ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ

ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ

25 Apr 2023 | ຂ່າວ: ສົມຫວັງ |

 ຂປລ. ໃນວັນທີ 25 ເມສາ 2023 ນີ້, ສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ສະຫາຍ ຫູ ຈ້າວ ໝິງ ຫົວໜ້າກົມຖະແຫລງຂ່າວ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ສປປ ລາວ.
   ໃນໂອກາດນີ້
, ສະຫາຍ ວັນສີ ກົວມົວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງລວງກວ້າງ ແລະ ລວງເລິກ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ, ຈີນ-ລາວ.
   ພ້ອມນີ້
ສະຫາຍ ຫູ ຈ້າວ ໝິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການເດີນທາງຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນໄມຕີຈິດມິດຕະພາບ ລະຫວ່າງ ສອງປະຊາດ ລາວ-ຈີນ ໃຫ້ນັບມື້ເລິກເຊິ່ງຍິ່ງໆຂຶ້ນ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

ຂ່າວຫຼ້າສຸດ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດແຫ່ງມາເລເຊຍ ປະຈໍາລາວຄົນໃໝ່

  • 05 Jun 2023
  • ຂ່າວ: ກິດຕາ ພາບ: ເກດສະໜາ

   ໃນວັນທີ 2 ມິຖຸນາ 2023 ນີ້, ທ່ານ ນາງ...

ອ່ານເພີ່ມຕື່ມ

ວຽກງານເສນາ

ກະຊວງ ຖວທ ປະກາດຮັບນະໂຍບາຍ ອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

  • 02 Jun 2023
  • ຂ່າວ: ທະນູທອງ ພາບ: ອ່າຍຄຳ

   ...

ອ່ານເພີ່ມຕື່ມ

ວຽກງານທ່ອງທ່ຽວ

ຈັດພິທີເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

  • 29 May 2023

      ຕອນເຊົ້າວັນທີ 29 ພຶດສະພາ 2023...

ອ່ານເພີ່ມຕື່ມ

ວຽກງານຖະແຫຼງຂ່າວ

ກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 30 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ນະຄອນຫຼວງວຽງຈັນ

  • 25 May 2023

   ວັນທີ 24 ພຶດສະພາ 2023 ຢູ່ທີ່ ພະແນກ...

ອ່ານເພີ່ມຕື່ມ