ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34
08 Oct 2025 | ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ |
ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່ ເຊລັງກໍ, ປະເທດມາເລເຊຍ. ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງ ທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ, ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ແຫ່ງ ມາເລເຊຍ ເຊິ່ງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທຳ-ສັງຄົມອາຊຽນ, ຕີມໍແລັສ໌ເຕ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ແມ່ນເພື່ອທົບທວນຄືນໝາກຜົນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງປະຊາຄົມວັດທະນະທໍາ-ສັງຄົມ ໃນໄລຍະຜ່ານມາ, ລວມທັງ ແລກປ່ຽນ ຄໍາຄິດຄວາມເຫັນຕໍ່ທິດທາງແຜນການຍຸດທະສາດໃໝ່ ຫຼັງ 2025 ຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ປຶກສາຫາລືບາງບັນຫາສຳຄັນອື່ນໆ ຈໍານວນໜຶ່ງ ທີ່ເປັນວຽກຈຸດສຸມ ເປັນຕົ້ນແມ່ນ ການສ້າງຄຸນຄ່າດ້ານມໍລະດົກ ແລະ ວັດທະນະທໍາ; ການສົ່ງເສີມວຽກງານປັນຍາປະດິດ, ການຫັນເປັນດີຈິຕອນ ແລະ ວຽກງານສີຂຽວ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ອາຊຽນໃນອະນາຄົດ; ຂໍ້ລິເລີ່ມດ້ານສາທາລະນະສຸກ ເພື່ອຄວາມສົມບູນພູນສຸກຂອງອາຊຽນ; ການສົ່ງເສີມທ່າແຮງບົ່ມຊ້ອນຂອງຊາວໜຸ່ມ ແລະ ກິລາ ເພື່ອສົ່ງເສີມການຈະເລີນເຕີບໂຕ, ຄວາມສາມັກຄີປອງດອງ ແລະ ຄວາມເປັນເລີດ; ການສົ່ງເສີມມາດຕະການດ້ານສະພາບອາກາດເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນເຈົ້າການ. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າຕົກລົງ ຮັບຮອງເອົາ ເອກະສານສໍາຄັນ ຈຳນວນ 19 ສະບັບ, ໃນນັ້ນ ປະກອບມີ 5 ສະບັບ ເພື່ອຮັບຮອງ ແລະ 14 ສະບັບ ເພື່ອຮັບຊາບ ໂດຍຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47.
ໃນກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມເປັນເອກະພາບຕໍ່ ແຜນບູລິມະສິດການເປັນປະທານອາຊຽນຂອງມາເລເຊຍ 2025 ຊຶ່ງເຫັນໄດ້ວ່າມີຄວາມສອດຄ່ອງກັບ ຂໍ້ລິເລີ່ມ: ຄຸນຄ່າ ມາດານີ ຂອງມາເລເຊຍ: ຄວາມຍືນຍົງ, ກວມລວມ ແລະ ຄວາມໃສ່ໃຈ ແລະ ສະແດງການສະໜັບສະໜູນບັນດາເອກະສານທີ່ສຳຄັນຂອງອາຊຽນ ທີ່ ກະກຽມນຳເໜີຕໍ່ຜູ້ນຳອາຊຽນ ພິຈາລະນາ ຮັບຮອງ ແລະ ຮັບຊາບ ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47, ແນໃສ່ເພີ່ມທະວີເອກະລັກອາຊຽນ, ຄວາມເປັນເອກະພາບ ແລະ ຄວາມເຂັ້ມແຂງ.
ນອກນີ້, ທ່ານລັດຖະມົນຕີ ຍັງໄດ້ມີຄຳເຫັນ ຕື່ມ ວ່າ ບັນດາເອກະສານສຳຄັນເຫຼົ່ານັ້ນ ຈະຊ່ວຍສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືຂອງທົ່ວທຸກຂະແໜງການ ພາຍໃນເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນໃຫ້ເຂັ້ມແຂງຍິ່ງຂຶ້ນ, ສ້າງເງື່ອນໄຂໃຫ້ມີການໄປມາຫາສູ່ຂອງປະຊາຊົນໃຫ້ຫຼາຍຂຶ້ນ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ຢູ່ດີກິນດີ ແລະ ມີຄວາມສະດວກສະບາຍ ສາມາດເຂົ້າເຖິງການບໍລິການສາທາລະນະຢ່າງທົ່ວເຖິງ ເປັນຕົ້ນ ດ້ານການສຶກສາ, ສາທາລະນະສຸກ, ຂໍ້ມູນຂ່າວສານ. ຄຽງຄູ່ກັບການຮັບຮູ້ທາງດ້ານວັດທະນະທໍາ, ສິ່ງແວດລ້ອມ, ຄວາມປ່ຽນແປງຂອງດິນຟ້າອາກາດ, ການ ເຄື່ອນຍ້າຍແຮງງານ ແລະ ອື່ນໆ.
ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ບັນດາເອກະສານສຳຄັນເຫຼົ່ານັ້ນ ຈະຊ່ວຍສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືຂອງທົ່ວທຸກຂະແໜງການ ພາຍໃນເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນໃຫ້ເຂັ້ມແຂງຍິ່ງຂຶ້ນ, ສ້າງເງື່ອນໄຂໃຫ້ມີການໄປມາຫາສູ່ຂອງປະຊາຊົນໃຫ້ຫຼາຍຂຶ້ນ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ຢູ່ດີກິນດີ ແລະ ມີຄວາມສະດວກສະບາຍ ສາມາດເຂົ້າເຖິງການບໍລິການສາທາລະນະຢ່າງທົ່ວເຖິງ ເປັນຕົ້ນ ດ້ານການສຶກສາ, ສາທາລະນະສຸກ, ຂໍ້ມູນຂ່າວສານ ຄຽງຄູ່ກັບການຮັບຮູ້ທາງດ້ານວັດທະນະທໍາ, ສິ່ງແວດລ້ອມ, ຄວາມປ່ຽນແປງຂອງດິນຟ້າອາກາດ, ການ ເຄື່ອນຍ້າຍແຮງງານ ແລະ ອື່ນໆ.
ບົນພື້ນຖານຄຳເຫັນທີ່ກ່າວມາຂ້າງເທິງນັ້ນ, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ ແລກປ່ຽນຄຳຄິດຄໍາເຫັນ ໃນກອງປະຊຸມຕໍ່ທິດທາງແຜນຍຸດທະສາດຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງ 2025 ໂດຍເນັ້ນໃສ່ບາງ ຈຸດສຳຄັນຄື: (1) ອາຊຽນ ຄວນສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດຂອງແຕ່ຂະແໜງການຢ່າງກົມກຽວບໍ່ພຽງແຕ່ພາຍໃນເສົາຄໍ້າວັດທະນະທຳ-ສັງຄົມ ແຕ່ລວມທັງເສົາຄ້ຳອື່ນໆ ເພື່ອຮັບປະກັນກົນໄກການປະສານງານ ທີ່ມີປະສິດທິພາບ ແນໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍທີ່ເປັນຍຸດທະສາດລະດັບ ພາກພື້ນ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນພວກເຮົາ; (2) ອາຊຽນ ຄວນສົ່ງເສີມບັນດາຂໍ້ລິເລີ່ມ ທີ່ຊຸກຍູ້ການເປີດປະຕູສູ່ຕະຫຼາດ ແລະ ໂອກາດແຫ່ງການຈ້າງງານ ໂດຍສະເພາະຊາວໜຸ່ມ ດ້ວຍການຍົກລະດັບຄວາມອາສາມາດ, ທັກສະ ແລະ ທາງນະວັດຕະກຳ ເພື່ອສະໜັບສະໜູນການພັດທະນາແຮງງານໃນພາກພື້ນໃຫ້ມີຄຸນນະພາບຍິ່ງຂຶ້ນ; ແລະ (3) ອາຊຽນ ຄວນສືບຕໍ່ຢ່າງຕັ້ງໜ້າສົ່ງເສີມ ສິດທິພື້ນຖານ ແລະ ສະຫວັດດີການໃຫ້ແກ່ກຸ່ມຄົນດ້ອຍໂອກາດ ເປັນຕົ້ນແມ່ນຄົນເສຍອົງຄະ, ຜູ້ສູງອາຍຸ, ແມ່ຍິງ ແລະ ເດັກນ້ອຍ ເພື່ອປົກປ້ອງຈາກການໃຊ້ຄວາມຮຸນແຮງ, ສົ່ງເສີມຄວາມສະເໝີພາບ ແລະ ມີຄວາມປອດໄພ, ກວມລວມ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວ ຢູ່ໃນປະຊາຄົມອາຊຽນ.

Share: