົ່ງເສີມການເຊື່ອມໂຍງເຊື່ອມຈອດ ແລະ ການຮ່ວມມືທາງດ້ານສັງຄົມຮອບດ້ານ, ການປັບຕົວເຂົ້າກັບສະພາບການປ່ຽນແປງຂອງຍຸກສະໄໝ, ມີການພັດທະນາແບບກວມລວມ ແລະ ເຊື່ອມໂຍງກັບເສດຖະກິດຂອງສາກົນ ໂດຍສຸມໃສ່ດ້ານບຸກຄະລາກອນ ເປັນກຳລັງແຮງໃນການຂັບເຄື່ອນວິໄສທັດ ກໍຄື ເປົ້າມາຍລວມຂອງອາຊຽນ, ພ້ອມທັງ ເຊື່ອໝັ້ນວ່າ ຜົນຂອງກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມ ຈະເປັນຂີດໝາຍສຳຄັນ ໃນການກຳນົດທິດທາງລວມ ແຜນຍຸດທະສາດການທ່ອງທ່ຽວອາຊຽນ ສຳລັບປີ 2026-2030. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ເພື່ອພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ໃຫ້ມີຄຸນນະພາບ ແລະ ມີຄວາມຍືນຍົງ ເພື່ອດຶງດູດນັກທ່ອງທ່ຽວມາທ່ຽວພາກພື້ນອາຊຽນໃຫ້ນັບມື້ນັບຫລາຍຂຶ້ນ, ພັກເຊົາຫລາຍວັນ, ໃຊ້ຈ່າຍຫລາຍຂຶ້ນ ແລະ ກະຈາຍລາຍຮັບໃຫ້ສັງຄົມໄດ້ຢ່າງກວ້າງ ຂວາງ.
   ໃນພິທີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ງານມະຫາກໍາການທ່ອງທ່ຽວຄັ້ງນີ້ ເປັນຄັ້ງທີ 3 ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024 ເຊິ່ງງານມະຫາກໍາດັ່ງກ່າວ, ປະກອບມີ 4 ໜ້າວຽກຕົ້ນຕໍ ຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມ; ງານວາງສະແດງການທ່ອງທ່ຽວອາຊຽນ; ກອງປະຊຸມທຸລະກິດທ່ອງທ່ຽວ ແລະ ການທັດສະນະສຶກສາຢ້ຽມຢາມສະຖານທີ່ທ່ອງທ່ຽວ ໂດຍໄດ້ກຳນົດຄຳຂວັນທີ່ວ່າ: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບເພື່ອຄວາມຍື່ນຍົງຂອງອາຊຽນ” ແນ່ໃສ່ພັດທະນາການທ່ອງທ່ຽວແບບຍືນຍົງ ພາຍໃນອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິ ພາບ ແລະ ປະສິດທິຜົນສູງສຸດ ເພື່ອໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາກພື້ນ, ສາກົນ ແລະ ທົ່ວໂລກເຂົ້າມາທ່ອງທ່ຽວອາຊຽນ ໃຫ້ຫລາຍຂຶ້ນ, ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍການຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກ ຄ່ຽງຄູ່ກັບການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ເພື່ອໃຫ້ບັນລຸເປົ້າໝາຍ ດັ່ງຄຳຂວັນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດໄວ້ວ່າ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ສໍາລັບ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 25-26 ມັງກອນ 2024 ທີ່ໂຮງແຮມແລນມາກ ເຊິ່ງກອງປະຊຸມດັ່ງກ່າວ, ບັນດາທ່ານລັດຖະມົນຕີ ຈະໄດ້ປຶກສາຫາລື ຕີລາຄາການຈັດຕັ້ງປະຕິບັດບັນດາກິດຈະກໍາບຸລິມະສິດ ພາຍໃຕ້ແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ສໍາລັບປີ 2016-2025, ບັນດາກິດຈະກໍາບຸລິມະສິດ ສໍາລັບປີ 2023-2024 ທີ່ໄດ້ຈັດຕັ້ງປະຕິບັດ ໂດຍ 4 ຄະນະກໍາມະການທ່ອງທ່ຽວອາຊຽນ. ພ້ອມນີ້, ຍັງຈະໄດ້ປຶກສາຫາລືແລກປ່ຽນທັດສະນະກ່ຽວກັບການສ້າງຮ່າງແຜນຍຸດທະສາດທ່ອງທ່ຽວອາຊຽນ ຫລັງປີ 2025, ການຮ່ວມມືກັບບັນດາປະເທດຄູ່ຮ່ວມເຈລະຈາ, ອົງການທ່ອງທ່ຽວໂລກ ແລະ ຄູ່ ຮ່ວມພັດທະນາຕ່າງໆ ເພື່ອຮ່ວມມືກັນພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງ ແລະ ສາມາດປັບຕົວເຂົ້າກັບສະພາບການຕ່າງໆ.
   ພ້ອມກັນນີ້, ໃນວັນທີ 23-26 ມັງກອນ 2024 ຢູ່ສູນການຄ້າລາວໄອເຕັກ ຍັງມີງານວາງສະແດງການ ທ່ອງທ່ຽວອາຊຽນ ໂດຍມີ ຜູ້ຊື້ ແລະ ຜູ້ຂາຍ ທີ່ມາຈາກບັນດາປະເທດສະມາຊິກອາຊຽນ, ພາກພື້ນ ແລະ ສາກົນ ທີ່ໄດ້ ລົງທະບຽນເຂົ້າຮ່ວມແລ້ວ ເປັນຈໍານວນຫລາຍເຊັ່ນ: ຜູ້ຊື້ 120 ທ່ານ, ຜູ້ຂາຍ 208 ທ່ານ ທີ່ຕ່າງໜ້າໃຫ້ 105 ຫົວໜ່ວຍທຸລະກິດທ່ອງທ່ຽວອາຊຽນ. ພ້ອມກັນນີ້ ຍັງມີທຸລະກິດຂະໜາດນ້ອຍຂອງ ສປປ ລາວ ເຂົ້າຮ່ວມຈໍານວນໜຶ່ງ, ນັກຂ່າວຕ່າງ ປະເທດ 29 ທ່ານ ແລະ ນັກຂ່າວພາຍໃນ ຈໍານວນ 165 ທ່ານ ຈາກ 18 ສຳນັກຂ່າວ.
   ສຳລັບ ໃນວັນທີ 26 ມັງກອນ 2024 ຈະມີພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ເພື່ອເປັນການຢັ້ງຢືນເຖິງຄຸນນະພາບຂອງຈຸດໝາຍປາຍທາງການທ່ອງທ່ຽວ ແລະ ການບໍລິການ ການທ່ອງທ່ຽວ ຂອງບັນດາປະເທດສະມາຊິກອາຊຽນ ເຊິ່ງໃນປີນີ້ ມີຜູ້ຮັບລາງວັນທັງໝົດ 192 ລາງວັນ ທີ່ມາຈາກພາກລັດ ແລະ ພາກທຸລະກິດ ຂອງບັນດາປະເທດສະມາຊິກອາຊຽນ.
ໃນປີ 2023 ຜ່ານມານີ້, ມີນັກທ່ອງທ່ຽວມາທ່ຽວ ສປປ ລາວ ທັງໝົດ 3.417.629 ເທື່ອຄົນ, ເພີ່ມຂຶ້ນຈາກ 1.294.365 ເທື່ອຄົນ ໃນປີ 2022 ຫລື ເພີ່ມຂຶ້ນ 164%.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

  • 25 Apr 2024
  • ຂ່າວ: ທະນູທອງ

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

  • 15 Mar 2024
  • ຂ່າວ: ສົມຫວັງ

  ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

  • 15 Mar 2024
  • ຂ່າວ: ທະນູທອງ

     ຂປລ. ໃນວັນທີ 15 ມີນາ 2024 ນີ້,...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

  • 04 Mar 2024
  • phetchinda

     ຕອນບ່າຍວັນທີ 28 ກຸມພາ 2024...

ອ່ານເພີ່ມ