ໜ້າຫຼັກ / ການເຄື່ອນໄຫວ / ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະສະມາຄົມນັກຂ່າວໜັງສືພິມ ແຫ່ງປະເທດໄທ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະສະມາຄົມນັກຂ່າວໜັງສືພິມ ແຫ່ງປະເທດໄທ

09 Nov 2023 | ຂ່າວ: ວຽງສະຫວັນ |

ຂປລ. ວັນ​ທີ 8 ພະຈິກ 2023 ​ນີ້,  ທ່ານ ​ ໂພສີ ແກ້ວມະນີວົງ ຮອງລັດ​ຖະ​ມົນ​ຕີ​ ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ​ທ່ອງ​ທ່ຽວ (ຖວ​ທ)​ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ຂ​ອງ​ຄະນະສະມາ ຄົມ ນັກຂ່າວໜັງສືພິມ ແຫ່ງປະເທດໄທ  ນຳໂດຍ ທ່ານ ມົງຄຸນ ບາງປຣະພາ ປະທານສະມາຄົມ ນັກຂ່າວໜັງສືພິມ ແຫ່ງ ປະເທດໄທ ​ໃນ​ໂອ​ກາດ​ທີ່​ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ​.

ໂອ​ກາດນີ້,​ ທ່ານ ໂພສີ ແກ້ວມະນີວົງ  ກໍ​ໄດ້​ສະ​ແດງ​ຄວາມຍິນ​ດີຕ້ອນ​ຮັບ ແລະ ຕີ​ລາ​ຄາ​ສູງ​ຕໍ່​ທີ່ ທ່ານ ມົງຄຸນ ບາງປຣະພາ ພ້ອມຄະນະ ທີ່ເດີນທາງມາເຄື່ອນໄຫວວຽກງານໃນຄັ້ງນີ້, ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ ເຂົ້າ​ໃນ​ການ​ເສີມຂະຫຍາຍ ການພົວ​ພັນ​ການ​ຮ່ວມ​ມື​ ລະ​ຫວ່າງປະເທດ ໂດຍສະເພາະ ດ້ານການຮ່ວມມືໃນ ຂົງເຂດວຽກງານສື່ມວນຊົນ, ວຽກການຂ່າວ ແລະ ການພັດທະນາ ບຸກຄະລາກອນ ພາຍໃຕ້ການຝຶກອົບຮົມ ໂດຍການການຮ່ວມມືກັນ ທັງສອງສະມາຄົມນັກຂ່າວ ລາວ ແລະ ໄທ ໃຫ້​ນັບ​ມື້​ມີ​​ການ​ຂະ​ຫຍາຍ​ຕົວ​ຍິ່ງໆ​ຂຶ້ນ.

ທ່ານ ມົງຄຸນ ບາງປຣະພາ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ມາຍັງ ທ່ານຮອງລັດ​ຖະ​ມົນ​ຕີ ທີ່​ໄດ້​ ໃຫ້​ການ​ຕ້ອນ​ຮັບ​ ພ້ອມທັງໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນຂອງການພົບປະ ແລະ ການຢ້ຽມຢາມ ເຮັດວຽກຮ່ວມກັນ ຂອງທັງສອງສະມາຄົມນັກຂ່າວລາວ-ໄທ. ພ້ອມນີ້, ກໍໃຫ້​ຄຳ​ສັນ​ຍາ​ວ່າ ຈະ​ສືບ​ຕໍ່​ ສົ່ງເສີມວຽກງານດ້ານສື່ມວນຊົນ, ດ້ານການຂ່າວ, ການພັດທະນາບຸກຄະລາກ່ອນ ໂດຍເນັ້ນໃສ່ ການແລກປ່ຽນ ບົດຮຽນພາຍໃຕ້ ການຮ່ວມຂອງສອງສະມາຄົມນັກຂ່າວ ຈັດຝຶກອົບຮົມໃຫ້ແກ່ນັກຂ່າວ ລາວ ແລະ ໄທ ໃຫ້ມີປະສິດຕິພາບສູງຂຶ້ນ.

ໃນໂອກາດນີ້, ມົງຄຸນ ບາງປຣະພາ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມໂທລະພາບ ນະຄອນຫລວງວຽງຈັນ (Vte9), ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິດສະຕິກ ນະຄອນຫລວງ ວຽງຈັນ ຕື່ມອີກ.

Share:

ຂ່າວຫຼ້າສຸດ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 “The XII ST. Petersburg International United Cultures Forum”

  • 24 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ສປປລາວ ຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ CLV, CLMV ແລະ ACMECS ຢູ່ ສສ ຫວຽດນາມ ພ້ອມມຸ່ງສູ່ Smart Tourism

  • 26 Aug 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ໃນລະຫວ່າງວັນທີ 26-27 ສິງຫາ 2026 ນີ້, ຢູ່ທີ່...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລົງຊຸກຍູ້ ແລະ ຊ່ວຍເຫຼືອການແກ້ໄຂບັນຫາວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ

  • 18 Aug 2026
  • ຫ້ອງການກະຊວງ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງທ່ານ...

ອ່ານເພີ່ມ