ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສ໌ວາ ຊັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ.

ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສ໌ວາ ຊັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ.

26 Mar 2026 | ຫ້ອງການກະຊວງ |

    ໃນວັນທີ 26 ກຸມພາ 2026 ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສ໌ວາ ຊັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ.
    ຈຸດປະສົງການເຂົ້າພົບຄະນະນໍາກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຄັ້ງນີ້ກໍ່ເພື່ອປຶກສາຫາລືກ່ຽວກັບແຜນການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ແລະ ບັນດາກິດຈະກຳອື່ນໆ ປະກອບສ່ວນໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ອິນເດຍ ເປັນຕົ້ນ: ໂຄງການຟື້ນຟູວັດສີສະເກດ, ໂຄງການການບູລະນະຮັກສາຕົ້ນໂພ 3 ຕົ້ນທີ່ວັດທາດຫຼວງ, ເທດສະການຮູບເງົາ ອິນເດຍ, ພິທີນຳເອົາ ສາລິລະຂະທາດ ມາວາງສະແດງ ຢູ່ສປປ ລາວ ແລະ ບັນດາກິດຈະກຳອື່ນໆກ່ຽວຂ້ອງ ທີ່ສອງຝ່າຍ ຈະຈັດຕັ້ງປະຕິບັດຮ່ວມກັນ ຕະຫຼອດໄລຍະປີ 2026 ນີ້.​
    ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ກໍ່ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານອິນເດຍ ແລະ ສາຍພົວພັນອັນຍາວນານລະຫວ່າງອິນເດຍ ແລະ ສປປ ລາວ ກໍ່ຄືບັນດາໂຄງການ ບູລະນະ ແລະ ປະຕິສັງຂອນ ບັນດາຮ່ອງຮອຍປະຫວັດສາດຕ່າງໆ ເຊັ່ນ: ວັດພູຈຳປາສັກ, ໂຄງການເຫັນຜົນໄວ ໃຫ້ແກ່ຂະແໜງວັດທະນະທຳ ຂອງລາວ ຊຶ່ງໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີທາງສະຖານທູດ ສືບຕໍ່ສະໜັບສະໜູນ ໃນການບູລະນະໂຄງການ ອະນຸລັກ ປັກປັກຮັກສາຮີດຄອງປະເພນີຕ່າງໆ ທາງພາກໃຕ້ ຂອງສປປ ລາວ ຕື່ມອີກ​.
    ໃນຕອນທ້າຍ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໃຫ້ຄໍາຍືນຍັນວ່າ ຈະນໍາເອົາທິດຊີ້ນໍາຂອງທ່ານ ໄປຈັດຕັ້ງປະຕິບັດເຂົ້າໃນແຜນກິດຈະກໍາຕ່າງໆໃຫ້ໄດ້ຮັບໝາກຜົນສູງສຸດ

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ວທ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ໃນໂອກາດໝົດວາລະ ປະຈຳການ ຢູ່ທີ່ ສປປ ລາວ.

  • 26 Mar 2026
  • ຫ້ອງການກະຊວງ

   ທ່ານ ລັດຖະມົນຕີ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ລາວ ຄົນໃໝ່

  • 05 Feb 2026
  • ຫ້ອງການກະຊວງ

  ໃນວັນທີ 5 ກຸມພາ 2026 ທີ່ ກະຊວງ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ລາວ ລົງນາມເອກະສານ ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ

  • 19 Jan 2026
  • ຫ້ອງການກະຊວງ

...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026

  • 15 Jan 2026
  • ຫ້ອງການກະຊວງ

ວັນທີ 15 ມັງກອນ 2026,...

ອ່ານເພີ່ມ