ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ວທ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030

ກະຊວງ ວທ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030

06 May 2026 | ຫ້ອງການກະຊວງ |

    ໃນລະຫວ່າງວັນທີ 6-7 ພຶດສະພາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ , ຫ້ອງການກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໃນນາມກອງເລຂາວຽກງານນິຕິກຳ ໄດ້ຈັດ “ກອງປະຊຸມປະເມີນ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030” ຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ກິ່ງໄຊ ຈຸນລະມຸນຕຣີ ຮອງຫົວໜ້າຫ້ອງການ, ໂດຍມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າພະແນກ ວທ ນະຄອນຫຼວງວຽງຈັນ, ຫົວໜ້າ/ຮອງພະແນກຂອງກົມ, ຫົວໜ້າ/ຮອງຂະແໜງ ພະແນກ ວທ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 40 ກວ່າ ທ່ານ.
     ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ກິ່ງໄຊ ຈຸນລະມຸນຕຣີ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານນິຕິກຳ ຊຶ່ງເປັນເຄື່ອງມືທີ່ຈຳເປັນໃນການຄຸ້ມຄອງພາກສ່ວນຕ່າງໆ ທັງພາກລັດ ແລະ ທຸລະກິດ ນັບແຕ່ພະນັກງານລັດ, ຫົວໜ່ວຍທຸລະກິດ ຕະຫຼອດຮອດນັກທ່ອງທ່ຽວ ໃຫ້ປະຕິບັດຖືກຕ້ອງຕາມລະບຽບ ແລະ ມາດຕະຖານທີ່ວາງໄວ້. ພ້ອມນັ້ນ, ທ່ານຍັງໄດ້ຍົກເອົາທິດຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ທີ່ໄດ້ໂອ້ລົມຕໍ່ຂະແໜງການ ວທ ທົ່ວປະເທດ ໃນວັນທີ 7 ເມສາ 2026 ຜ່ານມາ ແລະ ທ່ານ ລັດຖະມົນຕີ ໄດ້ມີຄໍາເຫັນ ແລະ ໃຫ້ຄວາມສໍາຄັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນສູງຂຶ້ນ.

     ກອງປະຊຸມວິຊາການຄັ້ງທໍາອິດນີ້ ແມ່ນໄດ້ເປີດໂອກາດໃຫ້ຜູ້ຄຸ້ມຄອງມະຫາພາກ, ຕົວແທນຜູ້ຈັດຕັ້ງປະຕິບັດ, ພະນັກງານລັດ ແລະ ບັນດາກົມປິ່ນອ້ອມ ໄດ້ມາແລກປ່ຽນຂໍ້ມູນ, ຖອດຖອນບົດຮຽນ ແລະ ປຶກສາຫາລືຮ່ວມກັນຢ່າງກົງໄປກົງມາ. ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຈາກບັນດາກົມທີ່ສ້າງນິຕິກຳໃນການຈັດຕັ້ງປະຕິບັດນິຕິກໍາ ແລະ ນິຕິກາໍໃຕ້ກົດໝາຍ ແລະ ແຜນການຕໍ່ໜ້າ, ຮັບຟັງການປະກອບຄຳເຫັນຈາກກົມກວດກາ ແລະ ພະແນກ ວທ ນະຄອນຫຼວງວຽງຈັນ ໃນຖານະຕົວແທນໃຫ້ແກ່ບັນດາແຂວງໃນທົ່ວປະເທດ ກ່ຽວກັບຂໍ້ສະດວກ,ຂໍ້ຫຍຸ້ງຍາກ, ສິ່ງໃນການຈັດຕັ້ງປະຕິບັດນິຕິກຳໃນຕົວຈິງ.
       ໃນຕອນທ້າຍ, ທ່ານປະທານ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກພາກສ່ວນ ຈົ່ງພ້ອມກັນສຸມສະຕິປັນຍາປະກອບຄຳຄິດຄຳເຫັນ, ຖອດຖອນບົດຮຽນ ເພື່ອເຮັດໃຫ້ການສ້າງ ແລະ ປັບປຸງນິຕິກຳຂອງຂະແໜງການ ວທ ມີຄວາມສົມບູນ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງເໝາະສົມກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ.

 

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ.

  • 30 Apr 2026
  • ຫ້ອງການກະຊວງ

 ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດ ສປ ຈີນ ແລະ ສູນວັດທະນະທຳຈີນ ປະຈຳ ລາວ ຈັດງານສະແດງສິລະປະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ

  • 25 Apr 2026
  • ຫ້ອງການກະຊວງ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແມວ ບາໂລ (Mel Barlow) ເອກອັກຄະລາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ລາຊະອານາຈັກ ອັງກິດ ປະຈຳ ສປປ ລາວ

  • 24 Apr 2026
  • ກົມແຜນການ ແລະ ການຮ່ວມມືສາກົນ

   ໃນຕອນບ່າຍຂອງ ວັນທີ 24 ເມສາ 2026 ທີ່...

ອ່ານເພີ່ມ

ວຽກງານເສນາ

ກອງປະຊຸມສະຫຼຸບວຽກງານວັດທະນາທໍາ ແລະ ການທ່ອງທ່ຽວທົ່ວປະເທດ ປະຈໍາປີ 2025 ແລະ ແຜນການປີ 2026

  • 06 Apr 2026
  • ຫ້ອງການກະຊວງ

ກອງປະຊຸມສະຫຼຸບວຽກງານວັດທະນາທໍາ...

ອ່ານເພີ່ມ