ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I
20 Aug 2025 | ຂ່າວ: ທະນູທອງ |
ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ(ວທ) ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໃນວັນທີ 20 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ວທ, ມີຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ວັນສີ ກົວມົວ ກໍມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີກະຊວງ ວທ ໄດ້ຜ່ານມາດຖານເງື່ອນໄຂ ຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງຄະແນນສຽງທາບທາມ ໄດ້ເຂົ້າໃຈມາດຖານເງື່ອນໄຂ ຂອງບຸກຄະລາກອນທີ່ສະໝັກຮັບເລືອກຕັ້ງ.
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນຊີ້ນຳກອງປະຊຸມ ໂດຍເນັ້ນໃຫ້ຜູ້ມີສິດເລືອກຕັ້ງ ມີຄວາມຮັບຜິດຊອບທາງດ້ານການເມືອງສູງ, ຕັດສິນໃຈເລືອກເຟັ້ນເອົາບຸກຄະລາກອນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດດ້ານວິຊາການໃດໜຶ່ງທີ່ແນ່ນອນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ເຄົາລົບນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະ ມະຫາຊົນ, ປະຕິບັດລະບອບແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕຂອງພັກ, ຕົກລົງບັນຫາເປັນໝູ່ຄະນະ ປະຕິບັດລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ. ທັງນີ້, ກໍເພື່ອແນໃສ່ ຄັດເລືອກເອົາບຸກຄະລາກອນ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນທີ່ໄດ້ກຳນົດໄວ້.
ພ້ອມນີ້, ກໍໄດ້ດຳເນີນການປ່ອນບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໂດຍມີຜູ້ລົງສະໝັກເລືອກຕັ້ງ ທັງໝົດ 64 ສະຫາຍ, ຍິງ 20 ສະຫາຍ.
Share: