ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ

19 Aug 2025 | ຫ້ອງການກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ |

     ວັນທີ 19 ສິງຫາ 2025 ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ຊີວ ແລັງ ຊູອອກ (Siv-Leng CHHUOR), ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ເນື່ອງໃນໂອກາດສຳເລັດໜ້າທີ່ການທູດຢູ່ ສປປ ລາວ.
     ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານຝຣັ່ງ ກໍ່ຄືໃນຂົງເຂດວຽກງານວັດທະນະທຳ ແລະ ການທ່ອງທ່ຽວຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການປະຕິສັງຂອນຫໍພິພິທະພັນ, ການຈັດຕັ້ງປະຕິບັດໂຄງການຈຳປາຢູ່ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ການສົ່ງເສີມນັກອອກແບບໜຸ່ມຂອງລາວໄປສະແດງແຟຊັນໂຊ ຢູ່ປາຣີ, ປະເທດຝຣັ່ງ ແລະ ການໂຄສະນາສົ່ງເສີມໃຫ້ນັກທ່ອງທ່ຽວຝຣັ່ງ ກໍຄືນັກທ່ອງທ່ຽວຈາກປະເທດເອີລົບເຂົ້າມາທ່ຽວ ສປປ ລາວ. ພ້ອມກັນນັ້ນ, ທ່ານຍັງໄດ້ສະເໜີໃຫ້ສະຖານທູດຝຣັ່ງສືບຕໍ່ໃຫ້ການຊ່ວຍເຫຼືອ ໃນການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ, ຖອດຖອນບົດຮຽນໃນການດຶງດູດນັກທ່ອງທ່ຽວຈາກຝຣັ່ງ ກໍຄືບັນດາປະເທດເອີຣົບເຂົ້າມາທ່ຽວ ສປປ ລາວໃຫ້ຫຼາຍຂຶ້ນໃນອະນາຄົດ.


   

    ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດຝຣັ່ງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບການຢ້ຽມອໍາລາໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ກັບສາຍພົວພັນການຮ່ວມມືຂອງສອງປະເທດລາວ-ຝຣັ່ງ ແລະ ສະແດງຄວາມຂອບໃຈຕໍ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ທີ່ໄດ້ເສີມສ້າງສາຍພົວພັນອັນດີງາມ, ພ້ອມທັງແລກປ່ຽນແນວທາງການຮ່ວມມືໃນອະນາຄົດ. ທ່ານທູດຍັງໄດ້ທົບທວນຄືນຜົນງານທີ່ສຳຄັນທີ່ໄດ້ປະຕິບັດຮ່ວມກັນໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນ: ການຈັດງານສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຝຣັ່ງ, ພິເສດແມ່ນ ການເດີນທາງຢ້ຽມຢາມຢ່າງເປັນທາງການ ທີ່ປະເທດຝຣັ່ງຂອງ ທ່ານ ປະທານປະເທດ ແຫ່ງ ສປປ ລາວ ໃນໄລຍະທີ່ຜ່ານມາ, ການຈັດຕັ້ງປະຕິບັດໂຄງການຈຳປາ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຝຣັ່ງງົບປະມານ 11 ລ້ານເອີໂຣ ເຊິ່ງຈະສືບຕໍ່ຈົນຮອດປີ 2028, ການຈັດງານເທດສະການອາຫານລາວ-ຝຣັ່ງຄັ້ງທຳອິດ ແລະ ຍັງໄດ້ສົ່ງເສີມເວທີສິລະປະຂອງຊາວໜຸ່ມລາວ ແລະ ວຽກງານອື່ນໆ.


   

       ໃນຕອນທ້າຍ, ທ່ານລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອອັນດີງາມຂອງລັດຖະບານຝຣັ່ງທີ່ມີຕໍ່ວຽກງານວັດທະນະທຳ ແລະ ການທ່ອງທ່ຽວຂອງ ສປປ ລາວ ຕະຫຼອດມາ. ການສະໜັບສະໜູນດັ່ງກ່າວບໍ່ພຽງແຕ່ຊ່ວຍສົ່ງເສີມກິດຈະກຳ ປີທ່ອງທ່ຽວລາວ 2024 ໃຫ້ປະສົບຜົນສຳເລັດ, ແຕ່ຍັງໄດ້ປະກອບສ່ວນເຮັດໃຫ້ຈຳນວນນັກທ່ອງທ່ຽວຈາກຝຣັ່ງ ແລະ ບັນດາປະເທດເອີຣົບເພີ່ມຂຶ້ນ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ອັນມີກຽດຂອງທ່ານ.
#ທີ່ມາຫ້ອງການກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈຳ ສປປ ລາວ

  • 28 Aug 2025
  • ພາບ-ຂ່າວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

      ວັນທີ 28 ສິງຫາ 2025, ທ່ານ ນາງ...

ອ່ານເພີ່ມ

ວຽກງານເສນາ

ທ່ານ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ອີລີສະເບດ ຕັນ ເຕ (ELIZABETH T. TE) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ

  • 28 Aug 2025
  • ກະຊວງ ວທ

     ໃນວັນທີ 28 ສິງຫາ 2025, ທ່ານ ນາງ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

  • 20 Aug 2025
  • ຂ່າວ: ທະນູທອງ

    ຂປລ. ກະຊວງວັດທະນະທໍາ ແລະ...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

  • 04 Jun 2025
  • ຂ່າວ: ທະນູທອງ

  ຂປລ. ພິທີມອບ-ຮັບ...

ອ່ານເພີ່ມ