ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ

ກະຊວງ ຖວທ ລົງເກັບຂໍ້ມູນວຽກງານເວັບໄຊ ຢູ່ແຂວງເຊກອງ ເພື່ອສະໜອງຂໍ້ມູນລົງໃນເວັບໄຊຂອງກະຊວງ ຖວທ

10 Jan 2023 |

 ໃນວັນທີ 10 ມັງກອນ 2023 ທີ່ຫ້ອງປະຊຸມພະແນກ ຖວວ ແຂວງເຊກອງ, ທ່ານ ປອ ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນວຽກງານເວັບໄຊ ຢູ່ພະແນກ ຖວທ ແຂວງເຊກອງ, ໂດຍມີ ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງເຊກອງ ພ້ອມດ້ວຍພະນັກງານຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເຮັດວຽກນໍາ.

  ທ່ານ ປອ ສົມກຽດຕິສັກ ກິ່ງສະດາ ກ່າວວ່າ: ການລົງເກັບກຳຂໍ້ມູນຂ່າວສານວຽກງານ ຖວທ ໃນຄັ້ງນີ້ ເພື່ອນໍາເອົາຂໍ້ມູນຂ່າວສານ ແລະ ເອກະສານວຽກງານ ຖວທ ຂອງບັນດາແຂວງ ເພື່ອສະໜອງລົງໃນເວັບໄຊ ຂອງກະຊວງ ຖວທ, ທັງນີ້ແນ່ໃສ່ໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ, ວ່ອງໄວ ແລະ ຮັບຮູ້ຢ່າງກວ້າງຂວາງ, ເພຶ່ອສືບຕໍ່ຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດວຽກງານເວັບໄຊ ໃຫ້ປະກົດຜົນເປັນຈິງ ຢູ່ຂົງເຂດວຽກງານ ຖວທ ຢູ່ຂັ້ນສູນກາງ ແລະທ້ອງຖິ່ນໃນຂອບເຂດທົ່ວປະເທດ.

   ໃນຂະນະດຽວກັນ, ທ່ານ ບຸນທົງ  ຖິ່ນດອນໂຂງ ຮອງຫົວຫນ້າພະແນກ ຖວທ ແຂວງເຊກອງ  ໄດ້ລາຍງານຫຍໍ້ກ່ຽວກັບສະພາບການພັດທະນາ ແລະຄຸ້ມຄອງເວັບໄຊ ຂອງພະແນກ ຖວທ (www.sekong-dict.gov.la) ວ່າ: ພາຍຫຼັງທີ່ໄດ້ສ້າງເວັບໄຊ ຂອງພະແນກ ຖວທ ແຂວງ  ແຕ່ປີ 2017 ເປັນຕົ້ນມາ, ທາງພະແນກກໍໄດ້ເອົາໃຈໃສ່ປັບປຸງ ແລະພັດທະນາຢ່າງຕໍ່ເນື່ອງ,ໂດຍສະເພາະ ລະບົບໂຄງສ້າງ-ຮູບແບບຂອງຫນ້າເວັບໄຊ, ຄະນະຮັບຜິດຊອບຄຸ້ມຄອງເວັບໄຊ ກໍໄດ້ມີການປັບປຸງເປັນແຕ່ລະໄລຍະ ເພື່ອໃຫ້ມີຄວາມທັນສະໄໝ ແລະເໝາະສົມກັບສະພາບການປັບປຸງລະບົບການຈັດຕັ້ງຂອງພະແນກ ໂດຍລ້າສຸດໄດ້ປັບປຸງລະບົບໂຄງສ້າງ-ຮູບແບບຂອງຫນ້າເວັບໄຊ, ປັບປຸງຄະນະຮັບຜິດຊອບເວັບໄຊ ໃນນີ້ຄະນະຮັບຜິດຊອບເຕັກນິກ-ໄອທີ ຖືເປັນວຽກທີ່ສຳຄັນເຊິ່ງໄດ້ແບ່ງຄວມຮັບຜິດຊອບຢ່າງລະອຽດຄື: ຂະແໜງຖະແຫຼງຂ່າວຮັບຜິດຊອບຄຸ້ມຄອງລວມ, ລົງເລິກຄຸ້ມຄອງ ຄື: ຂ່າວສານປະຈຳວັນ, ຂ່າວທ້ອງຖິ່ນ, ຂ່າວສາລະຫນ້າຮູ້; ຫ້ອງການບໍລິຫານ ຮັບຜິດຊອບຄຸ້ມຄອງລວມຊ່ວຍຂະແໜງຖະແຫຼງຂ່າວ, ລົງເລິກຮັບຜິດຊອບຂໍ້ມູນກ່ຽວກັບນິຕິກຳ, ຂໍ້ກຳນົດ, ກົດຫມາຍໃນຂົງເຂດວຽກງານ ຖວທ, ລະບົບການຈັດຕັ້ງ, ພາລະບົດບາດ ແລະການເຄຶ່ອນໄຫວຂອງພະແນກ-ຂອງຂະແໜງການ, ຍຸດທະສາດ, ແຜນພັດທະນາວຽກງານ ຖວທ, ຮັບຜິດຊອບ  ແຈ້ງການຫລືປະຕິທິນການເຄື່ອນໄຫວວຽກງານຕ່າງໆຂອງພະແນກ ຖວທ; ກອງວິຊາການວິທະຍຸ-ໂທລະພາບ ຮັບຜິດຊອບວຽກງານໂທລະພາບລົງເລິກຄຸ້ມຄອງ  ຂ່າວໂທລະພາບ; ຂະແໜງທ່ອງທ່ຽວຮັບຜິດຊອບວຽກງານທ່ອງທ່ຽວ ລົງເລິກຄຸ້ມຄອງ  ຄື: ທ່ອງທ່ຽວດ້ານວັດທະນະທຳ, ທ່ອງທ່ຽວດ້ານປະຫວັດສາດ, ທ່ອງທ່ຽວດ້ານທຳມະຊາດ ແລະທ່ອງທ່ຽວດ້ານກະສິກຳ; ຂະແໜງວັດທະນະທຳ ຮັບຜິດຊອບວຽກງານວັດທະນະທຳ ລົງເລິກຄຸ້ມຄອງ  ຄື: ວິຖີຊີວິດຊົນເຜົ່າ, ຂໍ້ມູນ-ຂ່າວສານຕ່າງໆດ້ານວັດທະນະທຳ. ນອກຈາກນັ້ນແລ້ວຍັງໃຫ້ຂະແໜງການອ້ອມຂ້າງມີຄວາມຮັບຜິດຊອບໃນການສະໜອງຂໍ້ມູນ-ຂ່າວສານຕ່າງໆທີ່ກ່ຽວພັນກັບວຽກງານຂອງຂະແໜງການຕົນ ເປັນຕົ້ນ: ບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍ, ຂໍ້ກຳນົດ ແລະຂໍ້ມູນອື່ນໆເພື່ອບັນຈຸເຂົ້າໃນເວັບໄຊໃຫ້ຄົບຖ້ວນ.

