ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດຕ່າງປະເທດ ປະຈຳລາວ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດຕ່າງປະເທດ ປະຈຳລາວ

07 Nov 2023 | ຂ່າວ: ວຽງສະຫວັນ |

ຂປລ. ວັນ​ທີ 7 ພະຈິກ 2023 ​ນີ້, ທ່ານ ນາງ​ ສວນ​ສະ​ຫວັນ ວິ​ຍະ​ເກດ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ຖະ​ແຫລງ​ ຂ່າວວັດ​ທະ​ນະ​ທຳ ແລະ ​ທ່ອງ​ທ່ຽວ (ຖວ​ທ)​ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂ​ອງ​  ທ່ານ ທ່ານ ຊູເດັດ ມາເນຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງສິງ​ກະ​ໂປຄົນໃໝ່ ​ປະ​ຈຳ​ ສປປ ລາວ (Sudesh Maniar) ເອກະອັກຄະລັດ ຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະ​ຈຳ ສປປ ​ລາວ ແລະ ທ່ານ ນາງ Grata Endah Werdaningtyas ເອກະອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ. ເນື່ອງ​ໃນ​ໂອ​ກາດ​ທີ່​ຖືກ​ແຕ່ງ​ຕັ້ງ ມາ​ດຳ​ລົງ​ຕໍາ​ແໜ່ງ​ເປັນ ​ເອກ​ອັກ​ຄະ​​ລັດ​ຖະທູດ​ ຄົນໃໝ່ ປະຈໍາລາວ​.

ໂອ​ກາດນີ້​ ທ່ານ ນາງ​ ສວນ​ສະ​ຫວັນ ວິ​ຍະ​ເກດ ກໍ​ໄດ້​ສະ​ແດງ​ຄວາມຍິນ​ດີຕ້ອນ​ຮັບ ແລະ ຕີ​ລາ​ຄາ​ສູງ​ຕໍ່​ທ່ານທູດທັງສອງປະເທດ ທີ່ໄດ້​ຖືກ​ແຕ່ງ​ຕັ້ງເປັນ​ເອກ​ອັກ​ຄະ​​ລັດຖະທູດ ຄົນ​ໃໝ່ ປະ​ຈຳ​ລາວ, ພ້ອມທັງ ອວຍ​ພອນ​ໃຫ້​ທ່ານ​ທູດ​ ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​​ ສ​ປ​ປ ​ລາວ​  ເຊິ່ງຈະ​ເປັນ​ການ​ສືບ​ຕໍ່​​ເສີມ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ​ ແລະ ການ​ຮ່ວມ​ມື​ລະ​ຫວ່າງປະເທດໃນຫລາຍດ້ານ ລະ​ຫວ່າງສອງປະເທດ ລາວ ແລະ ສິງ​ກະ​ໂປ ທີ່ເຄີຍມີມາແລ້ວນັ້ນ ໃຫ້​ນັບ​ມື້ຂະຫຍາຍຕົວ ກ້າວສູ່ລ່ວງເລິກ ແລະ ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ໂດຍສະເພາະດ້ານການຮ່ວມມືໃນຂົງເຂດວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້​ນັບ​ມື້​ມີ​​ການ​ຂະ​ຫຍາຍ​ຕົວ​ ຍິ່ງໆ​ຂຶ້ນ.

ພ້ອມກັນນີ້, ທ່ານທູດ ຕ່າງກໍໄດ້ສະແດງ​ຄວາມ​ຂອບ​ໃຈ​ ເປັນ​ຢ່າງ​ສູງ​ຕໍ່​ທ່ານ ລັດ​ຖະ​ມົນ​ຕີ ຖວທ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ແລະ ໃຫ້​ຄຳ​ສັນ​ຍາ​ວ່າ ຈະ​ໃຫ້​ສືບ​ຕໍ່​ສຸມທຸກຄວາມພະຍາຍາມ ເພື່ອປະກອບສ່ວນເຂົ້າໃນ ການຮັດ​ແໜ້ນ​ສາຍ​ພົວ​ພັນ​ທີ່​ດີ ​ລະ​ຫວ່າງ​ປະເທດ ທີ່​ມີ​ມາ​ແລ້ວນັ້ນ​ໃຫ້​ເຕີບ​ໃຫຍ່​ຂຶ້ນ​ເລື້ອຍໆ.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ປະກາດໃຫ້ພະນັກງານ ການນຳຂັ້ນສູງ ຮັບອຸດໜູນບຳນານ

  • 24 Nov 2023
  • ຂ່າວ: ວຽງສະຫວັນ

      ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຮອງປະທານ ວິທະຍຸໂທລະພາບສູນກາງຈີນ

  • 21 Nov 2023
  • ຂ່າວ-ພາບ: ທະນູທອງ

    ຂປລ....

ອ່ານເພີ່ມ

ວຽກງານຖະແຫຼງຂ່າວ

ລາວ-ຈີນ ແລກປ່ຽນດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ’’

  • 20 Nov 2023
  • ຂ່າວ: ທະນູທອງ

   ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ປີທ່ອງທ່ຽວລາວ 2024 ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ

  • 13 Nov 2023
  • ຂ່າວ: ທະນູທອງ

    ຂປລ. ປີທ່ອງທ່ຽວລາວ ຄັ້ງທີ 4...

ອ່ານເພີ່ມ