ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີກະຊວງ ຖວທ ເຂົ້າຢ້ຽມຂ່ຳນັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ລັດຖະມົນຕີກະຊວງ ຖວທ ເຂົ້າຢ້ຽມຂ່ຳນັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

14 Dec 2023 | ຂ່າວ-ພາບ: ສຸກ​ທະວີ |

  ຂປລ. ວັນທີ 14 ທັນວາ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ​ແຫ່ງ ສປປ ລາວ ພ້ອມຄະນະ ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ທ່ານ ເຈິນ ລຶວ ກວ່າງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ສຳນັກງານນາຍົກລັດຖະມົນຕີ ສສ ຫວຽດນາມ ໃນໂອກາດ​ເດີນທາງມາເຄື່ອນ ໄຫວຢ້ຽມຢາມ ແລະ ຈັດສັບປະ ດາວັດທະນະທໍາລາວ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 13-18 ທັນວາ 2023.

  ທ່ານ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຜູ້ແທນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ​ແຫ່ງ ສປປ ລາວ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ທີ່ໄດ້ຮັບການ ເສີມຂະຫຍາຍ ໃນທຸກຂົງເຂດວຽກງານ ໂດຍສະເພາະ ໃນຂົງເຂດຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງສອງປະເທດ ເພື່ອນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ ຫລາຍຂຶ້ນ; ຕີລາຄາສູງ ຕໍ່ແຜນການພົບປະ ເຮັດວຽກສອງຝ່າຍ ລະຫວ່າງກະຊວງວັດທະນາທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ສປປ ລາວ.

   ໃນໂອກາດດຽວກັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ແຫ່ງ ສສ ຫວຽດ ນາມ ໃນຄັ້ງນີ້. ພ້ອມ​ທັງລາຍ​ງານ​ໃຫ້​ຊາບ​ເຖິງ ຈຸດປະສົງການເດີນທາງມາ ສສ ຫວຽດນາມ ຄັ້ງນີ້ ແມ່ນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ດ້ານສິລະປະ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ໄດ້ລົງນາມຮ່ວມມື ໄລຍະ 2021-2025 ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ເປັນຕົ້ນ ການແລກປ່ຽນບົດຮຽນ ແລະ ຈັດສັບປະດາວັດທະນະທໍາ ຂອງສອງປະເທດ ໂດຍຜັດປ່ຽນກັນ ເປັນເຈົ້າພາບ ​ເຊິ່ງປີນີ້​ແມ່ນ ສສ ຫວຽດນາມ ໄດ້ເປັນເຈົ້າພາບ, ຄະນະ​ຜູ້​ແທນ ສປປ ລາວ ໄດ້ນໍາ​ເອົາສິລະປະຈາກ ສປປ ລາວ ມາສະແດງ ຢູ່ນະຄອນຫຼວງຮ່າໂນ້ຍ ແລະ ແຂວງນິ່ງບິ່ງ.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ເອກະສານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

  • 25 Apr 2024
  • ຂ່າວ: ທະນູທອງ

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ສະຫລຸບ ວຽກງານກວດກາ ປີ 2023

  • 15 Mar 2024
  • ຂ່າວ: ທະນູທອງ

     ຂປລ. ໃນວັນທີ 15 ມີນາ 2024 ນີ້,...

ອ່ານເພີ່ມ

ວຽກງານເສນາ

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

  • 15 Mar 2024
  • ຂ່າວ: ສົມຫວັງ

  ຂປລ....

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

  • 04 Mar 2024
  • phetchinda

     ຕອນບ່າຍວັນທີ 28 ກຸມພາ 2024...

ອ່ານເພີ່ມ