ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ລາວ ຄົນໃໝ່

ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ລາວ ຄົນໃໝ່

05 Feb 2026 | ຫ້ອງການກະຊວງ |

  ໃນວັນທີ 5 ກຸມພາ 2026 ທີ່ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ວທ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊຣເກ ຊົດສະກີ (Sergey Zhestkii), ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ ຄົນໃໝ່.
   ການພົບປະຄັ້ງນີ້ ມີຈຸດປະສົງເພື່ອຮັດແໜ້ນສາຍພົວພັນການຮ່ວມມື ທີ່ມີມາແຕ່ດົນນານ ແລະ ຊອກຫາທິດທາງໃໝ່ໃນການຮ່ວມມືສອງຝ່າຍ ໂດຍສະເພາະແມ່ນວຽກງານວັດທະນະທຳ ແລະ ການທ່ອງທ່ຽວ. ໃນໂອກາດນີ້, ທ່ານທູດຣັດເຊຍ ໄດ້ແຈ້ງໃຫ້ຊາບວ່າ ທ່ານຫາກໍໄດ້ຍື່ນສານຕາຕັ້ງ ຕໍ່ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເມື່ອບໍ່ດົນມານີ້ ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການພົບປະຂັ້ນສູງ ລະຫວ່າງ ການນຳສອງປະເທດ ໃນປີຜ່ານມາ ຊຶ່ງໄດ້ກຳນົດທິດທາງການພັດທະນາໃຫ້ລົງເລິກກວ່າເກົ່າ.
    ໃນການສົນທະນາ, ທ່ານ ລັດຖະມົນຕີ ກະຊວງ ວທ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ດີ ຕັ້ງແຕ່ໃນອາດີດ ຈົນເຖິງປັດຈຸບັນ. ທ່ານລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບາງຜົນສຳເລັດ ພາຍຫຼັງການເຊັນສັນຍາຮ່ວມມື ລະຫວ່າງ ກະຊວງວັດທະນະທຳ ຣັດເຊຍ ແລະ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ໃນເດືອນພະຈິກ 2023 ທີ່ຜ່ານມາ ຊຶ່ງໄດ້ມີການຈັດກິດຈະກຳຮູບປະທຳຫຼາຍຢ່າງ ເຊັ່ນ: ການນຳເອົານັກສະແດງດົນຕີຄາສສິກ, ການສະແດງຍຸກໃໝ່ ແລະ ການຈັດເທດສະການຮູບເງົາຣັດເຊຍ ທີ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ. ນອກຈາກນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ທີ່ຝ່າຍ ຣັດເຊຍ ໄດ້ສະໜັບສະໜູນ ໃຫ້ມີໂຄງການຂະຫຍາຍການສິດສອນພາສາຣັດເຊຍ ແລະ ແຜນການສ້າງໂຮງຮຽນວິຊາຊີບ ສອງພາສາ ລາວ-ຣັດເຊຍ ອີກຕື່ມ.
ດ້ານການທ່ອງທ່ຽວ, ສຳລັບປີ 2025 ຈະມີນັກທ່ອງທ່ຽວຣັດເຊຍເຂົ້າມາລາວ ປະມານ 73ພັນກວ່າເທື່ອຄົນ ເຫັນວ່າມີຈຳນວນເພີ່ມຂື້ນເກືອບເທົ່າໂຕ ຖ້າທຽບໃສ່ໄລຍະດຽວກັນ ຂອງປີ 2024, ພ້ອມນັ້ນ ຝ່າຍລາວ ມີແຜນທີ່ຈະເຂົ້າຮ່ວມງານວາງສະແດງການທ່ອງທ່ຽວ ທີ່ ຣັດເຊຍ ໃນລະຫວ່າງວັນທີ 7-14 ມີນາ 2026 ເພື່ອສຳຫຼວດຕະຫຼາດການທ່ອງທ່ຽວ ແລະ ສຶກສາການຮ່ວມມືໃນຕໍ່ໜ້າ. ນອກນັ້ນ ກະຊວງ ວທ ຍັງໄດ້ຮັບການເຊື້ອເຊີນຈາກ ພັດທະນາເສດຖະກິດ ແຫ່ງ ສະຫະພັນ ຣັດເຊຍ ເພື່ອເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືດ້ານການທ່ອງທ່ຽວ ສາກົນ ຄັ້ງທີ 6 ພາຍໃຕ້ ຫົວຂໍ້ “ມາທ່ຽວກັນເຖາະ” ຊຶ່ງຈະຈັດຂື້ນທີ່ ນະຄອນຫຼວງມົດສະກູ ໃນເດືອນ ມີຖຸນາ 2026 ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ຝ່າຍຣັດເຊຍ ຊ່ວຍເຫຼືອທຶນການສຶກສາ ສະເພາະດ້ານວັດທະນະທຳ ໃຫ້ແກ່ບຸກຄະລາກອນລາວ ເຊັ່ນ: ນັກຮ້ອງ, ນັກແຕ່ງເພງ ແລະ ນັກຟ້ອນ.