 ພ້ອມດຽວກັນນີ້ ຄະນະຮັບຜິດຊອບເວັບໄຊ ທັງສູນກາງ ແລະທ້ອງຖິ່ນ ໄດ້ແລກປ່ຽນບົດຮຽນ ກ່ຽວກັບການປັບປຸງ ແລະການພັດທະນາເວັບໄຊ ເພື່ອໃຫ້ຖືກຕ້ອງສອດຄ່ອງຕາມໂຄງຮ່າງທີ່ກໍານົດໄວ້, ຊຶ່ງເວັບໄຊຂອງພະແນກ ຖວທ ແຂວງເຊກອງ ເຫັນວ່າເກືອບຄົບຖ້ວນສົມບູນ, ດັ່ງນັ້ນ ຈຶ່ງໄດ້ຖືກເຊື່ອມໂຍງໃສ່ກັບເວັບໄຊຂອງກະຊວງ ຖວທ ເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິງຂໍ້ມູນຢ່າງກວ້າງຂວາງ.

ຂ່າວຫຼ້າສຸດ

ວຽກງານເສນາ

ສະຫະພັນແມ່ຍິງ ຖວທ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ

  • 20 Mar 2023
  • ສຳນັກຂ່າວສານປະເທດລາວ

     ສະຫະພັນແມ່ຍິງ ກະຊວງ...

ອ່ານເພີ່ມຕື່ມ

ວຽກງານເສນາ

ລັດຖະມົນຕີ ຖວທ ຕ້ອນຮັບ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ

  • 02 Mar 2023
  • ຂ່າວ: ສົມຫວັງ ພາບ: ຂັນໄຊ

    ຂປລ. ໃນວັນທີ 2 ກຸມພາ​ ນີ້...

ອ່ານເພີ່ມຕື່ມ

ວຽກງານເສນາ

ກະຊວງ ຖວທ ເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V

  • 22 Feb 2023
  • ຂ່າວ: ຍຸພິນທອງ

  ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ...

ອ່ານເພີ່ມຕື່ມ

ວຽກງານເສນາ

ໜຶ່ງປີຜ່ານມາ ມີຫຼາຍວຽກ​ງານ ຖວທ ໄດ້ຮັບຜົນສໍາເລັດເປັນກ້າວໆ

  • 24 Jan 2023
  • ໂດຍ: ວັນເພັງ

   ວຽກງານ ຖະແຫຼງຂ່າວ ວັດທະນະທຳ...

ອ່ານເພີ່ມຕື່ມ