ທ່ານ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ອີລີສະເບດ ຕັນ ເຕ (ELIZABETH T. TE) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ
28 Aug 2025 | ກະຊວງ ວທ |
ໃນວັນທີ 28 ສິງຫາ 2025, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ອີລີສະເບດ ຕັນ ເຕ (ELIZABETH T. TE) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ. ຟິລິບປິນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານນາງ ອີລີສະເບດ ຕັນ ເຕ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນປະຈໍາ ສປປ ລາວ.
ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືຂອງສອງປະເທດໃຫ້ເຂົ້າສູ່ລວງເລິກເວົ້າລວມ ເວົ້າສະເພາະກໍ່ຄືຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວໃຫ້ມີຜົນສໍາເລັດຫຼາຍຂຶ້ນ. ທ່ານທູດຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ທີ່ໄດ້ໃຫ້ການສະໜູນ ແລະ ການຮ່ວມມືໃນການຈັດຕັ້ງກິດຈະກໍາສະເຫຼີມສະຫຼອງສາຍພົວພັນການທູດລາວ-ຟິລິບປິນ ຄົບຮອບ 70 ປີ (14/01/1955-14/01/2025) ເປັນຕົ້ນ: ກິດຈະກໍາການຝຶກອົບຮົມ ແລະ ຈັດການການສະແດງຟ້ອນ Nightingale ໃຫ້ນັກສິນລະປິນລາວໃນເດືອນມິຖຸນາ 2025 ທີ່ຜ່ານມາ.
ນອກຈາກນີ້, ສອງຝ່າຍກໍ່ໄດ້ປຶກສາຫລື ແລະ ແລກປ່ຽນແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ: ການລົງນາມບົດບັນທຶກຄວາມເຂົ້າໃຈດ້ານການທ່ອງທ່ຽວ, ແຜນກິດຈະກໍາການຮ່ວມມືດ້ານວັດທະນະທໍາສົກປີ2026-2030, ການສຶກສາຄວາມເປັນໄປໄດ້ເປີດສາຍການບິນຕົງ ລະຫວ່າງ ສອງປະເທດລາວ-ຟິລິບປິນ.
ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານທູດຟິລິບປິນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງຢູ່ ສປປ ລາວ ຈົ່ງປະຕິບັດໜ້າທີ່ອັນມີກຽດນີ້ໃຫ້ມີຜົນສໍາເລັດຢ່າງຈົບງາມ ແລະ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ລາວ-ຟິລິບປິນຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດໄປ.
Share: