ໜ້າຫຼັກ / ການເຄື່ອນໄຫວ / ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຖວທ ຄົນໃໝ່

15 Mar 2024 | ຂ່າວ: ສົມຫວັງ |

  ຂປລ. ພິທີປະກາດແຕ່ງຕັ້ງພະນັກງານຂັ້ນສູງຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 15 ມີນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ-ຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ, ຜູ້ອຳນວຍການ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີ, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການປະຈຳພັກກະຊວງ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງກະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍແຕ່ງຕັ້ງທ່ານ ນາງ ດາລານີ ພົມມະວົງສາ ເປັນຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
    ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຮອງລັດຖະມົນຕີ ທີ່ໄດ້ຮັບການເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ ທີ່ມີຄວາມສຳຄັນ ແລະ ມີຄວາມຮັບຜິດຊອບສູງຂຶ້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານຮອງລັດຖະມົນຕີ ຖວທ ຄົນ ໃໝ່ຈະສຸມສະຕິປັນຍາ ນຳໃຊ້ຄວາມຮູ້ຄວາມສາມາດ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນເພື່ອພັດທະນາວຽກງານຂົງເຂດທີ່ຕົນຮັບຜິດຊອບ ໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.
ຂ່າວ: ສົມຫວັງ
ພາບ: ຂັນໄຊ

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ລາວ ລົງນາມເອກະສານ ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ

  • 19 Jan 2026
  • ຫ້ອງການກະຊວງ

...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026

  • 15 Jan 2026
  • ຫ້ອງການກະຊວງ

ວັນທີ 15 ມັງກອນ 2026,...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