ໜ້າຫຼັກ / ການເຄື່ອນໄຫວ / ຂະແໜງທ່ອງທ່ຽວ ປະກອບສ່ວນສຳຄັນ ໃນການ ສະສົມ ແລະ ໝູນວຽນເງິນຕາ ພາຍໃນປະເທດ

ຂະແໜງທ່ອງທ່ຽວ ປະກອບສ່ວນສຳຄັນ ໃນການ ສະສົມ ແລະ ໝູນວຽນເງິນຕາ ພາຍໃນປະເທດ

07 Nov 2023 | ຂ່າວ: ກິດຕາ |

ຂປລ. ຂະແໜງການທ່ອງທ່ຽວ ເປັນຂະແໜງການເສດຖະກິດ ປາຍແຫລມໜຶ່ງ ທີ່ປະກອບສ່ວນສຳຄັນ ພາໃຫ້ມີການສະສົມເງິນຕາມີການໝູນວຽນເງິນຕາ ພາຍໃນປະເທດເປັນຢ່າງດີສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ ໃນຂົງເຂດວຽກງານບໍລິການການຜະລິດ ເປັນຕົ້ນແມ່ນ ການຜະລິດກະສິກຳ ແລະ ຫັດຖະກຳ ໂດຍຖືເປັນການສົ່ງອອກກັບທີ່ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄື ເຂດ ຊົນນະບົດຫ່າງໄກສອກຫລີກ ແລະ ຍັງຖືເອົາວຽກງານ ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ເປັນການຂະຫຍາຍຕົວ ແລະ ເປີດ ກວ້າງການພົວພັນຮ່ວມມືກັບ ພາຍນອກອີກດ້ວຍ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງສະພາແຫ່ງຊາດ ແລະ ບັນດາ ສະມາຊິກສະພາແຫ່ງຊາດ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2023 ວ່າ: 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດ ມາທ່ອງທ່ຽວຢູ່ ສປປ ລາວ 2.498.691 ເທື່ອຄົນຄາດວ່າໝົດປີ 2023 ຈະມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ຽວປະມານ  2,9 ຫາ 3,3 ລ້ານເທື່ອຄົນ. ສຳລັບປີ ໃນປີ 2024 ຈະສາມາດ ຮັບນັກທ່ອງທ່ຽວ ໄດ້ປະມານ 3,5 ລ້ານເທື່ອຄົນ. ຕໍ່ກັບສະພາບດັ່ງກ່າວ ລັດຖະບານໄດ້ຊຸກຍູ້ ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ໂດຍຖືເອົາການທ່ອງທ່ຽວ ທາງທຳມະຊາດວັດທະນະທຳປະຫວັດສາດ ແລະ ກະສິກຳ ໃຫ້ມີການ ຂະຫຍາຍຕົວຢ່າງແຂງແຮງຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນບັນດາເຜົ່າສຸມໃສ່ການຟື້ນຟູ ການທ່ອງທ່ຽວຢ່າງເປັນຮູບປະທໍາປັບປຸງໂຄງລ່າງພື້ນຖານ ສິ່ງອຳນວຍຄວາມສະດວກ ແລະ ການບໍລິການຍົກສູງ ຄຸນນະພາບ ຂອງການບໍລິການການທ່ອງທ່ຽວ ໃຫ້ໄດ້ມາດຕະຖານພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໜຶ່ງ ທີ່ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບການທ່ອງທ່ຽວ ຢູ່ບັນດາປະເທດໃນພາກພື້ນ ແລະ ສາກົນດຶງດູດນັກທ່ອງທ່ຽວສາກົນ ເຂົ້າມາ ທ່ຽວລາວໃຫ້ນັບມື້ນັບຫລາຍຂື້ນ ແນໃສ່ສ້າງວຽກເຮັດງານທຳ ໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບເງິນຕາ ເຂົ້າສູ່ປະເທດທັງກະຈາຍ ລາຍໄດ້ລົງສູ່ທ້ອງຖິ່ນສົ່ງເສີມ ແລະ ໂຄສະນາຜະລິດຕະພັນ ການທ່ອງທ່ຽວ ທີ່ເປັນທ່າແຮງສົ່ງເສີມກິດຈະກຳບຸນປະເພນີ ອັນເປັນເອ ກະລັກ ຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ.

ລັດຖະບານ ໄດ້ເຫັນດີຕົກລົງອະນຸມັດ ໃຫ້ເປີດປີທ່ອງທ່ຽວລາວ 2024 ຖືເປັນໜ້າທີ່ ຂອງທຸກຂະແໜງການ ນັບທັງສູນກາງ ເເລະ ທ້ອງຖີ່ນທັງພາກລັດພາກທຸລະກິດ ແລະ ປວງຊົນລາວ ເຊິ່ງໄດ້ກຳນົດຄຳຂວັນ ຄື: ທ່ອງທ່ຽວລາວ ປອດໄພຊື່ນໃຈໃນວັດທະນະທຳທຳມະຊາດ ແລະ ປະຫວັດສາດ. ດັ່ງນັ້ນກະຊວງ ຖວທ ກໍໄດ້ເອົາໃຈໃສ່ເປັນເຈົ້າການປະສານງານ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖີ່ນ ໄດ້ກໍານົດເອົາ 79 ກິດຈະກໍາ. ໃນນີ້ມີ 14 ກິດຈະກໍາລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດພາຍໃນແຂວງ ຕະຫລອດຮອດຂັ້ນເມືອງ ຕາມສະພາບ ທ່າແຮງ ຂອງການທ່ອງທ່ຽວຂອງຕົນ. ນອກຈາກນີ້. ຍັງໄດ້ສົມທົບລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ແລະ ພາກສ່ວນທີ່ ກ່ຽວຂ້ອງ ກຳນົດບັນດາກິດຈະກຳ ປີທ່ອງທ່ຽວ 2024 ໃຫ້ເປັນຂະບວນຟົດຟື້ນ ແລະ ດຶງດູດນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ.

