ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ
ວຽກງານ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເປັນໜຶ່ງວຽກງານສຳຄັນ ໂດຍໄດ້ຮັບການຈັດຕັ້ງປະຕິບັດໄປຕາມແຜນການ, ແຜນງານ ແລະ ໂຄງການຕ່າງໆ ທີ່ຕິດພັນກັບແຜນພັດທະນາວຽກງານ ຖວທ ແຕ່ປີ 2021-2025, ໃນນັ້ນການຈັດຕັ້ງປະຕິບັດວຽກງານໃນປີ 2022 ມີຫຼາຍວຽກງານໄດ້ຮັບຜົນສໍາເລັດເປັນກ້າວໆ.
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ສະຫຼຸບ ລາຍງານກ່ຽວກັບວຽກງານ ຖວທ ໄລຍະ 1 ປີ ຜ່ານມາ ຕໍ່ກອງປະຊຸມສະຫຼຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໃນວັນທີ 23 ມັງກອນ ນີ້ ທີ່ ນະຄອນຫຼວງວຽງຈັນ ວ່າ: ໃນ 1 ປີ ຜ່ານມາ ຄະນະພັກ-ຄະນະນໍາກະຊວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຕໍ່ແນວທາງ-ນະໂຍບາຍຂອງພັກ, ຄຽງຄູ່ກັບການຈັດຕັ້ງປະຕິບັດ ບັນດາກົດໝາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງລັດ ໃນແຕ່ລະໄລຍະດ້ວຍຫຼາຍຮູບການໃນການນໍາພາວຽກງານວິຊາສະເພາະ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ, ບັນດາມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ການປະຕິບັດ 2 ວາລະແຫ່ງຊາດ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ຖວທ ຄັ້ງທີ V; ຄຽງຄູ່ກັບການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆ ເຂົ້າໃນຂົງເຂດວຽກງານ ຖວທ ບວກກັບການດຳເນີນຊີວິດການເມືອງຂອງຄະນະປະຈໍາພັກກະຊວງ, ຄະນະກຳມະການພັກກະຊວງ ທັງສາຍພັກ, ສາຍລັດ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອຕິດຕາມ, ກວດກາ, ປັບປຸງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ໂດຍໄດ້ຢຶດໝັ້ນວຽກງານສຶກສາອົບຮົມການເມືອງແນວຄິດ ຕິດພັນກັບວຽກງານວິຊາສະເພາະຢ່າງຮອບດ້ານ ໃນການນຳພາ-ຊີ້ນຳ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ, ເຮັດໃຫ້ພະນັກງານ-ລັດຖະກອນ ໃນທົ່ວຂະແໜງການ ຖວທ ມີຄວາມອຸ່ນ ອ່ຽນ, ທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ເຊື່ອໝັ້ນຕໍ່ການນໍາພາຂອງຂັ້ນເທິງ, ມີຄວາມບຸກບືນຫ້າວຫັນ, ຕັ້ງໜ້າເປັນເຈົ້າການປະຕິບັດວຽກງານວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດສໍາເລັດໜ້າທີ່ວຽກງານຢ່າງເປັນຮູບປະທໍາ.
