ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ
ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ ກ່ຽວກັບການສ້າງສື່ໂຄສະນາ, ຜະລິດຕະພັນສື່ມວນຊົນ ວຽກງານຕ້ານການຄ້າມະນຸດ ໃຫ້ສື່ມວນຊົນແຂວງເຊກອງ ໃນລະຫວ່າງວັນທີ 4-5 ມັງກອນ 2023 ທີ່ພະແນກ ຖວທ ແຂວງເຊກອງ ໂດຍມີທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ, ວິຊາການຂະແໜງສື່ມວນຊົນ ພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງ ແລະ ຂະແໜງການກ່ຽວຂ້ອງ ອ້ອມຂ້າງແຂວງເຊກອງ ເຂົ້າຮ່ວມ.
ທ່ານ ອິນປອນ ນະຄອນສີ ແລະ ທ່ານ ບຸນທົງ ຖິ່ນດອນໂຂງ ໄດ້ກ່າວວ່າ: ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນວຽກງານໜຶ່ງທີ່ພັກ ແລະ ລັດໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນເພາະ ວ່າ ສປປ ລາວ ເປັນປະເທດໜຶ່ງ ທີ່ມີບັນຫາການຄ້າມະນຸດ ເຊິ່ງຂະບວນການຄ້າມະນຸດ ໄດ້ມີຫລາຍຮູບແບບເຊັ່ນ: ການໝັ້ນໝາຍ ຫລື ການແຕ່ງດອງແອບແຝງ; ການຂູດຮີດແຮງງານ, ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ; ການຄ້າປະເວນີຂອງຜູ້ອື່ນ; ການໃຫ້ຖືພາ ແລະ ອື່ນໆ. ສະນັ້ນ ພັກ ແລະ ລັດຖະບານ ໄດ້ພະຍາຍາມເອົາໃຈໃສ່ ຊີ້ນໍາການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ໂດຍສະເພາະ ແມ່ນຂະແໜງການ ສື່ມວນຊົນທຸກຂັ້ນ ເປັນສ່ວນໜຶ່ງ ໃນການເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເພື່ອບໍ່ໃຫ້ຕົກເປັນ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ.
ຊຸດສຳມະນາໃນຄັ້ງນີ້, ສຳມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບ ສະພາບລວມ ການຄ້າມະນຸດຢູ່ໃນໂລກ ແລະ ພາກພື້ນ; ສະພາບລວມການຄ້າມະນຸດຢູ່ ສປປ ລາວ; ບັນດາກໍລະນີ ການຄ້າມະນຸດ ທີ່ເກີດຂຶ້ນຢູ່ ສປປ ລາວ; ການປ້ອງກັນ, ປົກປ້ອງ ແລະ ການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ; ການແຕ່ງດອງແອບແຝງ ທີ່ກ່ຽວກັບການຄ້າມະນຸດ ແລະ ກໍລະນີສຶກສາ; ບົດບາດຂອງສື່ ໃນການໃຫ້ຂໍ້ມູນຂ່າວສານ, ວິທີການໂຄສະນາເຜີຍແຜ່, ປູກຈິດສຳນຶກ, ຈັນຍາບັນຂອງນັກຂ່າວ ແລະ ການອອກຂ່າວກ່ຽວກັບການຄ້າມະນຸດ; ການຂູດຮີດທາງເພດເດັກ, ການປ້ອງກັນ ແລະ ທ່ອງທ່ຽວທາງເພດເດັກ ໃນສະຖານ ທ່ອງທ່ຽວ ແລະ ອື່ນໆ.
ຂ່າວ-ພາບ: ພຸດທະສອນ