ໜ້າຫຼັກ / ການເຄື່ອນໄຫວ / ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ແທນກຸ່ມບໍລິສັດທ່ອງທ່ຽວຈີນ

ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ແທນກຸ່ມບໍລິສັດທ່ອງທ່ຽວຈີນ

21 May 2024 | ຂ່າວ-ພາບ: ສົມຫວັງ |

    ຂປລ. ວັນທີ 21 ພຶດສະພາ 2024, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຮູ ເຈີ ມິງ (Hu Zhi Min) ປະທານບໍລິຫານກຸ່ມບໍລິສັດ ລົງທຶນການທ່ອງທ່ຽວຈີນ ແລະ ການຄຸ້ມຄອງຊັບສິນ ຈໍາກັດ ຫລື China Tourism Group Investment and Asset Management ພ້ອມຄະນະ ໃນໂອກາດເດີນທາງມາເຮັດວຽກຢູ່ລາວ.

    ໃນໂອກາດນີ້ທ່ານ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມືສອງຝ່າຍ ລາວ-ຈີນໄລຍະຜ່ານມາ ໂດຍສະເພາະ ການຮ່ວມມືໃນຂົງເຂດຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມນີ້, ທ່ານຮອງລັດຖະມົນຕີ ກະຊວງ ຖວທ ກໍສະແດງຄວາມຂອບໃຈ ແລະ ສະເໜີໃຫ້ບໍລິສັດ ສະໜັບສະໜູນ ແລະ ໂຄສະນາການທ່ອງທ່ຽວຂອງລາວ ໃຫ້ອີກຕື່ມ ເພື່ອໃຫ້ນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ ເພື່ອປະກອບສ່ວນເສີມສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືຄູ່ຮ່ວມ ຊາຕາກຳສັງຄົມນິຍົມ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຈີນຈີນ-ລາວ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ.

    ພ້ອມນີ້, ທ່ານ ຮູ ເຈີ ມິງ ກໍໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງ ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອສຶກສາຂໍ້ມູນຊອກຫາຊ່ອງທາງ ຈະສ້າງແຜນການລົງທຶນການຮ່ວມມື ດ້ານທ່ອງທ່ຽວ ແນໃສ່ການດຶງດູດນັກທ່ອງທ່ຽວຈີນ ໃຫ້ມາທ່ອງທ່ຽວ ສປປ ລາວ ຜ່ານທາງລົດໄຟລາວ-ຈີນ.ພ້ອມກັນນີ້, ສອງຝ່າຍກໍໄດ້ແລກປ່ຽນ ແລະ ຊຸກຍູ້ການຮ່ວມມືດັ່ງກ່າວ. 

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

  • 08 Oct 2025
  • ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

  • 03 Oct 2025
  • ຫ້ອງການກະຊວງ

      ໃນຄໍ່າຄືນວັນທີ 2 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ-ຫວຽດນາມ ຢືນຢັນການຮ່ວມມືຢ່າງເລິກເຊິ່ງ ເນັ້ນການສົ່ງເສີມວັດທະນະທຳ, ຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ແລະ ຍົກລະດັບການທ່ອງທ່ຽວ

  • 02 Oct 2025
  • ຫ້ອງການກະຊວງ

      ໃນໂອກາດທີ່ກະຊວງວັດທະນະທຳ...

ອ່ານເພີ່ມ