ທ່ານ ວັນສີ ກົວມົວ ກ່າວຕື່ມວ່າ: ສື່ມວນຊົນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນຮັບຜິດຊອບ ຢ່າງຕັ້ງໜ້າ ໃນການໂຄສະນາຂໍ້ມູນຂ່າວສານໃຫ້ແກ່ສັງຄົມ ແລະ ໄດ້ເອົາໃຈໃສ່ໂຄສະນາ ການເຄື່ອນໄຫວຂອງການນໍາພັກ-ລັດ ໃນການລົງຊຸກຍູ້ວຽກງານຢູ່ສູນກາງ, ທ້ອງຖິ່ນ ແລະ ວຽກງານການຕ່າງປະເທດ, ວຽກງານວັນສໍາຄັນຕ່າງໆ ຂອງພັກ ແລະ ລັດຖະບານ; ໄດ້ໂຄສະນາໃຫ້ແກ່ວຽກງານການປ້ອງກັນ, ຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ມາດຕະການຕ່າງໆ ຂອງຄະນະສະເພາະກິດ ລວມທັງບັນດາຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ໂດຍສະເພາະການໂຄສະນາປຸກລະດົມປະຊາຊົນໄປຮັບການສັກຢາວັກຊິນຕ້ານການລະບາດຂອງພະຍາດໂຄວິດ-19; ໄດ້ໂຄສະນາໃຫ້ແກ່ການພັດທະນາໂຄງການເສດຖະກິດຕ່າງໆ; ໄດ້ຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີຂອງສັງຄົມ ເປັນຕົ້ນຂ່າວປອມ, ຂ່າວລື ແລະ ຂ່າວປັ່ນປ່ວນຕ່າງໆ ໂດຍສື່ມວນຊົນໄດ້ຕອບໂຕ້ຄືນ ໂດຍທາງກົງ ແລະ ທາງອ້ອມ ຢ່າງທັນສະພາບການ. ໃນນັ້ນວຽກງານພັດທະນາບຸກຄະລາກອນຖະແຫຼງຂ່າວ-ສື່ມວນຊົນ ຈໍານວນໜຶ່ງໄດ້ຮັບການຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ໃນໄລຍະສັ້ນ ແລະ ທັງໃນລະດັບປະລິນຍາໂທ; ໄດ້ຈັດຝຶກອົບຮົມ, ສໍາມະນາໃຫ້ບຸກຄະລາກອນສື່ມວນຊົນ ທັງໃນລະບົບອອນລາຍ ແລະ ເຊິ່ງໜ້າ ຢ່າງຕໍ່ເນື່ອງ ແລະ ໄດ້ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດເພື່ອນມິດ ແລະ ສາກົນ; ພ້ອມນັ້ນວຽກງານການພັດທະນາພື້ນຖານໂຄງລ່າງຖະແຫຼງຂ່າວ-ສື່ມວນຊົນ ໄດ້ສໍາເລັດການຈັດຕັ້ງປະຕິບັດຄາດໝາຍຕົ້ນຕໍ ໄດ້ດັ່ງນີ້: 1). ປັດຈຸບັນມີໂທລະໂຄ່ງທັງໝົດ 6.741 ຊຸດ ໃນນັ້ນ ເປ່ເພ 540 ຊຸດ ແລະ ເພີ່ມຂຶ້ນ 550 ຊຸດ ໃນທົ່ວປະເທດ (ໃນນີ້ລວມທັງການປະກອບສ່ວນຂອງພາກທຸລະກິດ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ); 2.) ສໍາເລັດການກໍ່ສ້າງ ແລະ ເປີດນຳໃຊ້ວິທະຍຸຊຸມຊົນຂັ້ນເມືອງ 2 ແຫ່ງ (ເມືອງມະຫາໄຊ ແຂວງຄໍາມ່ວນ ແລະ ເມືອງຊ້ອນ ແຂວງຫົວພັນ) ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP); 3). ປັດຈຸບັນນີ້ພາຫະນະສື່ມວນຊົນໃນຂອບເຂດທົ່ວປະເທດທາງດ້ານສື່ສິ່ງພິມມີທັງໝົດ 