ໜ້າຫຼັກ / ການເຄື່ອນໄຫວ / ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026

ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026

15 Jan 2026 | ຫ້ອງການກະຊວງ |

ວັນທີ 15 ມັງກອນ 2026, ທີ່ວິທະຍາໄລສິລະປະແຫ່ງຊາດ ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026. ສະຫາຍ ລິດທິສັກ ວໍລະລາດ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ວທ ໄດ້ເຜີຍແຜ່ເຊື່ອມຊຶມຜົນສຳເລັດ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ໄດ້ລາຍງານຜົນສຳເລັດທີ່ພົ້ນເດັ່ນຂອງຊາວໜຸ່ມກະຊວງທີ່ໄດ້ຈັດຕັ້ງປະຕິບັດໃນປີ 2025 ຊຶ່ງຊາວໜຸ່ມທົ່ວກະຊວງໄດ້ເປັນກຳລັງແຮງໃນການເຂົ້າຮ່ວມຂະບວນການລະດັບຊາດຢ່າງຟົດຟື້ນ ເປັນຕົ້ນແມ່ນ 3 ວັນປະຫວັດສາດຢ່າງມີຄວາມໝາຍ, ງານມະຫາກຳກິລາແຫ່ງຊາດ, ພົ້ນເດັ່ນກໍແມ່ນການສວນສະໜາມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ, ວັນສຳຄັນຂອງພັກ-ຂອງຊາດ. ໃນພິທີ ທ່ານ ຄຳເພົ້າ ວັນນະວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມກວດກາ ໄດ້ໂອ້ລົມຊີ້ນຳໃຫ້ປີ 2026 ນີ້ ຊາວໜຸ່ມຕ້ອງສ້າງເວທີແຂ່ງຂັນສິລະປະ, ການປະດິດຄິດແຕ່ງກາບກອນ, ການຮຽນຮູ້ເລື່ອງປັນຍາປະດິດ(AI),ຈັດງານພົບປະຕະຫຼາດນັດຊາວໜຸ່ມ ແລະ ອື່ນໆ. ເພື່ອສ້າງຄວາມສາມັກຄີ, ສ້າງຂະບວນການຊາວໜຸ່ມໃຫ້ຟົດຟື້ນຍິ່ງຂຶ້ນ ລວມທັງສົ່ງເສີມສິລະປະ ແລະ ການທ່ອງທ່ຽວ. ທັງນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຊາວໜຸ່ມເປັນເຈົ້າການຕ້ານປະກົດການສິ່ງຫຍໍ້ທໍ້, ມຸ່ງໝັ້ນສ້າງຖັນແຖວ "ຊາວໜຸ່ມ 4 ບຸກ" ໃຫ້ກາຍເປັນກະດູກສັນຫຼັງທີ່ເຂັ້ມແຂງໃນການປົກປັກຮັກສາວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວໃຫ້ຍືນຍົງ ເພື່ອພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

  • 08 Dec 2025
  • ຫ້ອງການກະຊວງ

  ໃນວັນທີ 8 ທັນວາ 2025 ກະຊວງວັດທະນະທຳ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