ນອກຈາກນີ້ ຍັງໄດ້ປັບປຸງມາດຕະຖານ ການທ່ອງທ່ຽວ ໂດຍໄດ້ຜັນຂະຫຍາຍ ມາດຕະຖານການ ທ່ອງທ່ຽວອາຊຽນ 8 ມາດຕະຖານ ຄື: ມາດຕະຖານໂຮງແຮມຂຽວມາດຕະຖານເຮືອນພັກ ໂຮງແຮມປະຊາຊົນມາດຕະຖານ ການທ່ອງທ່ຽວ ແບບປະຊາຊົນ ມີສ່ວນຮ່ວມມາດຕະຖານ ເມືອງທ່ອງທ່ຽວສະອາດມາດຕະຖານສະຖານທີ່ຈັດງານລາງວັນການທ່ອງທ່ຽວ ແບບຍືນຍົງມາດຕະຖານສະປາ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະສະອາດ. ພ້ອມນີ້ຍັງໄດ້ຮັບຮອງເອົາມາດຕະຖານ ການທ່ອງທ່ຽວ ຂອງ ສປປ ລາວ 6 ມາດຕະຖານ ຄື: ມາດຕະຖານ ເມືອງທ່ອງທ່ຽວສະອາດມາດຕະຖານເຮືອນພັກແຮມມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມມາດຕະ ຖານຫ້ອງນໍ້າສາທາລະນະມາດຕະຖານການບໍລິການສະປາ ແລະ ມາດຕະຖານສະຖານທີ່ຈັດງານ ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ການທ່ອງທ່ຽວ ເປັນຕົ້ນສ້າງ ແລະ ຕິດຕັ້ງປ້າຍຊີ້ບອກ ຕາມເສັ້ນທາງ ເຊື່ອມຕໍ່ ແຕ່ລະພາກເຊື່ອມຕໍ່ກັບປະເທດໃກ້ຄຽງ ແລະ ຕາມເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວການປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍ ຄວາມສະດວກ ເຊັ່ນ: ສຳເລັດການປັບປຸງ ເສັ້ນທາງເຂົ້າບ້ານນາກະສັງ ເມືອງໂຂງ ແລະ  ປັບປຸງເສັ້ນທາງເບຕົງ ທາງຍ່າງ-ທາງຂີ່ລົດຖີບ ຢູ່ດອນເດດ-ດອນຄອນສືບຕໍ່ປັບປຸງເສັ້ນ ທາງເຂົ້າອ່າງນໍ້າງື່ມ 1 ແລະ ສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວ ບໍລິເວນໜ້າອ່າງ ນໍ້າງື່ມ 1 ຄື: ທ່າເຮືອລານຈອດລົດຮ້ານຂາຍເຄື່ອງຮ້ານອາຫານບ່ອນນັ່ງຫລິ້ນປັບປຸງເສັ້ນທາງເບຕົງເຂົ້າເຖິງ ແລະ ສ້າງສິ່ງ ອໍານວຍ ຄວາມສະດວກ ດ້ານການທ່ອງທ່ຽວ ຢູ່ບໍລິເວນຕາດແກ້ງຍຸຍປັບປຸງເສັ້ນທາງວົງແຫວນ ເບື້ອງຕາເວັນຕົກ ຂອງສາຍນໍ້າຊອງສ້າງຂົວຂ້າມນໍ້າຊອງ 1 ແຫ່ງປັບປຸງສະໜາມເກັບມ້ຽນ ຂີ້ເຫຍື້ອ ເມືອງວັງວຽງ ແຂວງວຽງຈັນ.

ນອກຈາກນີ້ຍັງໄດ້ຈັດລະດັບສະຖານທີ່ທ່ອງທ່ຽວ ເພື່ອດຶງດູດ ແລະ ສ້າງຄວາມໜັ້ນໃຈ ໃຫ້ແກ່ນັກທ່ອງທ່ຽວອອກໃບຢັ້ງຢືນ ດ້ານເຕັກ ນິກ ແລະ ຄວາມປອດໄພ ຂອງກິດຈະກໍາ ການທ່ອງທ່ຽວຜະຈົນໄພ ເຊັ່ນ: ກິດຈະກໍາຂີ່ສະລິງປີນຜາບໍລູນເຮືອບິນຂະໜາດນ້ອຍ ແລະ ລ່ອງເຮືອ.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ປະກາດໃຫ້ພະນັກງານ ການນຳຂັ້ນສູງ ຮັບອຸດໜູນບຳນານ

  • 24 Nov 2023
  • ຂ່າວ: ວຽງສະຫວັນ

      ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຮອງປະທານ ວິທະຍຸໂທລະພາບສູນກາງຈີນ

  • 21 Nov 2023
  • ຂ່າວ-ພາບ: ທະນູທອງ

    ຂປລ....

ອ່ານເພີ່ມ

ວຽກງານຖະແຫຼງຂ່າວ

ລາວ-ຈີນ ແລກປ່ຽນດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ’’

  • 20 Nov 2023
  • ຂ່າວ: ທະນູທອງ

   ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ປີທ່ອງທ່ຽວລາວ 2024 ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ

  • 13 Nov 2023
  • ຂ່າວ: ທະນູທອງ

    ຂປລ. ປີທ່ອງທ່ຽວລາວ ຄັ້ງທີ 4...

ອ່ານເພີ່ມ