ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ

ກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 30 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ນະຄອນຫຼວງວຽງຈັນ

25 May 2023 |

   ວັນທີ 24 ພຶດສະພາ 2023 ຢູ່ທີ່ ພະແນກ ຖວທ ນະຄອນຫຼວງວຽງຈັນ ກົມສື່ມວນຊົນ ກະຊວງ ຖວທ ໄດ້ຈັດພິທີມອບ-ຮັບອຸປະກອນຊຸດໂທລະໂຄ່ງຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ມີ ທ່ານ ພູວົງ ວົງຄຳຊາວ ຄະນະປະຈໍາພັກນະຄອນຫຼວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຫົວໜ້າກົມສື່ມວນຊົນ, ກົມແຜນການ ແລະ ການຮ່ວມມືສາກົນ, ກົມກວດກາ, ຫົວໜ້າພະແນກ, ຮອງພະແນກ ຖວທ, ຫົວໜ້າ-ຮອງຫົວໝ້າ ຫ້ອງການ ຖວທ  ແລະ ພະນັກງານວິຊາການ, ຄູຝຶກຈາກກະຊວງ ຖວທ ເຂົ້ົ້າຮ່ວມ.

    ອຸປະກອນຊຸດໂທລະໂຄ່ງທີ່ນໍາມາມອບໃນຄັ້ງນີ້້ ປະກອບມີ 30 ຊຸດໃນນີ້ປະກອບມີເຄື່ອງຂະຫຽາຍສຽງ 30ໜ່ວຍ ,ດອກປາກເລີ 120 ຊຸດ ສາຍໂທລະໂຄ່ງ 60 ກໍ້(12,000ແມັດ)  ໄມໂຄໂຟນ 30 ອັນ, ປັກສຽບໄຟຟ້າ 30 ອັນ, ຢູເອັດບີ 32 ກີກ 30 ອັນ,ເຄື່ຶອງຮັບສັນຍານວິທະຍຸ 30 ເຄື່ອງ, ຈານຮັບດາວທຽມ ສຳລັບຮັບສັນຍານວິທະຍຸ30ຊຸດ ແລະ ອຸປະກອນເສີມອີກຈະນວນໜື່ງ ໂດຍມອບໃຫ້ 6 ເມືອງ 30 ບ້ານ ຄື: ເມືອງ ໄຊທານີ 3 ບ້ານ , ເມືອງ ຫາດຊາຍຟອງ 1 ບ້ານ, ເມືອງ ສີໂຄດຕະບອງ 5 ບ້ານ, ເມືອງ ປາກງືມ 5 ບ້ານ, ເມືອງ ນາຊາຍທອງ 11 ບ້ານ , ເມືອງ ສັງທອງ 5 ບ້ານ

     ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ພົງສາ ກຳມະການພັກກະຊວງ ຫົວໜ້າກົມສື່ມວນຊົນກະຊວງ ຖວທ  ຮັບໂດຍ ທ່ານ ຄຳຄູນ ໃບລາຕຣີ ຮັກສາການຫົວໜ້າພະແນກ ຖວທ ນະຄອນຫຼວງ ວຽງຈັນ ໂດຍຊ່ອງໜ້າທ່ານ ຂອງ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງ ຖວທ ແລະ ທ່ານ ພູວົງ ວົງຄຳຊາວ ຄະນະປະຈໍາພັກນະຄອນຫຼວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ພາກສ່ວນທີກ່ຽວຂ້ອງເຂົ້່າຮ່ວມເປັນສັກຂີພິຍານ.

ພາຍຫຼັງໄດ້ຈັດພິມອບ-ຮັບຊຸດອຸປະກອນໂທລະໂຄ່ງແລ້ວກໍ່ໄດ້ຝືກອົບຮົມກ່ຽວກັບການນຳໃຊ້ເຕັກນິກໂດຍພື້ນຖານ, ຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາອຸປະກອນຢ່າງຖືກຕ້ອງຕາມຫຼັກການເພື່ອໃຫ້ມີຄວາມຍືນຍົງ ໃຫ້ແກ່ພະນັກງານວິຊາການເຕັກນິກຂອງແຂວງ ແລະ  6 ເມືອງເປົ້າໝາຍ ຊຸດຝືກອົບຮົມດັ່ງກ່າວດຳເນີນໄປເປັນເວລາ 1 ວັນຈື່ງສຳເລັດ.

ຂ່າວຫຼ້າສຸດ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດແຫ່ງມາເລເຊຍ ປະຈໍາລາວຄົນໃໝ່

  • 05 Jun 2023
  • ຂ່າວ: ກິດຕາ ພາບ: ເກດສະໜາ

   ໃນວັນທີ 2 ມິຖຸນາ 2023 ນີ້, ທ່ານ ນາງ...

ອ່ານເພີ່ມຕື່ມ

ວຽກງານເສນາ

ກະຊວງ ຖວທ ປະກາດຮັບນະໂຍບາຍ ອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

  • 02 Jun 2023
  • ຂ່າວ: ທະນູທອງ ພາບ: ອ່າຍຄຳ

   ...

ອ່ານເພີ່ມຕື່ມ

ວຽກງານທ່ອງທ່ຽວ

ຈັດພິທີເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

  • 29 May 2023

      ຕອນເຊົ້າວັນທີ 29 ພຶດສະພາ 2023...

ອ່ານເພີ່ມຕື່ມ

ວຽກງານເສນາ

ກະຊວງ ຖວທ ປາຖະກະຖາມູນເຊື້ອ ວັນກຳມະກອນສາກົນ ຄົບຮອບ 137 ປີ

  • 10 May 2023
  • ຂ່າວ: ວຽງສະຫວັນ ພາບ: ອ່າຍຄຳ

 ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມຕື່ມ