ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ

ພະແນກການ ຖວທ 8 ແຂວງ ໄດ້ຮັບການຍົກລະດັບວຽກງານຫ້ອງການ

26 Dec 2022 | ຂ່າວ: ພຸດທະສອນ |

    ຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ພະແນກ ຖວທ ແຂວງເຊກອງ ໄດ້ເປີດຊຸດຝຶກອົບຮົມວຽກງານຫ້ອງການ ໃຫ້ພະແນກ ຖວທ ແຂວງພາກກາງ ແລະ ພາກໃຕ້ ໃນວັນທີ 26 ທັນວານີ້, ທີ່ພະແນກ ຖວທ ແຂວງເຊກອງ ໂດຍມີທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ; ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງເຊກອງ, ບັນດາຄູຝຶກ, ນັກສໍາມະນາກອນຈາກແຂວງສະຫວັນນະເຂດ, ບໍລິຄໍາໄຊ, ຄໍາມ່ວນ, ໄຊສົມບູນ, ສາລະວັນ, ຈໍາປາສັກ, ອັດຕະປື ແລະ ຫ້ອງການ ຖວທ ເມືອງ 4 ເມືອງອ້ອມຂ້າງແຂວງເຊກອງເຂົ້າຮ່ວມ.


    ໂອກາດນີ້, ທ່ານ ບົວໄລ ພານຸວົງ ກ່າວວ່າ: ວຽກງານຫ້ອງການກໍ່ແມ່ນວຽກລານໜຶ່ງທີ່ມີຄວາມສໍາຄັນຫຼາຍ ເພາະເປັນວຽກງານປິ່ນອ້ອມກັບບັນດາໜ້າວຽກອື່ນໆຢູ່ໃນພະແນກການ, ຫ້ອງການຂັ້ນເມືອງ ໂດຍຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ການນໍາໃຊ້ຖານຂໍ້ມູນເຂົ້າໃນວຽກງານ, ການຮ່າງເອກະສານທາງການ, ແນະນໍາວຽກງານຊັບສິນ, ແນະນໍາວຽກງານລາຍຮັບວິຊາການ ແລະ ກອງທຶນ.

 ພ້ອມນີ້ ຊຸດອົບຮົມຍັງໄດ້ເຜີຍແຜ່ ແຈ້ງການຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເລກທີ 39/ຖວທ, ລົງວັນທີ 21 ມີນາ 2021 ກ່ຽວກັບການເດີນເອກະສານຜ່ານລະບົບປະຕູດຽວ, ຫົວໜ້າດຽວ; ການປະກອບຄໍາຄິດຄໍາ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນສິ່ງທີ່ຕົນບໍ່ເຂົ້າໃຈຢ່າງກົງໄປກົງມາ ເພື່ອນໍາໄປຫມູນໃຊ້ເຂົ້າໃນວຽກງານຕົວຈິງທີ່ຕົນຮັບຜິດຊອບ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຖືກກັບຫຼັກການທີ່ໄດ້ກໍານົດໄວ້.
ຂ່າວ: ພຸດທະສອນ

ຂ່າວຫຼ້າສຸດ

ວຽກງານເສນາ

ສະຫະພັນແມ່ຍິງ ຖວທ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ

  • 20 Mar 2023
  • ສຳນັກຂ່າວສານປະເທດລາວ

     ສະຫະພັນແມ່ຍິງ ກະຊວງ...

ອ່ານເພີ່ມຕື່ມ

ວຽກງານເສນາ

ລັດຖະມົນຕີ ຖວທ ຕ້ອນຮັບ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ

  • 02 Mar 2023
  • ຂ່າວ: ສົມຫວັງ ພາບ: ຂັນໄຊ

    ຂປລ. ໃນວັນທີ 2 ກຸມພາ​ ນີ້...

ອ່ານເພີ່ມຕື່ມ

ວຽກງານເສນາ

ກະຊວງ ຖວທ ເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V

  • 22 Feb 2023
  • ຂ່າວ: ຍຸພິນທອງ

  ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ...

ອ່ານເພີ່ມຕື່ມ

ວຽກງານເສນາ

ໜຶ່ງປີຜ່ານມາ ມີຫຼາຍວຽກ​ງານ ຖວທ ໄດ້ຮັບຜົນສໍາເລັດເປັນກ້າວໆ

  • 24 Jan 2023
  • ໂດຍ: ວັນເພັງ

   ວຽກງານ ຖະແຫຼງຂ່າວ ວັດທະນະທຳ...

ອ່ານເພີ່ມຕື່ມ