   ທ່ານ ເອກອັກຄະລັດຖະທູດ ຣັດເຊຍ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືທີ່ພິເສດ ແລະ ໄດ້ສະເໜີໂຄງການ "ປີແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ ລາວ-ຣັດເຊຍ" ເພື່ອແລກປ່ຽນໄປມາຫາສູ່ ຊຶ່ງກັນ ແລະ ກັນ. ທ່ານສະເໜີວ່າ ຫາກມີຄວາມສົນໃຈ ກໍອາດຈະຈັດຂຶ້ນໃນປີ 2027 ເພື່ອສະເຫຼີມສະຫຼອງ ການເປັນຄູ່ຮ່ວມຍຸດທະສາດ ອາຊີປາຊີຟິກ ຄົບຮອບ 65 ປີ ຢ່າງຍິ່ງໃຫຍ່. ນອກຈາກນີ້, ຍັງມີແຜນຈະນຳເອົານັກສະແດງກາຍະສິນຣັດເຊຍ ມາສະແດງຢູ່ລາວ ໃນທ້າຍເດືອນເມສາ ຫາ ເດືອນກໍລະກົດ 2026.
ໃນຕອນທ້າຍ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມເປັນເອກະພາບຕໍ່ບັນດາແຜນກິດຈະກຳ ທີ່ກ່າວມາ ແລະ ຈະນຳເອົາຂໍ້ສະເໜີກ່ຽວກັບການຈັດປີແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ ລາວ-ຣັດເຊຍ ສະເໜີຕໍ່ຂັ້ນເທິງເພື່ອພິຈາລະນາ. ສ່ວນການສະແດງສິລະປະ ແລະ ກາຍະສິນຕ່າງໆນັ້ນ ຈະມອບໃຫ້ກົມກ່ຽວຂ້ອງປະສານງານ ແລະ ວາງແຜນການໂຄສະນາອອກຂ່າວ ໃຫ້ກວ້າງຂວາງຍິ່ງຂຶ້ນ.
ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ໃນການມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງທ່ານ ເຊຣເກ ຊົດສະກີ ຊຶ່ງຈະປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ.
   ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮ່ວມມື ກັບທຸກຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ປະຕິບັດໜ້າທີ່ການທູດ ໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍ ເພື່ອເປັນຂົວຕໍ່ ເສີມຂະຫຍາຍມູນເຊື້ອສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ-ຣັດເຊຍ, ຣັດເຊຍ-ລາວ ກໍ່ຄືວຽກງານວັດທະນະທຳ ແລະ ການທ່ອງທ່ຽວໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ວທ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ໃນໂອກາດໝົດວາລະ ປະຈຳການ ຢູ່ທີ່ ສປປ ລາວ.

  • 26 Mar 2026
  • ຫ້ອງການກະຊວງ

   ທ່ານ ລັດຖະມົນຕີ...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສ໌ວາ ຊັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ.

  • 26 Mar 2026
  • ຫ້ອງການກະຊວງ

    ໃນວັນທີ 26 ກຸມພາ 2026 ທ່ານ ນາງ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ລາວ ລົງນາມເອກະສານ ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ

  • 19 Jan 2026
  • ຫ້ອງການກະຊວງ

...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026

  • 15 Jan 2026
  • ຫ້ອງການກະຊວງ

ວັນທີ 15 ມັງກອນ 2026,...

ອ່ານເພີ່ມ