ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ

ກະຊວງ ຖວທ ສະຫຼຸບວຽກງານທົ່ວປະເທດ ປະຈຳປີ 2022

23 Jan 2023 | ຂ່າວ: ພູວັນ, ພາບ:ວັນເພັງ |

    ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະ ເທດ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023 ຈັດຂຶ້ນໃນວັນທີ 23-24 ມັງກອນນີ້ ທີ່ຫໍວັດທະນະທຳແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຊີ້ນຳວຽກງານ ຖວທ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

 

 ທ່ານນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຖວທ ໃນ 1 ປີຜ່ານມາຢ່າງພາວະວິໄສ, ຖືກຕ້ອງສອດຄ່ອງກັບແຜນພັດທະນາວຽກງານ ຖວທ ຕົວຈິງ ເພື່ອສັງລວມເອົາບັນດາຄຳຄິດຄຳເຫັນຂອງຜູ້ແທນກອງປະຊຸມຢ່າງກວ້າງຂວາງ ແລະ ຈິງໃຈ ເພື່ອປະກອບເຂົ້າໃນຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຖວທ ປະຈຳປີ 2022 ແລະ ວາງທິດທາງແຜນ ການປະຈໍາປີ 2023 ໃຫ້ມີເນື້ອໃນຄົບຖ້ວນສົມບູນ.

    ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານອາລິຍະທຳທາງດ້ານຈິດໃຈຂອງສັງຄົມ ຊຶ່ງເປັນປັດໄຈປະກອບສ່ວນເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາໃຫ້ທຽບທັນກັບບັນດາປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າຂອງຂະບວນວິວັດແຫ່ງການພັດທະນາໃນໂລກ, ຄະນະພັກ, ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຜິດຊອບສູງປະກອບສ່ວນເຂົ້າໃນການນໍາພາ-ຊີ້ນຳວຽກງານ ຖວທ ຢ່າງໃກ້ຊິດຕິດແທດ ຊຶ່ງສະແດງອອກໃນການເອົາໃຈໃສ່ກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງສອດຄ່ອງ, ພະນັກງານ-ລັດຖະກອນທົ່ວຂະແໜງການ ຖວທ ໄດ້ມີຄວາມຫ້າວຫັນປະຕິບັດໜ້າທີ່ຂອງ ຕົນ, ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫຼວງ ກໍໄດ້ເປັນເຈົ້າການປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ, ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄືຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນອັນໄດ້ເຮັດໃຫ້ວຽກງານ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າທັງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ຊາດເຮົາມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງທີ່ໜັກແໜ້ນ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸກໍຄືຈິດໃຈນັບມື້ນັບດີຂຶ້ນ.

    ຄຽງຄູ່ກັບດ້ານຕັ້ງໜ້າເຫັນວ່າ: ວຽກງານງານ ຖວທ ກໍຍັງມີບາງຈຸດອ່ອນ-ຂໍ້ຄົງຄ້າງຢູ່ບໍ່ໜ້ອຍອັນເປັນພື້ນຖານທ່ວງດຶງການພັດທະນາວຽກງານ ຖວທ ໃນທາງກົງ ແລະ ທາງອ້ອມ ບວກກັບສະພາບໄພເງິນເຟີ້, ຄ່າຄອງຊີບສູງ ແລະ ນໍ້າມັນແພງຍິ່ງເຮັດໃຫ້ສະພາບລວມການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ທັງສູນກາງ ແລະ ທ້ອງຖິ່ນພົບຄວາມຫຍຸ້ງຍາກຂຶ້ນຕື່ມ, ຂາດຄວາມຕໍ່ເນື່ອງເປັນສາເຫດອັນໜຶ່ງທີ່ເຮັດໃຫ້ພວກເຮົາບໍ່ສາມາດບັນລຸຜົນສຳເລັດໃນບາງວຽກງານໄດ້ຕາມແຜນການ, ແຜນງານ, ໂຄງ ການ ແລະ ຄາດໝາຍສູ້ຊົນຕ່າງໆທີ່ວາງໄວ້. ເຖິງຢ່າງໃດກໍຕາມໂດຍລວມຂໍຢືນຢັນວ່າ: ການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນ 1 ປີຜ່ານມາ ແມ່ນຍັງສືບຕໍ່ເຮັດ ໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ, ມີຜົນສຳເລັດຫຼາຍດ້ານ ແລະ ມີອັນພົ້ນເດັ່ນ; ແຕ່ກໍປາສະຈາກບໍ່ໄດ້ບາງວຽກງານ ທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການທີ່ໄດ້ກຳນົດໄວ້ ໃນປີ 2022.

    ສະນັ້ນ, ຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າລົົງເລິກຕີລາຄາບົນພື້ນຖານຮ່າງບົດສະຫຼຸບວຽກງານ ຖວທ ປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023, ເພື່ອປະກອບຄໍາຄິດຄໍາເຫັນຢ່າງກວ້າງຂວາງແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າໄປຄຽງຄູ່ກັບການຕີລາຄາດ້ານອ່ອນ-ຂໍ້ຄົງຄ້າງ, ຊອກຫາສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃຫ້ມີຄວາມສອດຄ່ອງ ແລະ ເໝາະສົມກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 1 ປີຜ່ານມາຢ່າງພາວະວິໄສ ເພື່ອຄວາມເປັນເອກະພາບກັນໃນດ້ານທັດສະນະແນວຄິດ, ຕໍ່ກັບທິດທາງແຜນການ ແລະ ມາດຕະການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າຂອງວຽກງານ ຖວທ ໃຫ້ມີປະສິດທິຜົນ, ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າ

ຂ່າວຫຼ້າສຸດ

ວຽກງານເສນາ

ສະຫະພັນແມ່ຍິງ ຖວທ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ

  • 20 Mar 2023
  • ສຳນັກຂ່າວສານປະເທດລາວ

     ສະຫະພັນແມ່ຍິງ ກະຊວງ...

ອ່ານເພີ່ມຕື່ມ

ວຽກງານເສນາ

ລັດຖະມົນຕີ ຖວທ ຕ້ອນຮັບ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ

  • 02 Mar 2023
  • ຂ່າວ: ສົມຫວັງ ພາບ: ຂັນໄຊ

    ຂປລ. ໃນວັນທີ 2 ກຸມພາ​ ນີ້...

ອ່ານເພີ່ມຕື່ມ

ວຽກງານເສນາ

ກະຊວງ ຖວທ ເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V

  • 22 Feb 2023
  • ຂ່າວ: ຍຸພິນທອງ

  ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ...

ອ່ານເພີ່ມຕື່ມ

ວຽກງານເສນາ

ໜຶ່ງປີຜ່ານມາ ມີຫຼາຍວຽກ​ງານ ຖວທ ໄດ້ຮັບຜົນສໍາເລັດເປັນກ້າວໆ

  • 24 Jan 2023
  • ໂດຍ: ວັນເພັງ

   ວຽກງານ ຖະແຫຼງຂ່າວ ວັດທະນະທຳ...

ອ່ານເພີ່ມຕື່ມ