ໜ້າຫຼັກ / ການເຄື່ອນໄຫວ / ຫາລືກະກຽມຄວາມພ້ອມ ການເປັນປະທານ ອາຊຽນ ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ

ຫາລືກະກຽມຄວາມພ້ອມ ການເປັນປະທານ ອາຊຽນ ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ

03 Jan 2024 | ຂ່າວ: ກິດຕາ |

   ຂປລ. ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ໃນການກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ໃນວັນທີ ມັງກອນ 2024 ພາຍໃຕ້ການເປັນປະ ທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


   ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້
ຈະໄດ້ຮັບຟັງການລາຍງານຄວາມຄືບໜ້າ ບັນດາໜ້າວຽກໃນການກະກຽມ ການເປັນປະທານອາຊຽນຂອງ ສປປ ລາວ .ສຳລັບ ການກະກຽມເປັນເຈົ້າພາບກອງປະຊຸມ ສະພາປະຊາຄົມ ວັດທະນະທຳ ສັງຄົມອາຊຽນ ໃນປີ 2024 ພວກເຮົາໄດ້ມີການປະຊຸມ ພາຍໃນຫລາຍຄັ້ງ ແລະ ໄດ້ມີແຜນການຈັດກອງປະຊຸມລັດຖະມົນຕີ ສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຈຳນວນ ຄັ້ງຄື: ຄັ້ງທີ 31 ແລະ ຄັ້ງທີ 32. ສ່ວນກອງປະຊຸມ ລັດຖະມົນຕີ ສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 25-30 ມີນາ 2024 ຢູ່ແຂວງຫລວງພະບາງ. ສ່ວນກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຄັ້ງທີ 32 ຄາດວ່າຈະຈັດຂຶ້ນ ໃນວັນທີ 23-27 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ. ພ້ອມນີ້ທ່ານຍັງສະເໜີໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນສຸມສະຕິປັນຍາ ແລກຄວາມຄິດເຫັນເຊິ່ງກັນ ແລະ ກັນ ເພື່ອຮັບປະກັນ ຄວາມພ້ອມໃນທຸກດ້ານ.

   ໂອກາດນີ້ທ່ານ ຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນເຈົ້າໜ້າທີ່ອາວຸໂສປະຊາຄົມ ວັດທະນະທຳ-ສັງຄົມອາຊຽນລາວ ໄດ້ລາຍງານບັນດາຫົວຂໍ້ບູລິມະສິດ ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ຄື: ບຸລິມະສິດທີ ດ້ານວັດທະນະທຳ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ໃຫ້ກວມລວມ ແລະ ຍືນຍົງ ເຊິ່ງໄດ້ຮັບຮອງ ແລະ ເຫັນດີ ຢູ່ກອງປະຊຸມເຈົ້າໜ້າທີ່ ອາວຸໂສວັດທະນະທໍາ ແລະ ສິລະປະອາຊຽນ ຄັ້ງທີ 19 ໃນວັນທີ 24 ຕຸລາ 2023 ທີ່ ວັງວຽງແຂວງວຽງຈັນ ແລ້ວ. ປັດຈຸບັນພວມຢູ່ໃນຂັ້ນຕອນການຂໍການຮັບຮອງ ຈາກທ່ານລັດຖະມົນ ຕີວັດທະນະທໍາ ແລະ ສິລະປະ ຈາກບັນດາປະເທດ ສະມາຊິກອາຊຽນ ໂດຍຜ່ານທາງຈົດໝາຍ ເອເລັກໂຕຣນິກ ເຊິ່ງທ້າຍເດືອນມັງກອນນີ້ຈະສໍາເລັດ. ພ້ອມກັນນັ້ນກໍເພື່ອສະເໜີໃຫ້ຜູ້ນຳອາຊຽນຮັບຮອງ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ທີ່ ນະຄອນຫລວງວຽງຈັນ ປີ 2024 ໂດຍຜ່ານການຮັບຮອງ ໃນກອງປະຊຸມລັດຖະມົນຕີ ສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ໃນວັນທີ 25-30 ມີນາ 2024 ທີ່ຫລວງພະບາງ ເຊິ່ງແນວຄວາມຄິດລິເລິ່ມ ຈາກຖະແຫລງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນ ວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ ເຊິ່ງກິດຈະກຳສະໜັບສະໜູນປະກອບມີ: ການສະແດງສິລະປະທີ່ດີເດັ່ນອາຊຽນ 2024: ເວທີໜຶ່ງດຽວກິດຈະກຳຜະລິດຕະພັນວິຈິດສິນ ທີ່ສ້າງສັນຊາວໜຸ່ມອາຊຽນ-ຍີ່ປຸ່ນບຸນມະໂຫລານດົນຕີອາຊຽນ-ສ ເກົາຫລີ 2024; ກິດຈະກຳແລກປ່ຽນເຄື່ອງດົນຕີສຳ ລັບນັກຮຽນອາຊຽນສຳມະນາ ກ່ຽວກັບເຈ້ຍປໍສາ ເພື່ອສົ່ງເສີມການປອດປລາສຕິກ ໃນອາຊຽນການເຜີຍແຜ່ມໍລະດົກ ວັດທະນະທຳຕາມແລວລົດໄຟ ເພື່ອຊຸກຍູ້ການເຊື່ອມໂຍງນຳໄປສູ່ ຄວາມຫລາກຫລາຍຂອງອາຊຽນ.

