ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ

ລັດຖະມົນຕີ ຖວທ ຕ້ອນຮັບທູດອິນເດຍ ເຂົ້າຢ້ຽມຂໍ່ານັບອໍາລາ

09 Jan 2023 | ຂ່າວ: ສຸພາ​ສະຫວັນ ພາບ: ອ່າຍຄຳ |

   ຂປລ. ວັນທີ 9 ມັງກອນ 2023 ນີ້ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ດິນກາ ອັສທານ (Dinkar Astnan) ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາພາຍຫລັງສິ້ນສຸດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.
   
ໂອກາດນີ້ທ່ານລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນງານຂອງທ່ານທູດ ໃນຕະຫລອດໄລຍະການປະຕິບັດໜ້ທີ່ການທູດຢູ່ ສປປ ລາວອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງລາວ ແລະ ອິນເດຍ ໃຫ້ນັບມື້ດີຂຶ້ນ. ພ້ອມທັງ ອວຍພອນໃຫ້ທ່ານທູດເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ໃຫ້ມີຜົນສໍາເລັດໃນໜ້າທີ່ອັນໃໝ່ທີ່ມີກຽດຂອງທ່ານ.
  ໂອກາດດຽວ​ກັນນີ້
ທ່ານທູດ ອິນ​ເດຍປະຈຳ​ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານລັດຖະມົນຕີກະຊວງ ຖວທ ທີ່ໄດ້ຕ້ອນຮັບໃນຄັ້ງນີ້ພ້ອມທັງລາຍງານສະພາບການເຄື່ອນໄຫວ ແລະ ການປະຕິບັດໜ້າທີ່ອັນພົ້ນເດັ່ນຂອງຕົນ ຢູ່ ສປປ ລາວ ໃນໄລຍະຜ່ານ ໂດຍສະເພາະແມ່ນບັນດາແຜນງານ ແລະ ໂຄງການຮ່ວມມືຕ່າງໆ ລະຫວ່າງ ອິນເດຍ ແລະ ສປປ ລາວ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍສະເພາະວຽກງານໃນຂົງເຂດວັດທະນະທໍາ ຈົນມີຜົນສໍາເລັດເປັນກ້າວໆ.

ຂ່າວ: ສຸພາ​ສະຫວັນ

ພາບ: ອ່າຍຄຳ

ຂ່າວຫຼ້າສຸດ

ວຽກງານເສນາ

ສະຫະພັນແມ່ຍິງ ຖວທ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ

  • 20 Mar 2023
  • ສຳນັກຂ່າວສານປະເທດລາວ

     ສະຫະພັນແມ່ຍິງ ກະຊວງ...

ອ່ານເພີ່ມຕື່ມ

ວຽກງານເສນາ

ລັດຖະມົນຕີ ຖວທ ຕ້ອນຮັບ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ

  • 02 Mar 2023
  • ຂ່າວ: ສົມຫວັງ ພາບ: ຂັນໄຊ

    ຂປລ. ໃນວັນທີ 2 ກຸມພາ​ ນີ້...

ອ່ານເພີ່ມຕື່ມ

ວຽກງານເສນາ

ກະຊວງ ຖວທ ເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V

  • 22 Feb 2023
  • ຂ່າວ: ຍຸພິນທອງ

  ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ...

ອ່ານເພີ່ມຕື່ມ

ວຽກງານເສນາ

ໜຶ່ງປີຜ່ານມາ ມີຫຼາຍວຽກ​ງານ ຖວທ ໄດ້ຮັບຜົນສໍາເລັດເປັນກ້າວໆ

  • 24 Jan 2023
  • ໂດຍ: ວັນເພັງ

   ວຽກງານ ຖະແຫຼງຂ່າວ ວັດທະນະທຳ...

ອ່ານເພີ່ມຕື່ມ