113 ສະບັບ; ພາກເອກະຊົນມີ 13 ສະບັບ, ພາກລັດມີ 99 ສະບັບ, ໃນນີ້ເປັນລາຍວັນ 11 ສະບັບ; ສະຖານີວິທະຍຸກະຈາຍສຽງທົ່ວປະເທດມີທັງໝົດ 168 ສະຖານີ (ໃນນີ້ລວມມີສະຖານີຖ່າຍທອດຕໍ່ 82 ສະຖານີ) ກຳລັງຈະປະກອບ ແລະ ຕິດຕັ້ງອຸປະກອນເຕັກນິກ ຈຳນວນ 1 ສະຖານີ ແລະ ເປ່ເພ 9 ສະຖານີ. ສະຖານີໂທລະພາບທົ່ວປະເທດມີ ສະຖານີໂທລະພາບທີ່ຜະລິດລາຍການມີ 43 ສະຖານີ, ເປ່ເພ 31 ສະຖານີ, ສະຖານີທີ່ໃຫ້ການບໍລິການເຊັ່ນ: ໂທລະພາບດີຈີຕອນ ມີ 6 ສະຖານີ, ໂທລະພາບຜ່ານດາວທຽມມີ 1 ສະຖານີ ແລະ ສະຖານີໃຊ້ສາຍມີ 28 ສະຖານີ ແລະ ຢຸດອອກອາກາດ 2 ສະຖານີ; ນອກຈາກນີ້ກໍໄດ້ລົງກວດກາ ແລະ ສ້ອມແປງເຄື່ອງສົ່ງສະຖານີວິທະຍຸ 8 ເມືອງ ໃນ 6 ແຂວງ ຄື: ແຂວງຊຽງຂວາງ, ອຸດົມໄຊ, ໄຊຍະບູລີ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື; ສຳຫຼວດກວດກາຄວາມເປັນໄປໄດ້ ເພື່ອຈະສ້າງຕັ້ງສະຖານີວິທະຍຸ FM ຈຳນວນ 2 ແຫ່ງຄື: ເມືອງປາກກະດິງ ແລະ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ; ພ້ອມນັ້ນວຽກງານດ້ານວັດທະນະທໍາ: ໄດ້ເຮັດບົດບາດຢ່າງຕັ້ງໜ້າເຂົ້າໃນການສືບທອດ, ເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຄຸນຄ່າວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າໄດ້ເປັນຢ່າງດີ. ພ້ອມກັນນັ້ນກໍເອົາໃຈໃສ່ປ້ອງກັນ, ສະກັດກັ້ນ, ແກ້ໄຂກະແສວັດທະນະທໍາ ແລະ ຄ່ານິຍົມທີ່ບໍ່ສອດຄ່ອງ ບໍ່ໃຫ້ແຊກຊຶມເຂົ້າມາ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ແລະ ສຳເລັດການກະກຽມເອກະສານຄຳຮ້ອງສະເໜີເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນແບບເຊື່ອມຕໍ່ກັບ ສວນອຸທິຍານແຫ່ງຊາດ ຟອງຍາງເກບາງ ມໍຣະດົກໂລກ ຂອງ ສສ ຫວຽດນາມ; ຊຸກຍູ້ການສ້າງຄອບຄົວວັດທະນະທໍາ ໄດ້ 23.508 ຄອບຄົວ, ບ້ານວັດທະນະທໍາໄດ້ 181 ບ້ານ ແລະ ກຸ່ມບ້ານວັດທະນະທຳ 22 ກຸ່ມບ້ານ; ໃນນັ້ນວຽກງານ ທ່ອງທ່ຽວ ກໍໄດ້ຈັດຕັ້ງປະຕິບັດແຜນແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ພາຍຫຼັງທີ່ການແຜ່ລະບາດຂອງພະຍາດ ໂຄວິດ-19 ຫຼຸດໜ້ອຍຖອຍລົງ; ແຜນພັດທະນາການທ່ອງທ່ຽວສໍາລັບປີ 2021-2025; ນອກນີ້ຍັງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດແຜນຮອງຮັບນັກທ່ອງທ່ຽວ ຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ; ໂດຍພາຍໃຕ້ນະໂຍບາຍການສົ່ງເສີມການທ່ອງທ່ຽວພາຍໃນກໍຄື “ລາວທ່ຽວລາວ” ມາຮອດປີ 2022 ນີ້ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ ທັງໝົດ ຈໍານວນ 1.681.806 ເທື່ອຄົນ; ທຽບໃສ່ແຜນປີ 2022 (1.966.000 ເທື່ອຄົນ) ປະຕິບັດໄດ້ 85,54% ໃນນີ້ມີນັກທ່ອງທ່ຽວພາຍໃນ ຈໍານວນ 1.037.050 ເທື່ອຄົນ (1.066.000 ເທື່ອຄົນ) ປະຕິບັດໄດ້ 97,28% ແລະ ນັກທ່ອງທ່ຽວສາກົນມີຈຳນວນ 644.756 ເທື່ອຄົນ (900.000 ເທື່ອຄົນ) ປະຕິບັດໄດ້ 71,63% ແລະ ຄາດຄະເນສ້າງລາຍຮັບປະມານ 219.107.254 ໂດລາ ໂດຍສະເລ່ຍໄລຍະພັກເຊົາຂອງນັກທ່ອງທ່ຽວສາກົນ 5 ມື້/ຄົນ ແລະ ນັກທ່ອງທ່ຽວພາຍໃນ 2,5 ມື້/ຄົນ.
ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າທິດທາງຕໍ່ໜ້າ ຈະສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳຕ່າງໆ, ສ້າງ ແລະ ປັບປຸງກົນໄກອໍານວຍຄວາມສະດວກ, ຄ່ອງຕົວ ເພື່ອຄຸ້ມຄອງ, ສົ່ງເສີມວຽກງານ ຖວທ ທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ເປັນເອກະພາບໃນທົ່ວປະເທດ; ສ້າງພະນັກງານສືບທອດໃຫ້ເປັນລະບົບຕໍ່ເນື່ອງ, ທັງສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງລະບົບກົງຈັກການຈັດຕັ້ງ, ສັບຊ້ອນພະນັກງານ ເພື່ອໃຫ້ສອດຄ່ອງກັບຄວາມຮູ້-ຄວາມສາມາດ ເຂົ້າໃນໜ້າທີ່ວຽກງານຕົວຈິງ; ຊຸກຍູ້ປຸກລະດົມທຸກພາກສ່ວນ ທັງພາກລັດ ແລະ ທຸລະກິດ ເຂົ້າຮ່ວມໃນການໂຄສະນາສົ່ງເສີມ, ລົງທຶນໃສ່ວຽກງານ ຖວທ ພ້ອມທັງ ຊຸກຍູ້ໃຫ້ທ້ອງຖິ່ນໄດ້ເປັນເຈົ້າການ ໃນການຈັດຕັ້ງປະຕິບັດບັນດາແຜນການຕ່າງໆ ທີ່ໄດ້ກໍານົດໄວ້; ການແກ້ໄຂບັນຫາຫາງສຽງສັງຄົມ ສົນໃຈ ແລະ ຂ້ອງໃຈ ກໍຕ້ອງແມ່ນພາກສ່ວນທີ່ກ່ຽວຂ້ອງກັບບັນຫາໂດຍກົງ ອອກມາເປັນຜູ້ອະທິບາຍ, ຊີ້ແຈງ, ແນະນຳ; ຄະນະບັນນາທິການອົງການສື່ມວນຊົນທຸກລະດັບ ຕ້ອງຍົກສູງສະຕິຄວາມຮັບຜິດຊອບໃນການກວດກາ ດ້ານເນື້ອໃນ ແລະ ຮູບແບບຂອງຜະລິດຕະພັນສື່ຂອງຕົນ ໂດຍສະເພາະແມ່ນໜ້າຂ່າວ ຫຼື ພາກຂ່າວ; ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານຢ່າງເປັນລະບົບຈະເຮັດໃຫ້ການບໍລິຫານວຽກງານມີຄວາມສະດວກວ່ອງໄວ ແລະ ມີຄຸນນະພາບ.