ໜ້າຫຼັກ / ການເຄື່ອນໄຫວ / ຄະນະຄຸ້ມຄອງເວັບໄຊ ກະຊວງ ຖວທ ຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຖວທ ແຂວງບໍ່ແກ້ວ

ຄະນະຄຸ້ມຄອງເວັບໄຊ ກະຊວງ ຖວທ ຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຖວທ ແຂວງບໍ່ແກ້ວ

20 May 2025 | ຂ່າວ: ບຸນຈັນ ມະນີໄຊ |

  ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຄະນະຄຸ້ມຄອງເວັບໄຊ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນຳໂດຍທ່ານ ສີພາ ຈັນທະວົງ ຮອງຫົວໜ້າຫ້ອງການ ກະຊວງ ຖວທ ພ້ອມດ້ວຍຄະນະ ລົງຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຂອງພະແນກ ຖວທ ແຂວງບໍ່ແກ້ວ ໃນວັນທີ 20 ພຶດສະພາ 2025 ທີ່ແຂວງບໍ່ແກ້ວ ໂດຍມີທ່ານ ບຸນສະຫວັດ ແກ້ວດວງຕາ ຮອງຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ພ້ອມດ້ວຍບັນດາຄະນະຮັບຜິດຊອບຄຸ້ມຄອງເວັບໄຊ ຂັ້ນສູງກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
      ທ່ານ ສີສະຫວັນຢ່າ ຫວາໄກ ຮອງຫົວໜ້າພະແນກ ຫ້ອງການກະຊວງ ຖວທ ຜູ້ຮັບຜິດຊອບຄຸ້ມຄອງເວັບໄຊ ກະຊວງ ຖວທ ໄດ້ນຳສະເໜີກ່ຽວກັບຄວາມສຳຄັນ ຂອງການພັດທະນາເວັບໄຊ, ຖານຂໍ້ມູນທີ່ສຳຄັນຕ່າງໆຂອງກະຊວງ ຖວທ, ມາດຕະຖານເວັບໄຊ, ເຄື່ອງມືທີ່ນຳໃຊ້ພັດທະນາ, ແຜນການພັດທະນາເວັບໄຊ ໃຫ້ບັນດາພະແນກ ຖວທ ແຂວງ ທົ່ວປະເທດ, ບັນດາຂໍ້ມູນທີ່ຕ້ອງການລົງເວັບໄຊຂອງກະຊວງ ຖວທ, ເຊິ່ງມີໂຄງປະກອບກົງຈັກການຈັດຕັ້ງຂອງພະແນກ ຖວທ ແຂວງ ກໍຄືການສ້າງຖານຂໍ້ມູນຕ່າງໆ ແລະ ການສ້າງແພລັດຟອມ, ເທັມເພສ, ພາລະບົດບາດຕ່າງໆ ທີ່ຕິດພັນກັບພະແນກບ່ອນສຳເນົາເອກະສານ, ນິຕິກຳ, ແບບຟອມ, ພື້ນທີ່ການລົງຂ່າວ ແລະ ໂຄສະນາ, ຮູບພາບການເຄື່ອນໄຫວ ທີ່ສຳຄັນຂອງພະແນກ, ຂໍ້ມູນບັນດາແຫລ່ງທ່ອງທ່ຽວ ແລະ ອື່ນໆ ທີ່ເປັນສິ່ງທີ່ໜ້າສົນໃຈ. ການສ້າງເວັບໄຊນີ້ ກໍເພື່ອເອື້ອອຳນວຍຄວາມສະດວກ ໃນການຊອກຫາຂໍ້ມູນທີ່ສຳຄັນ ທີ່ເປັນພື້ນຖານໃນການເຊື່ອມໂຍງ ຂໍ້ມູນການບໍລິຫານລັດດ້ວຍກັນ ໃນຂະແໜງ ຖວທ ທົ່ວປະເທດ, ການພັດທະນາເວັບໄຊນີ້ ຍັງເປັນໂຄງມາດຕະຖານອັນດຽວກັນ, ເພື່ອຄວາມປອດໄພໃຫ້ເຂັ້ມງວດ, ເພື່ອສະໝອງຂໍ້ມູນຂ່າວສານ ດ້ານວຽກງານ ຖວທ ໃຫ້ແກ່ສັງຄົມໄດ້ຮັບຮູ້ ໂດຍສະເພາະແມ່ນບັນດານິຕິກຳທີ່ກ່ຽວຂ້ອງ.
     ການລົງຊຸກຍູ້ໃນການສ້າງ ແລະ ພັດທະນາເວບໄຊຂອງພະແນກ ຖວທ ແຂວງບໍ່ແກ້ວ ຄັ້ງນີ້ເປັນການປຶກສາຫາລືຊອກຫາວິທີແກ້ໄຂ ເພື່ອເອື້ອອຳນວຍຄວາມສະດວກ ໃນການຄົ້ນຄວ້າຫາຂໍ້ມູນຕ່າງໆ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈຳ ສປປ ລາວ

  • 28 Aug 2025
  • ພາບ-ຂ່າວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

      ວັນທີ 28 ສິງຫາ 2025, ທ່ານ ນາງ...

ອ່ານເພີ່ມ

ວຽກງານເສນາ

ທ່ານ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ອີລີສະເບດ ຕັນ ເຕ (ELIZABETH T. TE) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ

  • 28 Aug 2025
  • ກະຊວງ ວທ

     ໃນວັນທີ 28 ສິງຫາ 2025, ທ່ານ ນາງ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

  • 20 Aug 2025
  • ຂ່າວ: ທະນູທອງ

    ຂປລ. ກະຊວງວັດທະນະທໍາ ແລະ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ

  • 19 Aug 2025
  • ຫ້ອງການກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ

     ວັນທີ 19 ສິງຫາ 2025 ທ່ານ ນາງ...

ອ່ານເພີ່ມ