    ສຳລັບ ບຸລິມະສິດທີ ການສົ່ງເສີມການຮ່ວມມື ດ້ານສິ່ງແວດລ້ອມ: ຄວາມທົນທານຕໍ່ການປ່ຽນແປງ ດິນຟ້າອາກາດ ເຊິ່ງແນວຄວາມຄິດລິເລິ່ມ ຈາກຖະແຫລງການຮ່ວມອາຊຽນ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຕໍ່ກອງປະຊຸມລັດພາຄີ ສົນທິສັນຍາວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 29, ການສ້າງແຜນງານ ກ່ຽວກັບການຈັດຕັ້ງປະຕິບັດແຜນແມ່ບົດ ດ້ານບັນຫາມົນລະພິດໝອກ ຄວັນຂ້າມຊາຍແດນຂອບແຜນງານອາຊຽນ ກ່ຽວກັບມົນລະພິດຈາກ ປລາສຕິກ ແລະ ເສດຖະກິດໝູນວຽນ ແລະ ແຜນງານການສ້າງຄວາມສາມາດ ສໍາລັບອາຊຽນ ເພື່ອການເຂົ້າເຖິງການເງິນສີຂຽວບຸ ລິມະສິດທີ ແມ່ຍິງ ແລະ ເດັກນ້ອຍ: ການສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອການຫັນປ່ຽນພຶດຕິກຳໃນອາຊຽນ ເຊິ່ງແນວຄວາມຄິດລິເລິ່ມ ຈາກຖະແຫລງການ ວ່າດ້ວຍການເສີມຂະ ຫຍາຍເສດຖະກິດການດູແລ ແລະ ຄວາມເຂັ້ມແຂງ ເພື່ອນໍາໄປສູ່ປະຊາຄົມອາຊຽນ ຫລັງປີ 2025 ໂດຍມີກິດຈະກຳສະໜັບສະໜູນ ກອງປະຊຸມສຸດຍອດ ການນໍາແມ່ຍິງອາຊຽນ ຄັ້ງທີ 3: ເສີມຂະຫຍາຍເສດຖະກິດການດູແລ ແລະ ຄວາມເຂັ້ມແຂງ ເພື່ອນໍາໄປສູ່ປະຊາຄົມອາຊຽນ ຫລັງປີ 2025; ບຸລິມະ ສິດທີ ດ້ານສາທາລະນະສຸກ: ການຫັນປ່ຽນການປັບປຸງສຸຂະພາບ ຂອງອາຊຽນໃນສະພາບການໃໝ່ ເຊິ່ງແນວຄວາມຄິດລິເລິ່ມ ຈາກ ຖະແຫລງການຂອງຜູ້ນໍາອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບການສ້າງແຜນງານຈັດຕັ້ງປະຕິບັດ ຖະແຫລງການຂອງຜູ້ນໍາອາຊຽນ ກ່ຽວກັບການຢຸດຕິຄວາມບໍ່ເທົ່າທຽມກັນ ແລະ ກ້າວໄປເຖິງການຢຸດຕິການແຜ່ລະບາດ ຂອງພະຍາດເອດ ພາຍໃນປີ 2030.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

  • 25 Apr 2024
  • ຂ່າວ: ທະນູທອງ

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

  • 15 Mar 2024
  • ຂ່າວ: ທະນູທອງ

     ຂປລ. ໃນວັນທີ 15 ມີນາ 2024 ນີ້,...

ອ່ານເພີ່ມ

ວຽກງານເສນາ

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

  • 15 Mar 2024
  • ຂ່າວ: ສົມຫວັງ

  ຂປລ....

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

  • 04 Mar 2024
  • phetchinda

     ຕອນບ່າຍວັນທີ 28 ກຸມພາ 2024...

ອ່ານເພີ່ມ