ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ປະກາດໃຫ້ພະນັກງານ ການນຳຂັ້ນສູງ ຮັບອຸດໜູນບຳນານ

ກະຊວງ ຖວທ ປະກາດໃຫ້ພະນັກງານ ການນຳຂັ້ນສູງ ຮັບອຸດໜູນບຳນານ

24 Nov 2023 | ຂ່າວ: ວຽງສະຫວັນ |

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີປະກາດພະນັກງານການນຳຂັ້ນສູງ ຮັບນະໂຍບາຍອຸດໜູນບຳນານ ຈຳນວນ 1 ທ່ານ ໃນວັນທີ 24 ພະຈິກ 2023 ທີ່ກະຊວງ ຖວທ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງກົມ ແລະ ພະນັກງານ-ລັດຖະກອນພາຍໃນກະຊວງ ຖວທ ເຂົ້າຮ່ວມ.
         ໃນພິທີ ຄະນະຈັດຕັ້ງໄດ້ຜ່ານຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກ ງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບຳນານ, ອີງຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ; ອີງຕາມ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015 ມາດຕາ 70 ໂດຍອະນຸມັດໃຫ້ ທ່ານ ອຸ່ນທວງ ຂາວພັນ ກຳມະການປະຈຳພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກພັກການ-ຮັບອຸດໜູນບຳນານ.
       ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໄດ້ມີຄຳເຫັນໂອ້ລົມໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານໃນຄັ້ງນີ້ ເຊິ່ງຕະຫລອດໄລ ຍະຜ່ານມາໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຜ່ານຜ່າຄວາມຫຍຸ້ງຍາກຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດ ຊອບ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປະຕິບັດຕາມສິດ ແລະ ໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໃນແຕ່ລະໄລຍ ະຈົນສຳເລັດຜົນຢ່າງຈົບງາມ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນຜົນງານລວມຂອງກະຊວງ ຖວທ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