ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ເຊື່ອມຊຶມຄຳສັ່ງແນະນໍາ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

ກະຊວງ ຖວທ ເຊື່ອມຊຶມຄຳສັ່ງແນະນໍາ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

26 Dec 2023 | ຂ່າວ: ກິດຕາ |

   ຂປລ. ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມຄຳສັ່ງຄໍາແນະນໍາ ວ່າດ້ວຍການກະກຽມປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ເອກະສານສຳ ຄັນອື່ນໆ ຂຶ້ນໃນວັນທີ 25 ທັນວາ 2023 ໂດຍການເປັນ ປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວມີບັນດາສະຫາຍ ຄະນະພັກຄະນະນຳເລຂາ ແລະ ຮອງເລຂາໜ່ວຍພັກພ້ອມດ້ວຍ ສະມາຊິກພັກພາຍໃນກະຊວງ ເຂົ້າຮ່ວມ.

    ໃນໂອກາດນີ້ສະຫາຍ ນາງ ສວນສະຫວັນ ວິຍະເກດ  ໄດ້ຍົກໃຫ້ເຫັນເຖິງເນື້ອໃນສຳຄັນ ຂອງເອກະສານຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຄຳແນະນຳ ຄະນະຈັດຕັ້ງສູນກາງພັກການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກເອກະສານ ຄຳແນະນໍາ ຄະນະກວດກາສູນກາງພັກ  ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກຮັບຟັງການເຜີຍແຜ່ ເອກະສານມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝ 11 ເພື່ອເຮັດໃຫ້ຄະນະພັກ,  ສະມາຊິກພັກ-ພະນັກງານພາຍໃນກະຊວງ ເຂົ້າໃຈຄວາມໝາຍຄວາມສໍາຄັນ ແລະ ກໍາແໜ້ນເນື້ອໃນຈິດໃຈ ຂອງການດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ. ພ້ອມນີ້ສະຫາຍ ນາງ ສວນສະຫວັນ ວິຍະເກດ  ຍັງເນັ້ນໜັກເຖິງຄວາມສໍາຄັນ ຂອງການດໍາເນີນກອງປະຊຸມດັ່ງກ່າວ ເຊິ່ງແມ່ນການຄັດເລືອກ ເອົາຜູ້ນໍາພາທີ່ມີຄວາມຮູ້ຄວາມສາມາດມີທັດສະນະຮັບໃຊ້ຊາດຮັບໃຊ້ປະຊາຊົນ ເຂົ້າໃນຄະນະພັກແຕ່ລະຂັ້ນ ທັງເປັນການບຸກທະລຸສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານໃນໄລຍະໃໝ່ ແລະ ສ້າງຄວາມເຊື່ອໝັ້ນ ຂອງພະນັກງານ-ສະມາຊິກພັກ ກໍຄື ມະຫາຊົນ ຕໍ່ການນໍາພາ ຂອງຄະນະພັກແຕ່ລະຂັ້ນ.

   ໃນວາລະການປະຊຸມຂອງພາກບ່າຍຜູ້ເຂົ້າຮ່ວມກໍໄດ້ຮັບຟັງ ການຫວນຄືນມູນເຊື້ອ ວັນຊາດທີ 2 ທັນ ວາ ຄົບຮອບ 48 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ເພື່ອໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກພັກ-ພະນັກງານ ໃນທົ່ວກະຊວງມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອປະຫວັດສາດຜົນງານການສ້າງສາ ພັດທະນາປະເທດຊາດກໍຄື ຜົນງານ ແລະ ຄຸນ ງາມຄວາມດີອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ການປະຕິ ວັດເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາຂອງບັນດາຊົນເຜົ່າຊັ້ນຄົນເພດໄວເພື່ອຮໍ່າຮຽນເອົາ ຄຸນສົມບັດສິນທຳປະຕິວັດຄຸນງາມຄວາມດີ ແລະ ການອຸທິດ ປັນຍາອັນໃຫຍ່ຫລວງ ຂອງພະນັກງານປະຕິວັດອາວຸໂສ ທີ່ໄດ້ບຸກເບິີກເສັ້ນທາງການປະຕິວັດ ໃນເມື່ອກ່ອນ ເພື່ອສ້າງຂະບວນການສຶກສາອົບຮົມ ນໍ້າໃຈບຸກບືນຫ້າວຫັນປະຕິບັດ ພາຍໃຕ້ການນຳພາຂອງພັກ ແລະ ຜົນ ສຳເລັດຂອງວຽກງານຕ່າງໆ ທີ່ປະເທດຊາດຍາດມາໄດ້ ແຕ່ອະດີດເຖິງປັດຈຸບັນ ໃຫ້ເຕັມໄປດ້ວຍ ຄວາມໝາຍ ແລະ ເນື້ອໃນເລິກເຊິ່ງ.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

  • 25 Apr 2024
  • ຂ່າວ: ທະນູທອງ

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

  • 15 Mar 2024
  • ຂ່າວ: ທະນູທອງ

     ຂປລ. ໃນວັນທີ 15 ມີນາ 2024 ນີ້,...

ອ່ານເພີ່ມ

ວຽກງານເສນາ

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

  • 15 Mar 2024
  • ຂ່າວ: ສົມຫວັງ

  ຂປລ....

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

  • 04 Mar 2024
  • phetchinda

     ຕອນບ່າຍວັນທີ 28 ກຸມພາ 2024...

ອ່ານເພີ່ມ