ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວ ອາຊຽນບວກສາມ ຫາລືຫລາຍບັນຫາສຳຄັນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວ ອາຊຽນບວກສາມ ຫາລືຫລາຍບັນຫາສຳຄັນ

24 Jan 2024 | ຂ່າວ: ທະນູທອງ |

   ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ທ່ອງທ່ຽວອາຊຽນ ບວກສາມ (ຈີນຍີ່ປຸ່ນສ ເກົາຫລີ) ຄັ້ງທີ 44 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ຈັດ​ຂຶ້ນໃນວັນທີ 24 ມັງ ກອນ 2024 ໂດຍການເປັນປະທານຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ,​ ກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສທ່ອງທ່ຽວ ສປປ ລາວ, ມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນອາຊຽນ+3 ສປ ຈີນຍີ່ປຸ່ນ ແລະ ສ ເກົາຫລີ ເຂົ້າຮ່ວມ.

  ທ່ານ ຄົມ ດວງຈັນທາ ​ໄດ້​ໃຫ້​ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າ ການ​ຈັດຕັ້ງປະຕິບັດ​ແຜນ​ງານ​ ການ​ຮ່ວມ​ມື​ດ້ານ​ການ ທ່ອງທ່ຽວ​ອາ​ຊຽນ ແລະ ປະເທດຄູ່ຮ່ວມມືຄື: ຈີນຍີ່ ປຸ່ນ ແລະ ສ ເກົາຫລີ ​ໄລຍະ 5 ປີ 2021-2025 ໂດຍສະເພາະ ປີ 2023-2024 ໃຫ້ໄດ້ຮັບການພິ ຈາລະນາ ແລະ ສືບຕໍ່ຈັດຕັ້ງປະຕິບັດ. ຜ່ານການຈັດຕັ້ງ ປະຕິບັດ ໃນຊຸມປີຜ່ານມາ ເຫັນໄດ້ວ່າການຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ໃນໄລຍະຜ່ານມາໄດ້ມີຜົນສຳເລັດເປັນຢ່າງດີ ໂດຍສະເພາະອາຊຽນ ຈະສືບຕໍ່ເສີມ ຂະຫຍາຍດ້ານ ການຕະຫລາດ ກັບ 3 ປະເທດ ເປັນຕົ້ນ ຕະລາດຈີນຍີ່ປຸ່ນ ແລະ ສ ເກົາ ຫລີ ເຊິ່ງເປັນຕະຫລາດສຳຄັນດ້ານການທ່ອງທ່ຽວ ຂອງອາຊຽນ. ພາຍຫລັງທີ່ມີການເປີດປະເທດ ຂອງບັນດາ ປະເທດສະມາຊິກອາຊຽນ ແລະ ຂອງປະເທດບວກສາມ (ຈີນຍີ່ປຸ່ນສ ເກົາຫລີ) ເຫັນວ່ານັກທ່ອງທ່ຽວອາຊຽນ ໄດ້ເດີນທາງໄປທ່ອງທ່ຽວ ປະເທດບວກສາມ ເປັນຈຳນວນຫລາຍ, ພ້ອມກັນນີ້ບັນດາປະເທດບວກສາມ ກໍເດີນທາງມາທ່ຽວປະເທດອາຊຽນ ຫລາຍຂຶ້ນເຊັ່ນດຽວກັນ ເຊິ່ງເປັນການຢັ້ງຢືນໄດ້ວ່າ ກອງປະຊຸມເຈົ້າໜ້າທີ່ ອາວຸໂສ ທ່ອງທ່ຽວອາຊຽນບວກສາມ ແມ່ນມີຜົນສຳເລັດເປັນຢ່າງດີ.

  ນອກຈາກນີ້ກອງປະຊຸມຍັງໄດ້ປຶກສາຫາລື ເພື່ອປັບປຸງບັນດາກິດຈະກຳຕ່າງໆ ເຊິ່ງໃນປີ 2024 ນີ້, ບັນດາປະເທດອາຊຽນ ແລະ ອາຊຽນບວກສາມ ຈະສືບຕໍ່ ກຳນົດບັນດາກິດຈະກຳ ໃຫ້ຫລາຍຂຶ້ນ ແນໃສ່ເຮັດໃຫ້ນັກທ່ອງທ່ຽວອາຊຽນບວກສາມ ເຂົ້າມາທ່ຽວປະເທດອາຊຽນໃຫ້ຫລາຍຂຶ້ນ; ກອງ​ປະຊຸມຍັງໄດ້ທົບທວນຄືນ ຄວາມຄືບໜ້າການ ເຄື່ອນໄຫວ ວຽກງານຂອງສູນອາຊຽນ ຢູ່ຈີນຍີ່ປຸ່ນ ແລະ ສ ເກົາຫລີ, ພ້ອມທັງປຶກສາຫາລື ການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນຈີນຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 23 ເຊິ່ງຈະຈັດຂຶ້ນໃນວັນທີ 26 ມັງກອນນີ້ ແລະ ຮັບ ຮອງ​ເອົາ​ບັນດາ​ເອກະສານ​ສໍາຄັນ ຈໍານວນໜຶ່ງ ເປັນຕົ້ນ ຮ່າງວາລະຂອງກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຈີນຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 23, ຮ່າງບົດລາຍງານການເປັນປະທານຮ່ວມ ຂອງ ກອງປະຊຸມເຈົ້າໜ້າ ທີ່ອາວຸໂສທ່ອງທ່ຽວອາຊຽນບວກສາມ ແລະ ປຶກສາຫາລືກ່ຽວກັບບັນຫາອື່ນໆ ທີ່ຕ່າງຝ່າຍມີ ຄວາມສົນໃຈ.

   ນອກຈາກ ກອງປະຊຸມເຈົ້າໜ້າທີ່ ອາວຸໂສທ່ອງທ່ຽວອາຊຽນບວກສາມ ຄັ້ງທີ 44 ແລ້ວ, ໃນຕອນບ່າຍຂອງວັນດຽວກັນ, ຍັງຈະມີກອງປະຊຸມເຈົ້າໜ້າທີ່ ອາວຸໂສທ່ອງທ່ຽວ ອາຊຽນ-ອິນເດຍ ຄັ້ງທີ 31, ກອງປະເຈົ້າ ໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ-ຣັດເຊຍ ຄັ້ງທີ 14 ແລະ ພິທີເປີດງານມະຫາກຳ ທ່ອງທ່ຽວອາຊຽນ ຫລື ATF 2024 ຢ່າງເປັນທາງການທີ່ໂຮງ ແຮມດອນຈັນພາເລດ ນະຄອນຫລວງວຽງຈັນ.

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ລາວ ລົງນາມເອກະສານ ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ

  • 19 Jan 2026
  • ຫ້ອງການກະຊວງ

...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026

  • 15 Jan 2026
  • ຫ້ອງການກະຊວງ

ວັນທີ 15 ມັງກອນ 2026,...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